ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານໄນເຈີ ກໍ່ຣັຖປະຫານ ໂຄ່ນລົ້ມ ປະທານາທິບໍດີ


ໄນເຈີ: ພວກຜູ້ນຳທະຫານ ທີ່ຢຶດອຳນາດ ໃນ ປະເທດໄນເຈີ ໃນອາຟຣິກາຕາເວັນຕົກກ່າວໃນ ວັນສຸກມື້ນີ້ວ່າ ຜູ້ນຳຂອງຕົນ ແມ່ນພັນອາກາດ ຕຣີ SALOU DJIBO. ພວກທະຫານໄດ້ກໍ່ຣັຖ ປະຫານຂຶ້ນ ໃນວັນພະຫັດວານນີ້ ໂດຍເວົ້າວ່າ ພວກເຂົາເຈົ້າ ໄດ້ໂຈະການປົກຄອງດ້ວຍຣັຖທັມ ມະນູນເປັນການຊົ່ວຄາວ ແລະຍຸບທຸກສະຖາບັນ ຂອງຣັຖບານ. ກຸ່ມຈັດຕັ້ງຕ່າງໆ ຢູ່ໃນຂົງເຂດ ຮວມທັງ ສະຫະພາບອາຟຣິກາ ແລະປະຊາຄົມ ເສຖກິດຂອງບັນດາປະເທດໃນເຂດພາກຕາເວັນ ຕົກ ຂອງອາຟຣິກາຕ່າງກໍໄດ້ປະນາມການກໍ່ຣັຖ ປະຫານໃນຄັ້ງນີ້. ໂຄສົກຄົນນຶ່ງຂອງພວກທະຫານປະກາດທາງໂທຣະພາບ ຂອງຣັຖບານ ໃນມື້ວານນີ້ວ່າ ພວກທະຫານ ຕ້ອງໄດ້ເຂົ້າກຳ ຄວາມຮັບຜິດຊອບ ເພື່ອຍຸຕິສະຖານະການ ທີ່ເຄັ່ງຕຶງ ທາງດ້ານການເມືອງຢູ່ໃນປະເທດດັ່ງກ່າວ. ເມື່ອໄວໆມານີ້ ປະທານາທິບໍດີ MA MADOU TANDJA ໄດ້ປ່ຽນກົດໝາຍ ຣັຖທັມມະນູນຂອງປະເທດ ເພື່ອຕໍ່ອາຍຸການປົກ ຄອງ ຂອງທ່ານ ຊຶ່ງເປັນການເຄື່ອນໄຫວ ທີ່ໄດ້ຣັບ ການຕຳໜິຕິຕຽນຢ່າງກວ້າງຂວາງ ທັງ ຈາກພາຍໃນ ແລະຕ່າງປະເທດ.

ສະຫະຣັດ - ອົງດາໄລລາມະ: ເຈົ້າໜ້າ ທີ່ຈີນ ໄດ້ຮຽກໂຕ ເອກອັຄຣັຖທູດສະຫະຣັດ ປະຈຳປະເທດຈີນ ເຂົ້າພົບ ເພື່ອປະທ້ວງ ຕໍ່ ການພົບປະ ຂອງປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ກັບ ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈ ທີ່ລີ້ພັຍ ຢູ່ໃນ ຕ່າງປະເທດຂອງຊາວທິເບດ. ກະຊວງການ ຕ່າງປະເທດຈີນ ກ່າວວ່າ ຮອງຣັຖມຸນຕຣີ ການຕ່າງປະເທດ ທ່ານ CUI TIANKAI ໄດ້ຮຽກໂຕເອກອັຄຣັຖທູດສະຫະຣັດທ່ານ JON HUNTSMAN ໄປພົບເພື່ອຍື່ນໃນ ອັນທີ່ກະຊວງການ ຕ່າງປະເທດຈີນ ເອີ້ນວ່າ ການປະທ້ວງຢ່າງເຂັ່ງຂຶມ ກ່ຽວກັບການພົບ ປະຂອງທ່ານ OBAMA. ບໍ່ເທົ່າໃດຊົ່ວໂມງ ລຸນຫລັງ ການສົນທະນາຫາຣື ລະຫວ່າງ ອົງ ດາໄລລາມະ ແລະທ່ານ OBAMA ຊຶ່ງຕ່າງກໍເຄີຍ ໄດ້ຮັບລາງວັນ ໂນແບລ ຂແນງ ສັນຕິພາບ ສິ້ນສຸດລົງ ທີ່ກຸງວໍຊິງຕັນ ໂຄສົກ ກະຊວງການ ຕ່າງປະເທດຈີນ ທ່ານ MA ZHAOXU ກໍໄດ້ອອກ ຖແລງການສະບັບນຶ່ງ ເວົ້າວ່າ ການພົບປະ ທີ່ວ່ານີ້ ແມ່ນຂັດກັບ ການໃຫ້ຄຳໝັ້ນໝາຍ ຊຳແລ້ວຊຳອີກ ຂອງຣັຖບານ ສະຫະຣັດ ໃນການຮັບຮູ້ວ່າ ທິເບດ ແມ່ນເປັນສ່ວນນຶ່ງ ຂອງຈີນ ແລະບໍ່ໃຫ້ການສນັບສນຸນ ການເປັນເອກກະຣາດຂອງທິເບດ.

ໄທ- ຄົນງານຕ່າງດ້າວ: ນັກຊ່ຽວຊານ ດ້ານ ສິດທິມະນຸດຄົນນຶ່ງ ຂອງອົງການ ສະຫະປະຊາ ຊາດ ໄດ້ສະແດງ ຄວາມວິຕົກກັງວົນ ເປັນທີ່ສຸດ ໃນວັນພະຫັດ ວານນີ້ ກ່ຽວກັບ ແຜນການຂອງ ໄທ ທີ່ຈະຈົດບັນທຶກສັນຊາດ ຂອງພວກຄົນງານ ຕ່າງດ້າວໂດຍເວົ້າວ່າ ມັນອາດຈະພາໃຫ້ມີການ ຜັກດັນ ຫລືຈັດສົ່ງ ພວກຄົນງານເຫລົ່ານີ້ກັບຄືນ ປະເທດຄັ້ງໃຫຍ່ ພາຍໃນ ທ້າຍເດືອນນີ້. ທ່ານ JORGE BUSTAMANTE ກ່າວວ່າ ທັງພວກ ຄົນງານ ທີ່ມີແລະບໍ່ມີເອກກະສານ ຈາກມຽນມາ ກຳປູເຈັຽ ແລະລາວ ປະເຊີນກັບ ການຖືກສົ່ງ ກັບຄືນປະເທດ ຈາກໄທ. ໄທໄດ້ໂອກາດແກ່ ພວກຄົນງານ ຕ່າງດ້າວ ປະມານ 1 ລ້ານ 3 ແສນຄົນ ຕໍ່ໃບອະນຸຍາດເຮັດວຽກ ໄດ້ 2 ປີ ຖ້າພວກເຂົາເຈົ້າ ຫາກຍື່ນຂໍ້ມູນ ຊີວະປະວັດ ໄປຍັງຣັຖບານ ຂອງພວກເຂົາເຈົ້າ ກ່ອນວັນ ທີ 28 ກຸມພາ. ພວກທີ່ບໍ່ໄດ້ປະຕິບັດຕາມ ກຳນົດເວລາຕາຍໂຕ ຫລືເສັ້ນຕາຍ ດັ່ງກ່າວນີ້ ແລ້ວ ແມ່ນສ່ຽງຕໍ່ການ ຖືກເນຣະເທດ. ທ່ານ BUSTAMANTE ໄດ້ກ່າວເຕືອນ ຢູ່ທີ່ນະ ຄອນເຈນີວາ ໃນມື້ວານນີ້ວ່າ ພວກຄົນງານ ຕ່າງດ້າວບາງຄົນ ທີ່ປະເຊີນກັບ ການຖືກເນ ຣະເທດນັ້ນ ອາດຈຳເປັນ ຕ້ອງໄດ້ຮັບການຊ່ອຍເຫລືອ ຈາກນາໆຊາດ ແລະບໍ່ຄວນສົ່ງ ພວກເຂົາເຈົ້າ ກັບຄືນປະເທດ.

ບັງກລາແດັສ - ໄທ: ຕຳຣວດບັງກລາແດສ ກ່າວວ່າ ຣົດບັນທຸກຄັນນຶ່ງ ທີ່ແລ່ນໄວ ໄດ້ເກີດອຸບັດຕິເຫດຕຳກັນ ກັບ ຂະບວນຣົດຂອງເຈົ້າຍິງໄທ ທີ່ພວມຢູ່ໃນລະຫວ່າງ ການສະເດັດປະພາດ ບັງກລາແດສ ເຮັດໃຫ້ເຈົ້າໜ້າທີ່ ສະຖານທູດໄທຄົນນຶ່ງເສັຽຊີວິດ. ເຈົ້າໜ້າທີ່ກ່າວວ່າ ຣົດ ຂອງເຈົ້າຍິງ ມະຫາຈັກກຣີ ສິຣິນທອນ ບໍ່ໄດ້ພົວພັນໃນ ອຸບັດຕິເຫດ ທີ່ເມືອງ TANGAIL ຊຶ່ງຕັ້ງຫ່າງຈາກ ນະ ຄອນຫຼວງດາກາ ໄປທາງຕາເວັນຕົກສຽງເໜືອປະມານ 80 ຫລັກກິໂລແມັດນັ້ນ. ເຈົ້າໜ້າທີ່ໄທ ລາຍງານວ່າ ກົງສຸນຄົນນຶ່ງ ປະຈຳສະຖານທູດໄທ ໃນບັງກລາແດັສ ໄດ້ຮັບບາດເຈັບສາຫັດ ແລະເສັຽຊີວິດ ໃນເວລາຕໍ່ມາ ຢູ່ທີ່ໂຮງພະຍາບານທ້ອງຖິ່ນ. ເຈົ້າຍິງໄທ ໄດ້ສະເດັດປະພາດ ບັງກລາແດສ ໃນຖານະ ທີ່ເປັນພາກສ່ວນນຶ່ງ ຂອງຄະນະຄົ້ນຄວ້າ ສະຫະຣັດ ຈາກມະຫາວິທຍາລັຍ JOHNS HOPKINS ໃນຣັດ MARYLAND.

ປາກິສຖານ: ເຈົ້າໜ້າທີ່ປາກິສຖານກ່າວວ່ານ້ອງຊາຍ ຂອງຂຸນເສິກ ອັຟການິສຖານຄົນນຶ່ງ ທີ່ມີຄວາມສັມພັນ ກັບກຸ່ມທາລີບານ ໄດ້ຖືກຂ້າຕາຍ ໃນການໂຈມຕີດ້ວຍ ລູກສອນໄຟ ຂອງສະຫະຣັດ ໃນພາກຕາເວັນຕົກສຽງ ເໜືອ ຂອງປາກິສຖານ. ເຈົ້າໜ້າທີ່ເວົ້າວ່າ ນາຍ MO HAMMED HAQQANI ໄດ້ຖືກຂ້າຕາຍ ໃນວັນພະ ຫັດວານນີ້ ໃນການໂຈມຕີຢູ່ເຂດ DANDEY DARPA KHEL ໃນ WAZIRISTAN ເໜືອ. ນອກນັ້ນແລ້ວ ຍັງມີອີກ 3 ຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີຢູ່ໃນ ເຂດຊົນເຜົ່າ ທີ່ບ້ານເມືອງບໍ່ມີຂື່ມີແປ ໃກ້ກັບຊາຍແດນ ອັຟການິສຖານນັ້ນ. ນາຍ MOHAMMED ເປັນນ້ອງຊາຍ ຂອງນາຍ SIRAJUDDIN HAQQANI ຜູ້ນຳອະວຸໂສ ຂອງຕາໜ່າງ ກຳລັງປະກອບອາວຸດຫົວຮຸນແຮງ ທີ່ມີຄວາມ ສັມພັນ ກັບກຸ່ມກໍ່ການຮ້າຍຂ້າມຊາດ ອາລ-ກາຍ-ດາ ແລະພວກທາລີບານ. ການສົງສັຍ ກ່ຽວກັບການເສັຽຊີວິດ ຂອງນາຍ MOHAMMED HAQQANI ແມ່ນເຫດການລ່າສຸດ ໃນຄວາມເສັຽຫາຍ ທີ່ມີມາເປັນລຳດັບ ຂອງພວກຫົວຮຸນແຮງ ທີ່ປະຕິບັດງານ ຢູ່ໃນເຂດ ດັ່ງກ່າວ.

ສະຫະຣັດ: ເຈົ້າໜ້າທີ່ໃນຣັດເທັກຊັສກ່າວວ່າ ຕົນໄດ້ຄົ້ນພົບ ຊາກສົບ 2 ສົບ ທີ່ຕຶກອາຄານ ບ່ອນທີ່ຜູ້ຊາຍຄົນນຶ່ງໄດ້ຕັ້ງໃຈ ຂັບເຮືອບິນນ້ອຍ ລຳນຶ່ງ ເຂົ້າຕຳ ໃນມື້ວານນີ້. ເຈົ້າໜ້າທີ່ດັບໄຟ ໃນເຂດທ້ອງຖິ່ນ ບໍ່ຍອມເປີດເຜີຍໃຫ້ຊາບລາຍ ລະອຽດ ກ່ຽວກັບຊາກສົບທີ່ໄດ້ພົບເຫັນທັງສອງ. ແຕ່ກ່ອນໜ້ານັ້ນ ເຈົ້າໜ້າທີ່ເວົ້າວ່າເປັນຊາກສົບ ຂອງນັກບິນ ແລະຂອງເຈົ້າໜ້າທີ່ ຣັຖບານກາງ ຄົນນຶ່ງ ທີ່ເຮັດວຽກ ຢູ່ໃນອາຄານ ຫລັງດັ່ງກ່າວ ທີ່ຫາຍສາບສູນໄປນັ້ນ. ແຕ່ເຈົ້າໜ້າທີ່ສັນຕິບານ ກາງ FBI ໄດ້ເປີດເຜີຍ ກ່ຽວກັບນັກບິນ ໃນຂັ້ນ ຕົ້ນວ່າ ແມ່ນນາຍ ANDREW JOSEPH STACK ຊຶ່ງເປັນຊາວເມືອງ AUSTIN ເມືອງເອກ ຂອງຣັດເທັກຊັສ ບ່ອນທີ່ເຫດຮ້າຍ ໄດ້ເກີດຂຶ້ນນັ້ນ. ເຈົ້າໜ້າທີ່ສືບສວນ ກ່າວວ່າ ນາຍ STACK ບໍ່ພໍໃຈຢ່າງໜັກ ກັບອົງການເກັບພາສີ IRS ຂອງສະຫະຣັດ ແລະນັ້ນຄືສາເຫດ ທີ່ພາໃຫ້ຜູ້ກ່ຽວ ຂັບເຮືອບິນ ເຂົ້າຕຳຕຶກ ບ່ອນທີ່ໃຊ້ເປັນ ຫ້ອງການຂອງ ອົງການເກັບພາສີ ດັ່ງກ່າວ. ເຈົ້າໜ້າທີ່ສືບສວນ ເວົ້າອີກວ່າ ຈົດໝາຍລາຕາຍ ຂອງນາຍ STACK ທີ່ໄດ້ຕຳໜິຕິຕຽນຢ່າງແຮງ ຕໍ່ອົງການ IRS ນັ້ນ ໄດ້ພົບເຫັນ ຢູ່ທີ່ເວັບໄຊທ໌ ຂອງລາວ.

ໂຕໂຢຕ້າ: ຫົວໜ້າບໍຣິສັດ ຜລິດຣົດຍັກໃຫຍ່ ໂຕໂຢຕ້າ ຂອງຍີ່ປຸ່ນໄດ້ຕົກລົງທີ່ຈະໄປໃຫ້ການ ຕໍ່ສະມາຊິກ ຣັຖສະພາ ຂອງສະຫະຣັດ ໃນອາ ທິດໜ້າແລະຕອບຄຳຖາມຕ່າງໆ ກ່ຽວກັບຄວາມ ວິຕົກກັງວົນ ໃນເຣື່ອງຄວາມປອດພັຍ ຂອງຣົດ ໂຕໂຢຕ້າ. ທ່ານ AKIO TOYODA ປະທານ ຂອງບໍຣິສັດຣົດ ໂຕໂຢຕ້າ ກ່າວໃນມື້ວານນີ້ວ່າ ທ່ານເຕັມໃຈ ທີ່ຈະໄປໃຫ້ການໂດຍກົງ ຕໍ່ຣັຖສະ ພາສະຫະຣັດ ແລະປະຊາຊົນອະເມຣິກັນ. ທ່ານ TOYODA ຈະໄປໃຫ້ການ ຕໍ່ຄະນະກັມມະການ ຂອງສະພາຕຳ ສະຫະຣັດ ທີ່ກຳກັບ ກ່ຽວກັບ ຣະບຽບການ ແລະການປະຕິຮູບ ຂອງຣັຖບານ ຊຶ່ງໄດ້ ເຊື້ອເຊີນທ່ານ ໃນມື້ວານນີ້ ເພື່ອໄປໃຫ້ການ ໃນອາທິດໜ້າ. ເຈົ້າໜ້າທີ່ ຮັບຜິດຊອບ ກ່ຽວກັບເຣື່ອງ ຣະບຽບການ ຂອງສະຫະຣັດ ພວມທຳການສືບສວນ ເບິ່ງລາຍງານຕ່າງໆ ກ່ຽວກັບຣະບົບ ພວງມາລັຍ ທີ່ມີບັນຫາ ຂອງຣົດໂຕໂຢຕ້າ COROLLA ສີ່ປະຕູ. ເທົ່າເຖິງປັດຈຸບັນ ມີຣົດໂຕໂຢຕ້າ ຫຼາຍກວ່າ 8 ລ້ານຄັນ ໄດ້ຖືກເອີ້ນຄືນ ຍ້ອນບັນຫາ ກ່ຽວກັບເຣື່ອງຄັນເລັ່ງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG