ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໄນຈີເຣັຽ ເດີນທາງ ກັບຄືນປະເທດແລ້ວ


ໄນຈີເຣັຽ: ເຈົ້າໜ້າທີ່ ໄນຈີເຣັ ຽກ່າວວ່າ ປະທານາທິບໍດີ UMARU YAR’ADUA ໄດ້ເດີນທາງ ກັບຄືນ ປະເທດແລ້ວ ຫຼັງຈາກ ໄດ້ເຂົ້າໂຮງໝໍ ເປັນເວລາ 3 ເດືອນ ທີ່ SAUDI ARABIA. ພວກທີ່ເຫັນເຫດການ ກ່າວວ່າ ຣົດໂຮງໝໍ ໄດ້ໄປລໍຖ້າຮັບ ຢູ່ທີ່ທາງແລ່ນ ຂອງສນາມບິນ ຂະນະທີ່ເຮືອບິນ 2 ລຳ ໄດ້ລົງຈອດ ໃນເຂດຕ້ອນຮັບ ປະທານາທິບໍດີ ຂອງສນາມບິນ ໃນນະຄອນຫລວງ ABUJA ຂອງໄນຈີເຣັຽ. ຍັງບໍ່ທັນມີ ລາຍງານໃດໆ ກ່ຽວກັບອາການ ຂອງປະທານາທິບໍດີ ວັຍ 58 ປີ ຂອງໄນຈີເຣັຽ ທີ່ໄດ້ໄປຮັບ ການປິ່ນປົວ ກ່ຽວກັບໂຣກຫົວໃຈ ທີ່ SAUDI ARABIA. ນັບແຕ່ທ່ານ YAR’ADUA ໄດ້ເດີນທາງ ອອກຈາກໄນຈີເຣັຽ ໄປໃນວັນທີ 23 ພະຈິກ ປີກາຍ ທ່ານໄດ້ໃຫ້ສຳພາດ ທາງວິທຍຸ ເປັນເວລາສັ້ນໆ ພຽງຄັ້ງດຽວເທົ່ານັ້ນ ແລະບໍ່ໄດ້ປາກົດໂຕ ໃນທີ່ສາທາຣະນະ​ເລີຍ. ການບໍ່ຢູ່ ໃນປະເທດຂອງທ່ານ ​ໄດ້ເຮັດໃຫ້ ໄນຈີເຣັຽ ເກືອບຕົກ​ຢູ່ ໃນວິກິຕການ ທາງດ້ານຣັຖທັມມະນູນ ຈົນສະພາແຫ່ງຊາດ ໄດ້ແຕ່ງຕັ້ງໃຫ້ ຮອງປະທານາທິບໍດີີ GOODLUCK JONATHAN ຮັກສາການ ໃນຕຳແໜ່ງປະທານາທິບໍດີ ​ແທນໃນເດືອນນີ້ ຊຶ່ງສະມາຊິກ ສະພາແຫ່ງຊາດ ແລະພວກ ທະນາຍຄວາມບາງຄົນ ໄດ້ຕັ້ງຄຳຖາມ ຂຶ້ນ​ມາວ່າ ການເຄື່ອນໄຫວ ທີ່ວ່ານີ້ ຖືກຕ້ອງຕາມ ຣັຖທັມມະນູນຫລືບໍ່?

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍລູກສອນໄຟ ທີ່ສົງສັຍວ່າ ມາຈາກເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ເຮັດໃຫ້ ພວກຫົວຮຸນແຮງ ເສັຽຊີວິດ ຢ່າງນ້ອຍ 6 ຄົນ ໃນວັນພຸດມື້ນີ້ ຢູ່ໃນຫົວເມືອງ ຊົນເຜົ່າ ແຫ່ງນຶ່ງ ໃກ້ໆຊາຍແດນ ອັຟການິສຖານ. ການໂຈມຕີທີ່ວ່ານີ້ ມີຂຶ້ນໃນເຂດ WAZIRISTAN ເໜືອ ຊຶ່ງເປັນທີ່ໝັ້ນ ຂອງພວກກະບົດ ທາລີບານຈຸນຶ່ງ ທີ່ມີຊື່ວ່າ ຕາໜ່າງ HAQQANI. ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີ ທາງອາກາດ ແບບດຽວກັນນີ້ ໃນສັບປະດາແລ້ວ ເຮັດໃຫ້ລູກຊາຍ ຜູ້ນຳຂອງກຸ່ມດັ່ງກ່າວ ເສັຽຊີວິດ. ເມື່ອໄວໆມານີ້ ໄດ້ມີການໂຈມຕີ ດ້ວຍລູກສອນໄຟ ຈາກເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດເພີ້ມຂຶ້ນ ທີ່ແນເປົ້າໝາຍໃສ່ ກຸ່ມທາລີບານ ແລະກ່ມກໍ່ການຮ້າຍ ອາລກາຍດາ ຢູ່ໃນເຂດດັ່ງກ່າວ. ນອກນັ້ນແລ້ວ ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຢູ່ໃນເຂດ WAZIRISTAN ເໜືອຄືກັນ ພວກຫົວຮຸນແຮງ ໄດ້ຕັດຄໍ ຜູ້ຊາຍ 3 ຄົນ ທີ່ຖືກກ່າວຫາວ່າ ສອດແນມໃຫ້ສະຫະຣັດ. ເຈົ້າໜ້າທີ່ກ່າວວ່າ ສົບຂອງ ພວກຜູ້ຊາຍທັງ 3 ໄດ້ຖືກພົບເຫັນ ໃນວັນພຸດມື້ນີ້. ມີຈົດໝາຍ ປະຖິ້ມໄວ້ ໃກ້ໆສົບ ຊຶ່ງ​ມີ​ຂໍ້ຄວາມເຕືອນວ່າ ຜູ້ໃດກໍຕາມ ທີ່ສອດແນມ ໃຫ້ສະຫະຣັດ ຈະປະເຊີນກັບ ຊະຕາກັມ ແບບດຽວກັນນີ້.

ອິນໂດເນເຊັຽ - ຜູ້ຕ້ອງສົງສັຍ: ຜູ້ຊາຍຊາວ SAUDI ARABIA ຄົນນຶ່ງ ໄດ້ຖືກນຳໂຕ ຂຶ້ນສານ ໃນອິນໂດເນເຊັຽ ຍ້ອນຖືກກ່າວຫາວ່າ ເປັນ​ຜູ້​ສນອງເງິນທຶນໃຫ້​ ສຳລັບ​ໃຊ້ ໃນການວາງຣະເບີດໂຈມຕີ ໂຮງແຮມຢ່າງຮ້າຍແຮງ ທີ່ນະຄອນຫລວງ ຈາກາຕ້າ ໃນປີກາຍນີ້. ຄະນະໄອຍະການ ກ່າວວ່າ ນາຍ AL KHELAIW ALI ABDULLAH ໄດ້​ທຳງານ​ຮ່ວມກັບ ພວກ​ສົມຮູ້​ຮ່ວມ​ຄິດ​ ຂອງນາຍ NOORDIN TOP ທີ່ຖືກກ່າວຫາວ່າ ເປັນຫົວໜ້າກຸ່ມນັ້ນ ​ເພື່ອຈັດສົ່ງເງິນ​ໄປໃຫ້ພວກຜູ້ຊາຍຈຸນຶ່ງ ທີ່ເປັນຜູ້ວາງແຜນ ແລະທຳການໂຈມດັ່ງກ່າວ. ຕຳຣວດ ພວມທຳການສືບສວນເບິ່ງວ່າ ເງິນທີ່ວ່ານີ້ ມາຈາກຕາໜ່າງ ກໍ່ການຮ້າຍຂ້າມຊາດ ອາລກາຍດາຫລືບໍ່? ຜ່ານມາ ມີການກ່າວຫາວ່າ ກຸ່ມກໍ່ການຮ້າຍ ອາລກາຍດາ ເປັນຜູ້ໃຫ້ເງິນ ສນັບສນຸນ ໃນການໂຈມຕີ ທຳນອງນີ້. ນາຍ ABDULLAH ກ່າວຕໍ່ພວກນັກຂ່າວວ່າ ລາວບໍ່ແມ່ນ ຜູ້ກໍ່ການຮ້າຍ ເວລາລາວໄປຮອດສານ ໃນເຂດໃຕ້ ຂອງນະຄອນຫລວງ ຈາກາຕ້າ ໃນວັນພຸດມື້ນີ້. ນາຍ ABDULLAH ໄດ້ຖືກຈັບ ບໍ່ດົນ ຫລັງຈາກໄດ້ມີ ການວາງຣະເບີດ ໂຈມຕີໂຮງແຮມ MARRIOTT ແລະ RITZ-CARLTON ໃນວັນທີ 17 ກໍຣະກົດປີກາຍ ທີ່ເປັນເຫດ ໃຫ້ມີຜູ້ເສັຽຊີວິດ 7 ຄົນນັ້ນ.

ອິນໂດເນເຊັຽ - ດິນເຈື່ອນ: ໃນອີກດ້ານນຶ່ງ ສື່ມວນຊົນ ຂອງທາງການ ອິນໂດເນເຊັຽ ລາຍງານວ່າ ເຊື່ອກັນວ່າ ມີຜູ້ເສັຽຊີວິດ 72 ຄົນ ຫລັງຈາກໄດ້ເກີດດິນເຈື່ອນ ທີ່ສວນ​ປູກຊາ ແຫ່ງນຶ່ງ ທີ່ເກາະ JAVA ໃນມື້ວານນີ້. ອົງການຂ່າວ ອັນຕາຣາ ຂອງທາງການ ອິນໂດເນເຊັຽ ແຈ້ງວ່າ ເຊື່ອວ່າມີ 47 ຄົນ ໄດ້ເສັຽຊີວິດ ໃນບໍຣິເວນສວນຊາ ແລະ 25 ຄົນ ຢູ່ທີ່ໂຮງງານ ແລະຫ້ອງການ ຂອງບໍຣິສັດ. ເຈົ້າໜ້າທີ່ກ່າວວ່າ ດິນເຈື່ອນ ໄດ້ເກີດຂຶ້ນ ໃກ້ໆບ້ານ TENJOJAYA ຫລັງຈາກ ໄດ້ມີຝົນຕົກໜັກ ເປັນເວລາຫລາຍໆມື້. ການສື່ສານ ຄົມມະນາຄົມ ທາງໂທຣະສັບບາງສ່ວນ ໄດ້ຖືກຕັດຂາດ ແລະພວກກູ້ພັຍ ກໍປະສົບກັບ ຄວາມຍຸ່ງຍາກ ທີ່ຈະນຳເອົາ ອຸບປະກອນໜັກ ໄປຍັງບ່ອນທີ່ເກີດເຫດ.

ໂຕໂຢຕ້າ: ຫົວໜ້າ ບໍຣິຫານງານ ລະດັບໂລກ ຂອງບໍຣິສັດ ໂຕໂຢຕ້າ ກ່າວວ່າ ການເຕີບໂຕ ຢ່າງວ່ອງໄວ ຂອງບໍຣິສັດ ອາດມີສ່ວນ ພາໃຫ້ເກີດ ບັນຫາຂາດຕົກບົກຜ່ອງ ໃນດ້ານ ຄວາມປອດພັຍ ​ແລະທ່ານ ຂໍຂະມາໂທດ ກ່ຽວກັບອຸບັດຕິເຫດຕ່າງໆ ທີ່ເກີດຈາກ ບັນຫາຂອງຣົດ ໂຕໂຢຕ້າ. ທ່ານ AKIO TOYODA ຫລານຊາຍ ຂອງຜູ້ກໍ່ຕັ້ງ ບໍຣິສັດຣົດ ໂຕໂຢຕ້າ ຈະທຳການ ຂໍຂະມາໂທດ ດ້ວຍໂຕຂອງທ່ານເອງ ຕໍ່ບັນດາ ສະມາຊິກ ຣັຖສະພາ ຂອງສະຫະຣັດ ໃນວັນພຸດມື້ນີ້ ແຕ່ໄດ້ພິມເຜີຍແຜ່ ຄຳຖແລງຂອງທ່ານ ອອກລ່ວງໜ້າ. ເປັນທີ່ຄາດກັນວ່າ ທ່ານ TOYODA ຈະເວົ້າໂດຍສັງເຂບ ກ່ຽວກັບ​ແຜນການປະຕິຮູບຕ່າງໆ ທີ່ຈະຊ່ອຍໃຫ້ ບໍຣິສັດຣົດ ໂຕໂຢຕ້າ ແກ້ໄຂບັນຫາ ຄວາມວິຕົກກັງວົນ ໃນເຣື່ອງຄວາມປອດພັຍ ໄດ້ດີຂຶ້ນ ໃນອະນາຄົດ. ໃນມື້ວານນີ້ ທ່ານ JAMES LENTZ ຫົວໜ້າບໍຣິຫານງານ ຂອງບໍຣິສັດ ໂຕໂຢຕ້າ ໃນສະຫະຣັດ ຍອມຮັບວ່າ ທາງບໍຣິສັດ ໂຕໂຢຕ້າ ໄດ້ດຳເນີນການ ຢ່າງຜິດພາດ ໃນສືບສວນເບິ່ງ ການຮ້ອງທຸກ ກ່ຽວກັບເຣື່ອງຣົດ ໂຕໂຢຕ້າບາງ​ລຸ້ນ ເລ່ງຄວາມໄວຂຶ້ນ​ເອງ ໃນທັນທີທັນໃດ ແບບຄວບຄຸມບໍ່ໄດ້ນັ້ນ.

ສະເປນ: ທີ່ປະເທດສະເປນ ປະຊາຊົນ ຈຳນວນ ຫລາຍສິບພັນຄົນ ໄດ້ພາກັນ ເດີນຂະບວນປະທ້ວງ ຕໍ່ຕ້ານແຜນການ ຂອງຣັຖບານ ທີ່ຈະເພີ້ມອາຍຸ ໃນການອອກກິນເບັ້ຽບຳນານ ໃນອັນທີ່ ກາຍເປັນນຶ່ງ ໃນບັນຫາທ້າທາຍ ທີ່ໃຫຍ່ທີ່ສຸດ ຕໍ່ພັກສັງຄົມນິຍົມ ທີ່ປົກຄອງປະເທດ ຢູ່ໃນເວລານີ້ ນັບແຕ່ນາຍົກ ຣັຖມຸນຕຣີ JOSE LUIS RODRIGUEZ ZAPATERO ເຂົ້າຮັບຕຳແໜ່ງ ເມື່ອ 6 ປີກ່ອນ. ພວກຫົວໜ້າ ສະຫະພັນ ກັມມະບານ ເປັນຜູ້ນຳພາ ໃນການປະທ້ວງ ຢູ່ຕາມຫົວເມືອງຕ່າງໆ ຮວມທັງນະຄອນຫລວງ MADRID ເມືອງ BARCELONA ແລະ VALENCIA ໃນວັນອັງຄານວານນີ້ ແລະປະກາດວ່າ ຈະສືບຕໍ່ ການປະທ້ວງ ຄັດຄ້ານຕໍ່ຮ່າງກົດໝາຍ ທີ່ຈະເພີ້ມອາຍຸ ໃນການອອກກິນເບັ້ຽບຳນານ ຢ່າງຖືກຕ້ອງ ຕາມກົດໝາຍ ຈາກ 65 ຂຶ້ນເປັນ 67 ປີ. ຮ່າງກົດໝາຍ ທີ່ວ່ານີ້ ແມ່ນນຶ່ງໃນມາຕການ ຫລາຍໆຢ່າງ ທີ່ຣັຖບານ ຂອງທ່ານ ZAPATERO ກຳລັງພິຈາຣະນາ ເພື່ອຊ່ອຍແກ່ດຶງ ເອົາປະເທດສະເປນ ອອກຈາກສະພາບ ເສຖກິດຕົກຕຳ ທີ່ດຳເນີນມາ ເປັນເວລາ ສອງປີແລ້ວນັ້ນ. ​

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG