ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງດາໄລລາມະ ຈະພົບປະກັບ ປະທານາທິບໍດີ ສະຫະຣັດ ທີ່ ທຳນຽບຂາວ


ສະຫະຣັດ - ອົງດາໄລລາມະ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຈະເປັນເຈົ້າ ພາບຕ້ອນຮັບ ອົງດາໄລລາມະ ຜູ້ນຳທາງດ້ານຈິດໃຈ ທີ່ລີ້ພັຍ ຢູ່ໃນຕ່າງປະເທດ ຂອງຊາວທິເບດ ຢູ່ທີ່ທຳ ນຽບຂາວ ໃນວັນພະຫັດມື້ນີ້ທັງໆທີ່ໄດ້ມີການປະທ້ວງ ຢ່າງແຮງຈາກຈີນ. ອົງດາໄລລາມະໄດ້ສະເດັດມາເຖິງ ນະຄອນຫລວງວໍຊິງຕັນ ໃນມື້ວັນພຸດ ວານນີ້ ລ່ວງ​ໜ້າ ການພົບປະ ກັບທ່ານ OBAMA ຊຶ່ງຈະມີຂຶ້ນ ຢູ່ໃນຫ້ອງສ່ວນໂຕ ທີ່ທຳນຽບຂາວ ບໍ່ແມ່ນຢູ່​ໃນຫ້ອງ OVAL OFFICE ຫລື​ຫ້ອງທຳ​ງານທາງການ ຂອງ ປະທານາທິບໍດີນັ້ນ. ໂຄສົກຄົນນຶ່ງ ຂອງທຳນຽບຂາວ ກ່າວວ່າ ພວກນັກຂ່າວ ຈະບໍ່ມີໂອກາດ ໄດ້ຖ່າຍຮູບ ການພົບປະ ລະ​ຫວ່າງ​ຜູ້ນຳ​ທັງ​ສອງ ແຕ່ເວົ້າວ່າ ທຳ ນຽບຂາວ ຈະນຳອອກເຜີຍແຜ່ຮູບທີ່ຖ່າຍ ຢ່າງເປັນທາງການໃບນຶ່ງ. ການພົບປະ ທີ່ວ່ານີ້ ໄດ້ຮັບການຕຳໜິ ຕິຕຽນຢ່າງໜັກຈາກຈີນ ທີ່ເວົ້າວ່າ ຕົນຄັດຄ້ານ ຢ່າງແຂງຂັນ ຕໍ່ການຢ້ຽມ ຢາມ ຂອງອົງດາໄລລາມະ. ໃນສັບປະດາແລ້ວນີ້ ຈີນໄດ້ຮຽກຮ້ອງໃຫ້ສະຫະຣັດຖອນການ ເຊື້ອເຊີນ ໃຫ້ອົງດາໄລລາມະ ມາ​ພົບ​ປະ ​ກັບ​ທ່ານ​ໂອ​ບາ​ມານັ້ນ ໂດຍທັນທີ.

ມຽນມາ - ສະຫະປະຊາຊາດ: ທູດພິເສດ ໃນ ດ້ານສິດທິມະນຸດ ຂອງອົງການ ສະຫະປະຊາຊາດ ຈະພົບປະ ກັບທີ່ປຶກສາທີ່ໄວ້ໃຈໄດ້ ຂອງທ່ານນາງ ອອງຊານຊູຈີ ຜູ້ນຳປະຊາທິປະໄຕມຽນມາທີ່ຖືກຄຸມ ຂັງຢູ່ນັ້ນ ຢູ່ທີ່ນະຄອນຢ່າງກຸ້ງ ໃນວັນພະຫັດ ມື້ນີ້. ເຈົ້າໜ້າທີ່ ຂອງພັກສັນນິບາດແຫ່ງຊາດເພື່ອປະຊາ ທິປະໄຕ ກ່າວວ່າ ທູດພິເສດ ຂອງອົງການສະຫະ ປະຊາຊາດທ່ານ TOMAS OJEA QUINTANA ຈະປຶກສາຫາຣື ກັບຮອງຜູ້ນຳ ຂອງພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ທ່ານ TIN OO ອາຍຸ 82 ປີ ທີ່ຖືກປ່ອຍ ຈາກການກັກບໍຣິເວນ ໃນມື້ວັນເສົາຜ່ານມານີ້. ນອກນັ້ນ ທ່ານ QUINTA NA ຍັງຈະໄດ້ພົບປະ ກັບທ່ານ WIN TIN ຊຶ່ງຄັ້ງນຶ່ງ ເຄີຍເປັນນັກໂທດການເມືອງທີ່ຖືກ ຄຸມຂັງ ດົນທີ່ສຸດ ຈົນຮອດເວລາ ທີ່ທ່ານ ຖືກປ່ອຍຈາກຄຸກ ໃນປີ 2008. ຍັງເປັນທີ່ຄາດ ກັນອີກວ່າ ທູດພິເສດ ຂອງອົງການ ສະຫະປະຊາຊາດ ຈະໄປຢ້ຽມຄຸກໃຫຍ່ INSEIN ທີ່ ມີຊື່ສຽງ ​ເໜົ່າ​ເໝັນ​ນັ້ນ ໃນວັນພະຫັດມື້ນີ້ ແລະຈະພົບປະ ກັບພວກຜູ້ນຳ ທະຫານມຽນມາ ທີ່ນະຄອນຫລວງ NAYPYIDAW ໃນວັນສຸກມື້ອື່ນ.

ປາກິສຖານ: ເຈົ້າໜ້າທີ່ສືບລັບອັຟການິສຖານ ພວມຮ້ອງຂໍ ໃຫ້ສົ່ງໂຕຜູ້ບັນຊາການ ທາລີບານ ຄົນນຶ່ງທີ່ຖືກຈັບເມື່ອໄວໆມານີ້ ໃຫ້ແກ່ເຈົ້າໜ້າທີ່ ອັຟການິສຖານ. ໂຄສົກຄົນນຶ່ງ ຂອງຜແນກສືບ ລັບ ອັຟການິສຖານ ກ່າວຕໍ່ພວກນັກຂ່າວໃນວັນ ພະຫັດມື້ນີ້ວ່າ ປາກິສຖານຫລືປະເທດໃດກໍຕາມ ທີ່ຄວບຄຸມໂຕ MULLAH ABDUL GHANI BARADAR ໄວ້ນັ້ນຄວນມອບໂຕຜູ້ກ່ຽວໃຫ້ແກ່ ອັຟການິສຖານ. ເຈົ້າໜ້າທີ່ ປາກິສຖານແລະສະ ຫະຣັດກ່າວວ່າ ຜູ້ນຳກຸ່ມທາລີບານ ໃນອັຟການິສ ຖານຄົນນີ້ ໄດ້ຖືກຈັບ ໃນສັບປະດາແລ້ວ ໃນການປະຕິບັດງານຮ່ວມ ຢູ່ທີ່ນະຄອນກາຣາຈີ ໃນພາກໃຕ້ ປາກິສຖານ. ນາຍ BARADAR ຊຶ່ງເປັນຄົນ ອັຟການິສຖານນັ້ນ ແມ່ນກຳຕຳ ແໜ່ງທີ່ສຳຄັນສຸດ ອັນດັບ 2 ໃນກຸ່ມທາລີບານ ຮອງຈາກ MULLAH MUHAMMAD OMAR ຜູ້ກໍ່ຕັ້ງ ກຸ່ມທາລີບານ. ເຈົ້າໜ້າທີ່ ກ່າວເຖິງຜູ້ບັນຊາການ ທາລີບານຄົນນີ້ວ່າ ເປັນສະມາຊິກ ກຸ່ມທາລີບານ ທີ່ສຳຄັນສຸດ ທີ່ໄດ້ຖືກຈັບ ນັບແຕ່ສົງຄາມ ໃນອັຟການິສຖານ ເລີ້ມຂຶ້ນ ໃນທ້າຍປີ 2001 ນັ້ນ. ທຳນຽບຂາວ ກ່າວຊົມເຊີຍ ການຈັບກຸມ ໃນຄັ້ງນີ້ວ່າ ເປັນຄວາມສຳເຣັດ ອັນໃຫຍ່ຫລວງ.

ອິສຣາແອລ - ຮາມັສ: ອັງກິດ ແລະໄອແລນ ໄດ້ຮຽກໂຕ ເອກອັຄຣັຖທູດຂອງອິສຣາແອລ ໄປ ຕອບຄຳຖາມຫລັງຈາກ ມີການຄົ້ນພົບວ່າ ໜັງສື ເດີນທາງປອມຂອງຢູໂຣບ ໄດ້ຖືກໃຊ້ ໂດຍພວກ ທີ່ຖືກກ່າວຫາວ່າ ເປັນມືສັງຫານຫົວ ໜ້າກຸ່ມຫົວ ຮຸນແຮງຄົນນຶ່ງ ຂອງປາແລສໄຕນ໌. ເປັນທີ່ຄາດ ກັນວ່າ ເອກອັຄຣັຖທູດ ອິສຣາແອລ ປະຈຳອັງ ກິດ ຈະພົບປະ ກັບເຈົ້າໜ້າທີ່ ທີ່ກຸງລອນດອນ ໃນວັນພະຫັດມື້ນີ້ ນຶ່ງມື້ ຫລັງຈາກ ນາຍົກຣັຖ ມຸນຕຣີອັງກິດ ທ່ານ GORDON BROWN ໄດ້ຮຽກຮ້ອງ ໃຫ້ມີການສືບສວນກ່ຽວກັບການ ໃຊ້ ໜັງສືເດີນທາງ ຂອງອັງກິດ. 11 ຄົນ ທີ່ ຖືກກ່າວຫາວ່າ ພົວພັນໃນການສັງຫານ ຜູ້ບັນ ຊາການ ຂອງກຸ່ມຮາມັສ ນາຍ MAHMOUD AL-MABHHOUH ທີ່ DUBAI ໃນເດືອນແລ້ວ ໃນການປະຕິບັດງານ ທີ່ມີການວາງແຜນ ຢ່າງດີີນັ້ນ ໄດ້ໃຊ້ໜັງສືເດີນທາງ ຂອງອັງກິດ ໄອແລນ ແລະເຢັຽຣະມັນ. ກຸ່ມຮາມັສ ໄດ້ກ່າວຫາ ອິສຣາແອລວ່າ ເປັນຜູ້ທຳການສັງຫານ ຜູ້ບັນຊາການຂອງຕົນ ແລະການຄາດຄະເນ ຂອງສື່ມວນຊົນ ໄດ້ເພັ່ງເລັງ ໃສ່ໜ່ວຍສືບ ລັບໂມສາດ ຂອງອິສຣາແອລ.

ມາເລເຊັຽ - ອານວາ: ຫົວໜ້າ​ ຄນະຜູ້ພິ ພາກສາ ​ໃນ​ການ​ດຳ​ເນີນຄະດີ ຮ່ວມເພດກັບ ຜູ້ຊາຍດ້ວຍກັນ ຂອງຜູ້ນຳພັກຝ່າຍຄ້ານ ມາ ເລເຊັຽ ທ່ານ ANWAR IBRAHIM ກ່າວວ່າ ທ່ານຈະບໍ່ຖອນໂຕ ອອກຈາກ ຄະດີດັ່ງກ່າວ. ທ່ານ MOHAMMAD ZABIDIN DIAH ຜູ້ ພິພາກສາ ສານຊັ້ນສູງ ຂອງມາເລເຊັຽ ໄດ້ປະ ກາດການຕັດສິນໃຈຂອງທ່ານ​ໃຫ້​ຊາບ ໃນວັນ ພະຫັດມື້ນີ້ ໃນລະຫວ່າງການດຳເນີນຄະດີຂອງ ສານ. ທ່ານ ANWAR ພວມປະເຊີນກັບໂທດ ຈຳຄຸກ 20 ປີ ໃນຂໍ້ຫາ ມີເພດສັມພັນ ກັບອະ ດີດຜູ້ຊ່ອຍຄົນນຶ່ງ ທີ່ເປັນຜູ້ຊາຍ ໃນປີ 2008. ທະນາຍຄວາມ ຂອງທ່ານເວົ້າວ່າ ຄະດີນີ້ ແມ່ນພາກສ່ວນນຶ່ງ ຂອງແຜນການ ຂອງຣັຖບານ ທີ່ຈະດັບອາຊີບ ທາງການເມືອງຂອງ ທ່ານ. ຄະນະທະນາຍຄວາມ ຕໍ່ສູ້ຄະດີໃຫ້ທ່ານ ANWAR ໄດ້ກ່າວຫາວ່າ ຫົວໜ້າ​ຄະນະ ຜູ້ພິພາກສາ ມີຄວາມລຳອຽງ ຕໍ່ທ່ານ ANWAR ຫລັງຈາກ ຜູ້ພິພາກສາ ບໍ່ໄດ້ລົງໂທດ ໜັງສືພິມສະບັບນຶ່ງ ທີ່ພິມເຜີຍແຜ່ ຮູບພາບ ຜູ້ກ່າວຫາ ຕໍ່ທ່ານ ANWAR ທີ່ຊີ້ໄປໃສ່ຕຽງ ບ່ອນທີ່ມີການ ກ່າວຫາວ່າ ການຮ່ວມເພດ ໄດ້ມີຂຶ້ນນັ້ນ. ໜັງສືພິມ ສະບັບນີ້ ມີສ່ວນ​ກ່ຽວຂ້ອງ ກັບພັກຣັຖບານ ຂອງມາເລເຊັຽ.

ກຳປູເຈັຽ - ຣະເບີດຝັງດິນ: ນາຍົກຣັຖມຸນ ຕຣີຮຸນເຊນ ຂອງກຳປູເຈັຽ ກ່າວວ່າ ຣະເບີດ ຝັງດິນ ຫຼາຍໆລ້ານລູກ ທີ່ຕົກຄ້າງມາແຕ່ສມັຍ ສົງຄາມກາງເມືອງພຸ້ນຍັງຖືກຝັງ ຊະຊາຍຢາຍ ຢູ່ໃນທົ່ວປະເທດ ແລະເປັນພັຍຂົ່ມຂູ່ ຕໍ່ສາທາ ຣະນະຊົນ. ທ່ານຮຸນເຊນ ກ່າວໃນມື້ວານນີ້ວ່າ ພວກເກັບກູ້ຣະເບີດ ຍັງຈຳເປັນຕ້ອງໄດ້ເກັບກູ້ ຣະເບີດ ອອກຈາກພື້ນທີ່ລະຫວ່າງ 670 ກິໂລ ແມັດມົນທົນຫຼືປະມານ 1 ສ່ວນ 3 ຂອງ 1% ຂອງພື້ນທີ່ທັງໝົດ ໃນກຳປູເຈັຽ. ນາຍົກຣັຖມຸນ ຕຣີກຳປູເຈັຽ ໃຫ້ທັສນະ ຄວາມເຫັນດັ່ງກ່າວ ໃນພິທີ ທີ່ຈັດຂຶ້ນ ຢູ່ນະຄອນຫລວງພະນົມ ເປັນ ຊຶ່ງຣັຖບານຂອງທ່ານ​ ໄດ້ຮັບມອບໂອນ ອຸບປະກອນ ເກັບກູ້ຣະເບີດ ຈາກຍີ່ປຸ່ນ ມູນຄ່າ 5 ລ້ານ 5 ແສນ ໂດລາ. ຣະເບີດຝັງດິນ ແລະຣະເບີດ ທີ່ບໍ່ທັນແຕກ ຈາກສົງຄາມ ເປັນເວລາ​ສາມ​ທົສວັດ ໃນກຳປູເຈັຽ ທີ່ສິ້ນສຸດລົງໃນຊຸມປີ 1990 ນັ້ນ ຍັງຖືກຝັງຊະຊາຍ ຢາຍຢູ່ ຕາມໝູ່ບ້ານຕ່າງໆ ແລະພື້ນທີ່ ການປູກຝັງ. ຣະເບີດ ທີ່ຍັງຕົກຄ້າງເຫລົ່ານີ້ ໄດ້ ເຮັດໃຫ້ປະຊາຊົນ ໄດ້ຮັບບາດເຈັບ ແລະລົ້ມຕາຍ ຫລາຍ​ຄົນ ໃນແຕ່ລະປີ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG