ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການບຸກເຂົ້າໄປລັກເຄື່ອງຂອງ ໃນຊີເລ່ ຍັງດຳເນີນຢູ່ຕໍ່ມາ ຫລັງ ຈາກໄດ້ເກີດແຜ່ນດິນໄຫວ


ຊີເລ່ - ແຜ່ນດິນໄຫວ: ເຈົ້າໜ້າທີ່ ໃນຫົວ ເມືອງທີ່ມີປະຊາຊົນ ຫຼາຍເປັນອັນດັບ 2 ຂອງ ຊີເລ່ ໄດ້ຕໍ່ອາຍຸການຫ້າມ ອອກນອກເຮືອນໃນ ຄວາມພະຍາຍາມ ເພື່ອຫລຸດຜ່ອນການບຸກເຂົ້າ ໄປລັກ ເອົາເຄື່ອງເອົາຂອງ ຫລັງຈາກ ໄດ້ເກີດ ແຜ່ນດິນໄຫວ ຂນາດແຮງ ໃນມື້ວັນເສົາແລ້ວ. ເມືອງ CONCEPCION ໄດ້ຕົກຢູ່ໃນສະພາບ ບ້ານເມືອງບໍ່ມີຂື່ມີແປ ນັບແຕ່ເມືອງດັ່ງກ່າວໄດ້ ຮັບຄວາມເສັຽຫາຍຢ່າງຮ້າຍແຮງຈາກແຜ່ນດິນ ໄຫວຊຶ່ງເຮັດໃຫ້ ເຈົ້າໜ້າທີ່ຕ້ອງໄດ້ຕໍ່ອາຍຸການ ຫ້າມອອກນອກເຮືອນ ແຕ່ 8 ໂມງແລງ ຂອງມື້ວັນຈັນ ໄປຈົນທ່ຽງ ຂອງວັນອັງຄານ ມື້ນີ້. ການບຸກເຂົ້າໄປລັກເຄື່ອງຂອງ ທີ່​ເລີ້ມຂຶ້ນ​ ໃນຕອນເດິກ ຂອງຄືນວັນຈັນ ​ໄດ້​ດຳ​ເນີນ​ມາ​ຈົນ​ ຮ​ອດ​ເຊົ້າມືດ ວັນອັງຄານມື້ນີ້ຂະນະທີ່ພວກຊາວເມືອງທີ່ບໍ່​ມີ​ອັນ​ຢູ່​ອັນ​ກິນພາກັນຊອກສແວງ ຫາປັດຈັຍທີ່ຈຳເປັນຕ່າງໆ ເຊັ່ນອາຫານແລະນ້ຳດື່ມ. ຮ້ານຂາຍເຄື່ອງແລະທຸຣະກິດຫຼາຍໆ ແຫ່ງ ໄດ້ຖືກປຸ້ນສະດົມ ແລະຈູດໄຟເຜົາ.

ສະຫະຣັດ - ອະເມຣິກາລາຕິນ: ປະທານາ ທິບໍດີອາເຈັນຕິນາທ່ານນາງ CRISTINA FER NANDEZ DE KIRCHNER ໄດ້ຮ້ອງຂໍ ໃຫ້ ສະຫະຣັດ ເຂົ້າພົວພັນໂດຍກົງ ໃນບັນຫາຂັດ ແຍ້ງ ໃນເວລານີ້ ລະຫວ່າງປະເທດ ຂອງທ່ານ ນາງ ກັບອັງກິດກ່ຽວກັບເຣື່ອງໝູ່ເກາະ FALK LAND ນັ້ນ. ທ່ານນາງ FERNANDEZ ໄດ້ ທຳການຮ້ອງຂໍດັ່ງກ່າວໃນມື້ວັນຈັນວານນີ້ ລະ ຫວ່າງ ກອງປະຊຸມຖແລງຂ່າວຮ່ວມກັບຣັຖມຸນ ຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ທີ່ພວມຢ້ຽມຢາມອາ ເຈັນຕິນາ ຊຶ່ງເປັນພາກສ່ວນນຶ່ງ ໃນການຢ້ຽມ ຢາມ 6 ປະເທດ ໃນອະເມຣິກາລາຕິນ. ຜູ້ນຳອາເຈັນຕິນາ ກ່າວວ່າ ສະຫະຣັດ ສາມາດ​ເປັນ​ຜູ້ໄກ່ເກ່ັຽ ລະຫວ່າງອາເຈັນຕິນາ ແລະອັງກິດ​ໄດ້ ໃນເມື່ອວ່າ ສະຫະຣັດ ເປັນມິດກັບ ທັງສອງປະເທດ. ທ່ານນາງ CLINTON ກ່າວວ່າ ສະຫະຣັດ ຈະຊຸກຍູ້ໃຫ້ ປະເທດທັງສອງ ​ແກ້ໄຂ​ບັນຫາ​ກັນ​ໂດຍທາງການທູດ ແຕ່ຈະບໍ່ເຂົ້າພົວພັນ ຫລາຍໄປກວ່ານີ້.

ສະຫະຣັດ - ຈີນ: ທ່ານ JAMES STEIN BERG ຮອງຣັຖມຸນຕຣີ ກະຊວງການຕ່າງປະ ເທດ ຂອງສະຫະຣັດ ໄດ້ເດີນທາງ ໄປເຖິງກຸງ ປັກກິ່ງ ໃນວັນອັງຄານມື້ນີ້ ເພື່ອເຈຣະຈາຫາຣື ກັບເຈົ້າໜ້າທີ່ຈີນໃນການຊອກຫາຊ່ອງທາງປົວ ແປງຄວາມສັມພັນ ທີ່ໄດ້ມີຄວາມຕຶງຄຽດ ຍ້ອນ ການຜິດຂ້ອງຕ້ອງຖຽງ ທາງດ້ານການທູດ ເມື່ອ ບໍ່ດົນຜ່ານມາ. ນອກນັ້ນແລ້ວ ຍັງເປັນທີ່ ຄາດກັນວ່າ ທ່ານ STEINBERG ຍັງຈະໄດ້ເວົ້າເຖິງ ເຣື່ອງໂຄງການນິວເຄລັຽ ຂອງເກົາຫລີເໜືອ ກັບຈີນ ຊຶ່ງເປັນພັນທະມິດ ທີ່ສຳຄັນທີ່ສຸດ ຂອງພຽງຢາງ. ໂຄສົກຂອງ ກະຊວງການ ຕ່າງປະເທດ ສະຫະຣັດ ທ່ານ P.J. CROWLEY ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ​ໃນ​ໄລຍະ​ ບໍ່​ດົນຜ່ານ​ມານີ້ ຄວາມສັມພັນ ລະຫວ່າງປະເທດທັງສອງ ​ແມ່ນ​ໄດ້ປະສົບ ກັບຄວາມກະທົບກະເທືອນ ໜ້ອຍນຶ່ງ ແລະເວົ້າວ່າ ທ່ານຄິດວ່າ ທັງສອງຝ່າຍ ຕ່າງ​ກໍຢາກຈະກັບຄືນ ເຂົ້າສູ່ສະພາບ ປົກກະຕິ ໂດຍໄວເທົ່າທີ່ຈະໄວໄດ້.

ເກົາຫລີ - ຄວາມເຄັ່ງຕຶງ: ເຈົ້າໜ້າທີ່ ເກົາຫລີ ເໜືອ ແລະເກົາຫລີໃຕ້ ກຳລັງປະຊຸມກັນ ທີ່ເມືອງ KAESONG ເຂດອຸສາຫະກັມຮ່ວມລະຫວ່າງປະ ເທດທັງສອງ ທີ່ຕັ້ງຢູ່ ເໜືອເຂດຊາຍແດນເຂົ້າໄປ ໃນດິນ ເກົາຫລີເໜືອນ້ອຍນຶ່ງນັ້ນ. ຣັຖບານເກົາຫຼີ ໃຕ້ ກ່າວວ່າ ການເຈຣະຈາ ຈະເພັ່ງເລັງໃສ່ ການ ຜ່ອນຜັນ ໃນການຂ້າມຊາຍແດນການຕິດຕໍ່ຄົມມະ ນາຄົມ ແລະການກວດກາຂອງພາສີຢູ່ພາຍໃນເຂດ ອຸສາຫະກັມຮ່ວມ. ເຂດອຸສາຫະກັມ ດັ່ງກ່າວນີ້ໄດ້ ຮັບທຶນກໍ່ສ້າງຈາກເກົາຫລີໃຕ້ແລະຈ້າງພະນັກງານ ເກືອບທັງໝົດ ເປັນຄົນເກົາຫລີເໜືອ. ຄວາມເຄັ່ງ ຕຶງລະຫວ່າງ ປະເທດທັງສອງ ໄດ້ເພີ້ມທະວີຂຶ້ນ ເມື່ອໄວໆມານີ້. ໃນສັບປະດາແລ້ວ ເກົາຫລີເໜືອ ໄດ້ປະກາດວ່າ ຕົນກຳລັງສືບສວນ ຊາວເກົາຫຼີໃຕ້ 4 ຄົນ ຍ້ອນໄດ້ເຂົ້າໄປ ໃນເກົາຫລີເໜືອ ແບບຜິດກົດໝາຍ. ກ່ອນໜ້ານີ້ ພຽງຢາງໄດ້ຂູ່ວ່າ ຈະເປີດສາກໂຈມຕີ ຖ້າເກົາຫລີໃຕ້ ແລະສະຫະຣັດ ຫາກທຳການ ຊ້ອມຣົບຮ່ວມ ປະຈຳປີ ​ແຕ່​ແນວ​ໃດ​ກໍ​ຕາມ ການຊ້ອມຣົບ ທີ່ມີການວາງແຜນ ມາເປັນເວລາດົນນານ ດັ່ງກ່າວ ກໍໄດ້ເລີ້ມຂຶ້ນ ໃນວັນຈັນວານນີ້ ແລະຈະດຳເນີນໄປ ເປັນເວລາ 10 ມື້.

ອິນໂດເນເຊັຽ: ທີ່ປະເທດ ອິນໂດເນເຊັຽ ຕຳ ຣວດໄດ້ປະທະກັນ ກັບພວກປະທ້ວງຢູ່ນອກຕຶກ ສະພາແຫ່ງຊາດ ທີ່ນະຄອນຫຼວງ ຈາກາຕ້າໃນ ວັນອັງຄານມື້ນີ້ ຂະນະທີ່ ການເດີນຂະບວນຕໍ່ ຕ້ານ ການໃຫ້ເງິນຊ່ອຍເຫລືອ ແກ່ທະນາຄານ ມູນຄ່າຫລາຍໆລ້ານໂດລາ ໄດ້ກາຍເປັນຄວາມ ຮຸນແຮງ. ພວກປະທ້ວງ ຈຳນວນຫລາຍຮ້ອຍ ຄົນໄດ້ພາກັນແກວ່ງກ້ອນຫີນ ໃສ່ຕຳຣວດແລະ ຕຳຣວດ ໄດ້ຕອບໂຕ້ ດ້ວຍການຍິງຣະເບີດ ນຳຕາ ແລະໃຊ້ທໍ່ສີດນຳ ຂນາດໃຫຍ່ ຂັບໄລ່ພວກປະທ້ວງ ໃຫ້ແຕກພ່າຍໜີ. ພວກເດີນຂະບວນ ໄດ້ພາກັນ ຫ້ອຍປ້າຍຄຳຂວັນ ຢູ່ນອກຕຶກສະພາແຫ່ງຊາດ ຮຽກຮ້ອງໃຫ້ ມີການແຕ່ງຕັ້ງຄົນ​ໃໝ່ ເຂົ້າຮັບຕຳແໜ່ງ ແທນປະທານາທິບໍດີ SUSILO BAMBANG YUDHOYONO ແລະເຈົ້າໜ້າທີ່ ທະນາຄານ CENTURY. ສ່ວນຢູ່ຂ້າງໃນ ສະມາຊິກ ສະພາແຫ່ງຊາດ ຂອງອິນໂດເນເຊັຽ ເລີ້ມຮັບຟັງ ການສືບສວນ ຂອງຄະນະ ກັມມະການ ສະພາແຫ່ງຊາດ ກ່ຽວກັບການກ່າວຫາວ່າ ມີການກະທຳຜິດ ກົດຣະບຽບ ໃນການໃຫ້ເງິນຊ່ອຍເຫລືອ ຂອງຣັຖບານ ແກ່ທະນາຄານດັ່ງກ່າວ ໃນປີ 2008.

ປາກິສຖານ - ສະຫະຣັດ: ຕຳຣວດປາ ກິສຖານ ໄດ້ຍື່ນຂໍ້ຫາຕໍ່ຊາວອະເມຣິກັນ 5 ຄົນທີ່ຖືກຈັບ ຢູ່ໃນປະເທດດັ່ງກ່າວໃນຖານ ສົງສັຍວ່າ ຊອກຫາຊ່ອງທາງ ເພື່ອກໍ່ການ ຮ້າຍຂຶ້ນທີ່ນັ້ນ. ທະນາຍຄວາມຄົນນຶ່ງຂອງ ຈຳເລີຍທັງ 5 ກ່າວວ່າ ໃນວັນອັງຄານມື້ນີ້ ຕຳຣວດໄດ້ຍື່ນ ສຳນວນຂໍ້ຫາຕ່າງໆ ຕໍ່ຜູ້ພິ ພາກສາ ທີ່ເມືອງ SARGODHA ໃນພາກ ຕາເວັນອອກ ຂອງປາກິສຖານ. ຄວາມຜິດທີ່ຖືກກ່າວຫານັ້ນ ແມ່ນຮວມທັງ ວາງແຜນໂຈມຕີ ປາກິສຖານ. ສານຈະເປັນຜູ້ຕັດສິນ ກ່ຽວກັບວ່າ ຈະຟ້ອງຮ້ອງ ພວກກ່ຽວຫລືບໍ່ ໃນການຮັບຟັງ ຄຳໃຫ້ການເທື່ອໜ້າ ໃນວັນທີ 10 ມີນາ ຈະມານີ້. ຜູ້ຕ້ອງສົງສັຍທັງ 5 ຊຶ່ງທັງໝົດ ຕ່າງກໍເປັນ ຊາວມຸສລິມ ຈາກເຂດນະຄອນຫຼວງ ວໍຊິງຕັນນັ້ນ ໄດ້ຖືກຈັບ ທີ່ແຂວງປັນຈາບ ຂອງປາກິສຖານ ໃນເດືອນທັນວາ ຜ່ານມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG