ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສນັບສນຸນຣັຖບານສຣີລັງກາ ປະທະກັບ ພວກສນັບສນຸນ ຝ່າຍຄ້ານ ທີ່ນະຄອນຫລວງ ໂຄລອມໂບ


ສຣີລັງກາ: ພວກສນັບສນຸນຣັຖບານສຣີລັງກາ ໄດ້ປະທະ ກັບພວກນັກເຄື່ອນໄຫວຝ່າຍຄ້ານທີ່ ພາກັນປະທ້ວງ ກ່ຽວກັບການຈັບກຸມ ທ່ານ SARATH FONSEKA ຜູ້ສະມັກເປັນ ປະທາ ນາທິບໍດີທີ່ປລາຊັຍ​ໃນ​ການ​ເລືອກ​ຕັ້ງນັ້ນ. ພວກ ເດີນຂະບວນຝ່າຍຄ້ານ ຈຳນວນຫຼາຍພັນຄົນໄດ້ ໄປໂຮມຊຸມນຸມກັນ ຢູ່ຕໍ່ໜ້າສານສູງສຸດຂອງສຣີ ລັງກາ ໃນນະຄອນຫລວງ ໂຄລອມໂບ ໃນວັນ ພຸດມື້ນີ້ ບ່ອນທີ່ພວກເຂົາເຈົ້າໄດ້ປະເຊີນໜ້າກັບ ພວກນັກເຄື່ອນໄຫວ ຂອງພັກຣັຖບານທີ່ພາກັນ ແກວ່ງກ້ອນຫີນ ໃສ່ເຂົາເຈົ້າ. ຕຳຣວດໄດ້ເຂົ້າໄປ ແຍກ ທັງສອງກຸ່ມ ທີ່ໄດ້ປະທະກັນ. ພວກທີ່ເຫັນ ເຫດການກ່າວວ່າ ມີຫຼາຍໆຄົນ ໄດ້ຮັບບາດເຈັບ. ພວກສນັບສນຸນຝ່າຍຄ້ານ ທວງໃຫ້ປ່ອຍທ່ານ FONSEKA ອະດີດຜູ້ບັນຊາການ ທະຫານ ສູງສຸດ ຂອງສຣີລັງກາ ທີ່ໄດ້ຖືກຈັບ ໃນມື້ວັນຈັນຜ່ານມາ ໃນຂໍ້ຫາ ສົມຮູ້ຮ່ວມຄິດ ຕໍ່ຕ້ານ ຣັຖບານ. ທ່ານ FONSEKA ໄດ້ເສັຽໄຊ ໃຫ້ແກ່ ປະທານາທິບໍດີ ມາຮິນດາ ຣາຊພັກ ໃນການເລືອກຕັ້ງ ປະທານາທິບໍດີ ໃນເດືອນແລ້ວ ແຕ່ນາຍພົນ ເບັ້ຽບຳນານ ສຣີລັງກາທ່ານນີ້ ແລະພັນທະມິດຂອງທ່ານ ໄດ້ກ່າວຫາວ່າ ໄດ້ມີການ ສໍ້ໂກງຄະແນນສຽງ ໃນການປ່ອນບັດ.

ມຽນມາ - ສະຫະຣັດ: ສານແຫ່ງນຶ່ງຂອງມຽນມາໄດ້ ຕັດສິນໂທດ ພົລເມືອງອະເມຣິກັນເຊື້ອສາຍມຽນມາ ຄົນ​ ນຶ່ງໃຫ້ຈຳຄຸກ ເປັນເວລາ 3 ປີ ໃນຂໍ້ຫາສໍ້ໂກງແລະປອມ ແປງເອກກະສານ. ນາຍ KYAW ZAW LWIN ຊຶ່ງຮູ້ ກັນດີໃນອີກຊື່ນຶ່ງວ່າ NYI NYI AUNG ນັ້ນ ໄດ້ຖືກຕັດ ສິນໂທດ ໃນວັນພຸດມື້ນີ້ ໃຫ້ຈຳຄຸກເປັນ ເວລາ 3 ປີ ຍ້ອນມີບັດ ປະຈຳຕົວປອມ ນຶ່ງປີ ຍ້ອນມີເງິນຕຣາຕ່າງ ປະເທດ ທີ່ບໍ່ໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ຊາບ ຢູ່ໃນຄວາມ ຄອບຄອງ ແລະນຶ່ງປີຍ້ອນໄດ້ລະເມີດກົດໝາຍຄົນເຂົ້າ ເມືອງ ລວມທັງ​ໝົດ 5 ປີ​ດ້ວຍ​ກັນ. ນາຍ KYAW ZAW LWIN ໄດ້ຖືກຈັບ ໃນເດືອນກັນຍາປີກາຍ ຫລັງຈາກ ໄດ້ເດີນທາງ ໄປເຖິງສນາມບິນ ນະ ຄອນຢ່າງກຸ້ງ ບ່ອນທີ່ທ່ານ ມີໂຄງການ ໄປຢ້ຽມຢາມມານດາ ທີ່ກຳລັງປ່ວຍ. ລາວ ໄດ້ຖືກນຳໂຕຂຶ້ນສານ ໃນເດືອນຕໍ່ມາ. ນາຍ KYAW ZAW LWIN ແມ່ນນຶ່ງ ໃນບັນດາ ພວກຈັດຕັ້ງ ໃນການລຸກຮືຂຶ້ນ ຮຽກຮ້ອງເອົາ ປະຊາທິປະໄຕ ໃນປີ 1988. ລາວໄດ້ຫລົບໜີ ຈາກມຽນມາ ໄປຢູ່ປະເທດໄທ ລຸນຫຼັງການປາບປາມ ພວກນັກເຄື່ອນໄຫວ​ ໂດຍ​ກອງທັບ.

ກຳປູເຈັຽ - ໄທ: ສະຫະຣັດຮຽກຮ້ອງໃຫ້ສອງ​ ປະ​ເທດເພື່ອນບ້ານ ກຳປູເຈັຽແລະໄທ ຊອກຫາ ຊ່ອງທາງ ແກ້ໄຂໂດຍສັນຕິວິທີຕໍ່ບັນຫາຂັດແຍ້ງ ກັນ ໃນເຣື່ອງຊາຍແດນ ທີ່ມີມາ ເປັນເວລາ ດົນນານແລ້ວນັ້ນ. ທ່ານ SCOT MARCIEL ຮອງຣັຖມຸນຕຣີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ສະຫະຣັດ ໄດ້ສະແດງຄວາມວິ ຕົກກັງວົນ ຂອງວໍຊິງຕັນອອກ​ມາ ກ່ຽວກັບການ ປະເຊີນໜ້າກັນ ທີ່ມີມາເ ປັນເວລາ 19 ເດືອນ ລະຫວ່າງ ປະເທດທັງສອງ ໃນລະຫວ່າງການ ເດີນທາງ ໄປຢ້ຽມຢາມກຳປູເຈັຽໃນມື້ວານນີ້. ທ່ານ MARCIEL ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫລວງ ພະນົມເປັນວ່າ ສະຫະຣັດ ມີຄວາມສັມພັນ ສັນມິດ ກັບປະເທດ​ເອ​ເຊັຽທັງ ສອງ ແລະຫວັງວ່າ ພວກຜູ້ນຳ ຂອງປະເທດທັງສອງ ຈະດຳເນີນການ ໃນອັນ ທີ່ພວກທ່ານ ສາມາດ​ເຮັດ​ໄດ້ ເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງ ໃນບໍຣິເວນຊາຍແດນ. ທ່ານເວົ້າອີກວ່າ ນອກນັ້ນແລ້ວ ວໍຊິງຕັນ ຍັງຫວັງວ່າ ທັງສອງຝ່າຍ ຈະພະຍາຍາມ ຊອກຫາຊ່ອງທາງ ແກ້ໄຂບັນຫາດັ່ງກ່າວ ດ້ວຍສັນຕິວິທີ ແລະຢ່າງວ່ອງໄວ.

ຮ້ອນດ້າ:ບໍຣິສັດ ຜລິດຣົດຮອນດ້າ ກ່າວວ່າ ຕົນໄດ້ເພີ້ມຣົດ ປະມານ 4 ແສນຄັນ ໃສ່ຈຳນວນຣົດທີ່ຖືກເອີ້ນຄືນ ຍ້ອນບັນ ຫາໃນເຣື່ອງຄວາມປອດພັຍ ກ່ຽວກັບເຄື່ອງສູບລົມຖົງອາກາດ ນັ້ນ. ບໍຣິສັດ ຜລິດຣົດຮ້ອນດ້າ ຂອງຍີ່ປຸ່ນ ກ່າວໃນມື້ວານນີ້ ວ່າ ຕົນບໍ່​ສາມາດ​ ແນ່​ໃຈ​ໄດ້ວ່າ ເຄື່ອງສູບລົມ ຖົງອາກາດ ​ເບື້ອງຄົນຂັບ ຂອງຣົດຈຳນວນ​ 4​ ແສ​ນຄັນ​ທີ່ເອີ້ນຄືນຕື່ມນັ້ນ ຈະສູບ​ລົມ​ ໄດ້ຕາມລະດັບ ທີ່ອອກແບບໄວ້ຫລືບໍ່ ​ເວລາ​ເກີດ​ ອຸບັດ​ຕິ​ເຫດ​ ຮ້າຍ​ແຮງ? ບໍຣິສັດຮ້ອນດ້າ ກ່າວວ່າ ຕົນຈະຕິດຕັ້ງ ເຄື່ອງສູບລົມໃໝ່ ​ໃສ່​ເບື້ອງຄົນຂັບແທນ ຍ້ອນວ່າ ເຄື່ອງສູບລົມອັນ​ເກົ່າ ອາດສູບລົມແກ່ນເກີນໄປ ຈົນສາມາດ ເຮັດໃຫ້ຄົນຂັບຣົດເສັຽຊີວິດໄດ້. ໂຄສົກຄົນນຶ່ງ ກ່າວຕໍ່ອົງການຂ່າວຝຣັ່ງວ່າ ການເອີ້ນ ຄືນ ທີ່ວ່ານີ້ ຕົ້ນຕໍແລ້ວ ແມ່ນມີຜົນ ຕໍ່ຣົດຮອນດ້າ ທີ່ເຮັດຢູ່ໃນສະຫະຣັດເທົ່ານັ້ນ. ການເອີ້ນຄືນ ທີ່ວ່ານີ້ ມີຜົນກະທົບ ຕໍ່ຣົດຮ້ອນດ້າບາງຮຸ້ນ ທີ່ຜລິດໃນລະຫວ່າງ ປີ 2001 ແລະປີ 2002.

ຈີນ - ເສຖກິດ: ຈີນກ່າວວ່າ ການສົ່ງສິນຄ້າ ອອກໄປຂາຍ ໃນຕ່າງປະເທດຂອງຕົນໄດ້ເພີ້ມ ຂຶ້ນ 21% ໃນເດືອນມັງກອນຜ່ານມາ ຈາກໄລ ຍະດຽວກັນ ຂອງປີກາຍນີ້ ຊຶ່ງເປັນຮ່ອງຮອຍທີ່ ສະແດງ ໃຫ້ເຫັນຕື່ມວ່າ ເສຖກິດຂອງຈີນ ສາ ມາດຕ້ານຢັນ ກັບສະພາບເສຖກິດ ຫລຸດຖອຍ ຂອງໂລກໄດ້. ໂຕເລກ ທີ່ນຳອອກເຜີຍແຜ່ ໂດຍອົງການ ພາສີຂອງຈີນ ໃນວັນພຸດມື້ນີ້ ສະແດງໃຫ້ເຫັນວ່າ ການສົ່ງອອກຂອງຈີນ ​ໃນ​ເດືອນແລ້ວ​ນີ້ ມີມູນຄ່າທັງໝົດ 109 ພັນລ້ານ ໂດລາ. ການເພີ້ມຂຶ້ນ ໃນການສົ່ງອອກ ຂອງ ເດືອນມັງກອນ ໄດ້ມີຂຶ້ນ ລຸນຫຼັງ ການເຕີບ ໂຕ ​ໃນ​ອັດຕາ 17.7% ໃນເດືອນທັນວາ ຜ່ານມາ. ນອກນັ້ນແລ້ວ ອົງການພາສີຂອງຈີນ ຍັງເວົ້າວ່າ ການນຳ ເຂົ້າສິນຄ້າ ໄດ້ເພີ້ມຂຶ້ນ 85.5% ໃນເດືອນມັງກອນ ຊຶ່ງພາໃຫ້ຈີນ ໄດ້ປຽບ ດຸນການຄ້າທັງໝົດ 14 ພັນ 200 ລ້ານໂດລາ ສຳ​ລັບດັ່ງກ່າວນັ້ນ. ແຕ່ຖ້າໄລ່ ເດືອນຕໍ່ເດືອນແລ້ວ ການສົ່ງອອກ ຂອງຈີນ ໄດ້ຫລຸດລົງ 16.3% ໃນເດືອນມັງກອນ ຈາກເດືອນທັນວາ ຜ່ານມາ ແລະການນຳເຂົ້າສິນຄ້າ ຫລຸດລົງ 15.1%.

ເກົາຫລີເໜືອ: ເກົາຫລີໃຕ້ກ່າວວ່າ ການຜລິດອາ ຫານ ຂອງເກົາຫລີເໜືອ ໃນປີ 2009 ໄດ້ຫລຸດລົງ ຕຳກ່ວາຄວາມ ຮຽກຮ້ອງຕ້ອງການຢ່າງ​ຫຼວງ​ຫຼາຍ ຊຶ່ງຈະເຮັດໃຫ້ ການຂາດແຄນ ອາຫານການ ກິນ ແບບຊຳເຮື້ອໃນປະເທດຄອມມູນິສທີ່ຖືກໂດດດ່ຽວ ດັ່ງກ່າວ ຮ້າຍແຮງຂຶ້ນຕື່ມ. ໂຄສົກຄົນນຶ່ງ ຂອງກະ ຊວງທ້ອນໂຮມຊາດ ເກົາຫລີໃຕ້ ກ່າວວ່າ ໃນປີ ກາຍນີ້ ເກົາຫລີເໜືອ ຜລິດອາຫານ ປະເພດເມັດ ໄດ້ 4 ລ້ານ 1 ແສນ 1 ໝື່ນໂຕນ 5% ໜ້ອຍ ກວ່າໃນປີ 2008. ພວກນັກຊ່ຽວຊານ ກ່າວວ່າ ຄວາມຕ້ອງການ ອາຫານການກິນ ໃນແຕ່ລະປີ ຂອງເກົາຫລີເໜືອ ແມ່ນຫລາຍກວ່າ 5 ລ້ານໂຕນ. ອຳນາດການປົກຄອງຂອງ ເກົາຫລີເໜືອ ໄດ້ກາງຕໍ່ ການຊ່ອຍເຫລືອ ທາງດ້ານອາຫານ ຈາກຕ່າງປະເທດ ນັບແຕ່ໄດ້ເກີດ ພັຍອຶດຢາກ ທີ່ຮ້າຍແຮງ ທີ່ເຮັດໃຫ້ມີ ຜູ້ເສັຽຊີວິດ ປະມານ 2 ລ້ານຄົນ ໃນກາງຊຸມປີ 1990 ນັ້ນ. ເກົາຫລີໃຕ້ ເລີ້ມຫລຸດ ການສົ່ງ ຝຸ່ນວິທຍາສາດ ແລະອາຫານ ປະຈຳປີ ໄປໃຫ້ເກົາຫລີເໜືອ ໃນປີກາຍນີ້ ຫລັງຈາກ ປະທານາທິບໍດີ ນິຍົມແນວທາງເດີມ ຂອງເກົາຫລີໃຕ້ ທ່ານ LEE MYUNG BAK ເຂົ້າຮັບຕຳແໜ່ງ ໂດຍໃຫ້ຄຳໝັ້ນ ສັນຍາວ່າ ຈະເອົາທ່າທີ ທີ່ເຂັ້ມແຂງກວ່າເກົ່າ ກັບພຽງຢາງ.

ອັຟການິສຖານ: ອົງການສະຫະປະຊາຊາດ ກ່າວວ່າ ເນື້ອທີ່ໆໃຊ້ ໃນການຜລິດຝິ່ນ ຢູ່ໃນ ອັຟການິສຖານ ມີທ່າທາງວ່າ ຈະຢູ່ໂຕ ຫລືມີ ຄວາມທຸ່ນທ່ຽງ ໃນປີນີ້ ຂະນະທີ່ພວກຊາວໄຮ່ ຊາວສວນໃນປະເທດດັ່ງກ່າວຍັງສືບຕໍ່ທຳການ ປູກຝິ່ນ ຢູ່ຕໍ່​ມາ. ລາຍງານ ຂອງອົງການຄວບ ຄຸມຢາເສບຕິດ ແລະອາຊຍາກັມ ຂອງສະຫະ ປະຊາຊາດຫລື UNODC ທີ່ນຳອອກເຜີຍແຜ່ ໃນວັນພຸດມື້ນີ້ກ່າວວ່າ ພື້ນທີ່ໆໃຊ້ສຳລັບການ ຜລິດຝິ່ນ ໃນອັຟການິສຖານມີທ່າທາງວ່າ ຈະ ຄົງ​ໂຕຢູ່ໃນລະຫວ່າງ 123 ພັນເຮັກຕາ ແຕ່ອົງການ UNODC ເວົ້າວ່າ ສະພາບດິນຟ້າ ອາກາດ ທີ່ບໍ່ດີ ອາດຈະເຮັດ ໃຫ້ການຜລິດ ຫລຸດນ້ອຍຖອຍລົງ. ອັຟການິສຖານ ຜລິດ 90 ກວ່າເປີເຊັນ ຂອງຝິ່ນໃນໂລກ ຊຶ່ງເປັນວັດຖຸດິບ ​ທີ່ໃຊ້ໃນການ ເຮັດຢາເຮໂຣອີນນັ້ນ. ລາຍງານ ຂອງອົງການ ສະຫະປະຊາຊາດ ໃຫ້ຂໍ້ສັງເກດວ່າ ມີຄວາມກ່ຽວພັນກັນ ຢ່າງແໜ້ນໜາ ລະຫວ່າງສະຖານະການ ທາງດ້ານຄວາມປອດພັຍ ແລະການປູກຝິ່ນ. ລາຍງານເວົ້າວ່າ 79% ຂອງໝູ່ບ້ານ ທີ່ບໍ່ມີການຮັກສາ ຄວາມປອດພັຍ ຢ່າງເຂັ້ມແຂງ ພາກັນປູກຝິ່ນ ຂະນະທີ່ມີການປູກຝິ່ນ ແຕ່ພຽງ 7% ທໍ່ນັ້ນ ໃນບັນດາໝູ່ບ້ານ ທີ່ບໍ່ໄດ້ຮັບຜົນກະທົບ ຈາກຄວາມຮຸນແຮງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG