ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຂື່ອນນໍ້າເທີນ 2 ຈະເລີ້ມສົ່ງກະແສໄຟຟ້າຂາຍໃຫ້ໄທພາຍໃນ ເດືອນໜ້ານີ້


ໂຄງການເຂື່ອນນໍ້າເທີນ 2 ຈະເລີ້ມສົ່ງ ກະ ແສໄຟຟ້າຂາຍໃຫ້ໄທພາຍໃນເດືອນມີນານີ້. ສ່ວນທາງການໄທ ກໍ່ຕົກລົງທີ່ຈະຮັບຊື້ກະ ແສໄຟຟ້າຈາກໂຄງການຫົງສາລິນໄນ ແຕ່ ວ່າກຸ່ມນັກອາ ນຸລັກກໍ່ຈະສືບຕໍ່ ເຂື່ອນໄຫວ ຄັດຄ້ານການຊື້ກະແສໄຟຟ້າຈາກລາວຕໍ່ໄປ.

ກຸ່ມລົງທຶນໃນໂຄງການເຂື່ອນນໍ້າເທີນ 2 ໄດ້ ຖະແຫຼງການຢືນຢັນເມື່ອບໍ່ມານານມານີ້ວ່າ ການທົດລອງເດີນເຄື່ອງຈັກຜະຫລິດກະແສໄຟຟ້າ ແລະ ການແກ້ໄຂບັນຫາຕ່າງໆ ທາງ ດ້ານເທັກນິກໄດ້ດຳເນີນການເສັດສົມບູນແລ້ວໃນຂະນະນີ້. ຊຶ່ງກໍ່ເຮັດໃຫ້ມີຄວາມພ້ອມ ໃນທຸກດ້ານ ທີ່ຈະເລີ້ມຜະຫລິດແລະສົ່ງກະແສໄຟຟ້າຂາຍໃຫ້ແກ່ການໄຟຟ້າຝ່າຍຜະ ຫລິດແຫ່ງປະເທດໄທ ຫຼື EGAT ນັບຈາກເດືອນມີນາປີ 2010 ນີ້ເປັນຕົ້ນໄປ ເປັນໄລ ຍະເວລາ 25 ປີ.

ໂດຍໂຄງການເຂື່ອນນໍ້າເທີນ 2 ຈະມີຄວາມອາດສາມາດຜະຫລິດພະລັງງານໄຟຟ້າໄດ້ ເຖິງ 1.088 ເມກກາວັດ ຊຶ່ງໃນປະລິມານດັ່ງກ່າວນີ້ກໍ່ຈະສົ່ງຂາຍໃຫ້ແກ່ EGAT ຂອງ ໄທ ໄດ້ເຖິິງ 997 ເມກາວັດ. ສ່ວນທີ່ເຫຼືອກໍ່ຈະຂາຍໃຫ້ແກ່ໄຟຟ້າລາວ ເພື່ອຕອບສະ ໜອງໃຫ້ການ ຊົມໃຊ້ພະລັງງານໄຟຟ້າພາຍໃນລາວເອງ.

ແຕ່ຢ່າງໃດກໍ່ຕາມ ການທີ່ໂຄງການເຂື່ອນ ນໍ້າເທີນ 2 ຈະເລີ້ມສົ່ງກະແສໄຟຟ້າໃຫ້ແກ່ EGAT ຂອງໄທດັ່ງກ່າວນີ້ ກໍ່ຖືເປັນການ ຊັກຊ້າກວ່າກຳໜົດການໃນສັນຍາທີ່ຕົກລົງ ໄວ້ກັບ EGAT ຂອງໄທເຖິງ 3 ເດືອນ ເນື່ອງຈາກວ່າ ແຂວງຄຳມ່ວນອັນເປັນທີ່ຕັ້ງ ຂອງໂຄງການເຂື່ອນນໍ້າເທີນ 2 ນັ້ນ ໄດ້ປະ ສົບກັບໄພນໍ້າຖ້ວມຢ່າງໜັກໜ່ວງເມື່ອປີກາຍ ຊຶ່ງກໍ່ເປັນສາເຫດເຮັດ ໃຫ້ໂຄງການຕ້ອງໂຈະ ການທົດລອງເດີນເຄື່ອງຈັກເປັນການຊົ່ວຄາວ ເພື່ອຫຼີກລ້ຽງການປ່ອຍນໍ້າລົງສູ່ເຂດຕອນ ຫລ່າງຂອງເຂື່ອນນັ້ນເອງ.

ຫາກແຕ່ມາເຖິງປັດຈຸບັນສະຖານະການດັ່ງກ່າວກໍ່ໄດ້ຜ່ານພົ້ນໄປແລ້ວ ຈຶ່ງເຮັດໃຫ້ກຸ່ມລົງ ທຶນໃນໂຄງການ ມີຄວາມໝັ້ນໃຈວ່າຈະສາມາດສົ່ງກະແສໄຟຟ້າໃຫ້ EGAT ຂອງໄທໄດ້ ນັບຈາກເດືອນມີນາປີນີ້ເປັນຕົ້ນໄປ ຢ່າງແນ່ນອນ. ຊຶ່ງກໍ່ຈະເຮັດໃຫ້ ມີລາຍຮັບລວມເຖິງ 5.000 ລ້ານໂດລາ ຕະຫຼອດອາຍຸສໍາປະທານ ແລະ ໃນນີ້ກໍ່ຈະເປັນສ່ວນແບ່ງຂອງລັດຖະ ບານລາວ 2.000 ລ້ານໂດລາ ແລະໂຄງການກໍ່ຈະຖືກໂອນມາເປັນຂອງລັດຖະບານລາວ ເມື່ອຄົບ 25 ປີ.

ອີກດ້ານນຶ່ງ ຄະນະກຳມະການນະໂຍບາຍພະລັງງານແຫ່ງຊາດໄທກໍ່ໄດ້ມີມະຕິອານຸມັດ ໃຫ້ EGAT ຮັບຊື້ກະແສໄຟຟ້າຈາກໂຄງການຫົງສາລິກໄນໃນແຂວງໄຊຍະບຸລີໄດ້ແລ້ວ ໂດຍການລົງນາມໃນສັນຍາຊື້-ຂາຍຈະມີໃນເດືອນມີນາປີນີ້ ເຊັ່ນດຽວກັນ. ຊຶ່ງໂຄງການ ດັ່ງກ່າວຈະສາມາດຜະຫລິດພະລັງງານໄຟຟ້າໄດ້ 1.800 ເມກາວັດ ໂດຍເປັນການຮ່ວມ ທຶນກັນ ລະຫວ່າງວິສະຫະກິດຖືຮຸ້ນຂອງລັດຖະບານລາວ ກັບ 2 ບໍລິສັດຈາກໄທ ໃນ ອັດຕາ ສ່ວນການຮ່ວມລົງທຶນ 20% ຕໍ່ 40% ແລະ 40% ຕາມລໍາດັບຂອງມູນຄ່າ ການລົງທຶນ 3.900 ລ້ານໂດລາ ແລະກໍານົດສົ່ງກະແສໄຟຟ້າໃຫ້ EGAT ຂອງໄທ ພາຍໃນປີ 2015.

ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະເປັນຜູ້ສົ່ງອອກກະແສໄຟຟ້າລາຍໃຫຍ່ ຫຼື ເປັນ ໝໍ້ໄຟຂອງ ASEAN ໃຫ້ໄດ້ໃນອານາຄົດ. ໃນປັດຈຸບັນ ກໍ່ໄດ້ອະນຸຍາດໃຫ້ມີການສຶກສາ ຄວາມເປັນໄປໄດ້ໄປແລ້ວ 62 ໂຄງການ ໂດຍມີເປົ້າໝາຍທີ່ຈະຜະຫລິດ ແລະ ສົ່ງກະ ແສໄຟຟ້າ 7.000 ເມກາວັດຂາຍໃຫ້ໄທນັບແຕ່ປີ 2015 ເປັນຕົ້ນໄປ. ແຕ່ການທີ່ຈະກ້າວ ໄປເຖິງເປົ້າໝາຍດັ່ງກ່າວໄດ້ກໍ່ບໍ່ແມ່ນເລື້ອງງ່າຍ ເພາະກຸ່ມອະນຸລັກສິ່ງແວດລ້ອມທຳມະ ຊາດໃນໄທ ໄດ້ປະກາດຢ່າງຄັກແນ່ແລ້ວວ່າຈະເຄື່ອນໄຫວຄັດຄ້ານຢ່າງເຖິງທີ່ສຸດ.

ດ້ວຍເຫດຜົນທີ່ວ່າປະເທດໄທມີພະລັງງານສຳຮອງເກີນຄວາມຕ້ອງການທີ່ເປັນຈິງ ຈຶ່ງບໍ່ ມີຄວາມຈຳເປັນທີ່ ຈະຕ້ອງຮັບຊື້ຈາກຕ່າງປະເທດອີກ.

XS
SM
MD
LG