ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດຣະເບີດແຕກໃນພາກໃຕ້ອັຟການິສຖານ ເຮັດໃຫ້ມີຜູ້ເສັຽຊີວິດ 8 ຄົນ


ອັຟການິສຖານ: ຕຳຣວດອັຟການິສຖານກ່າວ ວ່າ ເຫດຣະເບີດ ເຮັດໃຫ້ມີ ຜູ້ເສັຽຊີວິດ 8 ຄົນ ແລະບາດເຈັບ ອີກ 16 ຄົນ ທີ່ແຂວງ HEL MAND ບ່ອນທີ່ກຳລັງຂອງອັຟການິສຖານແລະ ອົງການນາໂຕ້ ພວມເປີດສາກ ບຸກໂຈມຕີພວກ ຫົວຮຸນແຮງ ທາລີບານຄັ້ງໃຫຍ່. ຕຳຣວດກ່າວ ວ່າ ເຫດຣະເບີດ ໄດ້ເກີດຂຶ້ນ ຢູ່ຕໍ່ໜ້າໂຮງການ ຣັຖບານຫຼັງນຶ່ງ ທີ່ເມືອງ LASHKAR GAH ຊຶ່ງເປັນເມືອງເອກ ຂອງແຂວງ HELMAND ທາງພາກໃຕ້ ອັຟການິສຖານ. ສ່ວນທີ່ເມືອງ MARJAH ຊຶ່ງຕັ້ງຢູ່ໃກ້ຄຽງນັ້ນ ເຈົ້າໜ້າທີ່ທະ ຫານອະເມຣິກັນ ລາຍງານວ່າ ໄດ້ມີການ ບຸກຄືບໜ້າ ຢ່າງຊ້າໆແຕ່ສມຳສເມີໃນການປະ ຕິບັດງານ ທີ່ແນໃສ່ ພວກນັກຣົບ ທາລີບານ. ​ແຕ່ການເສັຽຊີວິດ ຂອງພົລເຮືອນ ຈາກ ການໂຈມຕີ ທາງອາກາດ ຂອງອົງການນາໂຕ້ ໃນແຂວງໃກ້ຄຽງນັ້ນ ໄດ້ເປັນເງົາບົດບັງ ຄວາມກ້າວໜ້າ ໃນການບຸກໂຈມຕີ ທີ່ທາງອົງການນາໂຕ້ ໄດ້ຮັບ. ໃນວັນອັງຄານ ມື້ນີ້ ນາຍພົນ STANLEY McCHRYSTAL ໄດ້ຂໍຂະມາໂທດ ໂດຍກົງ ຕໍ່ຊາວອັຟການິສ ຖານ ສຳລັບການໂຈມຕີ ທາງອາກາດ ທີ່ແຂວງ URUZGAN ທີ່ຣັຖບານ ອັຟການິສຖານ ເວົ້າວ່າ ເຮັດໃຫ້ພົລເຮືອນ 27 ຄົນ ເສັຽຊີວິດນັ້ນ.

ສະຫະຣັດ - ອັຟການິສຖານ: ເວັບໄຊທ໌ ອິສຣະ ແຫ່ງນຶ່ງ ລາຍງານວ່າ ມີທະຫານອະ ເມຣິກັນ 1000 ຄົນແລ້ວເສັຽຊີວິດ ຢູ່ໃນອັຟ ການິສຖານ ນັບແຕ່ສົງຄາມ ໄດ້ເລີ້ມຂຶ້ນໃນປີ 2001 ຂະນະທີ່ພວກ ຜູ້ບັນຊາການ ເຕືອນວ່າ ຍັງຈະມີການເສັຽຊີວິດ ເພີ້ມຕື່ມ. ໂຕເລກພວກ ເສັຽຊີວິດລ່າສຸດ ໄດ້ພິມເຜີຍແຜ່ໂດຍເວັບໄຊທ໌ ICASUALTIES.ORG ຊຶ່ງຕິດຕາມເບິ່ງ ຈຳນວນທະຫານອະເມຣິກັນ ທີ່ຕາຍຢູ່ໃນ ອັຟການິສຖານ ແລະອີຣັກ. ​ເຖິງ​ແມ່ນຈຳນວນ ທະຫານອະເມຣິກັນ ທີ່ເສັຽຊີວິດ ໃນອັຟການິສ ຖານ ໄດ້ເພີ້ມຂຶ້ນ ໃນໄລຍະສອງປີ ຜ່ານມານີ້ກໍຈິງ ແຕ່ກໍຍັງຕຳກວ່າ ຈຳນວນທະ ຫານ ອະເມຣິກັນ ທີ່ເສັຽຊີວິດ ໃນອີຣັກ ຊຶ່ງມີຫລາຍກວ່າ 4 ພັນຄົນ. ໃນຕົ້ນອາທິດນີ້ ນາຍພົນ DAVID PETRAEUS ຊຶ່ງເປັນຜູ້ກຳກັບ​ ເບິ່ງນຳ ການເຮັດສົງຄາມ ໃນປະເທດທັງສອງ ກ່າວວ່າ ຊາວອະເມຣິກັນ ຄວນກຽມ​ໂຕກຽມ​ໃຈ​ ຍອມຮັບ​ເອົາການເສັຽຊີວິດ ເພີ້ມຂຶ້ນໃນ ອັຟການິສຖານ. ທ່ານກ່າວວ່າ ການບຸກໂຈມຕີ ທີ່ກຳລັງດຳເນີນ​ໄປ ຢູ່ໃນແຂວງ HELMAND ໃນພາກໃຕ້ ອັຟການິສຖານ ເວລານີ້ ເປັນພຽງການ ເລີ້ມຕົ້ນເທົ່ານັ້ນ ໃນການເປີດສາກໂຈມຕີ ທີ່ຍາວນານ ຂອງສະຫະຣັດ.

ຜູ້ກໍ່ການຮ້າຍ: ອົພຍົບ ອັຟການິສຖານ ຄົນນຶ່ງ ທີ່ຖືກກ່າວຫາວ່າ ວາງແຜນໂຈມຕີ ສະລະຊີບທີ່ ນະຄອນນິວຢອກໄດ້ຍອມຮັບຜິດ ໃນຂໍ້ຫາກໍ່ການ ຮ້າຍ ທີ່ສຳຄັນນັ້ນກໍຄື ສົມຮູ້ຮ່ວມຄິດທີ່ຈະໃຊ້ອາ ວຸດ ທີ່ມີອະນຸພາບ ຮ້າຍແຮງ ໃນການທຳລາຍ. ນາຍ NAJIBULLAH ZAZI ​ໄດ້ໃຫ້ການຕໍ່ສານ ຣັຖບານກາງໃນນະຄອນນິວຢອກ ໃນມື້ວານນີ້ວ່າ ຕົນໄດ້ຖືກກຸ່ມກໍ່ການຮ້າຍອາລກາຍດາ ເກນ​ເອົາ ແລະໄດ້ຮັບ ການຝຶກແອບ ກ່ຽວກັບການເຮັດຣະ ເບີດ. ນອກນັ້ນແລ້ວ ຜູ້ກ່ຽວຍັງໄດ້ ຍອມຮັບຜິດ ໃນການສົມຮູ້ຮ່ວມຄິດ ເພື່ອຈະທຳການສັງຫານ ຢູ່ໃນຕ່າງປະເທດ ແລະໃຫ້ການສນັບສນຸນດ້ານ ວັດຖຸ ແກ່ອົງການກໍ່ການຮ້າຍ. ອົພຍົບ ອັຟການິສຖານ ວັຍ 25 ປີຄົນນີ້ ຍັງເວົ້າວ່າ ກຸ່ມກໍ່ການຮ້າຍ ອາລກາຍດາ ໄດ້ຊ່ອຍລາວ ໃນການວາງແຜນ ໂຈມຕີຣະບົບຣົດໄຟໃຕ້ດິນ ທີ່ນະຄອນນິວຢອກ ທີ່ເຈົ້າໜ້າທີ່ ສະຫະຣັດ ກ່າວວ່າ ຈະສ້າງຄວາມເສັຽຫາຍ ຢ່າງຮ້າຍແຮງນັ້ນ.

ອີຣ່ານ: ເຈົ້າໜ້າທີ່ອີຣ່ານກ່າວວ່າ ຫົວໜ້າຂອງ ກຸ່ມ ຫົວຮຸນແຮງ ຊຸນນີ່ກຸ່ມນຶ່ງໄດ້ຖືກຈັບຢູ່ນອກ ປະເທດແລະຜູ້ກ່ຽວ ມີຄວາມສັມພັນກັບສະຫະ ຣັດ. ສື່ມວນຊົນຂອງທາງການອີຣ່ານລາຍງານ ວ່າ ກຳລັງຮັກສາ ຄວາມສະງົບ ຂອງອີຣ່ານໄດ້ ຈັບນາຍ ABDOLMALEK RIGI ໃນວັນອັງ ຄານມື້ນີ້ ໃນຖ້ຽວບິນ ຈາກດູໄບ ໄປຍັງ KYRGIZSTAN. ນາຍ RIGI ເປັນຜູ້ນຳຂອງ ກຸ່ມຫົວຮຸນແຮງ JUNDALLAH ຊຶ່ງມີການ ຖິ້ມໂທດໃສ່ວ່າ ເປັນຜູ້ຮັບຜິດຊອບ ໃນການໂຈມຕີຮ້າຍແຮງ ຫຼາຍໆຄັ້ງ ຢູ່ໃນອີຣ່ານນັ້ນ. ໂທຣະພາບ ຂອງທາງການອີຣ່ານ ໄດ້ອ້າງຄຳເວົ້າ ຣັຖມຸນຕຣີກະຊວງສືບລັບ ຂອງອິຣ່ານ ທີ່ກ່າວວ່າ ນາຍ RIGI ໄດ້ໄປທີ່ຖານທັບ ຂອງສະຫະຣັດແຫ່ງນຶ່ງ ​ແລະ​ຢູ່​ທີ່​ນັ້ນ 24 ຊົ່ວ ໂມງກ່ອນຖືກຈັບ ແລະວ່າ ທາງການອະເມຣິກັນ ໄດ້ອອກໜັງສືເດີນທາງ ອັຟການິສຖານ ໃຫ້ຜູ້ກ່ຽວ. ອີຣ່ານໄດ້ກ່າວຫາ ສະຫະຣັດວ່າ ເປັນຜູ້ໃຫ້ເງິນ ສນັບສນຸນ ກຸ່ມກໍ່ການຮ້າຍ JUNDALLAH ໃນຄວາມພະຍາຍາມ ເພື່ອຈະສ້າງ ຄວາມບໍ່ທຸ່ນທ່ຽງ ໃຫ້ແກ່ຣັຖບານອີຣ່ານ.

ອອສເຕຣເລັຽ: ອອສເຕຣເລັຽ ໄດ້ເປີດເຜີຍໃຫ້ ຊາບ ກ່ຽວກັບແຜນການທີ່ຈະທຳ​ການກວດສອບ ເຄັ່ງຄັດຂຶ້ນກວ່າເກົ່າ ກ່ອນ​ຈະອອກວີຊ່າ​ໃຫ້ພວກ ທີ່ໄປຈາກ 10 ປະເທດ ທີ່ເຫັນວ່າ ມີຄວາມສ່ຽງ ສູງ ໃນກິຈກັມຂອງພວກກໍ່ການຮ້າຍນັ້ນ. ຂະນະ ທີ່ເປີດເຜີຍ ມາຕການໃໝ່ ຂອງຣັຖບານ ທີ່ນະ ຄອນຫລວງ ແຄນເບີຣາ ໃນວັນອັງຄານມື້ນີ້ ນາ ຍົກຣັຖມຸນຕຣີ KEVIN RUDD ກ່າວວ່າ ການກໍ່ການຮ້າຍ ໄດ້ກາຍມາເປັນສິ່ງ​ນຶ່ງ ທີ່ຝັງ ແໜ້ນ ແລະຖາວອນ ຢູ່​ໃນສະພາບແວດ ລ້ອມ ດ້ານຄວາມປອດພັຍ ຂອງອອສເຕຣເລັຽ. ພາຍໃຕ້ແຜນການ​ໃໝ່ນີ້ ກະຊວງກວດຄົນເຂົ້າເມືອງ ແລະໂອນສັນຊາດ ຂອງອອສເຕຣເລັຽ ຈະເລີ້ມທຳ​ການ ແປະໂປ້ລາຍມື ແລະຮູບຖ່າຍດ້ານໜ້າ ຂອງພວກທີ່ຂໍວີຊ່າ ຈາກປະເທດ ທີ່ຖືວ່າ ມີຄວາມສ່ຽງສູງນັ້ນ ເພື່ອກວດສອບເບິ່ງ ໃສ່ກັບຖານຂໍ້ມູນ ທີ່ມີຢູ່ ໃນອອສເຕຣເລັຽ ແລະຕ່າງປະເທດ. ທ່ານ RUDD ກ່າວວ່າ ອອສເຕຣເລັຽ ຈະໃຊ້ຈ່າຍເງິນ ປະມານ 62 ລ້ານໂດລາ ​ເພື່ອກໍ່ສ້າງ ສະຖານທີ່​ແຫ່ງ​ໃໝ່​ ສຳລັບກວດກາ​ ແລະ​ວິ​ໃຈ​ຂໍ້​ມູນ​ ດ້ານ​ຊີວະ​ພາບນັ້ນ ແລະສ້າງຕັ້ງສູນກາງ ຄວບຄຸມແຫ່ງຊາດຂຶ້ນ ເພື່ອປະສານງານ ​ໃນ​ການ​ດຳ​ເນີນ ຄວາມພະຍາຍາມ ເພື່ອຕໍ່ສູ້ກັບ ພວກຫົວຮຸນແຮງນັ້ນ.

ເກົາຫລີໃຕ້ - ມຽນມາ: ບໍຣິສັດອຸສາຫະກັມ ໜັກ HYUNDAI ຂອງເກົາຫລີໃຕ້ ກ່າວວ່າ ຕົນໄດ້ລົງນາມໃນຂໍ້ຕົກລົງ ມູນຄ່າ 1 ພັນ 4 ຮ້ອຍລ້ານໂດລາໃນວັນອັງຄານມື້ນີ້ກັບບໍຣິສັດ ຂອງເກົາຫລີໃຕ້ ອີກບໍຣິສັດນຶ່ງ ເພື່ອພັທນາບໍ່ ແກັສທັມມະຊາດ ຂນາດໃຫຍ່ແຫ່ງນຶ່ງ ໃນປະ ເທດມຽນມາທີ່ປົກຄອງໂດຍຣັຖບານ ທະຫານ ນັ້ນ. ບໍຣິສັດອຸສາຫະກັມໜັກ HYUNDAI ໄດ້ ເຊັນສັນຍາ ກັບບໍຣິສັດການຄ້າ DAEWOO INTERNATIONAL ເພື່ອສ້າງໂຮງງານ ທັງຢູ່​ໃນ​ຝັ່ງ​ ແລະນອກຝັ່ງທະເລ ສຳລັບໂຄງການ SHWE ຢູ່ນອກຝັ່ງທະເລ ກຳຕາເວັນຕົກສຽງເໜືອ ຂອງມຽນມາ ພາຍໃນເດືອນມີນາ ປີ 2013. ບໍຣິສັດ DAEWOO INTERNATIONAL ໄດ້ຕົກລົງ ທີ່ຈະລຳລຽງແກັສ ຈາກບໍ່ ດັ່ງກ່າວ ໂດຍຜ່ານທໍ່ສົ່ງ ໄປຂາຍ​ໃຫ້ປະເທດຈີນ ເລີ້ມແຕ່ເດືອນ ພຶສະພາ ໃນປີດຽວກັນ ເປັນຕົ້ນໄປ. ໂຄງການດັ່ງກ່າວນີ້ ຈະຜລິດແກັສ ທັມມະຊາດ ໄດ້ 15 ລ້ານແມັດກ້ອນ ຕໍ່ມື້ ພາຍໃນໄລຍະ 25 ຫາ 30 ປີ. ບັນດາປະເທດ ເພື່ອນບ້ານ ຂອງມຽນມາ ເຊັ່ນຈີນ ອິນເດັຽ ແລະໄທ ກໍໄດ້ໃຊ້ຈ່າຍ ເງິນຫລາຍພັນລ້ານໂດລາ ເພື່ອຊື້ນຳມັນ ແລະແກັສທັມມະຊາດ ສຳຮອງ ຂອງມຽນມາ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG