ລິ້ງ ສຳຫລັບເຂົ້າຫາ

ການກວດແລະປິ່ນປົວມະເຮັງເຕົ້ານົມແຕ່ຫົວທີສາມາດຊ່ວຍຊີວິດຜູ້ຍິງໃນປະເທດ ກຳລັງພັດທະນາໄດ້


ໂຄງການ​ລິ​ເລີ້ມຂອງ​ມະຫາວິທະຍາ​ໄລ ຮາ​ເວີດ (Harvard Initiative) ທີ່​ແນ​ໃສ່ເພື່ອ ກວດເຫັນ​ ​ແລະປິ່ນປົວພະຍາດ​ມະ​ເຮັງ​ເຕົ້ານົມແຕ່​ຫົວທີ​ ຢູ່​ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະ ນາພົບວ່າ ຫລາຍ​ກວ່າ​ເຄິ່ງນຶ່ງຂອງຜູ້ຍິງທີ່​ເສຍ​ຊີວິດ​ຍ້ອນ ພະຍາດ​ມະ​ເຮັງ​ເຕົ້ານົມ ແມ່ນຢູ່​ໃນ​ພວກ​ປະ​ເທດ​ເຫລົ່ານີ້.

ພວກນັກຄົ້ນຄວ້າຂອງມະຫາວິທະຍາ​ໄລ ຮາ​ເວີດ (Harvard) ​ໄດ້​ສັງ​ເກດ​ເຫັນ​ວ່າຈຳນວນ ຜູ້ຍິງຢູ່​ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ທີ່ເສຍ ​ຊີວິດ​ຍ້ອນພະຍາດ​ມະ​ເຮັງ​ເຕົ້າ ນົມ​ໄດ້​ມີ​ເພີ້ມຫລາຍຂຶ້ນ​ຢ່າງ​ຜິດ​ປົກກະ​ຕິ. ສະນັ້ນ ພວກ​ເຂົາ​ເຈົ້າ​ຈຶ່ງໄດ້​ລິ​ເລິ້ມດຳ​ເນີນ​ໂຄງການ​ປຸກລະ ດົມ​ ຢູ່​ໃນນາໆ​ປະ​ເທດ​ເພື່ອຂະຫຍາຍ​ການຄົ້ນຄວ້າອອກ​ໄປ ​ແລະ​ເກັບ​ກຳເອົາສະ ຖິຕິ​ທີ່​ກ່ຽວຂ້ອງກັບພະຍາດນີ້​ເພື່ອ​ຫາ​ທາງ ເລີ້ມຕົ້ນ​ແກ້​ໄຂ​ບັນຫາດັ່ງກ່າວ.

ຢູ່​ໃນ​ສະຫະຣັດພວກ​ອົງການ​ຕ່າງໆ​ພາກັນ​ແຂ່ງຂັນ​ກັນ​ເພື່ອ​ຂໍ​ບໍລິຈາກ​ເງິນສະ​ນັບ​ສະໜູນ ການຄົ້ນຄວ້າມະ​ເຮັງ​ເຕົ້ານົມແລະ​ພວກ​ນັກສະ​ແດງ ຫລື ດາລາ​ທັງຫລາຍ​ກໍໄດ້ໃຫ້​ຄວາມຮ່ວມມືແລະ​ຊ່ວຍ​ເຫລືອໃນ​ ດ້ານ​ນີ້.

​ແລະ ກໍ​ມີຜູ້ຍິງທີ່​ເປັນ​ໂຣກ​ມະ​ເຮັງ​ເຕົ້ານົມ​ ພາກັນເວົ້າກ່ຽວກັບ​ເລື້ອງນີ້ ຢ່າງ​ເປີດ​ເຜີຍ ລວມທັງ​ພັນ​ລະ​ຍາຂອງ ອະດີດປະທາ ນາທິບໍດີ​ສອງ​ທ່ານ ທີ່ໄດ້​ອອກ​ມາເວົ້າຕໍ່ໜ້າ​ມວນຊົນ ກ່ຽວກັບ​ການ​ເປັນໂຣກ​ມະ​ເຮັງ​ເຕົ້ານົມຂອງ​ພວກ​ເຂົາ​ເຈົ້າເຊິ່ງ​ໃນ​ນັ້ນກໍ​ມີ ທ່ານ​ນາງ Betty Ford ​ໃນ​ປີ 1972 ​ແລະ 10 ປີ ປາຍຕໍ່ມາອີກກໍ​ແມ່ນ ທ່ານ​ນາງ Nancy Reagan ໄດ້ອອກ​ມາ​ເວົ້າ​ເພື່ອ​ໃຫ້​ຄວາມຮູ້ແກ່ປະຊາຊົນ ກ່ຽວກັບພະຍາດ​ນີ້.​

​ແຕ່​ກ່ອນຄົນ​ທົ່ວ​ໄປ​ມັກ​ຄິດວ່າ ພະຍາດ​ອັນ​ນີ້ມັກ​ເກີດ​ກັບພວກ​ຜູ້ຍິງ​ທີ່ຮັ່ງມີ ​ແລະ ຢູ່​ປະ​ເທດຮັ່ງມີ​ເທົ່າ​ນັ້ນ.

ທ່ານນາງ Felicia Knaul ​ຜູ້ນຳພາໂຄງການລິ​ເລິ້ມທີ່ມະຫາ ວິທະຍາ​ໄລ ຮາ​ເວີ​ດ (Harvard) ເວົ້າວ່າ ຈຸດປະສົງຂອງໂຄງ ການຂອງທ່ານກໍຄື ຊອກຫາຫົນທາງ​ເພື່ອ​ສະໜອງ​ການປິ່ນປົວ​ຮັກສາ ໂຣກມະ​ເຮັງ ລວມທັງມະ​ເຮັງ ​ເຕົ້ານົມໃຫ້ແກ່ພວກຄົນຢູ່ ໃນບັນດາປະເທດກຳລັງພັດທະນາ​ໃຫ້ ​ໄດ້ຫລາຍຂຶ້ນກວ່າເກົ່າ.

ການຄົ້ນຄວ້າຂອງມະຫາວິທະຍາ​ໄລ ຮາ​ເວີດໄດ້ສະແດງໃຫ້ເຫັນວ່າ ຫລາຍກວ່າເຄິ່ງນຶ່ງຂອງຜູ້ຍິງຈຳນວນ ທັງໝົດ 450 ພັນຄົນ ທີ່ເສຍຊີວິດຍ້ອນໂຣກມະ​ເຮັງນັ້ນແມ່ນຢູ່ໃນບັນດາປະເທດກຳລັງພັດທະນາ. ທ່ານນາງ Felicia Knaul ເວົ້າວ່າ ຖ້າຫາກຜູ້ຍິງຄົນ ນຶ່ງເປັນໂຣກມະ​ເຮັງ ຢູ່ໃນບັນດາປະເທດກຳລັງ ພັດທະນາ ລາວ ມີໂອກາດທີ່ຈະເສຍຊີວິດຫລາຍກວ່າຜູ້ຍິງທີ່ເປັນໂຣກມະ​ເຮັງຢູ່ໃນພວກປະເທດ ທີ່ຈະເລີນແລ້ວ.

ດຣ. Elmer Huerta ທີ່ໂຮງໝໍ Washington Hospital Center ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ ທີ່ມີ​ຄົນ​ໄຂ້​ຫລາຍ​ຄົນ ​ເປັນຊາວຮິສປານິກ ຫລືພວກ​ມີເຊື້ອສາຍສະເປນເວົ້າ ວ່າ ບັນຫາສ່ວນນຶ່ງຂອງ​ໂຣກມະ​ເຮ​ງ​ເຕົ້ານົມກໍແມ່ນ ເປັນຍ້ອນລັກສະນະຂອງພະຍາດນີ້ເອງ ເພາະວ່າໂຣກມະ​ເຮັງ​ເຕົ້ານົມ ເປັນ​ພະຍາດທີ່ມີ​ອາການ ມິດງຽບ ແລະກໍບໍ່ຄ່ອຍຈະເຈັບໃນເວລາມັນກຳລັງເລີ້ມຂະຫຍາຍໂຕຂຶ້ນ.

ທ່ານໝໍ Huerta ເວົ້າວ່າ ຫລາຍໆປະຊາຄົມ​ໃນ​ພາກ​ພື້ນອາເມຣິກາລາຕິນ ແລະ ອາເມຣິກາໃຕ້ບໍ່ມີເຄື່ອງ ຈັກກວດມະ​ເຮັງ​ເຕົ້າ ນົມ ແລະ ຄົນທົ່ວໄປກໍຂາດຄວາມຮູ້ກ່ຽວກັບພະຍາດນີ້. ທ່ານກ່າວວ່າ "ດັ່ງນັ້ນ ຖ້າຫາກພວກເຮົາມີການປະສົມປະສານກັນຂອງສະພາບທີ່ປິດງຽບ ແລະ ການຂາດເຂີນການເຂົ້າຫາວິທີ ກວດພະຍາດແຕ່ຫົວທີນັ້ນແລ້ວ ແລະ ເມື່ອໃດພວກຜູ້ຍິງພົບເຫັນບາງສິ່ງທີ່ຜິດປົກກະຕິ ແລະ ຖ້າເປັນເນື້ອ ງອກ ມັນກໍໃຫຍ່ຫລືແຜ່ອອກໄປໄກຫລາຍແລ້ວ. ດັ່ງນັ້ນ ການທີ່ຈະທຳການປິ່ນປົວກໍຖືວ່າຊ້າ ເກີນໄປ".

ດຣ. Shawna Willey ​ແພດ​ຜ່າ​ຕັດ​ນົມ ທີ່ໂຮງໝໍ​ຂອງ​ມະຫາ ວິທະຍາ​ໄລ Georgetown ​ໃນ​ນະຄອນ ຫລວງ​ວໍ​ຊິງ​ຕັນ​ກ່າວ ວ່າ ທ່ານ​ນາງ​ກໍໄດ້ພົບເຫັນວ່າ ມີບັນຫາເຊັ່ນດຽວກັນຢູ່ໃນປະ​ເທດໄນ​ຈີ​ເຣຍ. ທ່ານ ນາງໃຫ້ຄຳເຫັນວ່າເສດຖະກິດເປັນສາເຫດ ອັນ ໃຫຍ່ຫລວງກວ່າໝູ່ຍ້ອນວ່າປະຊາຊົນທົ່ວໄປທຸກຈົນ ຫລາຍ ແລະ ກໍເປັນສັງຄົມທີ່ໃຊ້ເງິນສົດໂດຍບໍ່ມີ ລະບົບໃຊ້ເຄຣດິດ ຫລື ໃຊ້ສິນເຊື່ອເພື່ອຈ່າຍຄ່າຕ່າງໆ.

ຖ້າຜູ້ໃດໄປໂຮງໝໍກໍຕ້ອງມີເງິນຈ່າຍໂລດ. ສະນັ້ນ ຖ້າຫາກ ພວກຜູ້ຍິງຢາກ​ໄປໂຮງໝໍ​ໃຫ້​ນາຍ​ໝໍດູດເອົາ​ເນື້ອ​ເຍື່ອອອກ​ ມາກ​ວດ​ເບິ່ງວ່າ​ເຂົາ​ເຈົ້າ​ເປັນ​ມະ​ເຮ​ງ​ໃນ​ເຕົ້ານົມຫລື​ບໍ່​ນັ້ນ ພວກ ເຂົາເຈົ້າ ກໍຕ້ອງມີເງິນຕິດມືໄປ ເສຍຄ່ານຳໂລດ. ແລະ ຖ້າເຂົາ ເຈົ້າຢາກ​ໄປ​ສ່ອງ​ໄຟ​ຟ້າກວດຫາມະເຮັງເຕົ້ານົມ ເຂົາເຈົ້າກໍຕ້ອງ​ມີ​ເງິນສົດຕິດ​ຕົວ​ໄປ​ນຳຄືກັນ.

XS
SM
MD
LG