ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດຣະເບີດຮ້າຍແຮງ ໄດ້ສັ່ນສະເທືອນ ນະຄອນຫຼວງກາບູລ


ອັຟການິສຖານ: ຕຳຣວດ ອັຟການິສຖານ ກ່າວວ່າ ມີຢ່າງນ້ອຍ 17 ຄົນ ຮວມທັງຊາວ ຕ່າງປະເທດຈຳນວນນຶ່ງໄດ້ເສັຽຊີວິດ ໃນການ ໂຈມຕີ ດ້ວຍຣະເບີດສະລະຊີບ ແລະເຫດຣະ ເບີດອື່ນໆ ທີ່ນະຄອນຫຼວງກາບູລ. ເຈົ້າໜ້າທີ່ ສືບສວນກ່າວວ່າ ນອກນັ້ນແລ້ວຍັງມີອີກ 32 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ ທີ່ມີຂຶ້ນ ໃກ້ໆເຂດ ຮ້ານສັພສິນຄ້າ 9 ຊັ້ນ ແລະໂຮງ ແຮມທີ່ຊາວຕ່າງປະເທດ ມັກໃຊ້ເປັນບ່ອນພັກ 2 ແຫ່ງ. ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ພວກທີ່ເສັຽຊີວິດຢ່າງນ້ອຍ 4 ຄົນ ແມ່ນເປັນ ຄົນສັນຊາດອິນເດັຽແລະວ່າ ນອກນັ້ນຍັງມີຄົນ ສັນຊາດອີຕາລີ ຢ່າງນ້ອຍ 1 ຄົນ ໄດ້ຮັບບາດ ເຈັບ ຫລືບໍ່ກໍເສັຽຊີວິດ ແລະຕຳຣວດ ໄດ້ຍິງ ຜູ້ຕ້ອງສົງສັຍ ທີ່ທຳການໂຈມຕີ 2 ຄົນຕາຍ. ປະທານາທິບໍດີອັຟການິສຖານ ທ່ານ HAMID KARZAI ໄດ້ປະນາມການໂຈມຕີໃນມື້ນີ້ ດ້ວຍການໃຊ້ຖ້ອຍຄຳ ທີ່ແຮງສຸດ ແລະໄດ້ສະແດງ ຄວາມເສັຽໃຈ ແລະເສົ້າສລົດໃຈເປັນ ທີ່ສຸດ ຕໍ່ປະເທດອິນເດັຽ. ພວກກະບົດທາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການ ໂຈມຕີໃນມື້ນີ້ ໂດຍເວົ້າວ່າ ມີຜູ້ໂຈມຕີສະລະຊີບ ຢ່າງນ້ອຍ 5 ຄົນ ພົວພັນໃນການໂຈມຕີ ດັ່ງກ່າວ.

ໄທ: ສານສູງສຸດຂອງໄທ ໄດ້ເລີ້ມອ່ານຄຳຕັດ ສິນຂອງຕົນ ກ່ຽວກັບ ການຮ້ອງຂໍ ຂອງຣັຖບານ ທີ່ຢາກໃຫ້ ຢຶດຊັບສິນ ຂອງອະດີດນາຍົກຣັຖມຸນ ຕຣີທັກສິນ ຊິນນະວັດ ໃນມູນຄ່າ 2 ພັນ 300 ລ້ານໂດລາ ຍ້ອນມີການກ່າວຫາໃນການສໍ້ຣາດ ບັງຫຼວງ. ສານສູງສຸດຂອງໄທ ພວມພິຈາຣະນາ ເບິ່ງວ່າ ການສວຍໃຊ້ຕຳແໜ່ງ ໄປໃນທາງທີ່ບໍ່ ຖືກຕ້ອງ ຂອງທ່ານທັກສິນນັ້ນ ໄດ້ສ້າງຮັ່ງຄູນມີ ໃຫ້ແກ່ຊັບສົມບັດ ຈຳນວນມະຫາສານ ໃນດ້ານ ໂທຣະຄົມມະນາຄົມ ຂອງຄອບຄົວທ່ານ ຫລືບໍ່. ຄະນະໄອຍະການກ່າວວ່າ ທ່ານທັກສິນໄດ້ໂອນ ຮຸ້ນ ບໍຣິສັດຂອງທ່ານ ຢ່າງຜິດກົດໝາຍ ໄປໃຫ້ ສະມາຊິກ ໃນຄອບຄົວ ເພື່ອຫລີກລ້ຽງ ຂໍ້ຫ້າມ ບໍ່ໃຫ້ຜູ້ກ່ຽວຖືຮຸ້ນ ໃນລະຫວ່າງທີ່ຢູ່ ໃນຕຳແໜ່ງ. ນອກນັ້ນ ພວກໄອຍະການ ຍັງໄດ້ກ່າວຫາ ທ່ານທັກສິນວ່າ ອອກນະໂຍບາຍຣັຖບານ ເພື່ອສ້າງຜົນປໂຍດ ໃຫ້ແກ່ທຸຣະກິດ ຂອງທ່ານ. ໄດ້ມີການສັ່ງ ບໍ່ໃຫ້ເຄື່ອນຍ້າຍຊັບສິນ ຂອງທ່ານທັກສິນ ຫລັງຈາກທ່ານ ໄດ້ຖືກບັງຄັບ ໃຫ້ ອອກຈາກຕຳແໜ່ງ ໃນການກໍ່ຣັຖປະຫານ ໃນປີ 2006.

ມຽນມາ: ສານສູງສຸດຂອງມຽນມາ ໄດ້ປະຕິເສດ ຕໍ່ການອຸທອນ ຂອງທ່ານນາງອອງຊານຊູຈີ ຜູ້ນຳ ປະຊາທິປະໄຕຂອງມຽນມາ ທີ່ຄັດຄ້ານການຕໍ່ອາ ຍຸກັກບໍຣິເວນທ່ານນາງເທື່ອລ່າສຸດນັ້ນ. ທ່ານນາງ ອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ໄດ້ຖືກຕັດສິນໂທດວ່າມີຄວາມ ຜິດໃນປີກາຍ ຍ້ອນໄດ້ລະເມີດເງື່ອນໄຂ ໃນການ ກັກບໍຣິເວນ ເວລາທ່ານນາງ ໃຫ້ບ່ອນພັກເຊົາ ແກ່ຜູ້ຊາຍ ຊາວອະເມຣິກັນຄົນນຶ່ງ ທີ່ໄດ້ລອຍນຳ ໄປຫາເຮືອນທ່ານນາງທີ່ຕັ້ງຢູ່ແຄມບຶງໃນນະຄອນ ຢ່າງກຸ້ງ ໂດຍທີ່ຜູ້ກ່ຽວ ບໍ່ໄດ້ຖືກເຊື້ອເຊີນ ແຕ່ປະ ການໃດ. ໃນຂັ້ນຕົ້ນທ່ານນາງໄດ້ຖືກຕັດສິນໂທດ ໃຫ້ອອກແຮງງານໜັກເປັນເວລາ 3 ປີ ແຕ່ນາຍ ພົນອະວຸໂສ THAN SHWE ຜູ້ນຳຣັຖບານທະ ຫານມຽນມາໄດ້ຫລຸດຜ່ອນໂທດໃຫ້ ເປັນການກັກ ບໍຣິເວນ 1 ປີເຄິ່ງ. ພວກທະນາຍຄວາມທີ່ຕໍ່ສູ້ຄະດີ ໃຫ້ທ່ານນາງອອງຊານຊູຈີ ໂຕ້ແຍ້ງວ່າ ການຕໍ່ອາຍຸ ທີ່ວ່ານີ້ ແມ່ນບໍ່ຖືກຕ້ອງ ຕາມກົດໝາຍ ຍ້ອນວ່າໄດ້ອີງຕາມ ກົດໝາຍຣັຖທັມ ມະນູນສະບັບປີ 1974 ຊຶ່ງໃນປັດຈຸບັນ ບໍ່ໄດ້ມີຜົນບັງຄັບໃຊ້ອີກແລ້ວ. ພວກທະນາຍຄວາມ ຂອງທ່ານນາງກ່າວວ່າ ຕົນຈະສືບຕໍ່ ທຳການຂໍອຸທອນພິເສດຂັ້ນສຸດທ້າຍຕໍ່ສານຂອງມຽນມາ.

ເກົາຫລີ: ເກົາຫລີເໜືອກ່າວວ່າ ຕົນໄດ້ຈັບຊາວເກົາ ຫລີໃຕ້ 4 ຄົນ ທີ່ຂ້າມຊາຍແດນ ແບບຜິດກົດໝາຍ ເຂົ້າໄປໃນ ເກົາຫລີເໜືອ. ຖແລງການສະບັບນຶ່ງ ທີ່ ພິມເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການ ເກົາຫລີເໜືອ ແຈ້ງວ່າ ເວລານີ້ ຊາວເກົາຫລີໃຕ້ທັງ 4 ຄົນກຳລັງຖືກສືບສວນຢູ່. ກະຊວງທ້ອນໂຮມຊາດ ຂອງເກົາຫລີໃຕ້ ກ່າວວ່າ ຕົນໄດ້ເຫັນລາຍງານ ດັ່ງ ກ່າວນີ້ແລ້ວ ແລະກຳລັງ ກວດສອບເບິ່ງວ່າ ມີຊາວ ເກົາຫລີໃຕ້ ຄົນໃດຫລືບໍ່ ຂອງຈຳນວນທັງໝົດ 1 ພັນ 54 ຄົນ ທີ່ມີລາຍງານວ່າ ຢູ່ໃນເກົາຫລີເໜືອນັ້ນ ບໍ່ມີຄວາມປອດພັຍ. ເມື່ອໄວໆມານີ້ ເກົາຫລີເໜືອ ໄດ້ປ່ອຍຕົວ ນັກສອນສາສນາ ແລະນັກເຄື່ອນໄຫວ ສິດທິມະນຸດ ຊາວອະເມຣິກັນ ທີ່ໄດ້ ຂ້າມຊາຍແດນ ເຂົ້າໄປໃນເກົາຫຼີເໜືອແບບຜິດກົດໝາຍ ໃນເດືອນທັນວາຜ່ານມາ ແລະ ນັກຂ່າວ ອະເມຣິກັນອີກ 2 ຄົນ ກໍໄດ້ຖືກປ່ອຍ ໃນປີກາຍນີ້ ຫລັງຈາກ ໄດ້ຂ້າມຊາຍແດນ ເຂົ້າໄປໃນເກົາຫລີເໜືອໃກ້ໆຊາຍແດນຈີນ. ນັກຂ່າວທັງສອງໄດ້ຖືກປ່ອຍ ຫລັງຈາກອະດີດ ປະທານາທິບໍດີ ສະຫະຣັດ ທ່ານ BILL CLINTON ໄດ້ເດີນທາງໄປຍັງ ນະຄອນຫລວງ ພຽງຢາງ ເພື່ອເຈຣະຈາ ດ້ວຍໂຕເອງ ໃຫ້ປ່ອຍນັກຂ່າວທັງສອງ.

ໄທ - ງາຊ້າງ: ປະເທດໄທ ຢຶດງາຊ້າງຈາກອາ ຟຣິກາໜັກ 2 ໂຕນຊຶ່ງເປັນການຈັບງາຊ້າງຜິດກົດ ໝາຍ ຄັ້ງໃຫຍ່ທີ່ສຸດ ເທົ່າທີ່ເຄີຍມີມາໃນໄທ. ເຈົ້າ ໜ້າທີ່ພາສີຂອງໄທ ກ່າວວ່າ ການລັກແຈ້ງຂ່າວພາ ໃຫ້ຕຳຣວດຄົ້ນພົບ ງາຊ້າງ 239 ງາ ໃນມື້ວັນພຸດ ແລ້ວຢູ່ກຸດັງຫລືສາງເກັບເຄື່ອງແຫ່ງນຶ່ງທີ່ສນາມບິນ ນາໆຊາດສຸວັນນະພູມໃນເຂດບາງກອກ. ເຈົ້າໜ້າທີ່ ເວົ້າວ່າ ງາຊ້າງເຫລົ່ານີ້ ຕົ້ນຕໍແລ້ວແມ່ນສົ່ງມາແຕ່ ອາຟຣິກາໃຕ້ ແລະໄດ້ຖືກສົ່ງໄປ ທາງອາກາດ ແຕ່ ດູໄບຫາປະເທດໄທ.ເຈົ້າໜ້າທີ່ ກ່າວຕື່ມວ່າ ພວກລັກລອບ ໄດ້ລະບຸ ຫີບງາຊ້າງ ເຫລົ່ານີ້ວ່າ ເປັນອຸບປະກອນ ສື່ສານຄົມມະນາຄົມ ແລະໄດ້ຂໍໃຫ້ສົ່ງຕໍ່ ສິນຄ້າດັ່ງກ່າວນີ້ ແຕ່ບາງກອກ ໄປຍັງປະເທດລາວ ເພື່ອຫລີກລ້ຽງ ບໍ່ໃຫ້ມີການກວດກາ ໂດຍເຈົ້າໜ້າທີ່ໄທ. ເຈົ້າໜ້າທີ່ໄທ ເວົ້າວ່າ ຕົນສົງສັຍວ່າ ພວກລັກລອບ ຕ້ອງການຢາກນຳງາຊ້າງ ເຂົ້າປະເທດໄທ ຊຶ່ງເປັນການລະເມີດ ຕໍ່ຂໍ້ຫ້າມ ການຄ້າຂາຍງາຊ້າງ ສະບັບປີ 1989. ເຈົ້າໜ້າທີ່ ໄດ້ຈັບຜູ້ຊາຍ ສັນຊາດໄທຄົນນຶ່ງ ທີ່ພະຍາຍາມ ຈະໄປຂົນ ເອົາງາຊ້າງ ຊຶ່ງກະປະມານວ່າ ມີມູນຄ່າທັງໝົດ 3 ລ້ານ 6 ແສນໂດລາ.

ເຕີກກີ: ສານແຫ່ງນຶ່ງ ຂອງເຕີກກີ ໄດ້ສັ່ງຈຳ ຄຸກ ພວກນາຍທະຫານຕື່ມອີກ 11 ຄົນ ໃນ ຖານພົວພັນ ກັບການວາງແຜນກໍ່ຣັຖປະຫານ ເພື່ອໂຄ່ນລົ້ມຣັຖບານ ໃນປີ 2003 ຕາມທີ່ມີ ການ ກ່າວຫາກັນນັ້ນ. ຜູ້ຕ້ອງສົງສັຍທີ່ຖືກຈັບ ໃນວັນສຸກມື້ນີ້ ແມ່ນຮວມທັງພົນເຮືອເອກ 2 ຄົນແລະນາຍພົນ ເບັ້ຽບຳນານຄົນນຶ່ງ. ພວກ ນາຍທະຫານເຫລົ່ານີ້ຈະຖືກຄຸກ ໃນຂະນະທີ່ ມີການດຳເນີນຄະດີ. ມາຮອດປັດຈຸບັນນີ້ເຈົ້າ ໜ້າທີ່ ໄດ້ຈັບນາຍທະຫານທັງໝົດ 31 ຄົນ ແລ້ວ ທີ່ພົວພັນ ໃນການວາງແຜນ ກໍ່ການ ຣັຖປະຫານ ຕາມທີ່ມີການ ກ່າວຫາກັນນັ້ນ ຊຶ່ງພາໃຫ້ເກີດຄວາມເຄັ່ງຕຶງກັບທາງກອງທັບ. ກ່ອນໜ້ານີ້ ສານຂອງເຕີກກີໄດ້ປ່ອຍນາຍທະຫານ ເບັ້ຽບຳນານອະວຸໂສ 3 ຄົນ ຫລັງຈາກ ໄດ້ສອບປາກຄຳພວກກ່ຽວ. ຄະນະໄອຍະການ ກ່າວວ່າ ຍັງບໍ່ທັນມີ ການຕັ້ງຂໍ້ຫາ ຕໍ່ພວກ ນາຍທະຫານ ເຫລົ່ານີ້ເທື່ອ ຍ້ອນມີທ່າທາງວ່າ ພວກກ່ຽວຄົງຈະບໍ່ຫລົບໜີໄປໃສ. ພວກຜູ້ ນຳທາງການເມືອງ ແລະ ຜູ້ບັນຊາການ ທະຫານຂອງເຕີກກີ ໄດ້ພົບປະກັນ ໃນວັນພະຫັດ ວານນີ້ ແລະອອກຖແລງການຮ່ວມ ສະບັບນຶ່ງ ໃຫ້ການຄຳປະກັນ ຕໍ່ປະຊາຊົນວ່າ ການສືບ ສວນ ຈະດຳເນີນຕໍ່ໄປ ຕາມກົດໝາຍ ແລະແບບມີ ຄວາມຮັບຜິດຊອບ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG