ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານກຸ່ມເນໂຕ ແລະ ອັຟການີສຖານ ບຸກເຂົ້າໄປຍັງທີ່ໝັ້ນ ຂອງກຸ່ມຕາລີບັນ ມື້ທີສອງ ໃນອັຟການີສຖານ


ຂ່າວ​ການ​ສູ້ຣົບ ໃນ​ອັຟກາ​ນີສຖານ:ການ​ປະຕິບັດ​ງານ​ຂອງ​ທະຫານ​ເນ​ໂຕ 15 ພັນ​ຄົນ​ດຳ​ເນີນ​ສືບ​ຕໍ່​ມາ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ກົດ​ດັນ​ເລິກ​ເຂົ້າ​ໄປ​ໃນ​ທີ່ໝັ້ນ​ແຫ່ງ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ.
ການ​ບຸກຣຸກທາງ​ທະຫານ​ຄັ້ງ​ໃຫຍ່​ຂອງ​ກຸ່ມ​ເນ​ໂຕ​ເທື່ອ​ນີ້ ​ແມ່ນ​ແນ​ໃສ່​ປະຊາ​ຄົມ Marjah ຊຶ່ງ​ເປັນ​ເຂດປູກຝັງ​ໃນ​ແຂວງ Helmand.ບັນດາ​ເຈົ້າ​ໜ້າ​ທ່ີ​ສະຫະຣັດກ່າວ​ວ່າ ນາຍ​ພົນ Stanley McChrystal ຜູ້​ບັນຊາ​ການ​ກອງທັບ​ສະຫະຣັດ​ໃນ​ອັຟກາ​ນີສຖານ​ຈະລາ​ຍງານຄວາມ​ຄືບ​ໜ້າກ່ຽວ​ກັບ​ການ​ປະຕິບັດ​ງານ​ທາງ​ທະຫານຄັ້ງນີ້​ ໃຫ້​ປະທານາທິບໍ ດີ​ບາຣັກ​ໂອ​ບາມາ​ຊາບ​ໃນ​ວັນ​ອາທິດ​ມື້​ນີ້. ການ​ປະຕິບັດ​ງານ​ເລີ່​ມຂຶ້ນໃນ​ວັນ​ເສົາ​ວານ​ນີ້ ​ເວລາ​ຝູງ​ເຮືອບິນ​ເຮ​ລີ​ຄອບ​ເຕີ ​ແລະ​ພວກ​ລົດ​ຫຸ້ມ​ເກາະ​ຂອງ​ສະຫະຣັດ​ ທຳ​ການບຸກ​ເຂົ້າ​ໄປ​ໃນ​ເຂດ Marjah.
ມີ​ການ​ຄຶດ​ກັນ​ວ່າ ພວກ​ກະບົດຈຳນວນ​ຫລາຍ​ເຖິງ 1000 ຄົນ​ພາກັນ​ຂຸດ​ທີ່​ໝັ້ນ ຕັ້ງທ່າ​ຮັບ​ມືຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ. ​ແຕ່ທະຫານ​ສະຫະຣັດ ກ່າວ​ວ່າ ພວກເຂົາ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ການ​ຕໍ່ຕ້ານຢ່າງ​ເເຂ​ງ​ແຮງ ເປັນ​ບາງ​ຄັ້ງ​ບາງ​ຄາວ ໃນ​ວັນ​ເສົາ​ວານ​ນີ້. ພວກ​ນາຍ​ທະຫານ​ກອງທັບ​ອັຟກາ​ນີສຖານ​ກ່າວ​ວ່າ ຢ່າງ​ນ້ອຍ​ພວກ ກະບົດ​ກຸ່ມ​ຕາ​ລີ​ບັນຫົວ​ຮຸນ​ແຮງ20 ຄົນ​ໄດ້​ເສັຍ​ຊີວິດ​ໃນ​ລະຫວ່າງ​ການ​ຕໍ່ສູ້​ກັນ​ໃນ​ຂັ້ນ​ຕົ້ນນັ້ນ. ກຸ່ມ NATO ກ່າວ​ວ່າ ທະຫານ​ອາ​ເມຣິກັນນຶ່ງ ຄົນ​ ແລະ​ທະຫານ​ອັງກິດ​ຄົນ​ນຶ່ງ​ເສັຍ​ຊີວິດ.
ມີພວກ​ທະຫານ​ອັຟກາ​ນີສຖານ ອັງກິດ​ແລະ​ສະຫະຣັດ​ ເຂົ້າ​ປະກອບ ສ່ວນ​ໃນ​ການ​ປະຕິບັດ​ງານ​ທາງ​ທະຫານ​ຄັ້ງ​ນີ້ຮ່ວມ​ກັນ ຊຶ່ງ​ມີ​ວັດຖຸປະ ສົງ​ ເພື່ອ​ຂັບ​ໄລ່ພວກ​ຕາ​ລີ​ບັນ​ອອກ​ຈາກ​ຂົງ​ເຂດ​ດັ່ງກ່າວ​ ທ່ີ​ຖື​ວ່າ​ເປັນ​ຈຸດ​ໃຈກາງ​ຂອງ​ພວກກະບົດ​ນັ້ນ.
ທີ່ອິນເດັຍ: ​ເຈົ້າໜ້າ​ທີ່ອິນເດຍກຳລັງ​ທຳ​ການ​ສືບສວນ​ເບິ່ງ​ວ່າ ຝ່າຍ​ໃດ​ເປັນ​ຜູ້​ຮັບ ຜິດຊອບ​ການ​ໂຈມ​ຕີ​ດ້ວຍລະເບີດ ທີ່ເຮັດໃຫ້ມີຜູ້ເສຍຊີວິດເກົ້າຄົນແລະ ຫລາຍ​ສິບ​ຄົນໄດ້ຮັບບາດເຈັບ ຢູ່ຮ້ານຂາຍເຂົ້າຈີ່ ທີ່ມີຊື່ສຽງແຫ່ງນຶ່ງ ທີ່ນັກ​ທ່ອງ​ທ່ຽວ​ມັກ​ພາກັນ​ໄປ​ອຸດ​ໜູນ ທີ່ເມືອງປູ​ເນ (Pune) ​ໃນ​ພາກ ຕາເວັນຕົກຂອງ ອິນເດຍ​ໃນ​ຕອນ​ແລງວັນເສົາວານນີ້. ທ່ານ Palaniappan Chidambaram ລັດຖະມົນຕີກະຊວງພາຍໃນ ຂອງອິນເດຍ ໄດ້ເອີ້ນເຫດການລະເບີດທີ່ຮ້ານເຂົ້າຈີ່ເຢັຍລະມັນນັ້ນວ່າ “ເປັນເຫດການ​ກໍ່ການຮ້າຍຄັ້ງສຳຄັນ” ເຖິງແມ່ນເວລານີ້ ຍັງບໍ່ມີຜູ້ໃດ ອ້າງເອົາຄວາມຮັບຜິດຊອບເທື່ອ ກໍ​ຕາມ. ການ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ຄັ້ງ ຮ້າຍແຮງທີ່​ສຸດ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ທີ່​ນະຄອນ​ມຸມ​ບາຍ ​ໃນ​ປີ 2008 ທີ່​ທາງ​ການ​ຖີ້ມ​ໂທດ​ໃສ່​ພວກ​ຫົວ​ຕໍ່ສູ້ ຈາກ​ປາ​ກິ​ສຖານ.ບັນດາ​ຜູ້ນຳ​ຊາວ​ຮິນ​ດູ​ຝ່າຍ​ຄ້ານ ກ່າ​ວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ການ​ໂຈມ​ຕີ ທີ່​ພາ​ໃຫ້​ຄົນ​ດຕາຍ​ໃນ​ເມືອງ​ປູ​ເນນັ້ນ ​ໄດ້​ຕັ້ງຂໍ້​ສົງ​ໃສ​ຂຶ້ນ​ມາ​ກ່ຽວ​ກັບ​ການ ຕັດສິນ​ໃຈ​ຂອງຣັຖບານ ທີ່​ຈະ​ກັບ​ຄືນ​ໄປ​ເຈລະຈາ​ກັບ​ປາ​ກິ​ສຖານ​ຄືນ​ໃໝ່​ນັ້ນ.
ທີປາກີສຖານ: ເຈົ້າໜ້າທ່ີກ່າວວ່າ ​ການໂຈມຕີຂອງເຮືອບິນທ່ີບໍ່ ມີຄົນຂັບຂອງສະຫະຣັດໃສ່ຂົງເຂດຊົນເຜົ່າໃນ ພາກຕາເວັນຕົກ
ສຽງເໜືອຂອງປະເທດໄດ້ສັງຫານຜູ້ຄົນໄປ 5 ຄົນ. ບັນດາເຈົ້າໜ້າທ່ີກ່າວວ່າ ລູກສອນໄຟ 2 ລູກຈາກເຮືອບິນບໍ່ມີ

ຄົນຂັບ ໄດ້ຕົກລົງໃສ່ອາຄານຫລັງນຶ່ງໃນວັນອາທິດມື້ນີ້ ໃນເຂດ

ວາຊີຣີສຖານເໜືອ ຊາຍແດນຂອງປາກີສຖານ ຕິດກັບອັຟການີສ

ຖານ ທ່ີເປັນບ່ອນລີ້ຊ່ອນຂອງກຸ່ມ ອັນກາອິດາ ແລະກຸ່ມຕາລີບັນ.

ສະຫະຣັດໄດ້ເພີ່ມການໂຈມຕີດ້ວຍເຮືອບິນທ່ີບໍ່ມີຄົນຂັບຂອງຕົນຂຶ້ນ

ໃນຂົງເຂດ ນັບແຕ່ລະເບີດລູກນຶ່ງໄດ້ສັງຫານພວກພະນັກງານສືລັບ CIA ຂອງສະຫະຣັດ 7 ຄົນ ໃນ

ທ້າຍປີແລ້ວນີ້ໃນອັຟການີສຖານນັ້ນ. ໃນອີກດ້ານນຶ່ງ ທາງການປາກີສຖານ ກ່າວວ່າ ໄດ້ເກີດເຫດລະ

ເບີດຢູ່ໃນຂົງເຂດພາກ ໃຕ້ຂອງປາກີສຖານ ​ເຮັດ​ໃຫ້ 3 ຄົນ​ເສັຍ​ຊີວິດ ແລະ ບາດເຈັບອີກ ຢ່າງໜ້ອຍ 9 ຄົນ.
ທ່ານ​ນາງຄລິນ​ຕັນຢ້ຽມຢາມ​ເຂດ​ອ່າວ​ເປີ​ເຊັຍ:​ ຣັຖມຸນຕີ​ການ​ຕ່າງປະ​ເທດ​ສະຫະຣັດ​ທ່ານນາງ​ຮິນ
​ລາ​ລີ​ຄລິນ​ຕັນ ມີກຳ ນົດ​ຈະ​ເດີນທາງ​ໄປ​ຮອດນະຄອນ​ຫລວງໂດ​ຮາ ຂອງ​ປະ​ເທດ​ກາ​ຕາ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ການເລີ້ມຕົ້ນ​ຢ້ຽມຢາມ​ ​ກາ​ຕາ​ແລະ​ຊາ​ອຸ​ດີ​ອາຣາ​ເບັຍ​ເພື່ອ​ທຳ​ການ​ພົບ​ປະ​ເຈລະຈາ​ກັບ​ພັນທະ​ມິດ​ຂອງ​ສະຫະຣັດ ວ່າ​ດ້ວຍ ບັນຫາໃນ​ພາກ​ຕາ​ເວັນ​ອອກ​ກາງ ຊຶ່ງ​ຮວມທັງ​ເຣືອງອິຣ່ານ ​ແລະ​ຄວາມ​ພະຍາຍາມ​ເພື່ອຮື້ຟື້ນການເຈລະຈາ​ສັນຕິພາບ​ລະຫວ່າງ​ອີສຣາ​ແອນ ແລະ​ປາ​ເລ​ສ​ໄຕ​ນ໌ ຄືນ​ໃໝ່​ນັ້ນ.
ທ່ານ​ນາງຄລິນ​ຕັນ​ຈະ​ພົບ​ປະ ກັບກະສັດ​ຫລື emir ຂອງ Quatar, Sheikh Hamad bin Khalifa al-Thani ຕລອດ​ທັງ Sheikh Hamad bin Jassim al-Thani ຊຶ່ງ​ເປັນທັງນາຍົກຣັຖມຸນຕີ ​ແລະ ຣັຖມຸນຕີ​ຕ່າງປະເທດ​ຂອງ Quatar.ທ່ານ​ນາງຄລິນ​ຕັນ​ຈະ​ໄປ​ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ປະຊຸມ​ກ່ຽວ​ກັບສະ ຫະຣັດ​ແລະ​ໂລກ​ອີສລາມ​ ທ່ີ​ນະຄອນ​ໂດ​ຮາ​ເຊັ່ນ​ກັນ ​ອັນ​ເປັນພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງຣັຖບານ​ທ່ານ​ໂອ​ບາ​ມາ​ ເພື່ອ​ສົ່ງ​ເສີມ​ສາຍ​ພົວພັນໃຫ້​ດີ​ຂຶ້ນກັບ​ພວກ​ປະ​ເທດ​ມຸສລິ​ມທັງຫລາຍ.
​ໃນ​ວັນ​ເສົາ​ວານ​ນີ້ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ໄດ້​ແຕ່ງ​ຕັ້ງ​ທູດ​ພິ​ເສດ​ຂອງ​ສະຫະຣັດ ປະຈຳ​ອົງການ​ກຸ່ມປະ​ເທດ​ອີສລາມ ​ທ່ີ​ມີ 56 ປະ​ເທດສະມາຊິກນັ້ນ ລ່ວງ​ໜ້າການໄປ​ມີໜ້າ​ຂອງທ່າ​ນນາງຄລິນ​ຕັນໃນ​ກອງ​ປະຊຸມ​.
​ໃນ​ສານ​ທ່ີ​ອັດ​ໃສ່​ວີເດ​ໂອ ສົ່ງ​ໄປ​ຍັງ​ກອງ​ປະຊຸມ​ດັ່ງກ່າວ ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ໄດ້​ແຕ່ງ​ຕັ້ງທ່າ​ນ Rashad Hussein ທະນາຍຄວາມ​ປະຈຳ​ທຳນຽບຂາວ​ ​ໃຫ້ເປັນ​ຜູ້ສືບ​ຕໍ່ພາລະ​ກິດ​ໃນ​ການເສີມຂະຫຍາຍ​ການ​ເປັນ​ພາຄີ​ກັບ​ປະຊາ​ຄົມ​ມຸສລິ​ມ ທ່ີ​ທ່ານ​ໄດ້ດຳ​ເນີນ​ມາ​ນັບ​ແຕ່​ທ່ານ​ໄດ້​ໄປ​ກ່າວ​ປາ​ໄສ​ທ່ີ​ກຸງ Cairo ​ປະ​ເທດ​ອີ​ຈິບໃນ​ເດືອນ​ມິຖຸນາ​ປີ​ກາຍ​ ​ນັ້ນ.
ການຢ້ຽມ​ຢາມ​ສະຫະຣັດຂອງ​ອົງ​ດາ​ໄລລະມະ:ກຸ່ມ​ສົ່ງ​ເສີມ​ປະຊາທິປະ​ໄຕ​ໃນ​ສະຫະຣັດກຸ່ມ​ນຶ່ງ​ ກ່າວ​ວ່າ ຕົນ​ຈະ​ມອບ ຫລຽນ​ກຽດຕິຍົດ ໃຫ້​ແກ່ອົງ​ດາ​ໄລລະ​ມະ ຜູ້ນຳ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ ທິ​ເບ​ດທ່ີ​ລີ້​ໄພ​ໃນ​ຕ່າງປະ​ເທດ ​ສຳລັບ​ຄວາມ​ໝັ້ນ​ໝາຍ​ຂອງ​ພຣະອົງ​ຕໍ່​ລະບອບ​ປະຊາ​ທິປະ​ໄຕ​ແລະ​ກຽດ​ສັກ​ສີ​ຂອງ​ມະນຸດ.
ກຸ່ມ​ສົ່ງ​ເສີມ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ຫລື The National Endow-ment for Democracy ກ່າວ​ວ່າ ຕົນ​ຈະ​ມອບ​ຫລຽນ​ກຽດ​ຕິ​ຍົດ​ສຳ ລັບການ​ຮັບ​ໃຊ້​ການ​ບໍລິການເພື່ອປະຊາທິປະ​ໄຕ​ຂອງ​ຕົນ​ ແກ່​ອົງ​ດາ​ໄລ​ລະ​ມະ ​ໃນ​ພິທີ​ທ່ີ​ຈະຈັດ​ຂຶ້ນ​ໃນ​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ສຸກ​ສັບປະດາ​ນີ້.
ຄາດ​ກັນ​ວ່າ ອົງ​ດາ​ໄລ​ລະ​ມະ ຜູ້ນຳ​ດ້ານ​ຈິດ​ໃຈ​ແຫ່ງ​ທິ​ເບ​ດຈະ​ກ່າວຄຳ​ ປາ​ໄສ​ຕໍ່​ຜູ້​ຄົນ​ ຈຳນວນ 500 ຄົນ ທີ່​ຈະ​ມາ​ຮ່ວມ​ພິທີດັ່ງກ່າວ ຊຶ່ງ​ຈະ​ເປັນການ​ປາກົດໂຕ​ຕໍ່​ໜ້າສາທາຣະນະຊົນ​ຄັ້ງ​ດຽວຂອງ​ພຣະອົງ ​ໃນ​ລະ ຫວ່າງ​ການສະ​ເດັດ​ປະພາດ​ກຸງ​ວໍ​ຊິງ​ຕັນ​ຄັ້ງ​ນີ້. ອົງ​ດາ​ໄລ​ລະ​ມະ​ຈະເດີນ ທາງ​ມາ​ຍັງ​ກຸງ​ວໍ​ຊິງ​ຕັນ​ເພື່ອ​ທຳ​ການ​ພົບ​ປະ​ກັບ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ໃນ​ວັນ​ພະຫັດ​ສັບປະດາ​ນີ້. ຈີນ​ໄດ້​ຮຽກຮ້ອງ​ໃຫ້​ລົບ​ລ້າງ​ການ​ພົບ​ປະ​ດັ່ງກ່າວ​ນີ້ ​ແຕ່​ທາງ​ທຳນຽບຂາວ​ກ່າວ​ວ່າ ການ​ພົບ​ປະກັນ​ດັ່ງ ກ່າວ​ຈະ​ມີ​ຂຶ້ນ​ຕາມທ່ີ​ກຳນົດ​ໄວ້.
ການສະຫລອງວັນປີໃໝ່ທີ່ເອເຊັຍ: ປະຊາຊົນຫລາຍ​ຮ້ອຍ​ລ້ານ​ຄົນ​ໃນ​ທົ່ວ​ເອເຊັຍ ພາກັນ​ສະຫລອງ​ວັນ​ປີ​ໃໝ່​ໃນວັນອາທິດມື້​ນີ້​ ​ຊຶ່ງ​ເປັນວັນ​ເລີ້ມ​ຕົ້ນ​ຂອງປີ​ຂານຫລື​ ປີ​ເສືອ . ​ເທດສະການ​ປີ​ໃໝ່​ເປັນ​ວັນ​ສຳຄັນ​ທ່ີ​ສຸດ​ຂອງປະເທດຕ່າງໆ​ນັບແຕ່ ເກົາຫລີເໜືອແລະເກົາຫລີໃຕ້ ຈີນ ໄຕ້ຫວັນ ສິງກະໂປແລະວຽດນາມ ດ້ວຍ​ການ​ຈູ​ດກະ​ໂພ​ກ​ແລະ​ບັ້ງ​ໄຟ​ດອກ ແລະ​ພວກ​ສະມາຊິກ​ຄອບຄົວ​ພາກັນ​ເຕົ້າ​ໂຮມ​ ແລະຮັ​ບປະທານ​ ​ອາຫານພື້ນ​ເມືອງຮ່ວມກັນ ​ຕາມ​ປະ​ເພນີ​.
ຫິມະ​ຕົກ​ໃນ​ພາກ​ເໜືອຂອງ​ຈີນ ​ແລະ​ຝົນ​ທີ່ຕົກລົງ​ມາ​ແລ້ວກ້າມເປັນ​ນ້ຳກ້ອນ​ໃນ​ພາກໃຕ້​ ​ໄດ້ເປັນ​ໄພ​ຄຸກ​ຄາມ​ທ່ີ​ຈະພາ​ໃຫ້​ເກີດ​ຄວາມ​ສັບສົນ​ວຸ້ນວາຍ​ ໃນ​ຂະນະ​ທ່ີ​ຜູ້ຄົນ​ຫລາຍ​ລ້ານ​ຄົນ​ພາກັນ​ເດີນທາງໄປ​ທ້ອນ ໂຮມ​ກັບສະມາຊິກ​ຄອບ​ຄົນ​ ໃນ​ປະ​ເທດ​ທ່ີ​ມີ​ພົນລະ​ເມືອງ 1 ພັນ 300 ລ້ານ​ຄົນ ​ໃນອັນ​ທ່ີ​ເຊື່ອ​ກັນ​ວ່າ​ເປັນ​ການ​ເຄື່ອນ​ໄຫວ​ໄປ​ມາ​ປະຈຳ​ປີຄັ້ງ​ໃຫຍ່​ທ່ີ​ສຸດຂອງປະຊາກອນ​ໂລກ​ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG