ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີຂອງ ຊີເລ ສົ່ງທະຫານ 10 ພັນຄົນ ໄປຍັງຂົງເຂດ ແຜ່ນດິນໄຫວ


ຂ່າວ​ຄືບ​ໜ້າກ່ຽວ​ກັບ​ໄພ​ແຜ່ນດິນ​ໄຫວ​ທີ່ Chile: ປະ​ທາ​ນາ​ທິບໍດີ Michelle Bachelet ​ແຫ່ງ Chile ກ່າວ​ວ່າ ​ແຜ່ນດິນ​ໄຫວ​ທ່ີ​ມີ​ຄວາມ​ແຮງ 8.8 ທ່ີ​ໄດ້​ສ້າງ​ຄວາມ​ຫາຍຍະນະແກ່​ພາກ​ກາງຂອງ​ປະ​ເທດ ​ແລະ​ໄດ້​ເຮັດ​ ໃຫ້​ປະຊາຊົນ​ປະມານ2 ລ້ານ​ຄົນບໍ່​ມີ​ບ່ອນ ຢູ່​ອາ​ໃສ​ນັ້ນ ​ແມ່ນ​ໄດ້​ສ້າງສະພາວະ​ສຸກ​ເສີນ ທີ່​ບໍ່​ມີ​ຫຍັງ​ທຽບ​ເທົ່າ​ໄດ້​ຂຶ້ນໃນ​ປວັດ​ສາດ​ຂອງ Chile ​ແລະທ່ານ​ນາງໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ນາໆ​ຊາດ ພ້ອມ​ດຽວ​ກັນ ປະທານາທິບໍດີ Bachelet ​ໄດ້​ປະກາດ​ໃຫ້​ຮູ້​ວ່າ ທ່ານ​ນາງ​ກຳລັງ​ສົ່ງ​ທະຫານ​ຈຳນວນ 10 ພັນ​ຄົນ​ໄປ​ຍັງ​ຫລາຍ​ຂົງ​ເຂດ​ເພື່ອ​ຮື້​ຟື້ນ​ຄວາມ​ເປັນລະບຽບຮຽບຮ້ອຍຄືນ​ໃໝ່ ​ແລະ​ຊ່ອຍ​ໃນ​ຄວາມ​ພະຍາ ຍາມ​ຟື້ນ​ຟູ​ປະ​ເທດ​ຄືນ. ນອກ​ນັ້ນ ​ທ່ານ​ນາງ ຍັງ​ກ່າວ​ຕື່ມ​ວ່າ ​ໄດ້​ມີ​ການ​ຕົກລົງ​ກັນ​ກັບ​ຍພວກເຄືອ​ຕລາດ Supermarket ​ເຊັ່ນ​ກັນ​ເພື່ອ​ໃຫ້​ພວກ​ຕະຫລາດ​ເຫລົ່າ​ນີ້ແຈກ​ຢາຍ​ເຂົ້າປາ​ອາຫານ​ຟີ​ໃຫ້​ປະຊາຊນທ່ີ​ໄດ້​ຮັບ​ເຄາະ​ຮ້າຍ​ນັ້ນ. ພວກໂຈນ​ຂະ​ໂມ​ຍ ພາກັນ​ບຸກ​ເຂົ້າ​ໄປ​ໃນ​ພວກ​ຮ້ານຄ້າຂາຍ​ແຫ່ງ​ຕ່າງໆໃນ​ເມືອງ Concepcion ​ໃນ​ວັນ​ອາທິດ​ວານ​ນີ້ໂດຍ​ພາກັນ​ລັກຂະ​ໂມ​ຍ ເອົາ​ເຂົ້າປາ​ອາຫານ​ແລະ​ເຄື່ອງ​ໃຊ້​ໄຟຟ້າ​ໃນ​ບ້ານ​ເຮືອນ. ຕຳຫລວດ​ ໄດ້​ໃຊ້​ແກ​ສນ້ຳຕາ​ແລະ​ປືນ​ສີດ​ນ້ຳ​ຂັບ​ໄລ່​ພວກ​ລັກຂະ​ໂມ​ຍ​ໃຫ້ແຕກ​ໜີ ​ໄປຈາກຕະຫລາດຂາຍ​ເຄື່ອງ​ຢູ່​ເຄື່ອງກິນ​ແຫ່ງ​ນຶ່ງ.ບັນດາ​ເຈົ້າ​ໜ້າ​ທ່ີປະກາດ​ຫ້າມ​ຜູ້​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງ​ຄືນເພື່ອ​ພະຍາຍາມ​ຍັບຍັ້ງການ​ລະ​ເມີດ​ກົດໝາຍ​ໃນເຂດ​ຕ່າງໆໃນ​ເມືອງ Concepcion​ແລະ​ເມືອງ Maule. ປະທານາທິບໍດີ​ Bachelet ບໍ່​ເຕັມ​ໃຈ​ປານ​ໃດ​ທ່ີ​ຈະ​ຂໍ​ຮ້ອງ​ການ​ຊ່ອຍ​ເຫລືອ​ຈາກ​ນາໆຊາດ​ເວລາ ​ແຜ່ນດິນ​ໄຫວ​ປະ​ທະໃນ​ມື້ທຳ​ອິດ​ນັ້ນ ​ແຕ່​ມາ​ບັດ​ນີ້​ທ່ານ​ນາງ​ໄດ້​ຮຽກຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ​ດັ່ງກ່າວ​ໃນ​ຂະນະ​ທ່ີ​ຈຳນວນ​ຜູ້​ເສັຍ​ຊີວິດ​ໄດ້ເພີ່ມ​ທະວີ​ຂຶ້ນ​ເປັນ​ຫລາຍ​ກວ່າ 700 ຄົນ​ແລ້ວ​ ​ແລະ​ຄາດ​ວ່າ ຈຳນວດັ່ງກ່າວ​ຈະ​ເພ່ີມ​ຂຶ້ນ​ອີກ. ບັນດາ​ຜູ້​ຊ່ອຍ​ກູ້​ໄພ ກຳລັງ​ພະຍາຍາມ​ເຂົ້າຫາ​ພວກ​ທ່ີ​ຖືກ​ຄ້າງ​ຄາ​ຢູກ້ອງ​ຕຶກ​ອາຄານ Apartment ຫລັງ​ນຶ່ງ​ທ່ີ​ພົງ​ທະລາ​ຍລົງ​ໃນ​ເມືອງConcepcion ຊຶ່ງ​ເປັນ​ເມືອງ​ໃຫຍ່​ທ່ີ​ສຸດ​ອັນ​ດັບ​ສອງ​ຂອງ​ປະ​ເທດ. ບັນດາ​ຜູ້​ຊອກ​ຄົ້ນ ​ເຊື່ອ​ວ່າ ອາດ​ຈະ​ຜູ້​ຄົນ​ຫລາຍ​ເຖິງ 50 ຄົນ​ຖືກ​ທັບ​ທັງ​ເປັນ​ ຢູໃນ​ອາຄານ​ຫລັງ​ນີ້.
ສະຫະຣັດ​ແລະ​ອາ​ເມຣິກາ​ລາ​ຕິນ: ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດກ່າວ​ວ່າ ທ່ານ​ນາງ Hillary Clinton ຣັຖ
ມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດ​ ໄດ້​ເພີ່ມ​ປະ​ເທດ Argentina ​ເຂົ້າ​ໃນແຜນການ​ຢ້ຽມຢາມ 6 ປະ​ເທດ ​ໃນ​ເຂດ​ອາ​ເມຣິກາ​ລາ​ຕິນ​ໃນປັດຈຸ ບັນ​ຂອງ​ທ່ານ​ນາງ ທີ​ຮວມທັງ​ການ​ຢຸດ​ແວ່ ເພື່ອ​ສະ​ແດງ​ການສະໜັບ ສະໜຸນ​ແກ່​ພວກ​ທ່ີ​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ໄພ​ແຜ່ນດິນ​ໄຫວ​ທ່ີ Chile ​ແລະ​ເພື່ອ​ພະຍາຍາມໃຫ້​ໄດ້​ຮັບການ​ສະໜັບສະໜຸນ​ຈາກ Brazilໃນ​ການ​ລົງ​ໂທດ​ຄັ້ງ​ໃໝ່​ຕໍ່​ອິຣ່ານນັ້ນ. ທຳ​ອິດ​ທ່ານ​ນາງຄລິນ​ຕັນ​ຈະ​ທຳ​ການ​ຢ້ຽມຢາມ​ ປະ​ເທດ Uruguay ບ່ອນ​ທ່ີ​ທ່ານ​ນາງ​ຈະ​ເຂົ້າ​ຮ່ວມ​ໃນ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ​ຂອງ ປະທາ​ນາ​ທິບໍດີ​ຄົນໃໝ່ ທ່ານ Jose Mujica ​ໃນ​ວັນ​ຈັນ​ມື້​ນີ້. ​ໃນ​ຕອນ​ແລງ​ວັນ​ຈັນ​ມື້​ນີ້ ທ່ານ​ນາງຄລິນ​ຕັນ​ຈະ​ເດີນທາງ​ຕໍ່​ໄປ​ຍັງ​ກຸງ Buenos Aires ປະ​ເທດ ​ Argentina ເພື່ຶອພົບ​ປະ​ກັບ​ປະທານາທິບໍດີ Cristina Fernandez. ​ໃນ​ຕອນ​ເຊົ້າວັນ​ອັງຄານ​ມື້​ອື່ນ ທ່ານນາງ ຄລິນ​ຕັນ ກຳນົດ​ຈະ​ບິນ​ໄປ​ຍັງ​ປະ​ເທດ Chile ບ່ອນ​ທ່ີ​ທ່ານນາງ​ຈະ​ທຳ​ ການ​ພົບ​ປະ​ກັບ​ປະທານາທິບໍດີ Michelle Bachelet ​ແລະປະທານາ ທິບໍດີ​ທ່ີ​ຖືກ​ເລືອກ​ຕັ້ງ​ໃໝ່​ຂອງ Chile ຄື​ທ່ານ Sebastian Pinera ທ່ີ​ສະໜາມ​ບິນ​ນະຄອນ Santiago ນັ້ນ. ທ່ານ​ນາງຄລິນ​ຕັນ​ ຈະ​ເດີນທາງ​ຕໍ່​ໄປ​ຍັງ Brazil ​ໃນ​ວັນ​ພຸດ ຊຶ່ງ​ທ່ານນາງ​ວາງ​ແຜນ​ເພື່ອ​ພະຍາຍາມ​ໃຫ້​ໄດ້​ຮັບ​ການ​ສະໜັບສະໜຸນ ​ຈາກ ປະທານາທິບໍດີ Luiz Inacio Lula da Silva ​ໃນການ​ລົງ​ໂທດ​ຕື່ມ​ອີກ​ຕໍ່​ອິຣ່ານນັ້ນ.
ທ່ານ​ນາງຄລິນ​ຕັນ ຈະ​ມ້ວນທ້າຍ​ການ​ຢ້ຽມຢາມ​ຂົງເຂດ​ອາ​ເມຣິກາລາ​ຕິນລົງ ທ່ີ​ປະ​ເທດ Costa Rica ​ແລະ Guatemala ຊຶ່ງ​ຢູ່​ທີ່​ນັ້ນ​ທ່ານ​ນາງ​ຈະ​ທຳ​ການ​ພົບ​ປະ​ຫາລື​ກັບ​ບັນດາ​ຜູ້ນຳ​ປະ​ເທດ Dominica Republic ​ແລະ El Salvador ​ເຊັ່ນ​ກັນ.
ການ​ເມືອງ​ທີ່ໄຕ້​ຫວັນ: ປະທານາທິບໍດີ Ma Ying-jeo ​ແຫ່ງ​ໄຕ້​ຫວັນ​ ​ໄດ້ຂໍ​ຂະ​ມາ​ໂທດ​ຕໍ່​ພວກສະໜັບສະ​ໜຸນ​ທ່ານ​ ຫລັງ​ຈາກ​ທີ່​ພັກກົວ​ມິ​ງຕັງ​ຂອງຣັຖບານ​ຂອງ​ທ່ານ​ ໄດ້ສູນ​ເສັຍ​ບ່ອນ​ນັ່ງ​ໄປຫລາຍບ່ອນ ​ໃນການ​ເລືອກ​ຕັ້ງ​ພິເສດ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້. ພັກ​ກົວ​ມິນ​ຕັງ​ ຫລື KMT ທ່ີນິຍົມ​ຈີນ ​ໄດ້​ຮັບບ່ອນ​ນັ່ງແຕ່ພຽງ​ບ່ອນ​ດຽວ​ໃນ​ຈຳນວນ 4 ບ່ອນໃນ​ສະພາ​ແຫ່ງ​ຊາດ ໃນ​ການ​ເລືອກ​ຕັ້ງ​ພິ​ເສດ​ໂດຍ​ເສັຍ​ບ່ອນ​ນັ່ງ 3 ບ່ອນ​ໃຫ້​ພັກ​ປະຊາທິປັດກ້າວໜ້າ​ ທ່ີ​ນິຍົມເອກ​ກະຣາດນັ້ນ. ທ່ານ​ໝາ​ຢິ້ງຈີວ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ເສັຍ​ບ່ອນ​ນັ່ງ​ເຫລົ່າ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ຣັຖບານ​ບໍ່​ໄດ້​ດຳ​ເນີນ ງານໜັກ​ພໍ​ ເພື່ອ​ໃຫ່​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກ​ປະຊາຊົນນັ້ນ.
ພັກ​ການ​ເມືອງ​ຂອງ​ທ່ານ​ໝາ​ຍັງ​ຄວບ​ຄຸມ​ບ່ອນ​ນັ່ງ​ໃນ​ຈຳນວນ​ສອງ​ສ່ວນ​ສາມ​ຢູ່​ໃນຣັຖສະພາ​ນັ້ນ​ຢູ່ ​ແຕ່​ພວກ​ໜັງສືພິມ​ຕ່າງໆ​ໃນ​ໄຕ້​ຫວັນ ກ່າວ​ວ່າ ການ​ທຳ​ຄວາມ​ຜິດພາດພາຍ​ໃນ​ປະ​ເທດ​ຫລາຍ​ຢ່າງ​ຂອງຣັຖບານ​ ໄດ້​ສ້າງຄວາມ​ຜິດ​ຫວັງ​ໃຫ້​ແກ່​ປະຊາຊົນ​ໃນ​ການ​ນຳພາ​ຂອງ​ທ່ານ. ຣັຖ ບານ​ຂອງ​ທ່ານ​ໝາ​ ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ຢ່າງແຮງຈາກ​ພາຍ​ໃນ​ປະ​ເທດ ວ່າຣັຖບານ​ຂອງ​ທ່ານ​ໄດ້​ທຳ​ການ​ເຄື່ອນ​ໄຫວ​ຊ້າ​ໃນ​ການຮັບ​ມື​ກັບ​ໄພ​ພາຍຸ​ໄຕ້​ຟຸ່ນຮ້າຍ​ແຮງ ທ່ີ​ປະ​ທະ​ໄຕ້​ຫວັນ​ໃນ​ເດືອນ​ສິງຫາ​ປີ​ແລ້ວ​ນີ້.
ດິນ​ຟ້າ​ອາກາດ​ທີ່ຢູ​ໂຣບ:ພາຍຸ​ລະດູ​ໜາວ​ທ່ີ​ປັ່ນ​ປ່ວນ ທ່ີ​ມີ​ຝົນຕົກ​ແຮງ ​ແລະ​ລົມພາຍຸ hurricane
ທ່ີ​ຮ້າຍ​ແຮງ​ໄດ້​ປະ​ທະ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ທະວີບຢູ​ໂຣບ ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ​ໂດຍ​ໄດ້​ສັງຫານ​ຜູ້​ຄົນ​ໄປ​ຢ່າງ​ນ້ອຍ 53 ຄົນ​ແລະ​ທຳລາຍ​ສາຍ​ໄຟຟ້າ ​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ກວ່າ 1 ລ້ານ​ຄົນ
ບໍ່​ມີ​ໄຟ​ຟ້າ​ໃຊ້. ລົມພາຍຸ ອັດ​ລັງ​ຕິກ​ທ່ີ​ມີ​ຊື່ວ່າ Xynthia ​ໄດ້​ປະ​ທະ​ຢ່າງ​ໜັກ​ຝັ່ງ​ທະ​ເລກ້ຳ​ຕາ​ເວັນ​ຕົກ​ ຂອງຝຣັ່ງ Portugal, ​ແລະ​ສະ​ເປັນ ຊຶ່ງ​ເຮັດ​ໃຫ້​ຟອງ​ທະ​ເລ​ຂຶ້ນ​ສູງ​ເຖິງ 8 ​ແມັດ ​ແລະ​ລົມແຮງ​ເຖິງ 160 ຫລັກ​ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ.
ພວກ​ຜູ້ຄົນ​ທ່ີ​ເສັຍ​ຊີວິດ​ໄປ​ນັ້ນ​ສ່ວນ​ຫລາຍ​ແມ່ນ​ເກີດ​ຂຶ້ນ​ໃນ​ປະ​ເທດ​ຝຣັ່ງ
ທ່ີ​ຖືກ​ລົມພາ​ຍຸ​ປະ​ທະ​ໜັກ​ກວ່າ​ໝູ່. ພວກ​ແມ່​ນ້ຳ​ສາຍ​ຕ່າງໆ​ໄດ້​ຍຶ່ງຂຶ້ນ
ລົ້ນ​ຝັ່ງ​ໃນ​ເຂດ Brittany ​ແລະ​ພວກ​ພະຍາກອນ​ອາກາດ​ໄດ້​ອອກ​ຄຳ​ເຕືອນ​ໄພ​ລະວັງ​ນ້ຳກ້ອນ​ທ່ີ​ພົງ​ທະລາ​ຍລົງ​ໃນ​ເຂດ​ພູ​ເຂົາPyrenees ແລະ​ພູ Alps ​ໃນ​ພາກ​ໃຕ້​ນັ້ນ.
ກ່ຽວ​ກັບ​ເສດຖະກິດ​ຂອງ Greece:
ທ່ານ Olli Rehn ຫົວໜ້າ​ກິດຈະການ​ການ​ເງິນ​ຂອງ​ສະຫະພາບ​ຢູ​ໂຣບ ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ຂອງ Greece ທ່ີ​ກຸງ Athens ໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ເຢຣະມັນ​ໄດ້​ປະຕິ​ເສດ​ບໍ່​ຍອມ​ຊ່ອຍ​ກູ້​ປະ​ເທດ Greece.
ທ່ານ Rehn ວາງ​ແຜນ​ທ່ີ​ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທ່ີ​ຂັ້ນ​ອາວຸ​ໂສ
ຂອງ Greece ຫລາຍ​ທ່ານ ທ່ີ​ຮວມທັງ​ທ່ານ George Papacons-
Tantinou ຣັຖມຸນຕີ​ການ​ເງິນ​ນຳ.
Greece ກຳລັງ​ປະ​ເຊີນ​ກັບຄວາມ​ເສັຍ​ຫາຍ​ຈາກ​ວິ​ກິດ​ການ​ເສດຖະກິດ
ຄັ້ງ​ໃຫຍ່ ຊຶ່ງ​ມີ​ການ​ຂາດ​ດຸນ​ງົບປະມານ​ເກືອ​ບ 4 ​ເທົ່າ​ໂຕ​ຂອງ​ລະດັບ​ສູງ​ສຸດ ທ່ີ​ທາງ​ສະຫະພາບ​ຢູ​ໂຣບຕັ້ງ​ກຳນົດ​ໄວ້.
ນາຍົກຣັຖມຸນຕີ George Papandreou ກ່າວ​ໃນ​ສັບປະດາ​ຜ່ານ​ມາ
ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ຕ້ອງ​ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ໄວ​ເພື່ອ​ຫລີກ​ລ້ຽງ​ການ​ລົ້ມ​ລະລາຍ​ທ່ີ​ຈະ​ເປັນ​ໄປ​ໄດ້ ​ແລະ​ໄດ້​ຮຽກຮ້ອງ​ຂໍ​ການ​ຊ່ອຍ​ເຫລືອຈາກ​ສະຫະພາບ​ຢູ​ໂຣບ.
ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ເຊື່ອ​ວ່າ ສະຫະ
ພາບ​ຢູ​ໂຣບສາມາດ ​ແລະກໍຈະ​ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ຖືກຕ້ອງ​ເໝາະ​ສົມ. ທ່ານ​ໂອ​ບາ​ມາ​ໄດ້​ທຳການ​ພົບ​ປະ​ຫາລື​ກັນ ​ທາງ​ໂທຣະສັບ​ກັບ​ນາຍົກຣັຖມຸນຕີ​ອັງກິດ​ທ່ານ Gordon Brown​ແລະ​ທ່ານ​ນາງ Angela Merkel ນາຍົກຣັຖມຸນຕີ​ເຢຣະມັນ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້. ​ແຕ່​ທ່ານ​ນາງ Merkel ທ່ີ​ເປັນ​ຫົວໜ້າ​ປະ​ເທດ​ທີ່​ມີ ເສດຖະກິດ​ໃຫຍ່​ທ່ີ​ສຸດ​ໃນ​ກຸ່ມ​ສະຫະພາບ​ຢູ​ໂຣບ ກ່າວ​ຕໍ່​ໂທຣະພາບ​ເຢຣະມົນ​ໃນ​ວັນ​ອາທິດວານ​ນີ້​ວ່າ ຈະ​ບໍ່​ມີ​ການ​ຊ່ອຍ​ກູ້​ປະ​ເທດ Greece ​ແລະ​ທ່ານ​ນາງ​ກ່າວຕື່ມ​ວ່າ ທາງ​ທ່ີ​ດີ​ທ່ີ​ສຸດ​ທ່ີ​ສະຫະພາບ​ຢູ​ໂຣບສາມາດ ເຮັດ​ໄດ້​ນັ້ນ​ ກໍ​ແມ່ນບອກ​ໃຫ້ຣັຖບານ​ກຸງ Athens ຮູ້​ຢ່າງ​ຈະ​ແຈ້ງ​ວ່າ Greece ​ຈະຕ້ອງ​ຊ່ອຍ​ຕົນ​ເອງ.
ຂ່າ​ວຜົນ​ການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ ລະດູໝາ​ວທ່ີ​ເມືອງ Vancouver ກາ​ນາ​ດາ:
ການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ລະດູ​ໜາວ​ປະຈຳ​ປີ2010 ​ໄດ້​ເສັດ​ສິ້ນ​ລົງ ດ້ວຍພິທີ​ອັດ​ລົງ​ຢ່າງ​ຄຶກຄື້ນ​ທ່ີ​ນະຄອນ Vancouver ກາ​ນາ​ດາ ໃນ​ແລງ​ວັນ​ອາທິດ​ວານ​ນີ້ ກໍ​ຄືເຊົ້າວັນ​ຈັນ​ມື້​ນີ້ ຕາມ​ເວລາ​ໃນປະ​ເທດ​ລາວ. ຫົວໜ້າ​ຄນະ​ກັມມະການ​ຈັດການ​ແຂ່ງຂັນ​ໂອ​ລິ​ມປິກ​ທ່ີ​ Vancouver ​ເອີ້ນ​ການ​ແຂ່ງຂັນ​ກີລາ​ລະດູ​ໜາວ​ຄັ້ງ​ນີ້​ວ່າ​ເປັນ​ໂອກາດອັນ​ຍ່ິງ​ໃຫຍ່​ໃນ​ປວັດ​ສາດ​ຂອງ​ການ​າດາ.
​ໃນ​ລະຫວ່າງ​ພິທີ​ອັດ​ການ​ແຂ່ງຂັນນັ້ນ ​ເຈົ້າ​ຄອງ​ກຳ​ແພງ​ນະຄອນ Vancouver ​ໄດ້​ມອບ​ໂອນ​ທຸງ ​ໂອ​ລິ​ມປິກ ​ໄປ​ໃຫ້​ທ່ານ Anatoly
Pakhomov ​ເຈົ້າ​ຄອງ​ກຳ​ແພງ​ເມືອງ Sochi ​ເມືອງ​ຕາກ​ອາກາດ
​ແຄມ​ທະ​ເລ​ດຳ​ຂອງຣັດ​ເຊັຍ ຊຶ່ງ​ຈະ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ລະດູ​ໜາວ​ ໃນ​ປີ2014 ນັ້ນ.
ສະຫະຣັດ​ໄດ້​ທຳສະຖິຕິໃນ​ດ້ານຈຳນວນ​ຫລຽນ ​ໂດຍ​ໄດ້​ຫລຽນ​ຫລາຍ​ທີ່​ສຸດ​ໃນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ເທົ່າ​ທີ່​ຜ່ານ​ມາ ຄື​ໄດ້​ມາ​ທັງໝົດ 37 ຫລຽນ ມີ​ຫລຽນ​ຄຳ 9, ຫລຽນ​ເງິນ 15 ​ແລະ​ຫລຽນ​ທອງ​ແດງ 13.ອັນ​ດັບ​ສອງ​ໄດ້​ແກ່​ເຢຣະມັນ ຊື່​ງ​ໄດ້​ທັງ​ໝົດ 30 ຫລຽນ ມີ​ຫລຽນ​ຄຳ 10 ຫລຽນ​ເງິນ13 ​ແລະທອງ​ແດງ 7.ທີ​ສາມ​ໄດ້​ແກ່​ເຈົ້າພາບ ກາ​ນາ​ດາ ໄດ້ທັງ​ໝົດ​ 26 ຫລຽນ ມີ​ຫລຽນ​ຄຳ 14 ຊຶ່ງ​ແມ່ນ​ຫລາຍ​ກ່ວາ​ໝູ່ ​ແລະຫລຽນ​ເງິນ 7 ​ກັບທອງ​ແດງ 5. ​ໃນ ບັນດາ​ປະ​ເທດ​ເອ​ເຊັຍ​ນັ້ນ ​ເກົາຫລີ​ໃຕ້​ແມ່ນໄດ້​ຫລາຍ​ກ່ວາ​ໝູ່ ​ ມີ​ຫລຽນ​ຄຳ 6 ຫລຽນ​ເງິນ 6 ​ແລະ​ທອງ​ແດງ 2 ລວມ​ເປັນ 14ຫລຽນ ມາ​ໃນ​ອັນ​ດັບ 7. ຈີ​ນ ມາ​ໃນ​ອັນ​ດັບ 9​ ໄດ້​ທັງ​ໝົດ 11 ຫລຽນ ມີ​ຫລຽນ​ຄຳ 5 ຫລຽນ​ເງິນ 2 ແລະ​ຫລຽນ​ທອງ​ແດງ 4.​ກາ​ນາ​ດາໄດ້​ຫລຽນ​ຄຳ​ອັນ​ທີ 14 ໃນ​ວັນ​ອາທິດ​ວານ​ນີ້ ຫລັງ​ຈາກ​ທີມຕີ ຄີນ້ຳກ້ອນ​ ຫລື hockey ຂອງ​ກາ​ນາ​ດາ ​ໄດ້​ຊະນະ​ທີ​ມຂອງ​ສະຫະຣັດ​

ກ່ຽວຂ້ອງກັນ

XS
SM
MD
LG