ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມເນໂຕ ກ່າວວ່າ ການປະຕິບັດງານທາງທະຫານ ກຳລັງທຳຄວາມຄືບໜ້າ ທີ່ອັຟການີສຖານ


​ຂ່າວ​ສະຖານະ​ ການ​ໃນ​ອັຟກາ​ນີສຖານ: ບັນດາ​ເຈົ້າ​ໜ້າ​ທ່ີ​ກຸ່ມ​ເນ​ໂຕ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ການ​ບຸກ​ໂຈມ​ຕີ​ກວດ​ລ້າງ​ຖະໜົນ​ຂອງ​ກຳລັງ​ນາໆ​ຊາດ​ ພວມ​ທຳ​ຄວາມ​ຄື້ບໜ້າ​ໃນ​ແຂວງ Helmand ​ໃນ​ພາກ​ໃຕ້ຂອງ​ອັຟກາ​ນີສຖານ ທ່ີ​ເປັນ​ທ່ີ​ໝັ້ນ​ແຫ່ງນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບັນ​ນັ້ນ. ກຸ່ມ​ພັນທະ​ມິດ​ກ່າວ​ວ່າ ການ​ປະຕິບັດ​ງານ​ ກວດ​ລ້າງ​ທີ່ຊື່ວ່າ Moshta-rak ​ໄດ້​ປັບປຸງອິດສະຣະພາບ​ໃນ​ການ​ເຄື່ອນ​ໄຫວ​ໄປມາໃນ​ຂົງ​ເຂດ​ໃຫ້ ດີ​ຂຶ້ນ​. ກຳລັງ​ຂອງ​ອັງກິດ ສະຫະຣັດ​ແລະ​ອັຟກາ​ນີສຖານ ​ໄດ້​ເລີ້ມ​ທຳ​ການກວດ​ລ້າງ​ທາງ​ພາກ​ພື້ນ​ດິນ​ໃນ​ເມືອງ Marjah ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງຂອງ​ຄວາມ​ພະຍາຍາມ​ ເພື່ອ​ເຂົ້າ​ຄວບ​ຄຸມ​ເມືອງ​ດັ່ງ​ກ່າວ ຄືນ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ທ່ີ​ໝັ້ນ​ໃຫຍ່ໆ​ຫລາຍ​ແຫ່ງ​ທ່ີ​ຍັງເຫລືອ​ຢູ່ຂອງ​ກຸ່ມ​ຕາ​ລີ​ບັນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ເຈົ້າ​ໜ້າ​ທ່ີ​ກຸ່ມ​ເນ​ໂຕ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ສະບັບ​ນຶ່ງ​ວ່າ ກຳລັງ​ປະສົມ​ໄດ້​ປະ​ເຊີນ​ກັບລະ​ເບີດ​ແຄມ​ທາງ​ທີ່​ພວກ​ຕາ ລີ​ບານ​ຫ້າງໄວ້ ​ ແລະ​ການ​ຍິງ​ປືນ​ນ້ອຍມາໃສ່​ເລັກໆ​ນ້ອຍໆ ຕລອດ​ທັງໄດ້ພົບ​ເຫັນ​ອາວຸດ​ທີ່​ຝ່າຍ​ກົງກັນຂ້າມ ​ປະ​ໄວ້.​ໃນ​ຂະນະ​ດຽວ​ກັນ ກຸ່ມ​ເນ​ໂຕ ປະກາດ​ໃຫ້​ຮູ້​ໃນ​ວັນ​ອາ ທິດ​ມື້​ນີ້​ວ່າ ຕົນ​ ຈັບໄດ້ ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ 2 ຄົນ ຊຶ່ງຄົນ​ນຶ່ງ​ໃນ​ນັ້ນ ສົງ​ໄສ​ວ່າ ເປັນ​ຜູ້​ບັນຊາ​ການ​ກຸ່ມ​ຕາ​ລີ​ບັນ. ຊາຍ​ທັງ​ສອງ​ຄົນ​ນີ້ ​ຖືກ​ຈັບໃນວັນ​ສຸກ​ ຜ່ານ​ມາ​. ໃນ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ​ໄດ້​ຮຽກຮ້ອງ​ອີກ​ເທື່ອ​ໃໝ່​ ໃຫ້​ກຸ່ມ​ຕາ​ລີ​ບັນ​ຮັບ​ເອົາ​ສັນຕິພາບ​ແລະ​ເຂົ້າ​ຮ່ວມ​ກັບຣັຖບານ.
​ແຕ່ອົງການ​ຂ່າວ Reuters ລາຍ​ງານ​ຂ່າວອ້າງ​ຄຳ​ເວົ້າ​ຂອງ​ໂຄສົກ​ກຸ່ມ​ຕາ​ລີ​ບັນ​ຄົນ​ນຶ່ງ​ໃນ​ວັນ​ອາທິດນີ້ ​ທ່ີ​ປະຕິ​ເສດ​ຕໍ່​ຄຳ​ຮຽກຮ້ອງ​ໃຫ້​ຮັບ​ເອົາ​ສັນຕິພາບ​ຂອງ​ປະທານາ​ທິບໍດີ​ ໂດຍ​ກ່າວ​ວ່າ ທ່ານ Karzai ພຽງ​ແຕ່​ເປັນ​ຫຸ່ນ​ຄົນ​ນຶ່ງ​ທ່ີ​ບໍ່​ສາມາດ​ເປັນ​ຜູ້ຕາງໜ້າ ໃຫ້​ປະ​ເທດ​ຫລືຣັຖບານ​ໃດ​ໄດ້.
ທີ່ພໍຈູກາລ:​ ເຈົ້າໜ້າ​ທີ່ປະເທດພໍຈູກາລກ່າວ​ວ່າ ​ໄພນ້ຳປ່າ​ທີ່​ໄຫລມາ​ຖ້ວ​ມຢ່າງ​ໄວ ແລະດິນເຈື່ອນທີ່ເກີດ ຈາກຝົນຕົກໜັກທີ່ເກາະຕາກອາກາດ Madeira ​ໃນ​ມະຫາ​ສະມຸດ​ແອັຕ​ແລນ​ຕິກ ຍັງຜົນໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 38 ຄົນ ແລະບາດເຈັບອີກຫລາຍກວ່າ 100 ຄົນ.ທ່ານ Francisco Ramos ລັດຖະມົນ ຕີຝ່າຍກິດຈະການສັງຄົມ ປະຈຳ​ເຂດ​ດັ່ງ​ກ່າວ ບອກກັບພວກ​ນັກຂ່າວ​ໃນວັນອາທິດມື້ນີ້ວ່າ ຈຳ ນວນຄົນເສຍຊີວິດອາດມີເພີ່ມຂື້ນ ​ແລະທ່ານກ່າວວ່າ ຕອນ​ນີ້ ຍັງບໍ່ ມີການປະເມີນໃດໆ ກ່ຽວ​ກັບຈຳນວນຄົນຜູ້ຫາຍສາບສູນນັ້ນເທື່ອ.ທ່ານ ຣາໂມສ ກ່າວວ່າ ການຄົ້ນຫາຊາກສົບຍັງດຳເນີນຕໍ່ໄປ ໃນ ຂະນະທີ່ລໍຄອຍພວກກູ້ພັຍຈາກທາງແຜ່ນດິນໃຫຍ່ ພໍຈູກາລ.
ສື່ມວນຊົນທ້ອງຖິ່ນລາຍງານວ່າ ຝົນຕົກໜັກ ແລະລົມແຮງໃນຄວາມ ໄວຮອດ ນຶ່ງຮ້ອຍກິໂລເມດຕໍ່ຊົ່ວໂມງ ໄດ້ປະທະເກາະ Madeira ຕອນແລງວັນເສົາວານນີ້ ເຮັດໃຫ້ຕົ້ນໄມ້​ໂກ່ນ​ ແລະຫັກລົ້ມຕັນຖະນົນ ຫົນທາງ ຂັດຂວາງ​ແລະ​ຖ່ວງ​ດຶງການກູ້​ໄພ ​ໃຫ້​ຊັກ​ຊ້າ.
ເກາະດັ່ງກ່າວ ຊຶ່ງເປັນບ່ອນທີ່ພວກນັກທ່ອງທ່ຽວມັກ​ໄປ​ຢ້ຽມຢາມ ຕັ້ງ ຢູ່ຫ່າງຈາກແຜ່ນດິນໃຫຍ່ ຂອງພໍຈູກາລ ​ໄປທາງກ້ຳຕາເວັນຕົກສຽງໄຕ້ ປະມານ 900 ຫລັກກິໂລເມດ. ເວລານີ້ຍັງບໍ່ເປັນ ທີ່ແຈ້ງ ຂາວເທື່ອວ່າ ມີພວກນັກທ່ອງທ່ຽວຮວມຢູ່​ໃນ​ພວກ​ທີ່ເສຍຊີວິດ ຫລືໄດ້ຮັບບາດເຈັບໃນເຫດການຄັ້ງນີ້ນຳຫລືບໍ່.
ການ​ເລືອກ​ຕັ້ງ​ທີ່ອິຣັກ: ​ກຸ່ມການ​ເມືອງ​ສຳຄັນກຸ່ມ​ນຶ່ງ​ຂອງ​ຊາວຊຸນ​ນີ ທ່ີ​ເປັນ​ຊົນ​ກຸ່ມ​ໃຫຍ່​ໃນ​ອິຣັກ ​ໄດ້ຖອນໂຕອອກ​ຈາກ​ການ​ເຂົ້າ​ປະກອບສ່ວນໃນ​ການ​ເລືອກ​ຕັ້ງ ຊຶ່ງ​ກຳ ນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 7 ມີນາ​ໜ້າ​ນີ້ ໂດຍ​ກ່າວ​ຫາ​ວ່າ ອິຣ່ານ​ໄດ້​ນຳພາ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຫ້າມ​ພວກສະມາຊິກ​ຫລາຍ​ຮ້ອຍ​ຄົນ​ຂອງ​ກຸ່ມ​ ດັ່ງກ່າວ ​ບໍ່​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ເລືອກຕັ້ງ​.
​ທ່ານ Haidar al-Mullah ​ໂຄສົກ​ປະຈຳ​ກຸ່ມ​ແນວ​ໂຮມ​ສົນທະນາ​ຫາລື​ ແຫ່ງ​ຊາດ​ ຫລື National Dialogue Front ກ່າວ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ກຸ່ມ​ຊຸນ​ນີ ບໍ່​ສາມາດ​ເຂົ້າ​ຮ່ວມ​ໃນ​ອັນ​ທ່ີ​ທ່ານ​ເອີ້ນ​ວ່າ “ການ​ດຳ​ເນີນ ຂັ້ນ​ຕອນດ້ານ​ການ​ເມືອງທ່ີ​ຄວບ​ຄຸມໂດຍຕ່າງປະ​ເທດ​ນັ້ນ”.
ທ່ານal-Mullah ກ່າວ​ຕື່ມ​ວ່າ ພວກ​ຜູ້ນຳ​ພັກ​ໄດ້ທຳ​ການ​ຕັດສິນ​ໃຈດັ່ງ ກ່າວ ​ຫລັງ​ຈາກ ນາຍ​ພົນ Ray Odierno ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ສະຫະຣັດໃນ​ອິຣັກ ກ່າວ​ໃນ​ຕົ້ນ​ສັບປະດາ​ນີ້​ວ່າ ​ມີ​ຫລັກຖານ​ ໂດຍ​ກົງ ທ່ີ​ສະ​ແດງ​ໃຫ້​ເຫັນ​ວ່າ ອິຣ່ານຊຶ່ງ​ພົນລະ​ເມືອງ​ສ່ວນ​ໃຫຍ່​ເປັນ ຊາວ Shi’ite ນັ້ນ ​ໄດ້​ຊ່ອຍວາງ​ແຜນ​ໃນ​ການ​ເຮັດ​ໃຫ້​ພວກ​ນັກ​ການ​ເມືອງ​ນິກາຍ​ຊຸນ​ນີຫລາຍຄົນ ​ບໍ່​ມີ​ສິດ​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ທ່ີ​ອິຣັກນັ້ນ. ນອກ​ນີ້ທ່ານ al-Mullah ຍັງ​ໄດ້​ຮຽກຮ້ອງ​ໃຫ້ພັກການ ​ເມືອງ​ອື່ນໆ​ ຮ່ວມກັນຂ້ວາ​ມບາດຫລື​ຄັດ​ຄ້ານ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ນຳ. ພັກ National Dialog Front ​ແມ່ນ​ນຳພາໂດຍ ທ່ານ Saleh al-Mutlak ສະມາຊິກ​ສະພາ​ທ່ີ​ມີ​ຊື່​ສຽງ​ໂດງດັງຄົນ​ນຶ່ງ​ຂອງ​ກຸ່ມຊຸນ​ນີ ທ່ີ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ ຍ້ອນ​ຂໍ້​ກ່າວ​ຫາ​ທ່ີ​ວ່າທ່ານມີ​ສາຍ ​ພົວພັນ​ກັບ​ພັກ​ຂອງ​ມື້​ລາງ​ຜູ້ນຳ​ອິຣັກ ​ຊັດ​ດັມຮຸ​ສ​ເຊ​ນ ນັ້ນ.
ປາເລສໄຕນ໌ ແລະອີສຣາແອລ: ອີສຣາແອລ​ໄດ້​ປະຕິ​ເສດ​ຕໍ່ແນວຄິດ ທີ່​ໃຫ້ນາໆຊາດຮັບຮູ້ປາເເລສຕາຍ ເປັນປະເທດນຶ່ງ ກ່ອນການເຈລະຈາ ຈະສຳເລັດລົງ.ທາງການອີສຣາແອລກ່າວ​ໃນວັນອາທິດ ມື້ນີ້ວ່າ ການເຄຶ່ອນໄຫວ​ແບບ​ນັ້ນ ແມ່ນຈະຂັດຂວາງການດຳເນີນງານເພື່ອສັນຕິພາບ ແລະອຳນວຍ ເຫດຜົນ ໃຫ້ປາເລສຕາຍນຍົກ​ຂຶ້ນ​ມາ​ອ້າງ​ວ່າ ບໍ່ຕ້ອງມີທຳເຈລະຈາກັນ.ຄຳ​ແຖ​ລງດັ່ງກ່າວ​ຂອງ​ອິນຣາ​ແອ​ລ​ ແມ່ນ​ເປັນການຕອບໂຕ້ ຕໍ່ຂໍ້ສະເໜີອັນນຶ່ງທີ່ນຳ ສະເໜີໂດຍລັດຖະມົນຕີຕ່າງປະເທດຝລັ່ງ ໃນການ​ໃຫ້ສຳພາດຂ່າວ ທີ່​ຖືກ​ນຳ​ອອກເຜີຍ​ແຜ່​ທາງ​ໜັງສືພິມ. ທ່ານ Bernard Kouchner ໄດ້ບອກກັບອົງການຂ່າວ Journal du Dimanche ວ່າກຳລັງມີການຈັດຕັງອົງການ​ຕ່າງໆ​ທີ່​ມີ​ລັກສະນະ​ເປັນ​ຂອງປະເທດ ຢູ່ໃນເຂດ West Bank ຊຶ່ງໂຮມທັງກຳລັງຕຳຫລວດທີ່ ຝລັ່ງ​ເປັນ​ຜູ້​ໃຫ້ການ​ເຝິກອົບຮົມ ແລະທຸຣະກິດໃໝ່ໆຫລາຍຢ່າງ.
ທ່ານກ່າວວ່າ ທ່ານສາມາດຫລິງເຫັນການສະຖາປະນາລັດປາ​ເເລສ ຕາຍ ແລະການຮັບຮູ້ຂອງນາໆຊາດ ກ່ອນໜ້າການເຈລະຈາຕໍ່ຮອງ ວ່າດ້ວຍ​ແຂ​ດແດນກັບ​ອິສຣາ​ແອ​ລ ຈະ​ສຳ​ເລັດ​ລົງ. ທ່ານ Salam Fayyad ນາຍົກລັດຖະມົນຕີປາ​ເເລສຕາຍ ກ່າວວ່າ ທ່ານມີແຜນການທີ່ຈະສ້າງ ຕັ້ງລັດປາ​ເເລສຕາຍຂື້ນ ພາຍໃນສອງປີ ໂດຍທີ່ບໍ່ສົນໃຈວ່າ ຂັ້ນຕອນ​ການດຳເນີນການເພື່ອສັນຕິພາບ ຈະ​ໄປ​ຮອດ​ໃສ.
ທີ່ຟີ​ລິບ​ປິນ: ບັນດາ​ນາຍ​ທະຫານ​ຟີ​ລິບ​ປິນ ກ່າວ​ວ່າ ພວກ​ຫົວໜ້າ​ສູງ​ສຸດ​ຂອງ​ກຸ່ມ Abu Sayyaf ທ່ີ​ມີ​ສ່ວນ​ພົວພັນ​ກັບ​ກຸ່ມ al-Qaida ອາດ​ຮວມຢູ່​ໃນ ຈຳນວນ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ 6 ຄົນ​ ທ່ີ​ໄດ້​ເສັຍ​ຊີວິດ​ໄປ​ໃນ​ການ​ສູ້ ຣົບກັນ​ໃນ​ເຂດ​ວຸ້ນ​ວາຍທາງ​ພາກ​ໃຕ້​ຂອງ​ປະ​ເທດ ໃນ​ວັນ​ອາທິດ​ມື້​ນີ້​ກໍ​ເປັນ​ໄດ້. ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ​ໃນ​ບັນດາ​ພວກ​ທ່ີເຊື່ອ​ກັນວ່າ ​ຖືກ​ຂ້າ​ຕາຍ​ໃນ​ເກາະ Jolo ​ມີນາຍ Albadar Parad ຜູ້ນຳ​ກຸ່ມ Abu Sayyaf ຮ່ວມ​ຢູ່​ນຳ ຊຶ່ງ​ຜູ້ກ່ຽວ​ເປັນ​ຜູ້ນຳ​ພາ​ໃນ​ການ​ລັກພາ​ໂຕ ພະນັກງານ​ຂອງ​ສະພາກາ​ແດງ 3 ຄົນ​ໃນ​ປີ​ແລ້ວ​ນີ້.
ພວກ​ນາຍ​ທະຫານ​ອື່ນໆ​ກໍກ່າວ​ວ່າ ນ້ອງ​ຊາຍ​ຂອງ​ນາຍ Umbra Jumdail ນຶ່ງ​ໃນ​ບັນດາ​ແກນ​ນຳ​ຂອງ​ກຸ່ມAbu Sayyaf ​ກໍໄດ້​ຖືກ​ຂ້າ​ຕາຍ​ເຊັ່ນ​ກັນ. ກອງທັບ​ຟີ​ລິບ​ປິນກ່າວ​ວ່າ ທະຫານ​ຝ່າຍຣັຖບານ3 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ນີ້. ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ບັນດາ​ເຈົ້າ​ໜ້າ​ທ່ີ​ປະກາດ​ໃຫ້​ຮູ້​ວ່າ ພວກ​ເຂົາ​ເຈົ້າ ໄດ້​ຈັບ​ກຸມ​ຄົນ​ນຶ່ງ​ທ່ີ​ສົງ​ໄສ​ວ່າ​ເປັນ​ກະບົດ​ມຸສລິ​ມ ທ່ີ​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ລັກພາ​ໂຕ​ນັກ​ທ່ອງ​ທ່ຽວ​ອາ​ເມຣິກັນ 3 ຄົນ​ເມື່ອ 9 ປີຜ່ານມາ​ນັ້ນ​ແລະວ່ານາຍ Jumadail Arad ​ໄດ້​ຖືກ​ຈັບ​ກຸມໃນ​ວັນ​ພະຫັດ​ສັບປະດາ​ແລ້ວ​ນີ້​ທ່ີ​ທ່າ​ເຮືອ​ແຫ່ງ​ນຶ່ງ​ຂອງກຸງ​ມາ​ນີລາ.
ທີ່ມຽນມ້າ ລາຍງານຈາກນະຄອນຢ່າງກຸ້ງ ປະ​ເທດ​ມຽນມ້າ ເວົ້າວ່າ ລັດຖະບານ ທະຫານມຽນມາ ໄດ້ຕັດ ສິນໂທດ​ ຢ່າງງຽບງຽບ ​ໃຫ້ພຣະສົງອົງນຶ່ງຈຳ ຄຸກ​ເປັນ​ເວລາເຈັດປີ ໃນລະ​ວ່າງ​ການຢ້ຽມຢາມຂອງທູດພິ ເສດຮັບຜິດ ຊອບສິດທິມະນຸດຂອງອົງການໍສະຫະປະຊາຊາດ ໃນອາທິດຜ່ານ​ມາ​ນີ້.
ທະນາຍຄວາມທ່ານນຶ່ງກ່າວເມື່ອວັນເສົາວານນີ້ວ່າ ພຣະ Gaw Thita ໄດ້ຖືກຈັບກຸມເມື່ອ ເດືອນສິງຫາ ຜ່ານມາ ໃນະຂະນະທິ່ທ່ານເດີນທາງ ກັບຈາກໄຕ້ຫວັນ ຊຶ່ງທ່ານໄດ້ຖືກຕັດສິນວ່າ ມີ​ຄວາມຜິດຢູ່ທີ່ຄຸກ Insein ທີ່ມີຊື່ສຽງ​ເໜ່ົາ​ເໝັນຂອງມຽນມາ ເມື່ອວັນພຸດຜ່ານມາ ໃນຂໍ້ ຫາສາມກະທົງ ໂຮມທັງການຕັ້ງສະມາຄົມຂຶ້ນ​ຢ່າງຜິດກົດໝາຍ.ທະນາຍຄວາມກ່າວຕື່ມວ່າ ນອກ​ນັ້ນ ພຣະອົງສົງ​ນີ້ຍັງຖືກຕັດສິນວ່າ ກະທຳຜິດ ທີ່ບໍ່ຍອມ​ແຈ້ງວ່າ​ຕົນ​ມີເງິນຕາຕ່າງປະເທດຢູ່​ໃນ​ຄວາມ​ຄອບ ຄອງ ແລະຝ່າຝືນກົດໝາຍເຂົ້າເມືອງ ຍ້ອນການເດີນ ທາງໄປໄຕ້ຫວັນ ນັ້ນ.

XS
SM
MD
LG