ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ໃຫ້ການຢືນຢັນ ກ່ຽວກັບການຈັບໂຕ ຜູ້ບັນຊາການ ອະວຸໂສຄົນນຶ່ງ ຂອງກຸ່ມທາລີບານ


ປາກິສຖານ: ກອງທັບປາກິສຖານ ​ໄດ້ໃຫ້ການຢືນ ຢັນວ່າ ຜູ້ບັນຊາການ ຄົນສຳຄັນຂອງ ກຸ່ມທາລີບານ MULLAH ABDUL GHANI BARADA ກຳລັງ​ຖືກຄຸມຂັງ ໂດຍເຈົ້າໜ້າທີ່ປາກິສຖານ. ຖແລງການ ສະບັບນຶ່ງຂອງກອງທັບປາກິສຖານທີ່ນຳອອກເຜີຍແຜ່ ໃນວັນພຸດມື້ນີ້ ກ່າວວ່າ ການ​ດຳ​ເນີນຂັ້ນຕອນຢ່າງລະ ອຽດ ກ່ຽວ​ກັບ ການຊີ້ໂຕ ສະແດງໃຫ້ເຫັນວ່າ ນາຍ BARADA ແມ່ນຮວມຢູ່ໃນ ບັນດາພວກ ທີ່ຖືກຈັບ ຫລາຍໆຄົນ ເມື່ອໄວໆມານີ້. ເຈົ້າໜ້າທີ່ ສະຫະຣັດ ແລະປາກິສຖານ ກ່າວວ່າ ນາຍ BARADA ຖືກຈັບ ທີ່ນະຄອນກາຣາຈີ ໃນການປະຕິບັດງານຮ່ວມ ທີ່ພົວພັນກັບ ເຈົ້າໜ້າທີ່ສືບລັບ ຂອງປະ ເທດທັງສອງ. MULLAH ABDUL GHANI BARADA ຊຶ່ງເປັນຄົນສັນຊາດອັຟການິສ ຖານນັ້ນ ກຳຕຳແໜ່ງ ທີ່ສຳຄັນສຸດ ອັນດັບ 2 ຂອງກຸ່ມທາລີບານ ຮອງຈາກຜູ້ກໍ່ຕັ້ງກຸ່ມທາ ລີບານ MULLAH MUHAMMAD OMAR. ເຈົ້າໜ້າທີ່ ເວົ້າເຖິງຜູ້ກ່ຽວວ່າ ເປັນສະມາ ຊິກ ກຸ່ມທາລີບານ ທີ່ສຳຄັນສຸດ ທີ່ໄດ້ຖືກຈັບ ນັບແຕ່ສົງຄາມໃນອັຟການິສຖານ ເລີ້ມຂຶ້ນ ໃນທ້າຍປີ 2001.

ອັຟການິສຖານ: ເຈົ້າໜ້າທີ່ທະຫານຄົນນຶ່ງຂອງ ອັຟການິສຖານ ກ່າວວ່າ ພວກນັກຣົບທາລີບານ ໄດ້ໃຊ້ພົລເຮືອນ ເປັນເຄື່ອງກຳບັງ ລູກປືນຫລາຍ ຂຶ້ນ ຂະນະທີ່ ກຳລັງຂອງ ອົງການນາໂຕ້ ແລະ ອັຟການິສຖານພວມບຸກຄືບໜ້າໃນການເປີດສາກ ບຸກໂຈມຕີຄັ້ງໃຫຍ່ ຢູ່ໃນແຂວງ HELDMAND ໃນພາກໃຕ້ ອັຟການິສຖານ. ນາຍພົນ MOHIU DIN GHORI ຜູ້ບັນຊາການ ທະຫານອັຟກາ ນິສຖານ ກ່າວໃນວັນພຸດມື້ນີ້ວ່າ ​ໄດ້​ມີ​ການ ​ສັງ​ເກດເຫັນ ພວກນັກຣົບ ທາລີບານ ສັ່ງໃຫ້ພວກ ແມ່ຍິງ ແລະເດັກນ້ອຍ ຂຶ້ນໄປຢືນຢູ່ ເທິງຫລັງຄາ ເຮືອນ ຂະນະທີ່ພວກຫົວຮຸນແຮງ ຍິງປືນອ້ອມຂ້າງ ພວກເຂົາ. ພວກຜູ້ບັນຊາການ ທະຫານ ຂອງອົງການນາໂຕ້ ໄດ້ສັ່ງໃຫ້ທຳການ ປົກປ້ອງຄຸ້ມຄອງພົລເຮືອນ ໃນລະຫວ່າງ ການເປີດສາກ ບຸກໂຈມຕີເມືອງ MARJAH ຫົວເມືອງ ທີ່ມີປະຊາຊົນ 80 ພັນຄົນ ອາສັຍຢູ່ ແລະ​ເປັນທີ່ໝັ້ນ​ເກົ່າ ຂອງພວກກະບົດ ທາລີບານ. ກຸ່ມປົກປ້ອງສິດທິມະນຸດ AMNESTY INTERNATIONAL ຫລື ອົງການ ນິຣະໂທດກັມສາກົນ ກ່າວວ່າ ພົລເຮືອນ ອັຟການິສຖານ ຫລາຍພັນຄົນ ໄດ້ຕົກຢູ່ ໃນລະຫວ່າງກາງ ຂອງການສູ້ຣົບກັນ.

ສະຫະຣັດ - ຈີນ: ກຳປັ່ນຣົບຝູງນຶ່ງຂອງສະ ຫະຣັດ ໄດ້ເຂົ້າຈອດທີ່ຮົງກົງ ທ່າມກາງຄວາມ ເຄັ່ງຕຶງ ທີ່ເພີ້ມທະວີຂຶ້ນ ລະຫວ່າງຈີນແລະສະ ຫະຣັດ ກ່ຽວກັບບັນຫາໃນດ້ານ ການຄ້າແລະ ດ້ານການທູດ. ກຳປັ່ນຣົບ 5 ລຳ ທີ່ນຳພາໂດຍ ກຳປັ່ນບັນທຸກເຮືອບິນ USS NIMITZ ໄດ້ເດີນທາງ ໄປເຖິງຮົງກົງ ໃນວັນພຸດມື້ນີ້ ຕາມໝາຍກຳນົດ ການຢຸດແວ່ຢ້ຽມຢາມ. ຖແລງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໂດຍກຳປັ່ນ ບັນທຸກເຮືອບິນ NIMITZ ກ່າວວ່າ ພວກທະຫານເຮືອ ຫລາຍກວ່າ 5 ພັນຄົນ ຈາກກຳປັ່ນຣົບ ທັງ 5 ລຳຂອງສະຫະຣັດ ຈະຂຶ້ນຝັ່ງ ໄປຢ້ຽມຢາມ​ ແລະ​ເຮັດກິຈການຕ່າງໆ ໃນຮົງກົງ. ພົນເຮືອຕຣີ JOHN MILLER ຜູ້ບັນຊາການ ກອງກຳປັ່ນຣົບ ໂຈມຕີກຸ່ມ​ນີ້ ກ່າວວ່າ ການຢຸດແວ່ ເປັນເວລາ 4 ມື້ດັ່ງກ່າວ ແມ່ນເປັນການຢຸດແວ່ ຕາມປົກກະຕິ. ການຢຸດແວ່ ຢ້ຽມຢາມທີ່ວ່ານີ້ ມີຂຶ້ນທັງໆທີ່ ປັກກິ່ງໄດ້ຂູ່ວ່າ ຈະໂຈະການຮ່ວມມື ໃນການແລກປ່ຽນ ທາງທະຫານ ກັບສະຫະຣັດ ຫລັງຈາກວໍຊິງຕັນ ໄດ້ປະກາດ ຂາຍອາວຸດ ໃນມູນຄ່າ 6 ພັນ 400 ລ້ານໂດລາ ໃຫ້ແກ່ໃຕ້ຫວັນ ທີ່ຈີນອ້າງວ່າ ເປັນດິນແດນ ສ່ວນນຶ່ງຂອງຕົນນັ້ນ.

ມາເລເຊັຽ: ສານອຸທອນຂອງມາເລເຊັຽໄດ້ປະຕິ ເສດ ຕໍ່ການຮ້ອງຂໍຂອງທ່ານ ANWAR IBRA HIM ຜູ້ນຳພັກຝ່າຍຄ້ານ ຂອງມາເລເຊັຽ ທີ່ຢາກ ໃຫ້ ຍົກເລີກຂໍ້ຫາຕໍ່ທ່ານ ​ໃນ​ຖານຮ່ວມເພດກັບ ຜູ້ຊາຍ ດ້ວຍກັນນັ້ນ. ທ່ານ ANWAR ໄດ້ຖືກ ກ່າວຫາວ່າ ມີເພດສັມພັນ ກັບອະດີດ ຜູ້ຊ່ອຍຂອງທ່ານ ທີ່ເປັນຜູ້ຊາຍດ້ວຍກັນ ໃນປີ 2008. ທະນາຍຄວາມ ຂອງທ່ານກ່າວວ່າ ຄະດີນີ້ ແມ່ນພາກສ່ວນນຶ່ງ ໃນການວາງແຜນ ຂອງຣັຖບານ ທີ່ຈະເຮັດໃຫ້ ອາຊີບທາງດ້ານ ການເມືອງຂອງທ່ານ ສິ້ນສຸດລົງ. ການຕັດສິນ ຂອງ​ສານ​ອຸທອນ ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫຼັງຈາກໄດ້ມີການເດີນຂະບວນ ປະທ້ວງຄັ້ງໃຫຍ່ ຕໍ່ຕ້ານການຮຽກຮ້ອງ ເມື່ອບໍ່ດົນມານີ້ ຂອງບັນດາສະມາຊິກ ສະພາແຫ່ງຊາດ ຂອງອອສ ເຕຣເລັຽ ທີ່ຢາກໃຫ້ຍົກເລີກ ຂໍ້ຫາເຫລົ່ານີ້ ຕໍ່ທ່ານ ANWAR. ມີຫລາຍໆຮ້ອຍຄົນ ໄດ້ໄປ ໂຮມຊຸມນຸມກັນ ຢູ່ນອກສະຖານທູດ ອອສເຕຣເລັຽ ໃນນະຄອນຫລວງ ກວາລາລັມເປີ ໂດຍພາກັນ ຖືປ້າຍຄຳຂວັນ ຮຽກຮ້ອງໃຫ້ ອອສເຕຣເລັຽ ຢ່າເຂົ້າມາຍຸ່ງກ່ຽວ ໃນກິຈການ ພາຍໃນ ຂອງມາເລເຊັຽ. ທ່ານ ANWAR ໄດ້ຖືກນຳໂຕຂຶ້ນສານ ໃນຕົ້ນເດືອນນີ້.

ສະຫະຣັດ - ຊີເຣັຽ: ເຈົ້າໜ້າທີ່ອະວຸໂສທ່ານ ນຶ່ງ ຂອງສະຫະຣັດ ກຳລັງພົບປະ ກັບປະທາ ນາທິບໍດີຊີເຣັຽ ທ່ານ BASHAR AL-ASSAD ໃນວັນພຸດມື້ນີ້ ນຶ່ງມື້ຫລັງຈາກ ປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ໄດ້ແຕ່ງ ຕັ້ງ ເອກອັຄຣັຖທູດສະຫະຣັດ ປະຈຳຊີເຣັຽ ຄົນ ທຳອິດ ນັບແຕ່ປີ 2005 ເປັນຕົ້ນມາ. ທ່ານ WILLIAM BURNS ເຈົ້າໜ້າທີ່ ອະວຸໂສ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ກຳລັງພົບປະ ກັບປະທານາທິບໍດີຊີເຣັຽ ທີ່ນະ ຄອນຫຼວງ DAMASCUS. ໃນມື້ວານນີ້ ທຳນຽບຂາວ ໄດ້ແຕ່ງໃຫ້ ທ່ານ ROBERT FORD ນັກການທູດອາຊີບ ທີ່ຮັບໜ້າທີ່ ມາເປັນເວລາດົນນານ ໃຫ້ເປັນ ເອກອັຄຣັຖທູດ ສະຫະຣັດ ປະຈຳຊີເຣັຽ. ສະພາສູງ ສະຫະຣັດ ຕ້ອງໄດ້ໃຫ້ການ ອະນຸມັດ ຕໍ່ການແຕ່ງຕັ້ງ ດັ່ງກ່າວນີ້. ທ່ານ FORD ທີ່ປາກ ພາສາອາຣັບ ໄດ້ຢ່າງຫລຽນໄຫລນັ້ນ ເວລານີ້ ຮັບໜ້າທີ່ ເປັນຜູ້ຊ່ອຍ ເອກອັຄຣັຖທູດ ສະຫະຣັດ ປະຈຳອີຣັກ. ນອກນັ້ນ ທ່ານຍັງເຄີຍຮັບໜ້າທີ່ ເປັນເອກອັຄຣັຖທູດ ສະຫະຣັດ ປະຈຳອາລຈີເຣັຽ ແຕ່ປີ 2006 ຫາປີ 2008. ທຳນຽບຂາວກ່າວວ່າ ການແຕ່ງຕັ້ງ ທ່ານ FORD ແມ່ນສແດງໃຫ້ເຫັນ ເຖິງຄວາມໝາຍໝັ້ນຕັ້ງໃຈ ຂອງຣັຖບານ ປະທານາທິບໍດີ OBAMA ທີ່ຈະສ້າງ ຄວາມກ້າວໜ້າ ໃຫ້ແກ່ຜົນປໂຍດ ຂອງສະຫະຣັດ ໂດຍປັບປຸງ ການຕິດຕໍ່ສື່ສານ ກັບຣັຖບານ ແລະປະຊາຊົນ ຊາວຊີເຣັຽ.

ອີຣ່ານ - ຣັດເຊັຽ: ເຈົ້າໜ້າທີ່ຣັດເຊັຽຄົນນຶ່ງ ກ່າວ ວ່າ ການຈັດສົ່ງ ຣະບົບລູກສອນໄຟຕໍ່ຕ້ານອາກາສ ຍານ ໄປໃຫ້ອີຣ່ານ ໄດ້ມີການຊັກຊ້າ ຍ້ອນບັນຫາ ທາງດ້ານເທັກນິກ. ໃນວັນພຸດມື້ນີ້ ສື່ມວນຊົນ ຂອງທາງການ ຣັດເຊັຽ ໄດ້ອ້າງຄຳເວົ້າ ຂອງທ່ານ ALEXANDER FOMIN ທີ່ກ່າວວ່າ ການຈັດສົ່ງ ຣະບົບດັ່ງກ່າວ ໄປໃຫ້ອີຣ່ານ ຈະມີຂຶ້ນເວລາໃດ ທີ່ບັນຫາ ໄດ້ຮັບການແກ້ໄຂແລ້ວ. ທ່ານບໍ່ໄດ້ໃຫ້ ລາຍລະອຽດໃດໆ ກ່ຽວກັບວ່າ ຈະໃຊ້ເວລາ ອີກ ດົນປານໃດ. ອີຣ່ານໄດ້ຈົ່ມວ່າ ກ່ຽວກັບການທີ່ມົສກູ ບໍ່ສາມາດ ຈັດສົ່ງຣະບົບ ຕໍ່ຕ້ານອາກາສຍານ S-300 ໄປໃຫ້ຕົນ ຕາມຂໍ້ຕົກລົງ ສະບັບປີ 2007. ເຈົ້າໜ້າທີ່ອີຣ່ານ ​ໄດ້​ກ່າວຊີ້ແນະວ່າ ການຊັກຊ້າ ທີ່ເກີດຂຶ້ນ ແມ່ນເນື່ອງມາຈາກ ຄວາມກົດດັນຂອງສະຫະຣັດແລະອິສຣາແອລ. ປະເທດທັງສອງໄດ້ຄັດຄ້ານ ຢ່າງແຂງຂັນ ຕໍ່ການຂາຍ ຣະບົບລູກສອນໄຟ ຕໍ່ຕ້ານອາກາສຍານ ທີ່ຍິງຈາກ ພາກພື້ນດິນ ຊຶ່ງອາດຈະຖືກນຳໃຊ້ ໃນການຮັບມື ກັບການໂຈມຕີທາງອາກາດຕໍ່ ສະຖານທີ່ນິວເຄລັຽ ຂອງອີຣ່ານນັ້ນ.

ໂອລິມປິກ: ຜົນ​ການ​ແຂ່ງຂັນ ກິລາ​ໂອ​ລິ​ມປິກ ​ລະດູ​ໜາວ​ ທີ່​ແວນ​ຄູ​ເວີ ມາຮອດ ວັນອັງຄານ ວານນີ້ ປະເທດທີ່ນຳໜ້າ ໃນການໄດ້ຮັບຫລຽນ ຫລາຍກວ່າໝູ່ ກໍແມ່ນເຢັຽຣະມັນ ຊຶ່ງໄດ້ຮັບ 9 ຫລຽນ ມີຫລຽນຄຳ 3 ຫລຽນ ຫລຽນເງິນ 4 ຫລຽນ ແລະຫຼຽນທອງແດງ 2 ຫລຽນ. ເຢັຽຣະ ມັນໄດ້ຫລຽນຄຳທໍ່ກັນກັບ ເກົາຫລີໃຕ້ ແລະ SWITZERLAND. ສ່ວນສະຫະຣັດ ໄດ້ຫລາຍ​ອັນ​ດັບ​ສອງ ຄື​ໄດ້ທັງໝົດ 8 ຫລຽນ ເປັນຫລຽນ ຄຳ 2 ຫລຽນ ຫລຽນເງິນ 2 ຫລຽນ ແລະຫລຽນທອງແດງ 4 ຫລຽນ. ສະຫະຣັດ ຝຣັ່ງ ການາດາ ແລະສະວີເດັນ ຕ່າງກໍໄດ້ຫລຽນຄຳ ປະເທດລະ 2 ຫລຽນ. ຮອງຈາກສະຫະຣັດ ກໍແມ່ນຝຣັ່ງ ທີ່ໄດ້ຫລຽນທັງໝົດ 7 ຫລຽນ. ໃນນັ້ນ ເປັນຄຳ 2 ຫລຽນ, ເງິນ 1 ຫລຽນ ແລະທອງແດງ 4 ຫລຽນ. ສ່ວນການາດາ ປະ​ເທດ​ເຈົ້າພາບມາ​ໃນ​ອັນ​ດັບ 4 ໄດ້ຫລຽນຄຳ 2 ຫລຽນ ຫລຽນເງິນ 2 ຫລຽນແລະຫລຽນທອງແດງ 1 ຫລຽນ ​ເປັນ​ທັງ​ໝົດ 5 ຫລຽນ. ເກົາຫລີໃຕ້ ແລະ SWITZERLAND ໄດ້ 4 ຫລຽນຄືທີ່ໄດ້ເວົ້າວ່າ ເປັນ ຄຳ 3 ຫລຽນ ອີກຫລຽນນຶ່ງນັ້ນ ເກົາຫລີໃຕ້ໄດ້ຫລຽນເງິນ ສ່ວນ SWITZER LAND ໄດ້ຫລຽນທອງ ແດງ. ຈີນມາ​ໃນ​ອັນ​ດັບ 7 ໄດ້ຫລຽນຄຳ 1 ຫລຽນ, ເງິນ 1 ຫລຽນ ແລະທອງ ແດງ 1 ຫລຽນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG