ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດຫວຽດນາມຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກ ໂຄງການດົງໂພສີ


ກຸ່ມບໍລິສັດຈາກຫວຽດນາມໃຊ້ເງິນທຶນເຖິງ 12 ຕື້ ກີບສຳລັບຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ອະ ສັງຫາລິມະຊາດໃຫຍ່ຢູ່ບ້ານດົງໂພສີສ່ວນໂຄງ ການເມືອງໃຫມ່ຢູ່ບຶງທາດຫຼວງນັ້ນຍັງບໍ່ມີຄວາມ ຄືບໜ້າຍ້ອນປະຊາຊົນ.

ທ່ານອານຸພາບ ຕຸນາລົມ ຮອງເຈົ້າຄອງເຂດນະ ຄອນຫຼວງວຽງຈັນຖະແຫຼງຢືນຢັນວ່າກຸ່ມບໍລິສັດ ລອງແຖັ່ງຊຶ່ງດຳເນີນທຸລະກິດດ້ານອະສັງຫາລິມະ ຊັບແລະພັດທະນາສະໜາມກັອຟຈາກປະເທດ ຫວຽດນາມ ໄດ້ສົ່ງມອບເງິນທຶນມູນຄ່າ 12 ຕື້ ກີບໃຫ້ແກ່ທາງການລາວເມື່ອບໍ່ນານມານີ້ ເພື່ອເປັນເງິນທຶນສຳລັບໃຊ້ຈ່າຍໃນການໂຍກຍ້າຍ ປະຊາຊົນລາວອອກຈາກເຂດພັດທະນາອະສັງຣິມະຊັບຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນວຽງຈັນ.

ຈາກການສຳຫຼວດຂອງທາງການລາວກໍ່ພົບວ່າບໍ່ມີປະຊາຊົນລາວທີ່ຈະຕ້ອງຖືກໂຍກຍ້າຍອອກໄປ ຈາກເຂດດັ່ງກ່າວຈຳນວນ 70 ກວ່າຄອບຄົວ ຊຶ່ງທາງການລາວຈະໃຫ້ການຊົດເຊີຍຈະທັງໃນ ສ່ວນທີ່ເປັນຄ່າທີ່ດິນ ຄ່າເຮືອນຊານ ຄ່າສິ່ງປູກສ້າງ ແລະ ຜົນລະປູກຕ່າງໆທີ່ຜະຫລິດໄດ້ ໃນແຕ່ລະປີ ເປັນເວລາ 3 ປີ ລ່ວງໜ້າ ສຳລັບປະຊາຊົນທີ່ມີໃບຕາດິນ.

ສ່ວນປະຊາຊົນທີ່ບໍ່ມີໃບຕາດິນຢ່າງຖືກຕ້ອງ ຫາກແຕ່ໄດ້ເຂົ້າໄປຢູ່ອາໃສ ແລະ ທຳກິນຢູ່ໃນເຂດ ຂອງໂຄງການເປັນເວລານານມາແລ້ວນັ້ນ ກໍ່ຈະບໍ່ໄດ້ຮັບຄ່າຊົດເຊີຍໃນສ່ວນທີ່ເປັນຄ່າທີ່ດິນແຕ່ ຢ່າງໃດ. ແຕ່ຈະໄດ້ຮັບການຊົດເຊີຍສະເພາະໃນສ່ວນທີ່ເປັນເຮືອນຊານ ສິ່ງປູກສ້າງ ແລະ ຄ່າ ຜົນລະປູກຕ່າງໆ ທີ່ຜະຫລິດໄດ້ໃນແຕ່ລະປີເປັນເວລາ 3 ປີລ່ວງໜ້າເຊັ່ນກັນ.

ນອກຈາກນີ້ ທາງການລາວກໍ່ຍັງໄດ້ຈັດຕຽມໃຫ້ພື້ນທີ່ ທີ່ຕໍ່ເນື່ອງກັບໂຄງການດັ່ງກ່າວໄວ້ຮັບ ຮອງປະຊາຊົນລາວ ທີ່ຖືກໂຍກຍ້າຍທີ່ບໍ່ມີແຫລ່ງທຳກິນ ແລະ ທີ່ຢູ່ອາໄສໃນພື້ນທີ່ອື່ນໆເພື່ອ ຮອງຮັບພວກເຂົາເຈົ້າຮວມທັງຍັງຈະຈັດຕຳແຫນ່ງງານໃນໂຄງການໃຫ້ແກ່ພວກເຂົາເຈົ້າໃນ ໄລຍະຕໍ່ໄປ ອີກດ້ວຍ.

ກຸ່ມບໍລິສັດລອງແຖັ່ງໄດ້ທຳພິທີວາງສີລາເລີກ ເພື່ອເລີ້ມດຳເນີນການກໍ່ສ້າງສະໜາມກັອຟ ຂະ ໜາດ 18 ຂຸມ ມາດຕະຖານສາກົນ ຢູ່ເຂດບ້ານ ດົງໂພສີ ຢ່າງເປັນທາງການໃນຕົ້ນ ເດືອນມັງ ກອນທີ່ຜ່ານມານີ້ ໃຫ້ເປັນສ່ວນນຶ່ງຂອງໂຄງການ ພັດທະນາອະສັງຫາລິມະຊັບ ຂະໜາດໃຫຍ່ບົນ ເນື້ອທີ່ 557 ເຮັກຕາ ທີ່ໄດ້ຮັບ ສໍາປະທານ 50 ປີ ຈາກລັດຖະບານລາວ.

ນອກຈາກສະໜາມກັອຟແລ້ວ ກຸ່ມບໍລິສັດລອງ ແຖັ່ງກໍຍັງຈະດຳເນີນການກໍ່ສ້າງສູນການຄ້າສູນ ບໍລິການທາງທຸລະກິດຄົບວົງຈອນ, ໂຮງແຮມ- ຣີສອດລະດັບຫ້າດາວ ທີ່ພັກອາໃສສໍາລັບຄອບ ຄົວນັກທຸລະກິດຕ່າງຊາດໃນລາວ, ໂຮງໝໍ ແລະ ໂຮງຮຽນນາ ຊາດໂດຍຈະໃຊ້ ເງິນທຶນເຖິງ 1.000 ລ້ານໂດລາເພື່ອດໍາເນີນການໃຫ້ແລ້ວເສັດໃນ 12 ປີ ຂ້າງໜ້າ.

ແຕ່ຢ່າງໃດກໍ່ຕາມ ສຳລັບໂຄງການພັດທະນາເມືອງໃຫມ່ບົນເນື້ນທີ່ 1.000 ເຮັກຕາຢູ່ບຶງທາດ ຫຼວງ ທີ່ລັດຖະບານລາວໄດ້ໃຫ້ສຳປະທານກັບບໍລິສັດພັດທະນາອະສັງຫາລິມະຊັບຈາກຈີນ ເປັນເວລາ 50 ປີໄປແລ້ວນັ້ນ, ມາຮອດຂະນະນີ້ກໍ່ຍັງບໍ່ຄືບໜ້າແຕ່ຢ່າງໃດ. ທັງນີ້ກໍ່ຍ້ອນວ່າ ປະ ຊາຊົນບໍ່ຍອມພາກັນ ໂຍກຍ້າຍອອກໄປຈາກພື້ນທີ່ ເນື່ອງຈາກບໍ່ພໍໃຈທີ່ຈະໄດ້ຮັບການຊົດເຊີຍທີ່ ດິນ ແລະ ສິ່ງປຸກສ້າງທີ່ຕໍ່າເກີນໄປ ກໍຄື ໃນຂະນະທີ່ປະຊາຊົນເຫັນວ່າ ຄ່າຊົດເຊີຍທີ່ດິນຈະ ຕ້ອງບໍ່ຕໍ່າກວ່າ 100 ໂດລາຕໍ່ຕາແມັດນັ້ນ ກໍກັບປາກົດວ່າທາງການລາວ ຈະຊົດເຊີຍໃຫ້ພຽງ ແຕ່ 20 ໂດລາຕໍ່ຕາແມັດເທົ່ານັ້ນ.

ຫາກແຕ່ວ່າສຳລັບທາງການລາວແລ້ວ ກໍ່ຄືວ່າ ທີ່ດິນຢູ່ບຶງທາດຫຼວງນັ້ນເປັນທີ່ດິນຂອງລັດ ເພາະສະນັ້ນ ປະຊາຊົນທີ່ບຸກລຸກ ແລະ ຄອບຄອງທີ່ດິນຢ່າງບໍ່ຖືກຕ້ອງນັ້ນກໍ່ຈະຕ້ອງ ໂຍກຍ້າຍອອກໄປໂດຍບໍ່ໄດ້ຮັບ ການຊົດເຊີຍແຕ່ຢ່າງໃດ.

XS
SM
MD
LG