ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະບວນຕໍ່ຕ້ານການມີຮ່າງກາຍອ້ວນພີເກີນໄປຂອງເດັກນ້ອຍ


ທ່ານນາງມີ​ແຊລ ໂອບາມາ ພັນ​ລະ​ຍາ​ຂອງ​ປະທານາທິບໍດີສະຫະລັດ ໄດ້ຖະ​ແຫລ​ງເປີດ ເຜີຍ​ໂຄງການລິເລີ້ມເພື່ອຕໍ່ສູ້ຕ້ານຄວາມຕຸ້ຍ ຫລື​ ການມີ​ຮ່າງກາຍ​ອ້ວນພີເກີນໄປຂອງເດັກ ນ້ອຍແລະພ້ອມດຽວ​ກັນນີ້ ທ່ານປະທານາ ທິບໍດີໂອບາມາກໍໄດ້ປະກາດ​ຈັດຕັ້ງໜ່ວຍ ງານສະເພາະກິດຕ້ານກັບການ​ອ້ວນ​ພີເກີນ ໄປໃນກຸ່ມເດັກນ້ອຍອາເມຣິກັນໜ່ວຍ​ທຳ​ອິດ​ຂຶ້ນ.

ເດັກນ້ອຍອາເມລິກັນໜຶ່ງໃນສາມຄົນ​ໃດ​ແມ່ນ ມີນ້ຳໜັກຫລືຕຸ້ຍພີຫລາຍເກີນໄປຕົວ​ເລກ​ນີ້​ແມ່ນ ສະຖິຕິທີ່ພັນລະຍາຂອງປະທານາທິບໍດີຂອງ ສະຫະລັດທ່ານນາງ ມີແຊລ ໂອບາມາ ​ໄດ້​ອ້າງ​ເຖິງ​ໃນເວລາທີ່ທ່ານນາງປະກາດ​ຄງການລິເລີ້ມທີ່​ມີຊື່ວ່າ "Let's Move" ຫລື "ມາ​ພາກັນ​ເຄື່ອນ​ໄຫວ​ເຮັດສິ່ງໃດ​ສິ່ງ​ນຶ່ງ​ເຖາະ" ​ ເພື່ອ​ທຳ​ການປຸກລະດົມ​ໃນທົ່ວ​ປະ​ເທດ​ຊຶ່ງ​ເປົ້າໝາຍ ແມ່ນແນໃສ່​ເພື່ອຕໍ່ຕ້ານອາການຕຸ້ຍເກີນໄປຢູ່ໃນກຸ່ມເດັກນ້ອຍໂດຍການ ສອນເດັກນ້ອຍ​ໃຫ້ ມັກອອກກຳລັງກາຍ ແລະ ບຳລຸງຮ່າງກາຍ​ໂດຍ​ການ​ກິນອາຫານທີ່​ມີ​ທາດ​ບໍາລຸງດີຫລາຍ ກວ່າ​ເກົ່າ.

ການອອກກຳລັງກາຍແມ່ນເປົ້າໝາຍນຶ່ງໃນ​ໂຄງການລິເລີ້ມ "Let's Move" ຂອງທ່ານນາງ ມີ​ແຊລ ໂອບາມາ. ​ແລະ ການກິນ​ອາຫານ​ທີ່​ມີ​ທາດບຳລຸງຮ່າງກາຍ​ເຊັ່ນການກິນ​ຫົວແຄຣອດ ນັ້ນກໍ​ເປັນ​ອີກເປົ້າໝາຍໜຶ່ງຂອງໂຄງການນີ້.

ທ່ານ​ແພດ​ໃຫຍ່ຂອງກະຊວງ​ສາທາລະນະ​ສຸກ​ຂອງສະຫະລັດເວົ້າວ່າ ເດັກນ້ອຍອາເມຣິກັນ 1 ​ໃນ 3 ຄົນ​ໃດແມ່ນມີນ້ຳໜັກຫລືຕຸ້ຍພີ​ຫລາຍເກີນໄປ ​ຊຶ່ງ​ໄດ້​ເຮັດ​ໃຫ້ເດັກນ້ອຍ​ໃນ​ສະຫະຣັດ ຕຸ້ຍ​ໃຫຍ່ກວ່າໝູ່ໝົດ​ເມື່ອທຽບກັບບັນດາ​ເດັກ​ນ້ອຍ​ໃນ​ພວກ​ປະ​ເທດພັດທະນາ ຫລື ຈະ​ເລີ​ນ​ແລ້ວ​ທັງຫລາຍ. ແລະ ໃນສາມທົດ​ສະ​ວັດ ຫລື 30 ປີ​ທີ່ຜ່ານມານີ້ອັດຕາເດັກນ້ອຍທີ່ຕຸ້ຍ ເກີນໄປຢູ່ໃນອາເມລິກາໄດ້ເພີ້ມຂຶ້ນສາມເທົ່າ. ສະນັ້ນ ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະລັດພັນ​ລະ​ຍາຂອງປະທານາທິບໍດີ​ໂອ​ບາ​ມາຈຶ່ງຢາກຈຳກັດ ຫລື ຫລຸດ​ຊ່ອງ​ຫວ່າງ​ຂອງຄວາມແຕກ ຕ່າງທີ່​ວ່າ​ນີ້ລົງ​ໃຫ້​ໄດ້​ພາຍ​ໃນໄລຍະ​ເວລາ​ນຶ່ງ​ຊົ່ວຄົນ​.

ທ່ານນາງໂອບາມາ ກຳລັງສົ່ງເສີມ​ໃຫ້​ມີ​ ການອອກກຳລັງກາຍຫລາຍ​ຂຶ້ນ ແລະ ​ໃຫ້ມີການບໍລິການອາຫານທີ່ດີຕໍ່ສຸກຂະ ພາບຫລາຍຂຶ້ນຢູ່ໃນຫ້ອງ​ອາຫານ​ຂອງ ໂຮງຮຽນ.ທ່ານນາງເວົ້າວ່າເດັກນ້ອຍ ອາເມລິກັນຈຳນວນ 30 ລ້ານຄົນແມ່ນ ໄດ້ຮັບທາດ calories ສ່ວນໃຫຍ່ມາຈາກ ອາຫານທີ່​ເຂົາ​ເຈົ້າກິນຢູ່ໂຮງຮຽນ ຂອງພວກເຂົາ. ຄະນະລັດຖະບານ​ປັດຈຸ​ບັນຂອງສະ ຫະຣັດກຳລັງສະເໜີ​ຂໍງົບປະມານຈຳນວນ 10 ຕື້ ຫລື 10 ພັນລ້ານໂດລາຈາກ​ລັດຖະສະພາ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການວາງມາດຕະຖານອາຫານ​ທີ່​ມີທາດບຳລຸງສູງ​ຕໍ່ຮ່າງກາຍຢູ່​ໃນໂຮງຮຽນພາຍ ໃນຊ່ວງ​ໄລຍະສິບປີຂ້າງໜ້າ. ທ່ານ​ນາງໂອ​ບາ​ມາ:

ພັນລະຍາຂອງປະທານາທິບໍດີສະຫະລັດ​ເວົ້າວ່າ ຄ່າ​ໃຊ້​ຈ່າຍ​ໃນການປິ່ນປົວພະຍາດທີ່​ມີສາ​ເຫດເນື່ອງ​ມາ​ຈາກການຕຸ້ຍເກີນໄປແມ່ນຕົກ​ເປັນ​ເກືອບ 150 ຕື້ ຫລື 150 ພັນ​ລ້ານໂດລ້າ​ໃນ​ແຕ່ລະປີ. ພວກທ່ານໝໍປົວ​ເດັກເວົ້າວ່າ ຖ້າຫາກເດັກນ້ອຍເລີ້ມມີ​ນິ​ໃສລຶ້ງກິນອາຫານທີ່​ມີ​ປະໂຫຍ​ດຕໍ່ຮ່າງກາຍຕັ້ງແຕ່ອາຍຸຍັງນ້ອຍເດັກນ້ອຍທີ່ຕຸ້ຍພີ​ເກີນ​ໄປ​ນັ້ນກໍຈະຈ່ອຍລົງ ແລະ ກໍ​ຈະ ບໍ່ກາຍ​ເປັນ​ຜູ້ໃຫຍ່ທີ່ອ້ວນ​ພີ​ເກີນ​ໄປໃນ​ເວລາ​ທີ່​ພວກ​ເຂົາ​ເຈົ້າໃຫຍ່ຂຶ້ນມາ.

ທ່ານ​ນາງດອກ​ເຕີ້ Judith Palfrey ຈາກ​ສະ​ຖາ​ບັນ​ນາຍ​ແພດ​ເດັກ​ອາ​ເມຣິກັນກ່າວ​ເຖິງ​ບັນຫາ​ຈາກ​ການ​ຕຸ້ຍ​ພີ​ເກີນ​ໄປ​ນັ້ນ.

ນັກຊ່ຽວຊານດ້ານສຸຂະພາບແນະນຳໃຫ້ເດັກນ້ອຍ​ອອກກຳລັງກາຍຢ່າງ​ແຂັງ​ຂັນ​ເປັນ​ປະຈຳ ມື້ລະໜຶ່ງຊົ່ວໂມງ. ຫາກແຕ່ວ່າ ມັນເປັນ​ການຍາກຫລາຍ ທີ່​ຈະ​ຊຸກຍູ້​ໃຫ້ເດັກນ້ອຍອາເມລິ ກັນທີ່ໃຊ້ເວລາເຈັດຊົ່ວໂມງເຄິ່ງເບິ່ງໂທລະພາບ ຫລື ຫລີ້ນເກມອີເລັກໂທນິກ​ໃນ​ແຕ່​ລະ​ມື້ນັ້ນ​ໃຫ້​ອອກກຳລັງ​ກາຍ​ໄດ້.

ພ້ອມ​ກັບ​ການ​ປະກາດ​ໂຄງການ​ລິ​ເລີ້ມ​ຂອງ​ພັນ​ລະ​ຍາ​ຂອງ​ທ່ານ​ນັ້ນປະທານາທິບໍດີ ໂອບາ ມາໄດ້ຈັດຕັ້ງໜ່ວຍງານສະ​ເພາະ​ກິດເພື່ອຕໍ່ຕ້ານກັບຄວາມຕຸ້ຍພີເກີນ​ໄປ​ໃນ​ພວກ​ເດັກນ້ອຍ ໜ່ວຍທຳອິດຂຶ້ນ, ແລະ ສັ່ງໃຫ້ໜ່ວຍງານທີ່​ວ່ານີ້ນຳເອົາແຜນ​ປະຕິບັດ​ງານ​ມາສະ​ເໜີ​ທ່ານ ພາຍໃນ​ເວລາສາມເດືອນຕໍ່ໜ້າ.

ທ່ານນາງໂອບາມາເວົ້າວ່າຄວາມຄິດຂອງທ່ານ​ນາງບໍ່ແມ່ນເພື່ອຢາກກຳຈັດ​ຂອງກິນພວກ​ປະ​ເພດ​ໄວ​ທັນ​ໃຈ ທີ່​ພວກ​ເດັກນ້ອຍ​ມັກນັ້ນ ອອກ​ໄປຈາກຊີວິດຂອງ​ເຂົາ​ເຈົ້າ, ​ແຕ່ວ່າຢາກ​ໃຫ້​ມັນ​ມີ​ການ​ສົມ​ດູ​ນກັນໃນລະຫວ່າງການ​ກິນອາຫານ​ປະ​ເພດ ​ແຮມ​ເບີ​ເກີ້ ​ແລະ​ມັນຝລັ່ງຈືນກັບ ການ​ກິນຜັກ, ໝາກໄມ້ແລະການອອກກຳລັງກາຍ.
XS
SM
MD
LG