ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ກ່າວວ່າ ສະຫະຣັດເຊື່ອວ່າ ອິຣ່ານກຳລັງກາຍເປັນປະເທດຜະເດັດການທາງທະຫານ


ຂ່າວການ​ຢ້ຽມຢາມ​ເຂດ​ອ່າວ​ເປີ​ເຊັຍ​ຂອງທ່ານ​ນາງຄລິນ​ຕັນ: ທ່ານ​ນາງ​ຮິນ​ລາ​ລີ​ຄລິນ​ຕັນ ຣັຖມຸນ ຕີການ​ຕ່າງປະ​ເທດ​ສະຫະຣັດ ກ່າວ​ວ່າ ສະຫະຣັດ​ເຊື່ອ​ວ່າ ອິຣານກຳລັງ​ກາຍ​ມາ​ເປັນ​ປະ​ເທດ​ຜະ​ເດັດ​ການ ທາງ​ທະຫານ. ​ໃນ​ການ​ຖະ​ແຫລ​ງ​ຢູ່ຕໍ່ໜ້າພວກ​ນັກ​ສຶກສາ​ທ່ີປະ​ເທດ​ກາ​ຕາ ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ກຳລັງ​ທະຫານ​ຫົວ​ກະທິ ຂອງ​ອິຣ່ານ ຄື​ກຳລັງ​ພິທັກ​ການ​ປະຕິວັດນັ້ນ ​ຄວາມ​ຈິງ​ແລ້ວ ແມ່ນກຳ ລັງຈະແທນ​ທີ່ຣັຖບານ. ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ​ນາງຄລິນ​ຕັນ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທ່ີ​ທ່ານ​ນາງ​ທຳ​ການ​ທ່ຽວ​ຢ້ຽມຢາມຂົງ​ເຂດ​ອ່າວ​ເປີ​ເຊັຍ​ ເພື່ອ​ສົ່ງ​ເສີມ​ຄວາມ​ພະຍາຍາມໃນ​ການເພີ່ມ​ຄວາມ​ກົດ​ດັນ​ຕໍ່​ອິຣ່ານ ຍ້ອນໂຄງການ​ນີວ​ເຄລັຍ​ຂອງ​ອິຣ່ານນັ້ນ. ​ໃນ​ບ່ອນ​ຢຸດ​ແວ່​ຕໍ່​ໄປ​ທ່ີ​ປະ​ເທດ​ຊາ​ອຸ​ດີ​ອາຣາ​ເບັຍນັ້ນ ​ທ່ານ​ນາງ​ຈະ​ພົບ​ປະ​ກັບ​ກະສັດ​ອັບ​ດູ​ນລາ​ແຫ່ງ​ຊາ​ອຸ​ດີ​ອາຣາ​ເບັຍ ຕລອດ​ທັງ ສະ​ເດັດ​ເຈົ້າ Saud al-Faisal ຣັຖມຸນຕີ​ການ​ຕ່າງປະ​ເທດ​ເພື່ອ​ລະດົມ​ເອົາການ​ສະໜັບສະໜຸນ​ຈາກ​ຝ່າຍອາຣັບ ສຳລັບ​ການ​ລົງ​ໂທດ​ໃໝ່​ຕໍ່​ອິຣ່ານນັ້ນ.
​ໃນ​ວັນ​ອາທິດ​ວານ​ນີ້ ທ່ີ​ກອງ​ປະຊຸມ World Forum ລະຫວ່າງ​ສະຫະຣັດ​ແລະ​ໂລກ​ມຸສລິ​ມ ທ່ີ​ນະຄອນຫລວງ​ໂດ​ຮາ ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ທາງ​ກຸງ​ວໍ​ຊິງ​ຕັນ​ຢາກ​ໃຫ້​ມີ​ການ​ແກ້​ໄຂ​ແບບ​ສັນຕິ​ວິທີ​ກ່ຽວ​ກັບ​ບັດ​ຫາໂຕ້​ແຍ່ງ​ກັນ​ເຣື່ອງນີວ​ເຄລັຍ​ກັບ​ອິຣ່ານ ​ແຕ່​ຈະ​ບໍ່​ພົວພັນ​ກັບ​ພວກ ອິຣ່ານ​ໃນ​ຂະນະ​ທີ່​ເຂົາ​ເຈົ້າກຳລັງ​ດຳ​ເນີນການ​ໃນ​ອັນ​ທີ່ ທ່ານ​ນາງໃຊ້​ຄຳ​ເວົ້າ​ວ່າ ກຳລັງ​ສ້າງ​ລະ​ເບີດ​ນິວ​ເຄລັຍນັ້ນ.ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ
ອິຣ່ານ​ເຮັດໃຫ້​ພວກ​ປະຊາ​ຄົມ​ໂລກ​ບໍ່ມີ​ທາງ​ເລືອກ​ອື່ນ​ໃດ ນອກຈາກ​ວາງ​ຄ່າ​ເສັຍ​ຫາຍ​ຫລາຍ​ຂຶ້ນ ສຳລັບ​ອັນທ່ີເອີ້ນ​ວ່າ ​ບາດກ້າວ​ໃນ​ທາງ​ເກາະ​ຜິດຂອງອິຣ່ານ​ນັ້ນ. ສະຫະຣັດ​ໄດ້​ທຳ​ຄວາມ​ກົດ​ດັນ​ຕໍ່​ສະພາ​ຄວາມ​ໝັ້ນ ຄົງ​ມາ​ໄດ້​ໄລຍະ​ນຶ່ງ​ແລ້ວ ​ເພື່ອໃຫ້ທຳ​ການລົງ​ໂທດ​ຄັ້ງ​ທີ4 ​ຕໍ່​ອິຣ່ານ ທ່ີ​ບໍ່​ຍອມ​ຢຸດ​ການ​ກັ່ນ​ທາດ​ຢູ​ເຣນຽມ​ຂອງ​ຕົນ​ນັ້ນ.
ທ່ີ​ອັຟກາ​ນີສຖານ: ພວກ​ກຳລັງ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະຣັດ​ໃນ​ອັຟກາ​ນີສຖານ ​ໄດ້ ທຳ​ຄວາມ​ຄືບ​ໜ້າ​ຕໍ່​ໄປ​ໃນ​ວັນ​ຈັນ​ມື້​ນີ້ ​ດ້ວຍ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ເພື່ອ ກວາດ​ລ້າງ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຕາ​ລີ​ບັນ​ອອກ​ຈາກ​ທ່ີ​ໝັ້ນ​ ​ສຳຄັນ ​ແຫ່ງ​ສຸດ​ທ້າຍ​ຂອງ​ພວກ​ເຂົາ ​ໃນ​ແຂວງ Helmand ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ​ນັ້ນ.
ພວກ​ທະຫານ​ສະຫະຣັກ ອັງກິດ​ແລະ​ອັຟກາ​ນີສຖານ​ປະມານ15 ພັນ​ຄົນ​ກຳລັງພົວພັນ​ໃນ​ການ​ປະຕິບັດ​ງານ​ທາງ​ທະຫານ​ທ່ີ​ແນ່​ໃສ່​ເມືອງ Marjah ຊຶ່ງ​ເປັນ​ການ​ປະຕິບັດ​ງານ​ຮ່ວມ​ກັນ​ຄັ້ງ​ໃຫຍ່​ສຸດ​ນັບ​ແຕ່​ສົງຄາມ ໄດ້​ເລີ້ມ​ຂຶ້ນ​ໃນ​ປີ 2001 ນັ້ນ.
ຄວາມ​ພະຍາຍາມ​ເພື່ອໃຫ້​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ພວກ​ປະຊາ​ ຊົນ​ໃນ​ຂົງ​ເຂດ ​ໄດ້​ຮັບ​ຄວາມເສັຍ​ຫາຍ​ຢ່າງ​ໃຫຍ່ໃນ​ວັນ​ອາທິດ​ວານ​ນີ້ ​ເວລາ​ຈະ​ຫລວດ 2 ລູກ​ທ່ີ​ກຳລັງ​ຝ່າຍ​ປະສົມຍິງ​ໄປ ​ຕົກຖືກເ​ປົ້າ​ໝາຍ ພົນລະ​ເຮືອນ ​ເຮັດ​ໃຫ້​ພວກ​ພົນລະ​ເຮືອນ12 ຄົນ​ເສັຍ​ຊີວິດ​ໂດຍ​ບັງ​ເອີນ. ກຸ່ມ NATO ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ ​ເຫດການ​ດັ່ງກ່າວ ​ໂດຍ​ນາຍ​ພົນ Stanley McChrytal ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ ຂອງ​ສະຫະຣັດ​ໄດ້​ຂໍ​ຂະ​ມາ​ໂທດ​ໄປ​ຍັງ​ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟກາ​ນີສຖານ ທ່ີ​ໄດ້​ສັ່ງ​ໃຫ້​ທຳ​ການ​ສືບສວນ​ກ່ຽວ​ກັບ ການ​ຕາຍ​ຂອງ​ພວກ​ພົນລະ​ເຮືອ​ນີ້. ບັນດາ​ເຈົ້າ​ໜ້າ​ທ່ີ​ອັຟກາ​ນີສຖານ ກ່າວ​ວ່າ ຢ່າງ​ນ້ອຍ​ພວກ ​ກະບົດ27 ຄົນ​ເສັຍ​ຊີວິດ​ໃນ​ລະວຫ່າງ​ການ​ສູ້ຣົບກັນ ​ໃນ​ຂະນະ​ທີ່ ທະຫານ​ສະຫະ ຣັກຄົນ​ນຶ່ງ​ເສັຍ​ຊີວິດ ​ແລະ​ທະຫານ​ອັງກິດ​ຄົນ​ນຶ່ງ​ກໍ​ເສັຍ​ຊີວິດ​ເຊັ່ນ​ກັນ​ໃນ​ວັນ​ເສົາ​ຜ່ານ​ມາ​ໃນ​ມື້​ທຳ​ອິດ​ຂອງ​ການ​ເລີ້ມ​ບຸກ​ໂຈມ​ຕີ​ນັ້ນ.
ມຽນມ້າ​ແລະ​ສະຫະ​ປະຊາ​ຊາດ: ຫົວໜ້າ​ທູດ​ພິ​ເສດ​ວ່າ​ດ້ວຍ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ເດີນ ທາງ​ໄປ​ຮອດ​ມຽນມ້າ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ທຳ​ການ​ຢ້ຽມຢາມ​ເປັນ​ເວລາ5 ມື້​ເພື່ອ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ຄວາມ​ຄືບ​ໜ້າ​ວ່າ​ດ້ວຍ​ການ​ເຄົາຣົບນັບຖື​ສິດທິ ມະນຸດ​ໃນ​ປະ​ເທດ​ທ່ີ​ປົກຄອງ​ດ້ວຍ​ທະຫານ​ແຫ່ງ​ນັ້ນ.
ຄາດ​ກັນ​ວ່າ ທ່ານ Tomas Ojea Quintana ຈະ​ຮຽກຮ້ອງ​ໃຫ້ຣັຖ ບານ​ທະຫານ​ມຽນມ້າ ອະນຸຍາດ​ໃຫ້​ພວກ​ພັກ​ການ​ເມືອງ​ຝ່າຍ​ຄ້ານແລະ​ຊົນ​ກຸ່ມ​ນ້ອຍ ເຂົ້າ​ປະກອບສ່ວນ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ທ່ີ​ຈະ​ມີ​ຂຶ້ນ​ໃນ​ປະ​ເທດ​ນັ້ນ.
ທ່ານ Quintana ກ່າວ​ວ່າ ນອກ​ນີ້​ແລ້ວ ທ່ານ​ກໍ​ຢາກ​ພົບ​ປະ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ​ທ່ີ​ໄດ້​ຮັບ​ລາງວັນ​ໂນ​ແບນ​ຂະ​ແໜງ​ສັນຕິພາບ​ ຊຶ່ງກຳ ລັງ​ຖືກ​ກັກ​ບໍລິ​ເວນ​ ໃຫ້ຢູ່ແຕ່ໃນບ້ານ​ເຮືອນ​.
ການ​ຢ້ຽມຢາມ​ຂອງ​ທ່ານ Quintana ມີ​ຂຶ້ນ ​ຫລັງ​ຈາກ​ມີ​ການ​ປ່ອຍ​ໂຕ​ທ່ານຕິ​ນອູ ອອກຈາກ​ຄຸກ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ຊຶ່ງ​ຜູ້ກ່ຽວ​ເປັນ​ຮອງ​ປະ ທານ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ​ຝ່າຍຄ້ານ​ນັ້ນ. ນາຍພົນ​ເບັ້ຍບຳນານ​ແລະ​ອະດີດຣັຖມຸນຕີ​ປ້ອງ​ກັນ​ປະ​ເທດ ວັຍ 83 ປີ ທ່ານ​ນີ້ໄດ້​ຖືກ​ປ່ອຍ​ໂຕ​ຫລັງ​ຈາກ​ຖືກ​ກັກ​ຂັງ​ມາ​ເປັນ​ເວລາ 7 ປີ. ທ່ານ​ ຕິ​ນອູ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ບໍ່​ດີ​ໃຈ​ນຳ​ອິດສະຣະພາບຂອງ​ ທ່ານ​ ຕາບໃດ​ທ່ີ​ພວກ​ນັກ​ໂທດ​ການ​ເມືອງ​ອື່ນໆ​ຍັງ​ຖືກຣັຖບານ​ທະຫານ​ກັກໂຕໄວ້ຢູ່​.
ການ​ດຳ​ເນີນ​ຄະດີ​ຜູ້​ກໍ່​ການ​ຮ້າຍ​ທີ່ອອສ​ເຕຣ​ເລັຍ: ສານ​ອອສ​ເຕຣ​ເລັຍ​ແຫ່ງ​ນຶ່ງ​ໄດ້​ຕັດສິນ​ໂທດຈຳ​ຄຸກ ​ພວກ​ຜູ້​ຊາຍ​ມຸສລິ​ມ 5 ຄົນ​ ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂໍ້​ຫາຖານສະ​ສົມວັດຖຸລະ​ເບີດ​ເຄມີ​ ແລະ​ ອາວຸດ​ປືນ​ ສຳລັບ​ໄວ້​ໃຊ້​ໃນ​ການ​ໂຈມ​ຕີ​ກໍ່​ການຮ້າຍ. ຜູ້​ຊາຍ​ທັງ​ຫ້າ ທ່ີ ເປັນ​ຊາວ​ມຸສລິ​ມອອສ​ເຕຣ​ເລັຍ ທັງ​ໝົດ​ ໄດ້ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແທ້​ໃນ​ເດືອນ​ຕຸລາ​ປີ​ແລ້ວ​ນີ້ ​ໃນ​ຂໍ້​ຫາ​ຖານ​ສະ​ສົມ​ອາວຸດ​ໄວ້​ເພື່ອທຳການ​ໂຈມ​ຕີ​ໃສ່​ເປົ້າ​ປາຍ​ຕ່າງໆ​ທ່ີ​ບໍ່​ບອກ​ໃຫ້​ຊາບ.
ພວກ​ຈຳ​ເລີຍ​ເຫລົ່າ​ນີ້​ຖືກ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ ຕັ້ງ​ແຕ່ 23 ປີຫາ 28
ປີ. ສານ​ໄດ້​ສະ​ແດງ​ຫລັກຖານພະຍານ​ຫລາຍ​ກວ່າ 3000 ອັນ ​ແລະ​ຮັບ​ຟັງ​ຄຳ​ໃຫ້ການ​ຈາກ​ພວກ​ພະຍານ​ປະມານ 300 ຄົນ​ໃນ​ລະຫວ່າງການ​ດຳ​ເນີນ​ຄະດີ​ເປັນ​ເວລາ10 ​ເດືອນ.ຜູ້​ພິພາກສາ​ໄດ້​ ຫ້າມ ບໍ່​ໃຫ້​ສື່​ມວນ​ຊົນ​ ​ເປີດ​ເຜີຍ​ຊື່​ຂອງ​ພວກ​ຜູ້ຊາຍ​ທັງ 5 ຄົນ​.
ທີ່ສິງກະ​ໂປ: ສິງກະ​ໂປໄດ້​ໄຂກາ​ຊີ​ໂນແຫ່ງທຳ​ອິດ​ຂອງ​ຕົນໃນ​ມື້ວານ​ນີ້ ອັນ​ເປັນ​ພາກ ສ່ວນ ​ນຶ່ງ​ຂອງ​ການ​ປຸກລະດົມ​ ​ເພື່ອ​ຫັນປ່ຽນ​ປະ​ເທດ​ທີ່​ປະກອບ​ດ້ວຍເມືອງ​ດຽວ ຄື​ເມືອງ​ສິງກະ​ໂປ​ນັ້ນ ​ໃຫ້ເປັນ​ຈຸດ​ທ່ອງ​ທ່ຽວ​ແລະ​ລົດ​ຜ່ອນ​ການ​ອາ​ໄສ​ນຳ​ແຕ່ລາຍ​ໄດ້​ ຈາກ​ການ​ຜລິດຈາກ​ໂຮງຈັກ​ໂຮງງານ​.
ສະຖານ​ທ່ີ​ຫລີ້ນ ກາ​ຊີ​ໂນ Resorts World Sentosa ​ເປີດຕ້ອນ ຮັບ​ແຂກ​ຄົນ​ທຳ​ອິດ​ຂອງ​ຕົນ​ໃນ​ວັນ​ອາທິດ​ວານ​ນີ້ ອັນ​ວັນ​ມົງຄົນເພາະ​ເປັນ​ມື້ດຽວ​ກັນກັບ​ວັນ​ປີ​ໃໝ່​ຈີນ ຫລື​ກຸດ​ຈີນ​ນັ້ນ.ສະຖານ​ທ່ີ​ຫລິ້ນ​ ກາ​ຊີ​ໂນອັ່ງ​ກ່າວ ອັນ​ການ​ເປັນ​ພາກສ່ວນ​ນຶ່ງ​ໃນ​ການ​ລົງ ທຶນ​ສ້າງສະຖານ​ທີ່​ຕາກ​ອາກາດ ​ມູນ​ຄ່າ 4 ພັນ 700 ລ້ານ​ດອນລາ​ສະຫະຣັດ​ ໂດຍ​ກຸ່ມ​ບໍລິສັດ Genting ຂອງ​ມາ​ເລ​ເຊັຍເທິງເກາະ Sentosa ຊຶ່ງເຊື່ອມຕໍ່ກັບໂຕ​ເມືອງ​ສິງກະ​ໂປ​ ດ້ວຍ​ຂົວ​ແຫ່ງ​ນຶ່ງ​. ນອກ​ນັ້ນ ສະຖານ​ທີ່​ຕາກ​ອາກາດແຫ່ງ​ນີ້​ຍັງ​ມີສວນສະນຸກຂອງ​ບໍລິ​ສັດ​ສ້າງ​ຮູບ​ເງົາ Universal Studios ຂອງ​ສະຫະຣັດ ແລະ​ໂຮງ​ແຮມ​ທ່ີ​ຫລູ ຫລາ​ຫລາຍ​ແຫ່ງ. ສິງກະ​ໂປກຳ​ລງັພະຍາຍາມ​ຂະຫຍາຍຄວາມ​ດຶງ​ດູດ​ໃຈ​ຂອງ ​ຕົນ ​ເພື່ອ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ ​ແລະ​ກາຍ​ເປັນ​ປະ​ເທດ​ທ່ີ​ມີ​ການ​ເສດຖະກິດ​ທ່ີ​ອີງ​ໃສ່​ພາກສ່ວນການ​ບໍລິການ ​ໃນ​ຂະນະ​ດຽວ​ກັນ ກໍ​ຫັນປ່ຽນ​ອອກ​ຈາກ ວຽກງານ​ການ​ຜລິດ​ຈາກໂຮງ​ຈັກ​ໂຮງງານ​ ທ່ີ​ພວກ​ປະ​ເທດ​ເພື່ອນ​ບ້ານ​ສາມາດ​ຜລິດ​ໄດ້​ໃນ​ລາຄາ​ທ່ີ​ຖືກ​ກວ່າ​ຕົນ​ນັ້ນ.
​ຂ່າວ​ກ່ຽວ​ກັບ​ວັນ​ປະທານາທິບໍດີ​ໃນສະຫະຣັດ: ຊາວ​ອາ​ເມຣິກັນ​ຫລາຍ​ລ້ານ​ຄົນ​ໄດ້​ພັກ​ການ​ໃນ​ວັນ​ຈັນ​ມື້​ນີ້ ​ ​ເນື່ອງ​ໃນ​ວັນ ຄ້າຍວັນ​ເກີດ​ຂອງ​ມື້​ລາງ​ປະທານາທິບໍດີ​ຄົນ​ທຳ​ອິດ​ຂອງ​ສະຫະຣັດ ທ່ານ George Washington ​ເຖິງ​ແມ່ນວັນພັກມື້​ນີ້ໄດ້​ຖືກ​ເອີ້ນ​ວ່າ​ Presidents’ Day ຫລືວັນ​ຂອງ​ບັນດາປະທານາທິບໍດີ ກໍ​ຕາມ. ວັນ​ປະທານາທິບໍດີ​ເປັນ​ວັນ​ ທ່ີ​ຊາວ​ອາ​ເມຣິກັນ​ທັງຫລາຍ​ພາກັນ​ຢຸດ​ພັກການແລະ​ ໂຮງຮຽນ​ປິດ ​ເພື່ອໃຫ້​ກຽດ​ແກ່​ພວກ​ຜູ້ນຳ​ແຫ່ງ​ຊາດ​ຂອງ​ຕົນ ​ເລີ້ມ​ຕັ້ງ​ແຕ່​ມື້​ລາງ​ປະທານາ​ທິບໍດີ George Washington ປະທານາ ທິບໍດີ​ຄົນ​ທຳ​ອິດ​ຂອງ​ສະຫະຣັດ.
​ເດືອນ​ກຸມພາ​ເປັນ​ເດືອນ​ເກີດ​ຂອງ​ມື້​ລາງ​ປະທານາທິບໍດີ​ 2 ທ່ານ​ທ່ີ​ໄດ້​ຮັບ​ການ​ເຄົາຣົບນັບຖື​ຫລາຍ​ທ່ີ​ສຸດ ຄື ທ່ານ George Washington ​ໃນ​ປີ 1732 ​ແລະ​ທ່ານ Abraham Lincoln ​ໃນ​ປີ1809.

XS
SM
MD
LG