ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນເດັຽ ເອີ້ນການເຈຣະຈາ ກັບປະກິສຖານວ່າ ເປັນອີກກ້າວນຶ່ງ ໃນການຟື້ນຟູ ຄວາມໄວ້ເນື່ອເຊື່ອໃຈ ຊຶ່ງກັນແລະກັນ


ອິນເດັຽ - ປາກິສຖານ: ຣັຖມຸນຕຣີການຕ່າງ ປະເທດອິນເດັຽ ກ່າວວ່າ ການເຈຣະຈາ ກັບຣັຖ ມຸນຕຣີ ການຕ່າງປະເທດ ປາກິສຖານ ແມ່ນຂີດ ໝາຍຂອງບາດກ້າວນຶ່ງ​ໄປ​ສູ່ການເສີມສ້າງຄວາມ ໄວ້ເນື້ອເຊື່ອໃຈກັນ​ຄືນ​ໃໝ່ລະຫວ່າງ ປະເທດທັງ ສອງ. ທ່ານນາງ NIRUPAMA RAO ຣັຖມຸນ ຕຣີການຕ່າງປະເທດອິນເດັຽແລະຄູ່ຕຳແໜ່ງຈາກ ປາກິສຖານທ່ານ SALMAN BASHIR ໄດ້ພົບ ປະກັນ ທີ່ນະຄອນຫລວງນິວເດລີ ໃນວັນພະຫັດ ມື້ນີ້ ເພື່ອເປີດການເຈຣະຈາ ຢ່າງເປັນທາງການ ຮອບທຳອິດລະຫວ່າງປະເທດທັງສອງນັບແຕ່ໄດ້ ມີ ການໂຈມຕີກໍ່ການຮ້າຍທີ່ນະຄອນມູມໄບໃນປີ 2008. ສື່ມວນຊົນ ຂອງອິນເດັຽ ລາຍງານວ່າ ທ່ານນາງ RAO ໄດ້ກ່າວຕໍ່ທ່ານ BASHIR ວ່າ ປາກິສຖານ ບໍ່ໄດ້ດຳເນີນການ ຢ່າງເປັນການ ພຽງພໍ ​ໃນ​ການສືບສວນ ກ່ຽວ​ກັບການໂຈມຕີ ແລະການພົວພັນ ຂອງກຸ່ມກໍ່ການຮ້າຍ ທີ່ມີຖານປະຕິບັດງານ ໃນປາກິສຖານນັ້ນ. ອິນເດັຽ​ໄດ້​ຖື​ວ່າ ການປະຊຸມ ປຶກສາຫາຣືກັນ ກ່ຽວກັບການດຳເນີນ ຄວາມພະຍາຍາມ ຂອງປາກິສຖານ ເພື່ອປາບປາມ ກຸ່ມກໍ່ການຮ້າຍ ຢູ່ໃນປະເທດດັ່ງກ່າວ ເປັນບູລິມມະສິດ ຫລື ເຣື່ອງທີ່ຮີບດ່ວນ.

ສະຫະຣັດ - ຈີນ: ຈີນກ່າວວ່າ ສະຫະຣັດພວມ ເຮັດໃຫ້ ຄວາມສັມພັນ 2 ຝ່າຍ ຕົກຢູ່ໃນ ຄວາມ ສ່ຽງ ຍ້ອນການຂາຍອາວຸດ ເມື່ອໄວໆມານີ້ໃຫ້ແກ່ ໃຕ້ຫວັນ. ໂຄສົກຄົນນຶ່ງຂອງກະຊວງ ປ້ອງກັນປະ ເທດຈີນ ກ່າວຕໍ່ພວກນັກຂ່າວໃນວັນພະຫັດມື້ນີ້ວ່າ ວໍຊິງຕັນຄວນເວົ້າ ແລະປະພຶດ ຢ່າງຣະມັດຣະວັງ ລຸນຫລັງທີ່ສະຫະຣັດ ໄດ້ຂາຍອາວຸດ ມູນຄ່າ 6 ພັນ 400 ລ້ານໂດລາໃຫ້ແກ່ໃຕ້ຫວັນ. ປັກກິ່ງໄດ້ ຂູ່ວ່າ ຈະໂຈະການແລກປ່ຽນ ທາງດ້ານທະຫານກັບ ສະຫະຣັດ ແລະລົງໂທດ ບັນດາບໍຣິສັດ ທີ່ພົວພັນ ໃນຂໍ້ຕົກລົງ ຂາຍອາວຸດດັ່ງກ່າວ. ຈີນແລະໃຕ້ຫວັນ ໄດ້ແຍກອອກຈາກກັນ ເວລາກຳລັງ ຂອງພວກຄອມມູນິສ ເໝົາເຊຕຸງ ເຂົ້າກຳອຳນາດ ໃນ ແຜ່ນດິນໃຫຍ່ ລຸນຫລັງທີ່ໄດ້ຂັບໄລ່ ກຳລັງກົກມິນຕັງ ຂອງຈຽງໄຄເຊັກຫລືກຳລັງຈີນຄະນະ ຊາດ ໄປຍັງເກາະໃຕ້ຫວັນ ໃນສົງຄາມ ກາງເມືອງ ປີ 1949. ຈີນຖືວ່າ ໃຕ້ຫວັນ ເປັນດິນແດນ ສ່ວນນຶ່ງຂອງຕົນ ແລະໄດ້ຂູ່ວ່າ ຈະບຸກລຸກ ຖ້າໃຕ້ຫວັນ ຫາກປະກາດເອກກະຣາດ ແຍກອອກຈາກຈີນ ຢ່າງເປັນທາງການ.

ຮອນດ້າ: ບໍຣິສັດຜລິດຣົດຮອນດ້າ ຂອງຍີ່ປຸ່ນໄດ້ເປີດ​ໂຕ ຣົດໄຮບຣິດຮຸ້ນໃໝ່ສຸດ ຂອງຕົນ. ບໍຣິສັດຮອນດ້າ ໄດ້ນຳ ຣົດໄຮບຣິດຮຸ້ນໃໝ່ CR-Z ທີ່ຫລູຫລາ​ກ່ວາ​ເກົ່າ ອອກສະ ແດງ ທີ່ກຸງໂຕກຽວ ໃນວັນພະຫັດມື້ນີ້. ບໍຣິສັດ ຮອນດ້າ ກ່າວວ່າ ຮົດໄຮບຣິດ ຮຸ້ນໃໝ່ດັ່ງກ່າວ ຊຶ່ງ​ເປັນຣົດ​ເກ໋ງ 4 ປະຕູ ທີ່ໃຊ້ທັງນຳມັນ ແລະໄຟຟ້າ ສະເລັ່ຽແລ້ວ ຈະແລ່ນ ໄດ້ 25 ກິໂລແມັດຕໍ່ລິດ ພາຍໃຕ້ສະພາບ ຫົນທາງໃນປະ ເທດຍີ່ປຸ່ນ. ຮົດໄຮບຣິດຮຸ້ນໃໝ່ນີ້ ຈະນຳອອກຈຳໜ່າຍທີ່ປະເທດຍີ່ປຸ່ນໃນວັນສຸກມື້ອື່ນ ແລະ ຈະສົ່ງໄປຍັງຢູໂຣບ ແລະເຂົ້າມາ ໃນສະຫະຣັດ ພາຍໃນທ້າຍປີນີ້. ຮ້ອນດ້າ ຊຶ່ງເປັນບໍຣິສັດ ຜລິດຣົດ ໃຫຍ່ອັນດັບ 2 ຂອງຍີ່ປຸ່ນ ໄດ້ນຳຣົດໄຮບຣິດ ຮຸ້ນທຳອິດຂອງ​ຕົນ ທີ່​ໃສ່ຊື່ວ່າ INSIGHT ອອກຈຳໜ່າຍ ໃນປີກາຍນີ້. ປາກົດວ່າ ຣົດໄຮບຣິດ ຂອງຮ້ອນດາ ຂາຍໄດ້ຫລາຍກວ່າ ຣົດ​ໄຮ​ບຣິດ PRIUS ຂອງໂຕໂຢຕ້າ ຊຶ່ງເປັນຄູ່ແຂ່ງ. ບໍຣິສັດຮອນດ້າ ໄດ້ນຳສເນີ ຣົດໄຮບຣິດ ຮຸ້ນທີ​ສອງ​ນີ້ ທ່າມກາງ ທີ່ໄດ້ມີການເອີ້ນຄືນຣົດ ຢູ່ໃນທົ່ວໂລກ ຂອງບໍຣິສັດໂຕໂຢຕ້າ ຮວມທັງການເອີ້ນຄືນ ຣົດໄຮບຣິດ PRIUS 4 ແສນກວ່າຄັນ ຍ້ອນມີບັນຫາ ກ່ຽວກັບຣະບົບຫ້າມລໍ້.

ໂຕໂຢຕ້າ: ຫົວໜ້າບໍຣິຫານ​ງານ​ ໃນທົ່ວໂລກ ຂອງບໍຣິສັດໂຕໂຢຕ້າ ໄດ້ຂໍຂະມາໂທດກ່ຽວກັບ ບັນຫາ ເຣື່ອງຄວາມປອດພັຍທີ່ພາໃຫ້ພວກຄົນຂັບ ຣົດ ໂຕໂຢຕ້າ ປະສົບອຸບັດຕິເຫດແລະຍັງຜົນ ໃຫ້ ມີຜູ້ເສັຽຊີວິດ 39 ຄົນ ໃນຮອບຫລາຍໆປີຜ່ານ ມານີ້. ໃນການໃຫ້ການຕໍ່ໜ້າຄະນະກັມມະການ ຂອງຣັຖສະພາສະຫະຣັດ ໃນວັນພຸດວານນີ້ ທ່ານ AKIO TOYODA ໃຫ້ຄຳໝັ້ນສັນຍາວ່າ ຈະດຳເນີນການ ທຸກສິ່ງຢ່າງເທົ່າ ທີ່ທ່ານສາມາດກະທຳໄດ້ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ບັນຫາກ່ຽວກັບ ຄວາມປອດພັຍ ຂອງຣົດໂຕໂຢຕ້າ ຈະບໍ່ພາໃຫ້ ມີຄົນເສັຽຊີວິດຕື່ມອີກ. ທ່ານກ່າວວ່າ ທ່ານບໍ່ມີຄວາມ​ຂ້ອງ​ໃຈ​ ສົງ​ໃສໃດໆເລີຍ ກ່ຽວກັບ ຄວາມເຊື່ອຖືໄດ້ ຂອງຣະບົບ ຣົດໂຕໂຢຕ້າ. ທ່ານ TOYODA ໄດ້ຕອບຄຳຖາມ ທີ່ຍາກໆ ຂອງສະມາຊິກ ຣັຖສະພາສະຫະຣັດ ໃນມື້ທີ 2 ຂອງການຮັບຟັງ ຄຳໃຫ້ການ ກ່ຽວກັບວ່າ ບໍຣິສັດຂອງທ່ານ ໄດ້ເອົາຫົວຊາ ຫລືບໍ່ ຕໍ່ການຮ້ອງທຸກທີ່ວ່າ ຣົດໂຕໂຢຕ້າບາງຮຸ້ນ ໄດ້ເລັ່ງຄວາມໄວຂຶ້ນ ໂດຍທີ່ບໍ່ໄດ້ ມີການຢຽບຄັນເລັ່ງ ທີ່ພາໃຫ້ຊີວິດ ຂອງພວກຄົນຂັບ ແລະພວກທີ່ນັ່ງໄປນຳ ຕົກຢູ່ໃນອັນຕະລາຍນັ້ນ.

ຣັດເຊັຽ - ອີຣ່ານ: ປະທານາທິບໍດີຣັດເຊັຽ ທ່ານ DMITRI MEDVEDEV ໄດ້ຮຽກຮ້ອງ ໃຫ້ອີຣ່ານ ດຳເນີນການ ແບບມີຄວາມຮັບຜິດຊອບ ເພື່ອວ່າຈະ ໄດ້ຍຸຕິ ບັນຫາຂັດແຍ້ງ ກັບນາໆຊາດ ກ່ຽວກັບໂຄງ ການນິວເຄລັຽ ຂອງອີຣ່ານນັ້ນ. ສື່ມວນຊົນຂອງຣັດ ເຊັຽ ລາຍງານວ່າ ທ່ານ MEDVEDEV ໄດ້ກ່າວຄຳ ຮຽກຮ້ອງດັ່ງກ່າວ ໃນວັນພະຫັດມື້ນີ້ ໃນການໃຫ້ສຳ ພາດ ແກ່ໜັງສືພິມ PARIS-MATCH ຂອງຝຣັ່ງ. ມີການອ້າງຄຳເວົ້າ ຂອງປະທານາທິບໍດີ ຣັດເຊັຽ ທີ່ ກ່າວວ່າ ອີຣ່ານຄວນ ດຳເນີນກິຈການນິວເຄລັຽຂອງ ຕົນ ແບບໂປ່ງໃສ. ຣັດເຊັຽ ຊຶ່ງເປັນປະເທດ ສະມາຊິກຖາວອນ ຢູ່ໃນສະພາ ຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດນັ້ນ ບໍ່ໄດ້ຍົກເວັ້ນ ຄວາມເປັນໄປໄດ້ ກ່ຽວກັບ ການລົງໂທດຄັ້ງໃໝ່ ຕໍ່ເຕຫະຣ່ານ. ແຕ່ສື່ມວນຊົນຣັດເຊັຽ ໄດ້ອ້າງຄຳເວົ້າ ຂອງຣັຖມຸນຕຣີ ການຕ່າງປະເທດຣັດເຊັຽ ທ່ານ SERGEI LAVROV ທີ່ກ່າວໃນ ວັນພະຫັດມື້ນີ້ວ່າ ການລົງໂທດ ໃດໆກໍຕາມ ຄວນຈະຖືກນຳໃຊ້ ເພື່ອຍຸຕິ ການແຜ່ຜ າຍອາວຸດນິວເຄລັຽທໍ່ນັ້ນ ບໍ່ແມ່ນເພື່ອສ້າງ ຄວາມເສັຽຫາຍ ໃຫ້ແກ່ປະເທດໃດ ປະເທດນຶ່ງ.

ຮາມັສ - ດູໄບ: ອອສເຕຣເລັຽ ໄດ້ອອກຄຳ ເຕືອນຕໍ່ອິສຣາແອລ ຫລັງຈາກມີການເປີດເຜີຍ ວ່າ ຜູ້ຕ້ອງສົງສັຍ 3 ຄົນ ໃນການສັງຫານຫົວ ໜ້າຄົນ​ນຶ່ງ​ ຂອງກຸ່ມຫົວຮຸນແຮງ ປາແລສໄຕນ໌ ທີ່ດູໄບ ໄດ້ຖືໜັງສືເດີນທາງປອມຂອງອອສເຕຣ ເລັຽ. ທ່ານ STEPHEN SMITH ຣັຖມຸນຕຣີ ການຕ່າງປະເທດອອສເຕຣເລັຽ ໄດ້ກ່າວຕໍ່ເອກ ອັຄຣັຖທູດ ອິສຣາແອລ ໃນວັນພະຫັດມື້ນີ້ວ່າ ຖ້າຫາກ ອິສຣາແອລ ມີການພົວພັນກ່ຽວກັບ ເຣື່ອງນີ້ ອອສເຕຣເລັຽ ຈະບໍ່ຖືວ່າ ການກະທຳດັ່ງກ່າວ ເປັນການກະທ ຳທີ່ເປັນມິດ. ຕຳຣວດດູໄບ ໄດ້ລະບຸຊື່ ຜູ້ຕ້ອງສົງສັຍ 26 ຄົນ ໃນການສັງຫານ ຜູ້ບັນຊາການ ກຸ່ມຫົວຮຸນແຮງຮາມັສ ນາຍ MAHMOUD AL-MABHOUH ຢູ່ທີ່ດູໄບ ໃນເດືອນແລ້ວນີ້. ເຈົ້າໜ້າທີ່ດູໄບ ກ່າວວ່າ ຕົນແມ່ນ ເກືອບແນ່ໃຈວ່າ ໜ່ວຍສືບລັບໂມສາດ ຂອງອິສຣາແອລ ເປັນຜູ້ຮັບຜິດຊອບ ກ່ຽວກັບການສັງຫານ ທີ່ວ່ານີ້. ອິສຣາແອລ ບໍ່ໄດ້ກ່າວ ຕອບໂຕ້ແນວໃດ ກ່ຽວກັບ ການກ່າວຫາ ດັ່ງກ່າວ. ພວກຕ້ອງສົງສັຍຈຸໃໝ່ ທີ່ມີການ ເປີດເຜີຍຊື່​ໃຫ້​ຊາບ ແມ່ນພາກັນຖື ໜັງສືເດີນທາງປອມ ຈາກຝຣັ່ງ ອັງກິດ ໄອແລນດ໌ ແລະ ອອສເຕຣເລັຽ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG