ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ດ້ວຍຣະເບີດສະລະຊີບ 3 ຄັ້ງໃນອີຣັກ ເຮັດໃຫ້ມີ ຜູ້ເສັຽຊີວິດ 31 ຄົນ


ອີຣັກ: ຕຳຣວດອີຣັກກ່າວວ່າ ມີຢ່າງນ້ອຍ 31 ຄົນ ໄດ້ເສັຽຊີວິດ ແລະອີກປະມານ 48 ຄົນໄດ້ ຮັບບາດເຈັບ ໃນການໂຈມຕີ ສະລະຊີບ 3 ຄັ້ງ ທີ່ເມືອງ BAQUABA ໃນພາກເໜືອຂອງອີຣັກ ໃນວັນພຸດ ມື້ນີ້. ໃນເຫດຣະເບີດ 2 ຄັ້ງທຳອິດ ນັ້ນຜູ້ໂຈມຕີ ໄດ້ຂັບຣົດທີ່ບັນຈຸດິນຣະເບີດແລ່ນ ເຂົ້າຕຳຢູ່ບໍຣິເວນ ໃກ້ໆໂຮງການຣັຖບານ ແລະ ປ້ອມຕຳຣວດ ສ່ວນຄັ້ງທີ 3 ນັ້ນໄດ້ມີການໂຈມ ຕີທີ່ຫ້ອງສຸກເສີນຂອງໂຮງໝໍບ່ອນທີ່ພວກເຄາະ ຮ້າຍ ຈາກການໂຈມຕີທຳອິດ 2 ຄັ້ງໄດ້ຖືກສົ່ງ ໄປ ຮັບການປິ່ນປົວ. ເມືອງ BAQUABA ຕັ້ງ ຢູ່ຫ່າງຈາກນະຄອນຫລວງແບັກແດັດ ໄປທາງ ກຳຕາເວັນອອກສຽງເໜືອ ປະມານ 60 ຫລັກກິໂລແມັດ ແລະເປັນເມືອງເອກຂອງແຂວງ DIYALA. ການໂຈມຕີເຫຼົ່ານີ້ ມີຂຶ້ນພຽງບໍ່ເທົ່າໃດມື້ກ່ອນການເລືອກຕັ້ງສະພາແຫ່ງຊາດ ຂອງອີຣັກ. ເຈົ້າໜ້າທີ່ເຕືອນວ່າ ພວກກະບົດ ທີ່ພະຍາຍາມຈະລົບກວນການປ່ອນບັດ ຈະ ພາກັນ ກໍ່ຄວາມຮຸນແຮງ ເພີ້ມຂຶ້ນ. ການເລືອກຕັ້ງທີ່ວ່ານີ້ ແມ່ນການເລືອກຕັ້ງ ສະພາຄັ້ງ ທີ 2 ນັບແຕ່ກຳລັງ ພາຍໃຕ້ການນຳພາ ຂອງສະຫະຣັດ ໄດ້ໂຄ່ນລົ້ມ ຈອມຜະເດັດການ ອີຣັກ SADDAM HUSSEIN ໃນປີ 2003 ນັ້ນ.

ຊີເລ່: ຣັຖບານຊີເລ່ ໄດ້ສົ່ງທະຫານ ຕື່ມອີກ ໄປຊ່ອຍແຈກຢາຍອາຫານແລະຮັກສາຄວາມ ສະງົບຫລັງຈາກ ໄດ້ເກີດແຜ່ນດິນໄຫວຂນາດ ແຮງທີ່ເຮັດໃຫ້ ມີຜູ້ເສັຽຊີວິດໄປແລ້ວ ເກືອບ 800 ຄົນ ພ້ອມທັງໄດ້ສ້າງ ຄວາມເສັຽຫາຍ ຢ່າງໃຫຍ່ຫລວງ ແລະພາໃຫ້ເກີດ ຄື້ນຟອງ ຍັກສຶນາມິ ຂ້າມມະຫາສະມຸດ ປາຊີຟິກ ໄປ ​ຮອດ​ຝັ່ງ​ເອ​ເຊັຽ. ເຮືອບິນເຮຣີຄອບເຕີ້ ທະຫານ ທີ່ລຳລຽງເຄື່ອງບັນເທົາທຸກ ໄດ້ໄປລົງຈອດ ໃນວັນອັງຄານວານນີ້ ທີ່ເມືອງ CONSTITUCION ຊຶ່ງເປັນເມືອງແຄມທະເລ ທີ່ໄດ້ຮັບຄວາມເສັຽຫາຍຮ້າຍແຮງ ຫລັງຈາກໄດ້ເກີດ ແຜ່ນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 8.8. ນອກນັ້ນ ເຈົ້າໜ້າທີ່ຍັງໄດ້ ສ້າງໂຮງເຢັນ ຫຼືບ່ອນ ເກັບສົບຊົ່ວຄາວ ທີ່ໂຮງຫັດກາຍບໍຣິຫານ ບ່ອນທີ່ຊາກສົບຄົນຕາຍ ໄດ້ຖືກນຳມາກອງລຽງລາຍ ຢູ່ຕາມພື້ນ ເພື່ອ​ໃຫ້​ພີ່ນ້ອງ​ໄປຊີ້ໂຕ ແລະລາຍຊື່ຂອງພວກກ່ຽວ ກໍຖືກຕິດໄວ້ຢູ່ຂ້າງນອກ. ​ເຊື່ອ​ກັນ​ວ່າມີຢ່າງນ້ອຍ 250 ຄົນ ໄດ້ຫາຍສາບສູນ ທີ່ເມືອງ CONSTITUCION. ສ່ວນທີ່ເມືອງ CONCEPCION ຫົວເມືອງໃຫຍ່ ອັນດັບ 2 ຂອງຊີເລ່ນັ້ນ ແມ່ນຢູ່ພາຍໃຕ້ ການຫ້າມອອກນອກເຮືອນ ເປັນເວລາ 18 ຊົ່ວໂມງ ຂະນະທີ່ ປະຊາຊົນ ນເມືອງດັ່ງກ່າວ ໄດ້ຮ່ວມກຳລັງກັນ ປົກປ້ອງຕົນເອງ ບໍ່ໃຫ້ຄົນ ເຂົ້າໄປລັກ ເອົາເຄື່ອງເອົາຂອງໆພວກເຂົາເຈົ້າ.

ຈີນ: ພວກເຈົ້າໜ້າທີ່ອະວຸໂສ ຝ່າຍການເມືອງ ຂອງຈີນ ກຳລັງພົບປະກັນ ຢູ່ທີ່ນະຄອນຫລວງ ປັກກິ່ງໃນວັນພຸດມື້ນີ້ ກ່ອນສມັຍປະຊຸມປະຈຳປີ ຂອງສະພາປະຊາຊົນແຫ່ງຊາດ ຂອງຈີນຊຶ່ງຈະ ເລີ້ມຂຶ້ນ ໃນທ້າຍອາທິດນີ້. ເປັນທີ່ຄາດກັນວ່າ ກອງປະຊຸມຄະນະທີ່ປຶກສາທາງດ້ານການເມືອງ ຂອງປະຊາຊົນຈີນ ຊຶ່ງເປັນອົງການໃຫ້ຄຳແນະ ນຳ ທີ່ຄອບງຳໂດຍ ພັກຄອມມູນິສນັ້ນ ຈະທົບ ທວນເບິ່ງ ງົບປະມານແຫ່ງຊາດ ການດຳເນີນ ຄວາມພະຍາຍາມ ຂອງຣັຖບານ ທີ່ຈະກຳຈັດ ການສໍ້ຣາດບັງຫຼວງ ຂອງເຈົ້າໜ້າທີ່ ແລະບັນ ຫາເຣື່ອງເສຖກິດ ຮວມທັງຊ່ອງຫວ່າງ ຫລືຄວາມຫລຸດໂຕນ ຂອງລາຍໄດ້ ລະຫວ່າງປະ ຊາຊົນ ​ໃນ​ເຂດຫົວເມືອງ ແລະເຂດຊົນນະບົດ. ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ການສຶກສາລ່າສຸດ ຂອງຣັຖບານ ສະແດງໃຫ້ເຫັນວ່າ ຄວາມຫລຸດໂຕນ ຂອງລາຍໄດ້ແ ມ່ນກວ້າງທີ່ສຸດ ໃນຮອບ 3 ທົສວັດ ແລະພວກນັກຊ່ຽວຊານ ມອງເຫັນວ່າ ສພາບ​ການ​ ທີ່​ວ່າ​ນີ້ ອາດສາມາດກໍ່ໃຫ້ເກີດ ຄວາມບໍ່ທຸ່ນທ່ຽງຂຶ້ນ​ໄດ້ ໃນປະເທດຈີນ.

ອິນໂດເນເຊັຽ: ເຈົ້າໜ້າທີ່ ອິນໂດເນເຊັຽກ່າວ ວ່າ ຕົນໄດ້ຈັບຜູ້ຕ້ອງສົງສັຍວ່າເປັນພວກກໍ່ການ ຮ້າຍ 13 ຄົນ ຢູ່ໃນແຂວງອາເຈ່. ທ່ານ ED- WARD ARITONANG ໂຄສົກ ຂອງຕຳຣວດ ແຫ່ງຊາດ ອິນໂດເນເຊັຽ ​ຖແລງຕໍ່ພວກນັກຂ່າວ ໃນວັນພຸດມື້ນີ້ວ່າ ຜູ້ຕ້ອງສົງສັຍເຫລົ່ານັ້ນຖືກຈັບ ໃນການບຸກເຂົ້າໄປກວດຄົ້ນຢ່າງນ້ອຍ 1 ຄັ້ງໃນ ບ່ອນທີ່ອາດເປັນ ສູນກາງຝຶກແອບຂອງພວກ ກໍ່ການຮ້າຍ ຢູ່ທີ່ເຂດ ສອກຫລີກ ຫ່າງໄກແຫ່ງນຶ່ງ ຂອງແຂວງອາເຈ່. ທ່ານ ARITONANG ກ່າວວ່າ ຕຳຣວດ ຢຶດໄດ້ປືນຍາວ 3 ກະບອກ ລູກປືນຫລາຍກວ່າ 8 ພັນລູກ ປື້ມກ່ຽວກັບ ການເຮັດສົງຄາມສັກສິດ ຫລືຈີຮາດ ຂອງສາສນາອິສລາມ ແລະດີວີດີ ກ່ຽວກັບການວາງຣະເບີດ ໂຈມຕີບ່ອນຕາກອາກາດ ທີ່ເກາະບາຫລີ ໃນປີ 2002 ຊຶ່ງ​ເຮັດໃຫ້ມີ ຜູ້ເສັຽຊີວິດ 202 ຄົນນັ້ນ.

ໄທ: ເຈົ້າໜ້າທີ່ໄທກ່າວວ່າ ຕົນຈະບໍ່ຕໍ່ ເວລາເສັ້ນຕາຍ ສຳລັບໃຫ້ ພວກຄົນງານ ຕ່າງດ້າວ ໄປຈົດທະບຽນ ພິສູດສັນຊາດ ກັບທາງຣັຖບານໄທ. ວັນອັງຄານວານນີ້ ແມ່ນກຳນົດ ເວລາຕາຍໂຕ ທີ່ໃຫ້ພວກ ຄົນງານຕ່າງດ້າວ ຫລາຍກວ່າ 1 ລ້ານ ຄົນ ຊຶ່ງສ່ວນໃຫຍ່ ມາຈາກມຽນມາ ກຳ ປູເຈັຽ ແລະລາວ ໄປຍື່ນຄຳຮ້ອງກັບທາງ ຣັຖບານໄທ. ພາຍໃຕ້ຣະບຽບການ ດັ່ງກ່າວ ໄທຈະສົ່ງຄຳຮ້ອງ ຂອງພວກ ຄົນງານເຫລົ່ານີ້ ໄປຍັງຣັຖບານ ຂອງປະເທດເຂົາເຈົ້າ ເພື່ອພິສູດກວດກາ. ພວກຄົນງານຕ່າງດ້າວ ທີ່ຍື່ນຄຳຮ້ອງບໍ່ທັນ ກັບເສັ້ນຕາຍ ໃນມື້ວານນີ້ ຈະຖືກເນຣະເທດ ກັບຄືນໄປຍັງ ປະເທດຂອງພວກເຂົາເຈົ້າ. ບັນດາກຸ່ມ ປົກປ້ອງສິດທິມະນຸດ ເວົ້າວ່າ ພວກຄົນງານຕ່າງດ້າວ ຈຳນວນນຶ່ງ ມີຄວາມຢ້ານກົວ ທີ່ຈະເຂົ້າຮ່ວມ ໃນໂຄງການດັ່ງກ່າວ ຂອງຣັຖບານໄທ ຍ້ອນຢ້ານວ່າ ເຂົາເຈົ້າຈະຖືກລົງໂທດຢ່າງໜັກ ຖ້າຫາກຕ້ອງໄດ້ ກັບຄືນປະເທດ. ເຊື່ອກັນວ່າ ມີຫລາຍໆຮ້ອຍພັນຄົນຕົກ ຢູ່ໃນຄວາມສ່ຽງ ທີ່ຈະຖືກເນຣະເທດ ອອກຈາກ ປະເທດໄທ ກ່ຽວກັບເຣື່ອງນີ້.

ອິສຣາແອລ - ປາແລສໄຕນ໌: ບັນດາຣັຖມຸນ ຕຣີການຕ່າງປະເທດອາຣັບທີ່ປະຊຸມກັນຢູ່ນະຄອນ ຫຼວງໄຄໂຣ ປະເທດອີຈິບ ໄດ້ຕົກລົງກັນ ທີ່ຈະໃຫ້ ການສນັບສນຸນຕໍ່ຂໍ້ສເນີ ຂອງສະຫະຣັດທີ່ໃຫ້ເປີດ ການເຈຣະຈາກັນທາງອ້ອມລະຫວ່າງປາແລສໄຕນ໌ ແລະອິສຣາແອລ. ທ່ານ SAEB ERAKAT ນັກ ເຈຣະຈາ ຂອງຝ່າຍປາແລສໄຕນ໌ ກ່າວຕໍ່ ພວກນັກ ຂ່າວ ໃນວັນພຸດມື້ນີ້ວ່າ ບັນດາປະເທດ ສະມາຊິກ ຂອງສັນນິບາດອາຣັບ ຈະໃຫ້ການສນັບສນຸນ ຕໍ່ການເຈຣະຈາ ​ເປັນໄລຍະ​ເວລາ 4 ເດືອນ. ປະທານາທິບໍດີ ປາແລສໄຕນ໌ທ່ານ MAHMOUD ABBAS ຊຶ່ງໄດ້ໄປຮ່ວມ ກອງປະຊຸມ ທີ່ກຸງໄຄໂຣຄືກັນນັ້ນ ກ່າວວ່າ ທ່ານຈະປະຕິບັດຕາມ ການຕັດສິນໃຈ ຂອງສັນນິບາດອາຣັບ. ​ນາ​ຍົກຣັຖມຸນຕີ ອິສຣາ​ແອ​ລ ທ່ານ BENJAMIN NETANYAHU ກໍ​ໄດ້​ແສດ​ງ ຄວາມ​ຍິນ​ດີ​ນຳ ການ​ຕັດສິນ​ໃຈ​ດັ່ງ​ກ່າວ​ ເຊັ່ນ​ກັນ. ການປະກາດທີ່ວ່ານີ້ ມີຂຶ້ນຫລັງຈາກ ສະຫະຣັດ ໄດ້ສເນີທີ່ຈະຊ່ອຍ ເປັນຜູ້ໄກ່ເກັ່ຽ ລະຫວ່າງທັງສອງຝ່າຍ ໃນຄວາມພະຍາຍາມ ເພື່ອຟື້ນຟູ ຂັ້ນຕອນການສ້າງສັນຕິພາບ ທີ່ຕົກຢູ່ໃນສະພາບ ບໍ່ໄປບໍ່ມານັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG