ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາແຫ່ງຊາດຮຽກຮ້ອງໃຫ້ກວດການແຕ່ງງານລະຫວ່າງຄົນລາວ ກັບຄົນລາວ ຢູ່ຕ່າງປະເທດເຂັ້ມງວດກວ່າເກົ່າ


ບັນດາສະມາຊິກສະພາແຫ່ງຊາດລາວຮຽກ ຮ້ອງໃຫ້ທາງການລາວ ດຳເນີນມາດຕະການ ກວດກາການແຕ່ງງານລະຫວ່າງຄົນລາວ ກັບຊາວຕ່າງຊາດຢ່າງເຂັ້ມງວດ ເນື່ອງຈາກ ເຫັນວ່າການແຕ່ງງານສ່ວນຫຼາຍນັ້ນບໍ່ໄດ້ ມີພື້ນຖານມາຈາກຄວາມຮັກຢ່າງແທ້ຈິງ.

ສືບເນື່ອງຈາກການທີ່ທາງການລາວໄດ້ ດຳເນີນການຮ່າງມາດຕະການຕ່າງໆເພື່ອ ເປັນການເສີມສ້າງການພົວພັນ ແລະ ຮ່ວມ ມືລະຫວ່າງລັດຖະບານລາວກັບຄົນລາວຢູ່ ຕ່າງປະເທດເຂົ້າໃນການສ້າງສາພັດທະນາປະເທດລາວໃຫ້ມີຄວາມກ້າວໜ້າຫຼາຍຂຶ້ນນັບ ມື້ຊຶ່ງກໍ່ໄດ້ຜ່ານການອະນຸມັດ ຈາກລັດ ຖະບານລາວຢ່າງເປັນທາງການແລ້ວ ແລະ ໃນຂະ ນະນີ້ກໍ່ຍັງຄົງລໍຖ້າພຽງການລົງມະຕິ ຮັບຮອງເອົາໂດຍສະພາແຫ່ງຊາດລາວເທົ່ານັ້ນ.

ໂດຍມາດຕະການທີ່ສຳຄັນປະການນຶ່ງທີ່ເຊື່ອວ່າຈະຊ່ວຍດຶງດູດໃຫ້ຄົນລາວຈາກຕ່າງປະເທດ ເດີນທາງມາປະເທດລາວຫຼາຍຂຶ້ນ ນັບມື້ນັ້ນ ກໍ່ຄືການຂະຫຍາຍໄລຍະເວລາໃນການອະນຸ ມັດໃຫ້ຄົນລາວຈາກຕ່າງປະເທດສາມາດພັກອາໃສ ຢູ່ໃນລາວ ໄດ້ຍາວນານຂຶ້ນຈາກເດີມ 30 ວັນເປັນ 9 ເດືອນຕໍ່ການອອກ VISA ໃນແຕ່ລະຄັ້ງ ຊຶ່ງຈະເຮັດໃຫ້ຄົນລາວຈາກຕ່າງ ປະເທດສາມາດທີ່ຈະພັກອາໃສຢູ່ໃນລາວໄດ້ໂດຍບໍ່ຕ້ອງກັງວົນໃຈ ແລະ ກໍ່ມີເວລາຢ່າງ ພຽງພໍສຳລັບການທີ່ຈະຕັດສິນໃຈດຳເນີນກິດຈະການຢ່າງໃດຢ່າງໜຶ່ງຢູ່ໃນລາວ ລວມທັງ ການທີ່ຈະອຳນວຍຄວາມສະດວກຕ່າງໆ ໃຫ້ກັບຄົນລາວຈາກຕ່າງປະເທດທີ່ຕ້ອງການ ຈະແຕ່ງງານກັບຄົນລາວອີກດ້ວຍ.

ກໍ່ໄດ້ເປັນຜົນເຮັດໃຫ້ສະມາຊິກສະພາແຫ່ງ ຊາດລາວຈຳນວນໜຶ່ງໄດ້ພາກັນອອກມາ ສະແດງການຮຽກຮ້ອງໃຫ້ມີການກວດກາ ແລະ ກວດ ສອບການແຕ່ງງານລະຫວ່າງ ແມ່ຍິງລາວກັບຜູ້ຊາຍຄົນລາວຕ່າງປະເທດ ຢ່າງເຂັ້ມງວດເນື່ອງຈາກວ່າເມື່ອພິຈານາ ຈາກຮູບການທີ່ເກີດໃນຕະຫຼອດໄລຍະທີ່ ຜ່ານມານັ້ນໄດ້ເຮັດໃຫ້ເຊື່ອວ່າການແຕ່ງງານ ທີ່ມີຂຶ້ນນັ້ນບໍ່ໄດ້ເກີດຂຶ້ນຈາກຄວາມຮັກທີ່ ແທ້ຈິງແຕ່ຢ່າງໃດກັບທັງຍັງມີບໍລິສັດນາຍ ໜ້າທີ່ໃຫ້ການຊ່ວຍເຫຼືອ ແລະອຳນວຍ ຄວາມສະດວກໃນທຸກໆ ດ້ານອີກດ້ວຍ.

ແຕ່ຢ່າງໃດກໍຕາມ ພາຍໃຕ້ນະໂຍບາຍໃຫມ່ຂອງລັດຖະບານລາວກ່ຽວກັບການສ້າງການ ພົວພັນຮ່ວມມື ກັບຄົນລາວຕ່າງປະເທດໃຫ້ຫຼາຍຂຶ້ນນັບມື້ດັ່ງກ່າວນີ້ ທາງການລາວ ກໍ່ຍັງ ໄດ້ຈັດຫຼາຍມາດຕະການດ້ວຍກັນ ໂດຍທີ່ສຳຄັນກໍ່ຄືການທີ່ຈະໃຫ້ສິດໃນການຄອບຄອງ ແລະໃຊ້ປະໂຫຍດຈາກທີ່ດິນ, ອາຄານສະຖານທີ່ ແລະ ອະສັງຫາລິມະຊັບຕ່າງໆ ຢ່າງ ຄົບຊຸດ ແລະຍາວນານ ຖ້າຫາກວ່າຄົນລາວຈາກຕ່າງປະເທດໄດ້ລົງທຶນຢູ່ໃນລາວ ຄິດ ເປັນມູນຄ່າຕັ້ງແຕ່ 5 ແສນໂດລາຂຶ້ນໄປ.

ໂດຍກ່ອນໜ້ານີ້ ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ໄດ້ໃຫ້ການຕ້ອນຮັບ ຄະນະຕົວແທນຄົນລາວຫຼາຍສິບຄົນຈາກສະຫາລັດອາເມລິກາ, ເບນຢ້ຽມ, ເຢຍລະມັນ, ຝລັ່ງເສດ, ສະວິດເຊີແລນ, ຄານາດາ, ອົດສະເຕຣເລຍ ແລະ ຍີ່ປຸ່ນ ທີ່ໄດ້ເດີນທາງໄປ ເຂົ້າຮ່ວມຊົມການແຂ່ງຂັນກິລາຊີເ ກມຄັ້ງທີ່ 25 ຊຶ່ງລັດຖະບານລາວເປັນເຈົ້າພາບຈັດຂຶ້ນ ຢ່າງເປັນທາງການລະຫວ່າງວັນທີ່ 9-18 ທັນວາທີ່ຜ່ານມານີ້ຢູ່ນະຄອນຫຼວງວຽງຈັນ.

ຊຶ່ງໃນໂອກາດດັ່ງກ່າວນີ້ ທ່ານບົວສອນ ໄດ້ໃຫ້ການຢືນຢັນວ່າ ລັດຖະບານລາວບໍ່ໄດ້ໃຫ້ ຄວາມສໍາຄັນກັບບັນຫາຂັດແຍ້ງຫລືເລື້ອງລາວໃນອາດີດວ່າ ເປັນມາດຕະຖານຂອງການ ພັດທະນາເພື່ອອະນາຄົດທີ່ດີຂຶ້ນຂອງປະເທດຊາດແຕ່ຢ່າງໃດ. ຫາກແຕ່ຕ້ອງການທີ່ຈະ ເຫັນຄົນລາວທັງທີ່ຢູ່ໃນລາວ ແລະຕ່າງປະເທດ ຮວມໃຈກັນ ແລະ ສຸມສະຕິປັນຍາເຂົ້າ ໃນການພັດທະນາລາວໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນໄປເປັນສຳຄັນ.

XS
SM
MD
LG