ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນດິນໄຫວ ຂນາດແຮງທີ່ຊີເລ ເຮັດໃຫ້ມີຜູ້ເສັຽຊີວິດແລ້ວ 52 ຄົນ ແລະຄາດວ່າ ຈຳນວນຜູ້ຕາຍ ຈະສູງຂຶ້ນຕື່ມ


ຊີເລ: ແຜ່ນດິນໄຫວຂນາດແຮງແທກໄດ້ 8.8 ທີ່ສ້າງຄວາມສັ່ນສະເທືອນ ໃຫ້ແກ່ປະເທດຊີເລ ໃນຕອນເຊົ້າ ຂອງວັນເສົາມື້ນີ້ ເຮັດໃຫ້ມີຜູ້ເສັຽ ຊີວິດແລ້ວຢ່າງນ້ອຍ 52 ຄົນ ພ້ອມທັງເຮືອນ ຊານ ຈຳນວນນຶ່ງ ພັງລົງ ແລະມີການອອກຄຳ ເຕືອນ ກ່ຽວກັບຟອງຍັກ ສຶນາມິ ໃນເຂດແຄມ ຝັ່ງມະຫາສະມຸດປາຊີຟິກ. ປະທານາທິບໍດີຊີເລ ທ່ານນາງ MICHELLE BACHELET ໄດ້ປະ ກາດພາວະພັຍພິບັດ ຮ້າຍແຮງ. ທ່ານນາງເວົ້າ ວ່າ ຄະນະຮັບມືກັບພັຍພິບັດສຸກເສີນໄດ້ຖືກສົ່ງ ໄປປະຕິບັດງານໃນທົ່ວຂົງເຂດ. ເຈົ້າໜ້າທີ່ຊີເລ ກ່າວວ່າ ເປັນທີ່ຄາດກັນວ່າຈຳນວນພວກທີ່ເສັຽ ຊີວິດ ຈະມີເພີ້ມຂຶ້ນ. ໄດ້ເກີດແຜ່ນດິນໄຫວຂນາດແຮງຕິດຕາມມາຫລາຍໆຄັ້ງຮວມທັງຄັ້ງ ນຶ່ງທີ່ມີຄວາມແຮງເຖິງ 6.9. ອົງການສຳຣວດທໍຣະນີວິທຍາຂອງສະຫະຣັດກ່າວວ່າ ແຜ່ນ ດິນໄຫວດັ່ງກ່າວເກີດຂຶ້ນໃນຕອນເຊົ້າ ຂອງວັນເສົາມື້ນີ້ ເວລາ 3 ໂມງ 34 ນາທີຕາມເວ ລາ ທ້ອງຖິ່ນຫລື 6 ໂມງ 34 ນາທີ ຕາມເວລາມາຕຖານສາກົນ ປະມານ 100 ຫລັກກິ ໂລແມັດ ຫ່າງຈາກເມືອງ CONCEPCION ຊຶ່ງເປັນຫົວເມືອງໃຫຍ່ໃນເຂດພາກກາງຂອງ ຊີເລ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຜູ້ໂຈມຕີ ສະລະຊີບຄົນນຶ່ງ ໄດ້ຂັບຣົດຕູ້ທີ່ບັນຈຸ ດິນຣະເບີດ ແລ່ນເຂົ້າຕຳ ປົດຕຳຣວດແຫ່ງນຶ່ງ ເຮັດໃຫ້ມີຜູ້ເສັຽຊີວິດສີ່ຄົນ. ເຈົ້າໜ້າທີ່ສືບສວນ ກ່າວວ່າ ມີຕຳຣວດຢ່າງນ້ອຍ 2 ຄົນແລະເດັກ ນ້ອຍຄົນນຶ່ງ ຮວມຢູ່ໃນຈຳນວນ ພວກທີ່ເສັຽຊີ ວິດໄປນັ້ນ. ເຈົ້າໜ້າທີ່ກ່າວວ່າ ນອກນັ້ນແລ້ວ ຍັງມີອີກ ປະມານ 20 ກວ່າຄົນ ໄດ້ຮັບບາດ ເຈັບ ໃນການໂຈມຕີ ໃນວັນເສົາມື້ນີ້ ທີ່ເມືອງ KARAK ຊຶ່ງເປັນຫົວເມືອງໃນແຂວງຊາຍແດນ ພາກຕາເວັນຕົກສຽງເໜືອ ໃກ້ໆອັຟການິສຖານ ຊຶ່ງຕັ້ງຫ່າງຈາກເມືອງ PESHAWAR ໄປທາງຕາເວັນອອກສຽງໃຕ້ ປະມານ 150 ຫລັກ ກິໂລແມັດ. ຜູ້ບັນຊາການຕຳຣວດ ໃນເຂດທ້ອງຖິ່ນ ແລະພວກທີ່ເຫັນເຫດການ ເວົ້າວ່າ ການໂຈມຕີ ໄດ້ມີຂຶ້ນ ໃກ້ໆປະຕູໃຫຍ່ ທາງເຂົ້າປ້ອມຕຳຣວດ. ເຈົ້າໜ້າທີ່ເວົ້າວ່າ ເຫດຣະ ເບີດ ທີ່ວ່ານີ້ ຍັງໄດ້ທຳລາຍ ວັດຂອງສາສນາອິສລາມ ທີ່ຕັ້ງຢູ່ໃກ້ຄຽງນັ້ນ. ອົງການຂ່າວ ຂອງຣັຖບານ ປາກິສຖານແຈ້ງວ່າ ທັງປະທານາທິບໍດີ ASIF ALI ZARDARI ແລະນາ ຍົກຣັຖມຸນຕຣີ YOUSUF RAZA GILANI ຕ່າງກໍໄດ້ປະນາມ ການໂຈມຕີ ໃນເທື່ອນີ້ ແລະປະກາດວ່າ ຈະສືບຕໍ່ດຳເນີນການ ຕໍ່ຕ້ານການກໍ່ການຮ້າຍ.

ຟີລິບປິນ: ເຈົ້າໜ້າທີ່ ກອງທັບຟີລິບປິນ ກ່າວວ່າ ພວກຫົວຮຸນແຮງ ທີ່ສົງສັຍເປັນເຄືອຂ່າຍຂອງກຸ່ມ ກໍ່ການຮ້າຍຂ້າມຊາດ ອາລກາຍດາ ໄດ້ບຸກໂຈມຕີ ບ້ານໆນຶ່ງ ໃນພາກໃຕ້ຟີລິບປິນ ເປັນເຫດໃຫ້ ມີຜູ້ ເສັຽຊີວິດ ຢ່າງນ້ອຍ 11 ຄົນ. ເຈົ້າໜ້າທີ່ກ່າວວ່າ ມືປືນຂອງກຸ່ມຫົວຮຸນແຮງ ອາບູຊາຢັບ ໄດ້ໂຈມຕີ ກຳລັງທະຫານບ້ານ ຂອງພົລເຮືອນ ໃນຕອນເຊົ້າ ຂອງວັນເສົາ ມື້ນີ້ ທີ່ບ້ານ TUBIGAN ໃນແຂວງ ເກາະບາຊີລານ. ກອງທັບຟີລິບປິນກ່າວວ່າ ພວກ ຊາວບ້ານ ພວມພາກັນຫລັບນອນຢູ່ ເວລາພວກກະບົດ ເລີ້ມຍິງປືນກົນສາດເຂົ້າໃສ່ ແລະ ເອົາໄຟ ຈູດເຜົາເຮືອນ. ເຈົ້າໜ້າທີ່ເວົ້າວ່າ ມີພົລເຮືອນ ແລະສະມາຊິກ ທະຫານບ້ານທ້ອງ ຖິ່ນ ເສັຽຊີວິດ 10 ຄົນ. ນອກນັ້ນແລ້ວ ຍັງມີຜູ້ໄດ້ຮັບບາດເຈັບ ບໍ່ຕຳກວ່າ 17 ຄົນ ຈາກ ການຍິງປືນ ສາດເຂົ້າໃສ່ ແລະເອົາໄຟຈູດເຜົາ ຂອງພວກກະບົດ. ເຈົ້າໜ້າທີ່ເວົ້າວ່າ ໄດ້ ມີການສົ່ງກຳລັງ ກອງໜຸນຂອງທະຫານ ໄປຍັງບໍຣິເວນ ທີ່ເກີດເຫດ ໃນທັນທີ ແຕ່ພວກ ໂຈມຕີ ໄດ້ພາກັນຫລົບໜີໄປແລ້ວ. ເວລານີ້ ທາງກອງທັບຟິລິບປິນ ພວມຕາມລ່າ ຫາໂຕ ພວກໂຈມຕີຢູ່.

ໂຄລັມເບັຽ: ສານຣັຖທັມມະນູນ ຂອງໂຄລັມ ເບັຽ ໄດ້ປະຕິເສດ ຕໍ່ການດຳເນີນຄວາມພະຍາ ຍາມຂອງປະທານາທິບໍດີ ALVARO URIBE ທີ່ຈະຕໍ່ອາຍຸ ໃນການດຳຣົງຕຳແໜ່ງຂອງທ່ານ. ສານຣັຖທັມມະນູນໄດ້ຕັດສິນດ້ວຍຄະແນນສຽງ 7 ຕໍ່ 2 ບໍ່ເຫັນພ້ອມ ກັບການຈັດໃຫ້ມີການລົງ ປະຊາມະຕິ ທີ່ຈະອະນຸຍາດໃຫ້ ທ່ານ URIBE ສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງປະທານາທິບໍ ດີ ເປັນສມັຍທີ 3 ລຽນຕິດ ຕື່ມອີກ 4 ປີ. ລຸນ ຫລັງ ທີ່ໄດ້ມີການ ຕັດສິນແລ້ວ ທ່ານ URIBE ກ່າວວ່າ ທ່ານເຄົາຣົບ ຕໍ່ການຕັດສິນ ຂອງສານ. ປະທານາທິບໍດີ ໂຄລັມເບັຽ ທີ່ໄດ້ເຂົ້າຮັບຕຳແໜ່ງມາແຕ່ປີ 2002 ນັ້ນ ເປັນ ປະທານາທິບໍດີ ທີ່ໄດ້ຮັບ ຄວາມນິຍົມສູງ ຄົນນຶ່ງ. ທ່ານເປັນພັນທະມິດ ທີ່ໃກ້ຊິດ ກັບ ສະຫະຣັດ ໃນການປາບປາມ ພວກກອງໂຈນ ຝ່າຍຊ້າຍ ຢູ່ໃນປະເທດໂຄລັມເບັຽ.

ອິນເດັຽ - ຊາອຸດີອາຣາເບັຽ: ນາຍົກຣັຖມຸນ ຕຣີອິນເດັຽທ່ານ MANMOHAN SINGH ໄດ້ ອອກເດີນທາງ ໄປຍັງ ຊາອຸດີອາຣາເບັຽ ໃນວັນ ເສົາມື້ນີ້ ຊຶ່ງເຮັດໃຫ້ທ່ານ ເປັນນາຍົກຣັຖມຸນຕຣີ ອິນເດັຽຄົນທຳອິດທີ່ໄປຢ້ຽມຢາມ ຣາຊອານາຈັກ ດັ່ງກ່າວ ໃນຮອບ 28 ປີ. ນາຍົກຣັຖມຸນຕຣີອິນ ເດັຽ ຈະໄດ້ພົບປະເຈຣະຈາກັບກະສັດ ABDUL LAH ແລະຜູ້ນຳຄົນອື່ນໆ ຂອງຊາອຸດີອາຣາເບັຽ ໃນລະຫວ່າງການຢ້ຽມຢາມ ເປັນເວລາ 3 ມື້ ເພື່ອເສີມຂຍາຍ ຄວາມສັມພັນລະຫວ່າງປະເທດ ທັງສອງ. ທ່ານ SINGH ໄດ້ອອກຖແລງຂ່າວ ສະບັບນຶ່ງໃນວັນເສົາມື້ນີ້ເວົ້າວ່າ ການເດີນທາງ ໄປຢ້ຽມຢາມ ໃນເທື່ອນີ້ ແມ່ນໄດ້ສະທ້ອນໃຫ້ເຫັນ ເຖິງຄວາມປະສົງ ຢ່າງແຮງກ້າຂອງທັງ ສອງຝ່າຍ ທີ່ຈະຟື້ນຟູ ເຮັດໃຫ້ຄວາມສັມພັນລະຫວ່າງປະເທດທັງສອງມີຄວາມເຂັ້ມແຂງ ຕື່ມຂຶ້ນ. ໃນຖແລງຂ່າວ ສະບັບນີ້ ນາຍົກຣັຖມຸນຕຣີອິນເດັຽ ຍັງເວົ້າວ່າ ປະເທດທັງສອງ ສາມາດເປີດການຮ່ວມມືໃໝ່ ໃນດ້ານຕ່າງໆ ຮວມທັງ ຄວາມໝັ້ນຄົງ ເທັກໂນໂລຈີ ແລະການພັທນາ ຊັພຍາກອນມະນຸດ.

ເກົາຫລີເໜືອ - ນິວເຄລັຽ: ຣັຖມຸນຕຣີການ ຕ່າງປະເທດ ສະຫະຣັດທ່ານນາງ HILLARY CLINTON ກ່າວວ່າ ທ່ານນາງ ມີກຳລັງໃຈ ຈາກຮ່ອງຮອຍຕ່າງໆ ຂອງຄວາມກ້າວໜ້າໃນ ການທີ່ຈະເປີດ ການເຈຣະຈາ 6 ຝ່າຍຄືນໃໝ່ ກ່ຽວກັບໂຄງການ ອາວຸດນິວເຄລັຽຂອງເກົາຫຼີ ເໜືອ ແລະເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງກະ ຊວງການຕ່າງປະເທດ ສະຫະຣັດ ກໍກ່າວວ່າ ທັງສະຫະຣັດ ແລະເກົາຫລີໃຕ້ເຊື່ອວ່າ ການ ເຈຣະຈາ ຈະເລີ້ມຄືນໃໝ່ ໃນອະນາຄົດອັນໃກ້ ນີ້. ທ່ານນາງ CLINTON ໄດ້ໃຫ້ທັສນະດັ່ງ ກ່າວໃນວັນສຸກວານນີ້ ຫລັງຈາກໄດ້ພົບປະ ກັບຣັຖມຸນຕຣີ ການຕ່າງປະເທດຂອງເກົາຫລີ ໃຕ້ ທ່ານ YU MYUNG HWAN ທີ່ນະຄອນຫຼວງ ວໍຊິງຕັນ. ທ່ານນາງກ່າວ ຕໍ່ພວກນັກ ຂ່າວວ່າ ສຸດແລ້ວແຕ່ ເກົາຫລີເໜືອ ທີ່ຈະຕັດສິນໃຈ ກັບຄືນເຂົ້າຮ່ວມການເຈຣະຈາທີ່ຕົນ ໄດ້ຢຸດເຊົາໄປ ເມື່ອນຶ່ງປີກ່ອນນັ້ນ. ດັ່ງໂຄສົກກະຊວງການ ຕ່າງປະເທດສະຫະຣັດ ທ່ານ P.J. CROWLEY ໄດ້ເວົ້າກໍແມ່ນບານກຳລັງຢູ່ໃນເຂດ ຂອງເກົາຫລີເໜືອ. ໃນສັບປະດາ ນີ້ ນັກການທູດອະວຸໂສຂອງສະຫະຣັດ ຄືທູດພິເສດ STEPHEN BOSWORTH ແລະ ຫົວໜ້າໃນການເຈຣະຈາ 6 ຝ່າຍ ທ່ານ SUNG KIM ໄດ້ທຳການເຈຣະຈາ ຢ່າງຂຸ້ນຂ້ຽວ ຢູ່ທີ່ປະເທດຈີນ ຍີ່ປຸ່ນ ແລະເກົາຫຼີໃຕ້.

ມຽນມາ - ສະຫະຣັດ: ສະຫະຣັດ ໄດ້ຕຳໜິ ຕິຕຽນ ການຕັດສິນ ຂອງສານສູງສຸດມຽນມາໃນ ມື້ວານນີ້ ທີ່ບໍ່ຍອມປ່ອຍ ທ່ານນາງອອງຊານຊູຈີ ຜູ້ນຳພັກຝ່າຍຄ້ານຂອງມຽນມາ ຈາກການຕໍ່ອາຍຸ ໃນການກັກ ບໍຣິເວນນັ້ນ. ໃນຖແລງຂ່າວ ທີ່ນຳ ອອກເຜີຍແຜ່ສະບັບນຶ່ງນັ້ນ ສະມາຊິກສະພາຕຳ JOE CROWLEY ເອີ້ນການຄຸມຂັງ ທ່ານນາງ ອອງຊານຊູຈີ ຜູ້ທີ່ໄດ້ຮັບລາງວັນໂນແບລ ຂແນງ ສັນຕິພາບນັ້ນວ່າ ເປັນແຜນການ ຫຼອກລວງມາແຕ່ ມື້ທຳອິດ. ທ່ານ CROWLEY ເວົ້າວ່າ ພວກຜູ້ ນຳທະຫານ ຂອງມຽນມາ ຕ້ອງໄດ້ປະເຊີນ ກັບຜົນ ທີ່ຕິດຕາມມາ ໃນການລ່ວງລະເມີດ ສິດທິມະນຸດ ຂອງປະຊາຊົນ ຊາວມຽນມາ. ທ່ານກ່າວວ່າ ມັນເຖິງເວລາແລ້ວ ທີ່ສະຫະຣັດ ຕ້ອງໄດ້ຈັດຕັ້ງ ປະຕິບັດຢ່າງເຕັມທີ່ ການລົງໂທດເພີ້ມຂຶ້ນ ທີ່ແນເປົ້າໝາຍໃສ່ ພວກເຈົ້າໜ້າທີ່ ໃນອຳນາດ ການປົກຄອງທະຫານ ຂອງ THAN SHWE. ທ່ານນາງອອງຊານຊູຈີ ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນປີກາຍທີ່ໄດ້ລະເມີດເງື່ອນໄຂ ໃນການກັກບໍຣິເວນທ່ານນາງ ເວລາທ່ານນາງ ໃຫ້ບ່ອນພັກເຊົາ ແກ່ຜູ້ຊາຍຊາວອະເມຣິກັນຄົນນຶ່ງ ທີ່ໄດ້ລອຍນຳ ໄປຫາເຮືອນທ່ານນາງ ຊຶ່ງຕັ້ງຢູ່ແຄມບຶງ ໃນນະຄອນຢ່າງກຸ້ງ ໂດຍທີ່ບໍ່ໄດ້ ມີການເຊື້ອເຊີນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG