ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຂະຫຍາຍຕົວເມືອງທີ່ຂາດແຜນການຈະພາໃຫ້ນະຄອນຫຼວງວຽງ ຈັນໄດ້ຮັບຜົນກະທົບຢ່າງໜັກໜ່ວງ


ການຂະຫຍາຍຕົວເມືອງຢ່າງໄວວາ ໃນເຂດນະ ຄອນຫຼວງວຽງຈັນໂດຍບໍ່ມີການວາງແຜນ ແລະ ປະຕິບັດຕາມລະບຽບກົດໝາຍຢ່າງແທ້ຈິງນັ້ນ ໄດ້ ເປັນຜົນເຮັດໃຫ້ພື້ນທີ່ບໍລິເວນນໍ້າ ແລະ ພື້ນທີ່ກະ ສິກຳຖືກບຸກລຸກແລະຖືກທຳລາຍໄປຢ່າງກ້ວາງ ຂວາງ.

ທ່ານດາວເພັດ ອະລຸນ ຫົວໜ້າກົມວິທາຍາສາດ ແລະ ເທັກໂນໂລຍີໄດ້ຖະແຫຼງຍອມຮັບວ່າບັນຫາ ທີ່ໜ້າເປັນຫ່ວງຢ່າງຍິ່ງ ສຳລັບການພັດທະນານະ ຄອນຫຼວງວຽງຈັນໃນເວລານີ້ ກໍ່ຄືການຂະຫຍາຍຕົວຢ່າງໄວວາຂອງເຂດທີ່ຢູ່ອາໃສ ແລະ ການ ກໍ່ສ້າງບັນດາໂຮງງານອຸດສະຫະກຳຕ່າງໆ ໄດ້ເປັນຜົນເຮັດໃຫ້ສິ່ງແວດລ້ອມທຳມະຊາດທັງ ເຂດທີ່ຢູ່ໃນເຂດ ແລະ ພື້ນທີ່ໂດຍຮອບໃນເຂດນະຄອນຫຼວງວຽງຈັນນັ້ນ ໄດ້ຖືກທຳລາຍໄປ ຢ່າງກ້ວາງຂວາງ. ໂດຍສະແພາະແມ່ນພື້ນທີ່ບໍລິເວນນໍ້າ ກໍຄືຫ້ວຍຮ່ອງໜອງບຶງອັນເປັນ ແຫລ່ງ ຮອງຮັບນໍ້າຝົນທີ່ມີບົດບາດຢ່າງຍິ່ງ ໃນການຊ່ວຍປ້ອງກັນບໍ່ໃຫ້ເກີດໄພນໍ້າຖ້ວມ ທັ້ງຍັງເປັນ ແຫລ່ງອາຫານທີ່ອຸດົມສົມບູນໄປດ້ວຍຊີວະນາໆພັນ ແລະ ເປັນແຫລ່ງນໍ້າສຳຄັນສຳລັບການປູກ ພືດສະບຽງອາຫານອີກດ້ວຍນັ້ນກໍນັບວ່າກຳລັງຕົກ ຢູ່ພາຍໃຕ້ພາວະການທີ່ຖືກບຸກລຸກ ແລະ ທຳ ລາຍຢ່າງໜັກຈາກການຂະຫຍາຍແຫລ່ງທີ່ຢູ່ອາໃສ ແລະ ໂຮງງານຕ່າງໆໂດຍບໍ່ມີການຄວບຄຸມ ແລະ ວາງແຜນຕະຫຼອດເຖິງການທີ່ບໍ່ໄດ້ມີການປະຕິບັດຕາມລະບຽບ ແລະກົດໝາຍຢ່າງແທ້ຈິງ.

ຕໍ່ກໍລະນີດຽວກັນນີ້ ທ່ານສາຍທອງ ແກ້ວດວງດີ ເຈົ້າເມືອງຈັນທະບຸລີ ໃນ ຖານະທີ່ເປັນໜຶ່ງໃນເຂດນະຄອນຫຼວງ ວຽງຈັນທີ່ມີເຂດທີ່ຢູ່ອາໃສຂະຫຍາຍ ຕົວເພີ້ມຂຶ້ນຢ່າງໄວວາແລະ ກໍ່ໄດ້ມີ ການບຸກລຸກເຂົ້າໄປໃນພື້ນທີ່ບໍລິເວນນໍ້າ ແລະ ພື້ນທີ່ກະເສດຫຼາຍຂຶ້ນນັບມື້ອີກ ດ້ວຍນັ້ນ ກໍ່ໄດ້ຖະແຫຼງຢືນຢັນເຖິງສະ ພາບການທີ່ກຳລັງເກີດຂຶ້ນນີ້ວ່າ ຖ້າຫາກປະຊາຊົນແລະ ພາກສ່ວນ ກ່ຽວຂ້ອງບໍ່ພ້ອມກັນປົກປັກຮັກສາຫ້ວຍຮ່ອງ ໜອງນ້ຳຢູ່ເຂດນະຄອນຫລວງວຽງຈັນເຊັ່ນໜອງງ ທານັ້ນແລ້ວກໍຈະເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມແລະຊີວິດປະຊາຊົນຢູ່ຕົວເມືອງຢ່າງໜັກ ໜ່ວງ.

ທັງນີ້ຢູ່ໃນເຂດນະຄອນຫຼວງວຽງຈັນມີພື້ນທີ່ບໍລິເວນນໍ້າຢູ່ທັງໝົດ 20 ກວ່າແຫ່ງທີ່ ມີບົດບາດສຳ ຄັນໃນການຊ່ວຍປ້ອງກັນບັນຫາໄພນໍ້າຖ້ວມ ແລະ ເປັນແຫລ່ງນໍ້າທີ່ສຳຄັນຕໍ່ການຕອບສະໜອງ ທາງດ້ານສະບຽງອາຫານໃຫ້ແກ່ຊາວນະຄອນຫຼວງ ໂດຍແຫລ່ງທີ່ສຳຄັນນັ້ນກໍ່ຄື ບຶງທາດຫຼວງ, ໜອງໝາກຄາຍ ແລະ ໜອງທາເປັນຕົ້ນ.

ແຕ່ຢ່າງໃດກໍ່ຕາມການທີ່ທາງການລາວໄດ້ອະນຸມັດສຳປະທານສິດທິການເຊົ່າທີ່ດິນໄລຍະຍາວ ເຖິງ 50 ປີ ບົນເນື້ອທີ່ 1.000 ເຮັກຕາ ຢູ່ທີ່ເຂດບຶງທາດຫຼວງໃຫ້ແກ່ກຸ່ມທຸລະກິດ ຈາກຈີນ ເພື່ອແລກປ່ຽນກັບການ ທີ່ກຸ່ມທຸລະກິດຈີນໄດ້ລົງທຶນ ແລະ ກໍ່ສ້າງສະໜາມກິລາແຫ່ງຊາດແຫ່ງ ໃຫມ່ຢູ່ຫຼັກ 18 ຖະໜົນເລກ 13 ໃຕ້ໃນເຂດເມືອງໄຊທານີໃຫ້ລັດຖະບານລາວໃຊ້ ເປັນສະ ໜາມກິລາຫຼັກ ເພື່ອຮອງຮັບການເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມຄັ້ງທີ່ 25 ເມື່ອວັນ ທີ່ 9-18 ທັນວາປີ 2009 ທີ່ຜ່ານມານັ້ນກໍ່ເຮັດໃຫ້ບັນດານັກອານຸລັກມອງເຫັນວ່າ ຈະສົ່ງຜົນ ກະທົບຕໍ່ສະພາບແວດລ້ອມທຳມະຊາດຂອງບຶງທາດຫຼວງຢ່າງຫຼີກລ້ຽງບໍ່ໄດ້.

ເຊັ່ນດຽວກັນກັບການການທີ່ລັດຖະບານລາວໄດ້ອະນຸມັດໃຫ້ກຸ່ມທຸລະກິດຈາກຫວຽດນາມ ທຳ ການສຶກສາຄວາມເປັນໄປໄດ້ໃນການພັດທະນາເຂດໜອງທາ ເມືອງຈັນທະບູລີ ເພື່ອ ໃຫ້ເປັນ ເຂດທີ່ຢູ່ອາໃສ ແລະ ສູນກາງທາງທຸລະກິດແຫ່ງໃຫມ່ ຂອງນະຄອນຫຼວງວຽງຈັນ ໂດຍຈະມີ ການສະຫລຸບຜົນການສຶກສາດັ່ງກ່າວພາຍໃນເດືອນມີນາປີ 2010 ແລະ ຈະເລີ້ມ ລົງທຶນກໍ່ສ້າງ ໃຫ້ສໍາເລັດໄວທີ່ສຸດພາຍໃຕ້ສັນຍາ ສຳປະທານສິດທິໃນການເຊົ່າທີ່ດິນຫລາຍກວ່າ 75 ເຮັກຕາ ເປັນເວລາ 50 ປີນັ້ນ ກໍເຮັດໃຫ້ຫລາຍໆຝ່າຍຫວັ່ນເກງວ່າ ໂຄງການດັ່ງກ່າວນີ້ ຈະສົ່ງຜົນກະ ທົບຢ່າງໜັກຕໍ່ສະພາບແວດລ້ອມທຳມະຊາດ

ໃນເຂດນະຄອນຫຼວງ ເຊັ່ນຖ້າຫາກວ່າ ການສຶກສາສຳຫຼວດເພື່ອປ້ອງກັນຜົນກະທົບ ຕໍ່ສັງຄົມ ແລະ ສະພາບແວດ ລ້ອມບໍ່ໄດ້ມາດຕະຖານສາກົນຢ່າງແທ້ຈິງ.

XS
SM
MD
LG