ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ 5 ຄົນ ຖືກຂ້າຕາຍ ໃນການບຸກໂຈມຕີ ຂອງ ກຳລັງປະສົມ ໃນອັຟການິສຖານ


ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ຜູ້ຕ້ອງສົງສັຍວ່າເປັນພວກຫົວຮຸນແຮງ ທາລີບານ 5 ຄົນ ໄດ້ຖືກຂ້າຕາຍ ໃນການບຸກ ໂຈມຕີຄັ້ງໃຫຍ່ ຂອງກຳລັງປະສົມ ທີ່ແຂວງ HELMAND ໃນພາກໃຕ້ອັຟການິສຖານ. ທ່ານ SHER MOHAMMAD ZAZAI ຜູ້ບັນຊາການ ກອງທັບອັຟການິສຖານ ກ່າວວ່າ ຜູ້ຕ້ອງສົງສັຍ ທັງ 5 ຖືກຂ້າຕາຍ ໃນລະຫວ່າງການສູ້ຣົບແບບ ປະຈັນບານ ຢູ່ 2 ບ່ອນ. ກຳລັງທະຫານອັງກິດ ສະຫະຣັດແລະອັຟການິສຖານ ໄດ້ເປີດສາກບຸກ ໂຈມຕີ ທາງພາກພື້ນດິນເຂົ້າໄປໃນເມືອງ MAR JAH ອັນເປັນພາກສ່ວນນຶ່ງ ໃນການດຳເນີນ ຄວາມພະຍາຍາມເພື່ອຈະຢຶດເອົານຶ່ງໃນຈຳນວນ ທີ່ໝັ້ນ ທີ່ໃຫຍ່ທີ່ສຸດ ຂອງພວກທາລີບານ ທີ່ຍັງ ເຫລືອຢູ່ ໃນເວລານີ້. ໃນກອງປະຊຸມຖແລງຂ່າວ ໃນວັນເສົາມື້ນີ້ພົນຕຣີ NICK CARTER ຂອງ ອັງກິດ ກ່າວວ່າ ກຳລັງປະສົມ ໄດ້ປະສົບກັບ ຄວາມສຳເຣັດ ໃນການແຊກຊຶມ ເຂົ້າໄປໃນ ເມືອງ MARJAH ໃນມື້ວານນີ້. ຜູ້ບັນຊາການ ກຳລັງປະສົມ ໃນເຂດພາກໃຕ້ ເວົ້າຕື່ມວ່າ ມີການໃຊ້ເຮືອບິນ ເຮຣີຄອບເຕີ້ 60 ລຳ ໃນການປະຕິບັດງານ ດັ່ງກ່າວນີ້.

ໂອລິມປິກ: ການແຂ່ງຂັນ ກິລາໂອລິມປິກຣະ ດູໜາວປີ 2010 ໄດ້ເປີດ ຢ່າງເປັນທາງການ ແລ້ວ ທີ່ນະຄອນ ແວນຄູເວີ ປະເທດການາດາ. ນາຍ WAYNE GRETZKY ນັກກິລາຮັອກກີ ທີ່ມີຊື່ສຽງໂດ່ງດັງ ລະດັບໂລກ ຊາວການາດາ ເປັນຜູ້ຈູດໄຟ ໃສ່ກະທະໄຟໂອລິມປິກທີ່ສນາມ ກິລາ ພ້ອມໆກັບນັກກິລາແລະຜູ້ທີ່ໄດ້ຮັບຫລຽນ ໂອລິມປິກ ຄົນການາດາ ອື່ນໆອີກ 3 ຄົນ ທັງໆທີ່ໄດ້ເກີດບັນຫາ ໃນດ້ານກົນຈັກ. ນາຍ GRETZKY ຈຶ່ງມຸ່ງໜ້າໄປ ຈູດໄຟໃສ່ ກະທະ ໜ່ວຍທີ 2 ທີ່ຕັ້ງຢູ່ຂ້າງນອກ ຊຶ່ງສາມາດ ມອງເຫັນໄດ້ ຈາກທົ່ວທຸກແຫ່ງ ໃນນະຄອນແວນ ຄູເວີ. ກ່ອນໜ້ານັ້ນ ບັນດາຜູ້ຕາງໜ້າ ຂອງຊົນເຜົ່າພື້ນເມືອງ ການາດາ ໄດ້ພາກັນຕ້ອນຮັບ ນັກກິລາ ປະມານ 5 ພັນຄົນ ຈາກ 80 ກວ່າປະເທດ ຂະນະທີ່ ພິທີເປີດການແຂ່ງຂັນ ໄດ້ ເລີ້ມຂຶ້ນ ຢ່າງເປັນທາງການ ໃນຕອນແລງ ຂອງວັນສຸກວານນີ້. ຫຼັງຈາກນັ້ນ ພວກນັກກິລາ ແລະຜູ້ຊົມ ປະມານ 60 ພັນຄົນ ທີ່ແໜ້ນສນາມກິລາ ໃນນະຄອນແວນຄູເວີກໍໄດ້ຊົມການ ສະແດງ ວັທນະທັມ ທີ່ປະກອບດ້ວຍ ພວກນັກຮ້ອງ ແລະນັກຟ້ອນ ຊາວການາດາ ຊຶ່ງ ສ່ວນໃຫຍ່ແລ້ວ ແມ່ນໄດ້ເພັ່ງເລັງໃສ່ ວັທນະທັມ ແລະປະວັດສາດ ຂອງພວກຊົນເຜົ່າພື້ນ ເມືອງ.

ເຢເມນ: ເຈົ້າໜ້າທີ່ເຢເມນຄົນນຶ່ງໄດ້ກ່າວຫາ ພວກກະບົດຊີໄອທ໌ວ່າ ລະເມີດຂໍ້ຕົກລົງຢຸດຍິງ ບໍ່ເທົ່າໃດຊົ່ວໂມງ ຫລັງຈາກ ຂໍ້ຕົກລົງດັ່ງກ່າວ ມີຜົນບັງຄັບໃຊ້. ທ່ານ MOHAMMED AB DULLAH AL-QAWSI ຮອງຣັຖມຸນຕຣີກະ ຊວງພາຍໃນຂອງເຢເມນ ກ່າວວ່າ ມີທະຫານ ຢ່າງນ້ອຍຄົນນຶ່ງເສັຽຊີວິດ ແລະອີກຫຼາຍໆຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ ຂອງພວກກະ ບົດທີ່ແຂວງ SAADA ໃນມື້ວານນີ້. ທ່ານກ່າວ ວ່າ ນອກນັ້ນແລ້ວ ພວກກະບົດ ຍັງໄດ້ໂຈມຕີ ຣົດຂອງທ່ານ. ແຕ່ພວກກະບົດ ໄດ້ປະຕິ ເສດວ່າ ຕົນບໍ່ມີສ່ວນໃດໆໃນການໂຈມຕີທີ່ວ່ານີ້. ພວກເຈົ້າໜ້າທີ່ ເຢເມນ ກ່າວວ່າ ຕົນ ຄາດວ່າ ຈະມີການລະເມີດ ເລັກໆນ້ອຍໆຕໍ່ຂໍ້ຕົກລົງຢຸດຍິງ ແຕ່ໂດຍທົ່ວໄປແລ້ວ ການຢຸດ ຍິງ ຍັງຈະດຳເນີນ ຢູ່ຕໍ່ໄປ. ຂໍ້ຕົກລົງຢຸດຍິງ ໄດ້ບັນລຸກັນ ໃນມື້ວັນພະຫັດຜ່ານມາລະຫວ່າງ ປະທານາທິບໍດີ ALI ABDULLAH SALEH ແລະຜູ້ນຳກະບົດ ນາຍ ABDEL-MALIK AL-HOUTHI. ຂໍ້ຕົກລົງດັ່ງກ່າວ ກຳນົດໃຫ້ ພວກກະບົດ ຖອນອອກໄປ ຈາກໂຮງການ ຣັຖບານ ປ່ອຍພວກນັກໂທດ ແລະຢຸດເຊົາ ການບຸກໂຈມຕີ ຂ້າມຊາຍແດນ ເຂົ້າໄປໃນ SAUDI ARABIA.

ໄອວໍຣີໂຄສຕ໌: ປະທານາທິບໍດີໄອວໍຣິໂຄສຕ໌ ກ່າວວ່າ ທ່ານໄດ້ຍຸບ ຄະນະຣັຖບານ ແລະຄະ ນະກັມມະການເລືອກຕັ້ງ ຫລັງຈາກໄດ້ມີຄວາມ ເຄັ່ງຕຶງ ເພີ້ມຂຶ້ນ ກ່ຽວກັບແຜນການເລືອກຕັ້ງ ໃນເດືອນໜ້າ. ປະທານາທິບໍດີ GBAGBO ໄດ້ປະກາດ ທາງໂທຣະພາບຂອງຣັຖບານໃນ ວັນສຸກ ວານນີ້ວ່າ ທ່ານໄດ້ຮ້ອງຂໍ ໃຫ້ນາຍົກ ຣັຖມຸນຕຣີ GUILLAUME SORO ຈັດຕັ້ງ ຄະນະຣັຖບານຊຸດໃໝ່. ການເຄື່ອນໄຫວ ທີ່ ວ່ານີ້ພາໃຫ້ເກີດ ຄວາມສົງສັຍບໍ່ແນ່ໃຈ ກ່ຽວ ກັບແຜນການເລືອກຕັ້ງ ປະທານາທິບໍດີ ໃນ ເດືອນໜ້າ ຕລອດທັງ ຂັ້ນຕອນ ໃນການສ້າງ ຄວາມປອງດອງຊາດ ໃນ ໄອວໍຣິໂຄສຕ໌ ທີ່ ແຕກແຍກກັນນັ້ນ. ການເລືອກຕັ້ງ ປະທານາທິບໍດີ ໄດ້ມີການເລື່ອນເວລາ ມາແລ້ວ ຫຼາຍໆຄັ້ງ ນັບແຕ່ປີ 2005 ເປັນຕົ້ນມາ. ການເຄື່ອນໄຫວ ຂອງປະທານາທິບໍດີ GBAGBO ໄດ້ມີຂຶ້ນ ລຸນຫລັງ ການຕັດສິນໃຈ ໃນຕົ້ນອາທິດນີ້ ຂອງນາຍົກຣັຖມຸນຕຣີ SORO ຊຶ່ງເຄີຍເປັນກະບົດ ມາກ່ອນນັ້ນ ທີ່ສັ່ງໃຫ້ໂຈະ ຂັ້ນຕອນ ໃນການຈົດທະບຽນ ຜູ້ມີສິດປ່ອນບັດ ສຳລັບການເລືອກຕັ້ງ ປະທານາທິບໍດີ ຄັ້ງຈະມາ ຍ້ອນມີການກ່າວຫາວ່າ ມີການສໍ້ໂກງ ເກີດຂຶ້ນ.

ສະຫະຣັດ - ດາໄລລາມະ: ທຳນຽບຂາວໄດ້ປະ ຕິເສດ ຕໍ່ການຮຽກຮ້ອງຂອງຈີນ ທີ່ຢາກໃຫ້ຍົກເລີກ ການພົບປະ ລະຫວ່າງ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ແລະ ອົງດາໄລລາມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ທີ່ຈະມີຂຶ້ນໃນ ອາທິດໜ້ານີ້. ໂຄສົກຂອງປະທານາທິບໍດີສະຫະຣັດ ກ່າວວ່າ ການພົບປະທີ່ທຳນຽບຂາວ ຈະມີຂຶ້ນ ຕາມ ໝາຍກຳນົດການ ໃນວັນພະຫັດ ທີ 18 ເດືອນນີ້. ຖແລງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ທີ່ນະຄອນ ຫລວງປັກກິ່ງ ໃນມື້ວານນີ້ ໂດຍໂຄສົກ ກະຊວງການ ຕ່າງປະເທດຈີນ ທ່ານ MA ZHAOXU ກ່າວວ່າ ຈີນຄັດຄ້ານ ຢ່າງແຂງຂັນ ຕໍ່ການຢ້ຽມຢາມ ຂອງອົງ ດາໄລລາມະ ແລະຮຽກຮ້ອງໃຫ້ ສະຫະຣັດ ຖອນການເຊື້ອເຊີນ ກ່ຽວກັບ ການຢ້ຽມຢາມ ດັ່ງກ່າວ ໃນທັນທີ. ທ່ານ MA ໃຫ້ຮ່ອງຮອຍວ່າ ການພົບປະ ທີ່ວ່ານີ້ ອາດຈະສ້າງ ຄວາມເສັຽຫາຍ ເພີ້ມຕື່ມ ໃຫ້ແກ່ ຄວາມສັມພັນ ລະຫວ່າງສະຫະຣັດ ກັບຈີນ ຊຶ່ງເມື່ອໄວໆມານີ້ ໄດ້ຊຸດໂຊມລົງຍ້ອນແຜນ ການ ຂາຍອາວຸດ ຂອງສະຫະຣັດ ໃຫ້ແກ່ໃຕ້ຫວັນ ການລົງບໍ່ຮອຍກັນ ກ່ຽວກັບອັດຕຣາ ໃນການແລກປ່ຽນ ເງິນຕຣາຂອງຈີນ ແລະ ຄວາມວິຕົກກັງວົນ ຂອງສະຫະຣັດ ກ່ຽວກັບ ການກວດກາ ທາງອິນເຕີແນັດ ຂອງຈີນ.

ຣີພັບລີກັນ: ສະມາຊິກ ຂອງພັກຣີພັບລີກັນ ຮຽກຮ້ອງໃຫ້ ນຳເອົາໂຕ ຜູ້ວາງແຜນ ໃນການໂຈມຕີກໍ່ການຮ້າຍ ໃນວັນ ທີ 11 ກັນຍາປີ 2001 ແລະພວກສົມຮູ້ຮ່ວມຄິດ ຂຶ້ນສານ ທະຫານ. ໃນຄຳປາສັຍ ປະຈຳສັບປະດາ ຂອງພັກຣີພັບ ລີກັນນັ້ນ ສະມາຊິກສະພາສູງ LINDSEY GRAHAM ເອີ້ນການຕັດສິນໃຈ ຂອງປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ທີ່ຈະດຳເນີນຄະດີ ຜູ້ຕ້ອງສົງສັຍ 5 ຄົນ ໃນສານພົລເຮືອນ ຢູ່ນະຄອນນິວຢອກ ນັ້ນວ່າ ເປັນ ຄວາມພິດພາດ ຢ່າງໃຫຍ່. ຣັຖບານທ່ານ OBAMA ໄດ້ປະເຊີນ ກັບການຄັດຄ້ານ ຫລາຍຂຶ້ນ ທັງຈາກ ສະມາຊິກສະພາ ພັກຣີພັບລີກັນ ແລະ ພັກເດໂມແຄຣັທ ທີ່ຈະດຳເນີນຄະດີ ຜູ້ຕ້ອງສົງສັຍວ່າ ເປັນພວກກໍ່ການຮ້າຍ ຢູ່ໃນສານ ຂອງພົລເຮືອນ. ຣັຖບານທ່ານ OBAMA ບໍ່ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ ໃນການທີ່ ຈະນຳເອົາໂຕ ຜູ້ຕ້ອງສົງສັຍເຫລົ່ານີ້ ກັບຄືນໄປ ຂຶ້ນສານທະຫານ ໃໝ່ອີກ. ທ່ານ GRAHAM ກ່າວໃນ ວັນເສົາ ມື້ນີ້ວ່າ ພວກກໍ່ການຮ້າຍ ອາລກາຍດາ ບໍ່ຄວນຈະໄດ້ຮັບສິດ ແບບດຽວກັນ ກັບ ພົລເມືອງອະເມຣິກັນ.

ໂອບາມາ - ງົບປະມານ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ ລົງນາມ ໃນຮ່າງກົດໝາຍສະບັບນຶ່ງ ທີ່ຈະອະ ນຸຍາດໃຫ້ ສະຫະຣັດ ຢືມເງິນໄດ້ຫຼາຍກວ່າ ແຕ່ກ່ອນ ເກືອບ 2 ພັນ ຕື້ໂດລາ. ປະທານາ ທິບໍດີ OBAMA ໄດ້ລົງນາມໃນຮ່າງກົດໝາຍ ສະບັບນີ້ທີ່ທຳນຽບຂາວ ໃນຄືນວັນສຸກວານນີ້ ໂດຍບໍ່ມີພິທີ ຫລືການອອກຂ່າວ ທີ່ສຳຄັນ ແຕ່ ຢ່າງໃດ. ໜີ້ສິນ ທີ່ສະຫະຣັດ ສາມາດມີໄດ້ ໃນເວລານີ້ ແມ່ນບໍ່ໃຫ້ກາຍ 14 ພັນ 3 ຮ້ອຍ ຕື້ໂດລາ. ສະຫະຣັດ ມີໜີ້ສິນ ເກືອບຈະກາຍ ຂີດຈຳກັດ ທີ່ໄດ້ກຳນົດໄວ້ ກ່ອນໜ້ານີ້. ການປ່ຽນແປງທີ່ວ່ານີ້ ໄດ້ມີຂຶ້ນ ໃນຂະນະທີ່ຊາວ ອະເມຣິກັນ ມີຄວາມວິຕົກກັງວົນ ຫລາຍຂຶ້ນ ກ່ຽວກັບການ ຂາດດຸນງົບປະມານ ຂອງຣັຖ ບານ. ໃນການດຳເນີນຄວາມພະຍາຍາມ ເພື່ອສ້າງຄວາມອຸ່ນໃຈໃຫ້ແກ່ພວກ ທີ່ມີຄວາມ ຢ້ານກົວນັ້ນ ຮ່າງກົດໝາຍ ດັ່ງກ່າວ ຍັງຮວມທັງ ຂໍ້ກຳກົດ ທີ່ເອີ້ນວ່າ PAY AS YOU GO ຊຶ່ງເທື່ອທຳອິດ ໄດ້ມີການຮ່າງຂຶ້ນ ໃນຊຸມປີ 1990 ພາຍໃຕ້ຣັຖບານ ຂອງປະທານາ ທິບໍດີ BILL CLINTON ໃນເວລານັ້ນ ຊຶ່ງກົດໝາຍດັ່ງກ່າວ ໄດ້ບັງຄັບວ່າ ການຕັດພາສີ ຫລືການໃຊ້ຈ່າຍໃໝ່ ໃດໆກໍຕາມ ຈະຕ້ອງໄດ້ມີ ການຂຶ້ນພາສີຫລືຕັດການໃຊ້ຈ່າຍໃນໂຄງ ການໃດ ໂຄງການນຶ່ງ (ສລຸບຂ່າວ)

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG