ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດການປະທະກັນ ເນື່ອງໃນໂອກາດ ວັນຄົບຮອບ ການສ້າງ ຕັ້ງສາທາຣະນະຣັດ ອິສລາມ ໃນອີຣ່ານ


ອີຣ່ານ: ເຈົ້າໜ້າທີ່ອີຣ່ານ ໄດ້ປະທະກັບ ພວກ ສນັບສນຸນຝ່າຍຄ້ານໃນວັນພະຫັດມື້ນີ້ ຂະນະທີ່ ຝູງຊົນຂນາດໃຫຍ່ ໄດ້ພາກັນ ໄປໂຮມຊຸມນຸມ ທີ່ນະຄອນຫລວງເຕຫະຣ່ານ ເພື່ອສເລີມສລອງ ວັນຄົບຮອບ 31 ປີ ໃນການສ້າງຕັ້ງ ສາທາຣະນະ ຣັດ ອິສລາມ. ເວັບໄຊທ໌ ຂອງພວກຝ່າຍຄ້ານ ລາຍງານວ່າ ກຳລັງ ຮັກສາຄວາມສະງົບ ໄດ້ຍິງຣະເບີດນຳຕາ ຂັບໄລ່ພວກ ສນັບສນຸນຝ່າຍຄ້ານ ທີ່ໄປໂຮມຊຸມນຸມກັນ ຢູ່ໃນເຂດໃຈກາງ ນະຄອນຫລວງ ເຕຫະຣ່ານ ໃຫ້ແຕກພ່າຍໜີ.ນອກນັ້ນ ຍັງມີລາຍງານວ່າ ທ່ານ MEHDI KARROUBI ນັກການເມືອງ ຫົວປະຕິຮູບ ຄົນສຳຄັນ ແລະທ່ານ MOHAMMAD KHATAMI ອະດີດ ປະທານາທິບໍດີ ຂອງອີຣ່ານ ໄດ້ຖືກໂຈມຕີ ເວລາພວກທ່ານ ໄປຮ່ວມການ ໂຮມຊຸມນຸມ ຂອງພວກຝ່າຍຄ້ານ. ຂະນະດຽວກັນ ທີ່ຈະຕຸຣັດ ອິສຣະພາບ ຫລືຈະຕຸຣັດ AZADI ໃນນະຄອນຫລວງ ເຕຫະຣ່ານ ປະທານາທິບໍດີ MAHMOUD AHMADINEJAD ໄດ້ກ່າວຄຳປາສັຍ ຕໍ່ປະຊາຊົນ ຈຳນວນຫຼາຍຮ້ອຍພັນຄົນ ທີ່ພາກັນ ໄປໂຮມຊຸມນຸມ ເພື່ອສເລີມສລອງ ວັນພັກ​ແຫ່ງຊາດມື້​ນີ້.

ໄທ - ເກົາຫລີເໜືອ: ເຈົ້າໜ້າທີ່ໄທ ກ່າວວ່າ ຕົນຈະບໍ່ດຳເນີນຄະດີ ພະນັກງານ 5 ຄົນ ຂອງ ເຮືອບິນຂົນສົ່ງ ທີ່ລຳລຽງອາວຸດ ຂນາດໜັກໄປ ຈາກເກົາຫລີເໜືອນັ້ນ. ໂຄສົກຄົນນຶ່ງ ຂອງສຳນັກ ງານອະທິໄອຍະການ ຂອງໄທ ທີ່ບາງກອກ ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດມື້ນີ້ວ່າ ພະນັກງານທັງໝົດ ຈະຖືກເນຣະເທດ ເພື່ອປະເຊີນກັບ ການຖືກຟ້ອງຮ້ອງ ທີ່ປະເທດ ຂອງພວກເຂົາ​ເຈົ້າ. ມີຊາວ BELARUS ຄົນນຶ່ງ ແລະຊາວ KAZAKHSTAN 4 ຄົນ ຖືກຈັບ ໃນເດືອນທັນວາ ຜ່ານມາ ຫລັງຈາກເຮືອບິນ ຂອງພວກເຂົາເຈົ້າ ໄດ້ຖືກຢຶດ ໃນລະຫວ່າງຢຸດແວ່ ທີ່ບາງກອກ. ເຮືອບິນລຳ​ທີ່​ວ່ານີ້ ໄດ້ບັນທຸກ ອາວຸດຂນາດໜັກ 35 ໂຕນ ຮວມທັງ ດິນຣະເບີດ ແລະປືນຍິງຣະເບີດມື ຊຶ່ງທັງໝົດ ແມ່ນເປັນການ ລ່ວງລະເມີດ ຕໍ່ການລົງໂທດ ຂອງອົງການ ສະຫະປະຊາຊາດ ຕໍ່ເກົາຫລີເໜືອ. ທະນາຍຄວາມ ຂອງພວກພະນັກງານເຮືອບິນ ເວົ້າວ່າ ພວກເຂົາເຈົ້າ ຄິດວ່າ ຕົນກຳລັງຂົນສົ່ງ ອຸບປະກອນເຈາະນ້ຳມັນ. ​ເວລາ​ນີ້ ຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ຈຸດໝາຍປາຍທາງ ຂອງການຂົນສົ່ງ ອາວຸດເຫລົ່ານີ້ ແມ່ນປະ​ເທດໃດ?

ຈີນ: ສະຫະຣັດແລະສະຫະພາບຢູໂຣບ ໄດ້ປະ ນາມ ການປະຕິເສດຂອງສານຈີນຕໍ່ການຂໍອຸທອນ ຂອງຜູ້ຄັດຄ້ານຣັຖບານ ທີ່ສຳຄັນຄົນນຶ່ງ ທີ່ໄດ້ຖືກຈຳຄຸກ ເປັນເວລາ 11 ປີ ໃນຂໍ້ຫາ ພະຍາຍາມລົ້ມລ້າງ ຣະບອບການປົກຄອງ ຂອງຈີນ. ທະນາຍຄວາມ ຂອງນາຍ LIU XIAOBO ກ່າວໃນວັນພະຫັດ ມື້ນີ້ວ່າ ການຂໍອຸທອນ ຂອງລູກຄວາມ ຂອງລາວ ໄດ້ຖືກປະຕິເສດ ຫລັງຈາກໄດ້ຮັບຟັງ ຄຳໃຫ້ການ ເປັນເວລາສັ້ນໆ ທີ່ສານແຫ່ງນຶ່ງ ໃນນະຄອນຫຼວງປັກກິ່ງ ໃນຕອນເຊົ້າມື້ນີ້. ໃນຖແລງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ບໍ່ດົນຫລັງຈາກ ໄດ້ມີການຕັດສິນນັ້ນ ເອກອັຄຣັຖທູດ ສະຫະຣັດ ປະຈຳປະເທດຈີນ ທ່ານ JON HUNTSMAN ກ່າວວ່າ ວໍຊິງຕັນຮູ້ສຶກເສັຽໃຈ ກ່ຽວກັບການ ຕັດສິນດັ່ງກ່າວ. ທ່ານໄດ້ຮຽກຮ້ອງໃຫ້ຈີນ ປ່ອຍນາຍ LIU XIAOBO ໃນທັນທີ ແລະໃຫ້ເຄົາຣົບນັບຖື ສິດທິຂອງປະຊາຊົນ ທຸກໆຄົນ ໃນການສະແດງອອກ ຊຶ່ງຄວາມຄິດຄວາມເຫັນ ຂອງພວກເຂົາເຈົ້າ. ເຈົ້າໜ້າທີ່ຄົນນຶ່ງ ໃນຄະນະຜູ້ແທນ ຂອງສະຫະພາບຢູໂຣບ ທີ່ກຸງປັກກິ່ງ ທ່ານ SHIMON SHARPE ກໍໄດ້ຮຽກຮ້ອງ ໃຫ້ປ່ອຍນາຍ LIU XIAOBO ໃນຖແລງການ ສະບັບນຶ່ງ ທີ່ສົ່ງໄປໃຫ້ ພວກນັກຂ່າວ ຢູ່ຂ້າງນອກຂອງສານ.

ມຽນມາ - ສະຫະຣັດ: ສະມາຊິກອະວຸໂສ 2 ທ່ານ ຂອງຣັຖສະພາ ສະຫະຣັດ ຮຽກຮ້ອງໃຫ້ປ່ອຍ ພົລເມືອງອະເມຣິກັນຄົນ ນຶ່ງ ທີ່ຖືກຕັດສິນໂທດຈຳຄຸກ​ ໃຫ້​ອອກ​ແຮງ​ງານ​ໜັກ ເປັນເວລາ 3 ປີ ໃນມຽນມາ ບ້ານເກີດຂອງ​ຜູ້ກ່ຽວນັ້ນ. ໃນຖແລງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນມື້ວານນີ້ ສະມາຊິກສະພາຕ່ຳ HOWARD BERMAN ປະທານ ຄະນະກັມມະການ ຄວາມສັມພັນ ຕ່າງປະເທດ ຂອງສະພາຕຳສະຫະຣັດ ແລະທ່ານ STENY HOYER ຜູ້ນຳສຽງສ່ວນຫຼາຍ ໃນສະພາຕຳສະຫະຣັດ ໄດ້ຮຽກຮ້ອງ ໃຫ້ອຳນາດ ການປົກຄອງ ທະຫານມຽນມາ ປ່ອຍນັກເຄື່ອນໄຫວ ສິດທິມະນຸດ KYAW ZAW LWIN ຊຶ່ງຮູ້ກັນ ໃນອີກຊື່ນຶ່ງວ່າ NYI NYI AUNG ນັ້ນ.ໂຄສົກຄົນນຶ່ງ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ກໍໄດ້ຮຽກຮ້ອງ ໃຫ້ປ່ອຍນາຍ KYAW ZAW LWIN ຄືກັນ ໂດຍເວົ້າວ່າ ການຕັດສິນໂທດ ຜູ້ກ່ຽວນັ້ນ ບໍ່​ສົມ​ເຫດສົມຜົນ​. ໃນມື້ວັນພຸດວານນີ້ ສານແຫ່ງນຶ່ງ ຂອງມຽນມາ ໄດ້ຕັດສິນໂທດ ນາຍ KYAW ZAW LWIN ຍ້ອນມີບັດ ປະຈຳຕົວປອມ ແລະເງິນຕຣາ ຕ່າງປະເທດ ທີ່ບໍ່ໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ຊາບ ຢູ່ໃນຄວາມຄອບຄອງ.

ອິນໂດເນເຊັຽ: ອະດີດຫົວໜ້າ ຄະນະກັມມະ ການ ຕໍ່ຕ້ານການສໍ້ຣາດບັງຫລວງ ຂອງອິນໂດ ເນເຊັຽ ໄດ້ຖືກສານ ​ຕັດສິນວ່າ ມີຄວາມຜິດ ໃນການຄາຕກັມ ນັກທຸຣະກິດຄົນນຶ່ງ. ຜູ້ພິພາກສາຄົນນຶ່ງ ຂອງສານປະຈຳເຂດ ໃນນະຄອນຫລວງ ຈາກາຕ້າ ໄດ້ຕັດສິນໂທດ ໃຫ້ຈຳຄຸກທ່ານ ANTASARI AZHAR ເປັນເວລາ 18 ປີ ຍ້ອນບົດບາດຂອງທ່ານ ໃນການຄາຕກັມ ທ່ານ NASRUDIN ZULKARNAEN ຜູ້ອຳນວຍການ ບໍຣິສັດຜລິດຢາ ຣັດວິສາຫະກິດ ໃນເດືອນມີນາ ປີກາຍ. ຈຳເລີຍໄດ້ປະຕິເສດ ຕໍ່ຂໍ້ຫາທີ່ວ່ານີ້ ໂດຍອ້າງວ່າ ທ່ານໄດ້ຕົກເປັນເປົ້າ ໃນແຜນການ ທີ່ຈະປັດເຂັ່ຽທ່ານ ອອກຈາກໜ້າທີ່ ຫົວໜ້າ ຄະນະກັມມະການ ຕໍ່ຕ້ານສໍ້ຣາດບັງຫລວງ ຊຶ່ງຮູ້ກັນໂດຍຊື່ຫຍໍ້ວ່າ KPK ນັ້ນ. ທ່ານ AZHAR ໄດ້ເປັນຜູ້ນຳພາ ໃນການສືບສວນ ທີ່ສຳເຣັດຜົນ ກ່ຽວກັບການກະທຳຜິດ ຂອງເຈົ້າໜ້າທີ່ຂັ້ນສູງ ແລະສະມາຊິກ ສະພາແຫ່ງຊາດ ຂອງອິນໂດເນເຊັຽ ຫລາຍ​ຄົນ.

ອາຟຣິກາໃຕ້: ໃນວັນພະຫັດມື້ນີ້ ຊາວອາຟຣິ ກາໃຕ້ ພາກັນໄປ ໂຮມຊຸມນຸມ ຢູ່ທີ່ຄຸກແຫ່ງນຶ່ງ ບ່ອນທີ່ຜູ້ນຳ ໃນການຕໍ່ຕ້ານ ຣະບົບແບ່ງແຍກ ເຊື້ອຊາດຜິວພັນອາພາເທດ ທ່ານ NELSON MANDELA ໄດ້ຖືກຄຸມຂັງ ເປັນເວລາ 27 ປີ ນັ້ນ ​ເພື່ອເປັນ​ຂີດໝາຍ ວັນຄົບຮອບ 20 ປີທີ່ ທ່ານໄດ້ຖືກປ່ອຍ. ​ເຫດການໝາຍດັ່ງກ່າວ ແມ່ນລະລຶກເຖິງ ວັນທີ່ທ່ານ NELSON MANDELA ໄດ້ຍ່າງອອກຈາກຄຸກໃຫຍ່ VICTOR VERSTER ທີ່ເກາະ ROBBEN ໃນວັນທີ 11 ກຸມພາປີ 1990. ຄຸກທີ່ມີ ການຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ​ແຫ່ງນີ້ ກຳລັງຖືກດັດແປງ ໃຫ້ເປັນອະນຸສາວະລີ ​ໄວ້​ອາລັຍ​. ການປ່ອຍທ່ານ MANDELA ໄດ້ນຳໄປສູ່ ການສິ້ນສຸດລົງ ໃນການປົກຄອງ ຂອງຊາວຜິວຂາວ ຢູ່ໃນອາຟຣິກາໃຕ້. ການຢືນຢັດ ໃນການສ້າງ ຄວາມປອງດອງຊາດຂອງທ່ານ ແມ່ນໄດ້ຖືກຍົກຍ້ອງວ່າ ຊ່ອຍນຳພາປະເທດ ໃຫ້ລອດພົ້ນຈາກ ການທີ່ຈະເກີດ ສົງຄາມກາງເມືອງ. 3 ປີລຸນຫລັງທີ່ທ່ານຖືກປ່ອຍ, ທ່ານ MANDELA ກໍໄດ້ຮັບ ລາງວັນໂນແບລ ຂແນງສັນຕິພາບ ໃນປີ 1994 ແລະໄດ້ເປັນ ປະທານາທິບໍດີ ຜິວດຳຄົນທຳອິດ ຂອງອາຟຣິກາໃຕ້.

ພາຍຸຫິມະ: ພາກຕາເວັນອອກສຽງເໜືອ ຂອງ ສະຫະຣັດ ພວມດີ້ນຮົນຕໍ່ສູ້​ເພື່ອຟື້ນໂຕຄືນຈາກ ພາຍຸ ຫິມະໃຫຍ່ ຫົວທີ 2 ພາຍໃນໄລຍະ ບໍ່ຮອດນຶ່ງສັບປະດາ ຂະນະທີ່ ພາຍຸຫົວດັ່ງກ່າວ ພວມເຄື່ອນຍ້າຍ ໄປຈາກເຂດ ແຄມຝັ່ງທະເລ ມະຫາສະມຸດ ແອັ​ດແລັນຕິກ. ພາຍຸຫິມະ ທີ່ວ່ານີ້ ໄດ້ພາໃຫ້ເກີດ ສະພາບການ ທີ່ເປັນອັນຕະລາຍ ຕັ້ງແຕ່ເຂດ ນະຄອນຫລວງ ວໍຊິງຕັນ ໄປຈົນ​ຮອດ ນະຄອນນິວຢອກ ໂດຍໄດ້ເຮັດໃຫ້ ການບໍຣິການຕ່າງໆ ຢູ່ໃນຂົງເຂດ ເປັນອັມມະພາດ ແລະບັງຄັບໃຫ້ ການກວດຫິມະ ອອກຈາກຖນົນຫົນທາງ ຢູ່ໃນບາງເຂດ ຕ້ອງໄດ້ຢຸດຊະງັກລົງ. ໃນວັນພະຫັດມື້ນີ້ ໂຮງການ ຂອງຣັຖບານສະຫະຣັດ ໄດ້ປິດຕື່ມອີກ ເປັນມື້ທີ 4 ລຽນຕິດ. ຄວາມເສັຽຫາຍ ທີ່ເກີດຈາກ ການສູນເສັຽ ການຜລິດ ຄິດ​ໄລ່ແລ້ວ ແມ່ນຕົກ​ເປັນປະມານ 1 ຮ້ອຍລ້ານໂດລາ ຕໍ່ມື້. ໂຮງຮຽນ ແລະທະຣຸກິດ ຢູ່ໃນຂົງເຂດ ໄດ້ພາກັນປິດ ຂະນະທີ່ ຖ້ຽວບິນຫຼາຍຮ້ອຍຖ້ຽວ ໄດ້ມີການຍົກເລີກ ທີ່ສນາມບິນ ນະຄອນນິວຢອກ PHILADELPHIA BALTIMORE ແລະ ນະຄອນຫລວງ ວໍຊິງຕັນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG