ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂທຣະພາບອີຣ່ານ ກ່າວວ່າ ອີຣ່ານເລີ້ມກັ່ນທາດຢູເຣນຽມ ເພື່ອ ຍົກລະດັບ ໃຫ້ສູງຂຶ້ນ


ອີຣ່ານ - ນິວເຄລັຽ: ອີຣ່ານກ່າວວ່າ ຕົນໄດ້ ເລີ້ມ ກັ່ນທາດຢູເຣນຽມ​ເພື່ອ​ຍົກລະດັບຫຼືເກຣດ​ ໃຫ້ສູງຂຶ້ນແລ້ວ ຊຶ່ງເປັນການຝ່າຝືນ ຕໍ່ການດຳ ເນີນ ຄວາມພະຍາຍາມ ຂອງນາໆຊາດ ທີ່ຈະ ຫລຸດຜ່ອນ ກິຈກັມນິວເຄລັຽ ຂອງອີຣ່ານນັ້ນ. ໂທຣະພາບ ຂອງທາງການອີຣ່ານ ໄດ້ອ້າງຄຳ ເວົ້າຂອງເຈົ້າໜ້າທີ່ໆກ່າວວ່າ ຂັ້ນຕອນດັ່ງກ່າວ ໄດ້ເລີ້ມຂຶ້ນ ທີ່ໂຮງໄຟຟ້າ NATANZ ຂອງອີ ຣ່ານ ໃນວັນອັງຄານມື້ນີ້ ທ່າມກາງການມີໜ້າ ຂອງຄະນະ ກວດການາໆຊາດ ຈາກອົງການ ພະລັງງານ ປະຣະມະນູສາກົນ. ອີຣ່ານ​ໄດ້ແຈ້ງ ໃຫ້ອົງການພະລັງງານ ປະຣະມະນູສາກົນຊາບ ໃນມື້ວັນຈັນວານນີ້ ກ່ຽວກັບ ແຜນການຂອງ ຕົນ ທີ່ຈະຍົກ​ລະດັບ ທາດຢູເຣນຽມ ຂຶ້ນໃຫ້ໄດ້ 20% ເພື່ອຈະນຳໄປໃຊ້ ເປັນເຊື້ອໄຟ ສຳລັບເຕົາແຍກນິວເຄລັຽ ເພື່ອການຄົ້ນຄ້ວາ ທາງດ້ານການ ແພດຂອງຕົນ. ບັນດາປະເທດມະຫາອຳນາດຕາເວັນຕົກມີຄວາມວິຕົກກັງວົນວ່າ ຖ້າອີຣ່ານ ຫາກສາມາດ ຍົກ​ລະດັບ ທາດຢູເຣນຽມ ຂຶ້ນໄດ້ໃນລະດັບ 20% ແລ້ວ ໃນທີ່ສຸດ ອີຣ່ານກໍ ອາດຈະສາມາດຜລິດທາດຢູເຣນຽມ​ ໃນລະດັບທີ່ນຳໄປສ້າງ ອາວຸດໄດ້ ໂດຍຜ່ານຂັ້ນຕອນ ແບບດຽວກັນນີ້.

ເກົາຫລີເໜືອ - ຈີນ: ສື່ມວນຊົນ ຂອງທາງ ການຈີນ ລາຍງານວ່າ ຜູ້ນຳຂອງເກົາຫລີເໜືອ ທ່ານກິມ ຈົງ ອີລ ໃຫ້ການຄຳປະກັນ ຕໍ່ທູດພິ ເສດລະດັບສູງ ຂອງຈີນວ່າ ພຽງຢາງ ມີຄວາມ ໝາຍໝັ້ນຕັ້ງໃຈ ຕໍ່ການເຮັດໃຫ້ ແຫຼມເກົາຫລີ ເປັນເຂດປອດນິວເຄລັຽ. ອົງການຂ່າວຊິນຫວາ ຂອງທາງການຈີນລາຍງານວ່າ ທ່ານກິມໄດ້ໃຫ້ ທັສນະດັ່ງກ່າວ ໃນລະຫວ່າງການເຈຣະຈາຫາຣື ມື້ວານນີ້ ທີ່ນະຄອນຫຼວງພຽງຢາງກັບເຈົ້າໜ້າທີ່ ພັກຄອມມູນິສຈີນທ່ານ WANG JIARUI. ອົງ ການຂ່າວຊິນຫວາ ລາຍ​ງານວ່າ ທ່ານກິມໄດ້ ກ່າວ​ວ່າ ຄວາມຈິງໃຈ ຂອງພັກຝ່າຍກ່ຽວຂ້ອງ ທີ່ຈະເປີດ ການເຈຣະຈານິວເຄລັຽ 6 ຝ່າຍ ຄືນ​ໃໝ່ນັ້ນວ່າ ເປັນສິ່ງສຳຄັນຫຼາຍ. ສື່ມວນຊົນ ຂອງທາງການ ເກົາຫຼີເໜືອ ລາຍງານວ່າ ບຸກ ຄົນທັງສອງ ໄດ້ພົບປະກັນ ແບບຈິງໃຈ ແລະເຕັມດ້ວຍ ໄມຕຣີຈິດມິຕພາບ ແຕ່ບໍ່ໄດ້ແຈ້ງ ໃຫ້ຊາບວ່າ ໄດ້ມີການສົນທະນາ ຫາຣືກັນ ກ່ຽວ​ກັບເຣື່ອງໃດແດ່.

ຈີນ - ປະທ້ວງ: ເຈົ້າໜ້າທີ່ຈີນກ່າວວ່າມີຢ່າງ ນ້ອຍ 6 ຄົນ ໄດ້ຮັບບາດເຈັບ ເວລາພວກປະ ທ້ວງໂຈມຕີຕຶກ ໂຮງການຣັຖບານຫຼັງນຶ່ງ ໃນ ແຂວງກວາງຕຸ້ງ ທາງພາກໃຕ້ຂອງຈີນ. ເຈົ້າໜ້າ ທີ່ໃນເຂດທ້ອງຖິ່ນ ກ່າວວ່າ ປະມານ 300 ຄົນ ໄດ້ພາກັນໂຈມຕີ ຕຶກສຳນັກງານໃຫຍ່ ຂອງຣັຖ ບານ ທີ່ເມືອງ HENGSHISHUI ໃນມື້ວັນອາ ທິດ ຜ່ານມາ ເພື່ອປະທ້ວງ ຕໍ່ການສ້າງອ່າງ ເກັບນຳ ທີ່ຈະນຳໃຊ້ ໃນການສົ່ງນຳຈາກເມືອງ HENGSHISHUI ໄປໃຫ້ເມືອງ QIAOTOU ທີ່ຢູ່ໃກ້ຄຽງ. ອົງການຂ່າວຊິນຫວາ ຂອງທາງການຈີນ ກ່າວວ່າ ພວກປະທ້ວງ ທີ່ເມືອງ HENGSHISHUI ຢ້ານວ່າ ໂຄງການນີ້ ຈະເຮັດໃຫ້ ການຂາດແຄນນຳ ໃນເມືອງດັ່ງກ່າວ ທີ່ຮ້າຍແຮງຢູ່ແລ້ວນັ້ນ ມີຄວາມຫລໍ່ແຫລມຕື່ມຂຶ້ນ. ມີລາຍງານວ່າ ພວກປະທ້ວງ ໄດ້ພາ ກັນບຸກເຂົ້າໄປ ໃນຕຶກອາຄານ ແລະໄດ້ຕໍ່ສູ້ ກັບພວກຕຳຣວດ ຢູ່ທີ່ນັ້ນ. ເຫດຮ້າຍທີ່ວ່ານີ້ ມີຂຶ້ນຫລັງຈາກ ໄດ້ມີການຈັບກຸມ ພວກປະທ້ວງຫລາຍໆຄົນ ໃນມື້ວັນເສົາຜ່ານມາ ທີ່ໄດ້ ຖືກກ່າວຫາວ່າ ສ້າງຄວາມເສັຽຫາຍ ໃຫ້ແກ່ຣົດຫລາຍ​ຄັນ ແລະອຸບປະກອນ ຢູ່ໃນບໍຣິເວນ ກໍ່ສ້າງອ່າງເກັບນ້ຳ.

ສຣີລັງກາ: ກຳລັງຮັກສາຄວາມສະງົບຂອງສຣີ ລັງກາ ໄດ້ຈັບອະດີດ ຜູ້ບັນຊາການທະຫານສູງ ສຸດ ທີ່ໄດ້ປລາຊັຍ ໃນການເລືອກຕັ້ງ ປະທານາ ທິບໍດີ ໃນເດືອນແລ້ວນີ້. ທ່ານ RAUFF HAKEEM ນັກການເມືອງພັກຝ່າຍຄ້ານ ຂອງ ສຣີລັງກາ ກ່າວວ່າ ພວກທະຫານ ທີ່ປະກອບ ອາວຸດ ໄດ້ໃຊ້ກຳລັງ​ ເຂົ້າ​ໄປ​ຈັບ​ກຸມ ນາຍພົນ ເບັ້ຽບຳນານ SARATH FONSEKA ໃນລະ ຫວ່າງການປະຊຸມ ໃນມື້ວັນຈັນວານນີ້ ທີ່ຫ້ອງ ການແຫ່ງນຶ່ງ ຂອງພັກແນວໂຮມ ປົດປ່ອຍປະ ຊາຊົນ ຊຶ່ງເປັນພັກຝ່າຍຄ້ານ ທີ່ສຳຄັນ ໃນສຣີ ລັງກາ. ເຈົ້າໜ້າທີ່ ຮັກສາຄວາມສະງົບຂອງສຣີ ລັງກາ ກ່າວວ່າ ນາຍພົນ FONSEKA ຈະຖືກ ດຳເນີນຄະດີໂດຍສານທະຫານ ໃນຂໍ້ຫາ ສົມຮູ້ ຮ່ວມຄິດທີ່ຈະໂຄ່ນລົ້ມຣັຖບານໃນລະຫວ່າງທີ່ ທ່ານຍັງຮັບ ຣາຊການຢູ່ນັ້ນ. ແຕ່ທ່ານ KEHELILYA RAMBUKWELLA ໂຄສົກ ຂອງຣັຖບານສຣີລັງກາ ກ່າວວ່າ ນາຍພົນ FONSEKA ບໍ່ໄດ້ຖືກຈັບ ໃນຖານ​ມີ​ສ່ວນພົວພັນ ກັບການວາງແຜນ ລອບສັງຫານ ປະທານາທິບໍດີ ສຣີລັງກາ ທ່ານມາຮິນດາ ຣາຊພັກ ລຸນຫລັງ ການເລືອກຕັ້ງ ຕາມ​ທີ່​ມີ ການກ່າວຫານັ້ນ.

ເຮຕີ: ເຈົ້າໜ້າທີ່ ເຮຕີກ່າວວ່າ ໄດ້ມີການຊ່ອຍ ເອົາຜູ້ຊາຍຄົນນຶ່ງ ທີ່ຍັງມີຊີວິດຢູ່ ອອກມາຈາກ ຊາກຫັກພັງ ໃນນະຄອນຫລວງ PORT-AU-PRINCE ບ່ອນທີ່ຜູ້ກ່ຽວໄດ້ຕົກຄ້າງຢູ່ ນັບແຕ່ ໄດ້ເກີດ ແຜ່ນດິນໄຫວ ໃນວັນທີ 12 ມັງກອນ ຜ່ານມາ. ເຈົ້າໜ້າທີ່ກ່າວວ່າ ຜູ້ຊາຍ ທີ່ຂາດນຳ ຢ່າງຮ້າຍແຮງຄົນນີ້ ໄດ້ຖືກຖົມຢູ່​ໃນຕລາດແຫ່ງ ນຶ່ງແລະໄດ້ຖືກພົບເຫັນຂະນະທີ່ ພວກຊາວບ້ານ ໃນເຂດທ້ອງຖິ່ນ ພາກັນຂຸດ ຊາກຫັກພັງອອກ. ຄອບຄົວ ຂອງຊາຍຄົນນີ້ ເວົ້າວ່າ ລາວໄດ້ຖືກ ຊາກຫັກພັງ​ເຕັງ​ທັບ​ ຢູ່ຕລອດເວລາ. ພວກນາຍ ແພດ ທີ່ເຮັດວຽກ ຢູ່ໂຮງໝໍ ສນາມແຫ່ງນຶ່ງ ໃນເຂດທ້ອງຖິ່ນ ກ່າວວ່າ ການກ່າວອ້າງ ຂອງທາງຄອບຄົວ ແມ່ນບໍ່ສາມາດ ຢືນຢັນ​ໄດ້ ແຕ່ກໍເວົ້າວ່າ ສະພາບຂອງ ຜູ້ຊາຍຄົນນີ້ ສະແດງໃຫ້ເຫັນວ່າ ມັນອາດເປັນ ຄວາມຈິງໄດ້. ມີຫລາຍກວ່າ 2 ແສນຄົນ ໄດ້ເສັຽຊີວິດ ໃນ​ເຫດການ ແຜ່ນດິນໄຫວຢ່າງແຮງ ທີ່ເຮຕີ ເມື່ອ 4 ອາທິດກ່ອນ. ນອກນັ້ນແລ້ວ ຍັງມີ ການກະປະມານວ່າ ອີກນຶ່ງລ້ານຄົນ ບໍ່ມີບ່ອນພັກພາອາສັຍ.

ຢູເຄຣນ: ຊາວຢູເຄຣນກຳລັງພາກັນ ລໍຖ້າຮັບ ຟັງໂດຍກົງ ຈາກນາຍົກຣັຖມຸນຕຣີ YULIA TYMOSHENKO ກ່ຽວກັບວ່າ ທ່ານນາງຈະ ຮັບເອົາຜົນຂອງການເລືອກຕັ້ງ ປະທານາທິບໍດີ ໃນມື້ວັນອາທິດແລ້ວນີ້ຫຼືບໍ່ ຊຶ່ງເປັນທີ່ປາກົດວ່າ ຜູ້ນຳພັກຝ່າຍຄ້ານ ທ່ານ VIKTOR YANU KOVYCH ເປັນຜູ້ໄດ້ຮັບໄຊຊະນະນັ້ນ. ໜັງ ສືພິມອິນເຕີແນັດ UKRAINSKAYA PRAV DA ກ່າວວ່າ ທ່ານນາງ TYMOSHENKO ​ໄດ້ກ່າວຕໍ່ ກອງປະຊຸມ ຂອງພັກການເມືອງ ຂອງທ່ານນາງ ໃນຕອນແລງ ວັນຈັນວານນີ້ວ່າ ທ່ານນາງ ຈະບໍ່ຍອມ ຮັບຮູ້ເດັດຂາດ ໄຊຊະນະ ຂອງທ່ານ YANUKOVYCH ແລະຈະທ້າທາຍ ຜົນການລົງ​ເລືອກ​ຕັ້ງ ຢູ່ທີ່ສານ. ທ່ານນາງ TYMOSHENKO ຍັງບໍ່ທັນໃຫ້ ການຢືນຢັນ ຫລືປະຕິເສດກ່ຽວກັບລາຍງານຂ່າວດັ່ງກ່າວ ນີ້ເທື່ອ. ທ່ານນາງ TYMOSHENKO ຍັງມິດງຽບຢູ່ ຫລັງຈາກຄະນະ ສັງເກດການ ຂອງ ຢູໂຣບໄດ້ປະກາດໃນມື້ວານນີ້ວ່າ ການເລືອກຕັ້ງ ໄດ້ດຳເນີນໄປ ຢ່າງໂປ່ງໃສ ແລະຍຸຕິທັມ. ອົງການ ວ່າດ້ວຍຄວາມປອດພັຍ ແລະການຮ່ວມມືຂອງຢູໂຣບຫລື OSCE ໄດ້ໃຫ້ການຮັບ ຮອງ​ ແລະ​ສນັບສນູນ ຜົນການ​ເລືອກ​ຕັ້ງ ດັ່ງກ່າວນີ້ວ່າ ເປັນການສະແດງອອກ ທີ່ໜ້າປະ ທັບໃຈຂອງການເລືອກຕັ້ງ ແບບປະຊາທິປະໄຕ.

ພາຍຸຫິມະ: ພະນັກງານຂອງຣັຖບານກາງສະຫະ ຣັດ ຈຳນວນຫລວງຫລາຍໃນເຂດນະຄອນຫລວງ ວໍຊິງຕັນ ຈະໄດ້ຮັບ ອະນຸຍາດໃຫ້ພັກການຕື່ມອີກ ມື້ນຶ່ງໃນວັນອັງຄານມື້ນີ້ ຂະນະທີ່ ຂົງເຂດດັ່ງກ່າວ ກະກຽມຮັບມື ກັບພາຍຸຫິມະໃຫຍ່ອີກຫົວໃໝ່. ອົງ ການ ພະຍາກອນອາກາດ ແຫ່ງຊາດ ຂອງສະຫະ ຣັດ ກ່າວວ່າ ອາດຈະມີ ຫິມະຕົກຕື່ມອີກ 25 ຫາ 50 ຊັງຕີແມັດ ໃນບັນດາຣັດ ເຂດພາກກາງ​ແຄມ ​ຝັ່ງ​ ມະຫາ​ສະມຸດ ອັດລັນຕິກ ຂອງສະຫະຣັດ ລະ ຫວ່າງ ວັນອັງຄານມື້ນີ້ ຫາວັນພຸດມື້ອື່ນ. ແນ່ນອນ ພາຍຸຫິມະ ຫົວໃໝ່ນີ້ ຈະເປັນອຸບປະສັກຂັດຂວາງ ຕໍ່ການ ດຳເນີນຄວາມພະຍາຍາມໃນການຂຸດແລະກວດໄຖຫິມະອອກຈາກ ຖນົນຫົນທາງ ໃນເຂດນະຄອນຫລວງ ຂອງສະຫະຣັດ ແລະບັນດາຣັດ ອ້ອມແອ້ມອີກ 6 ຣັດ ທີ່ມີຫິມະ ຕົກ ລົງມາຫລາຍເຖິງ 90 ຊັງຕີແມັດ ຈາກພາຍຸຫິມະໃຫຍ່ ໃນມື້ວັນສຸກ ແລະວັນເສົາ ຜ່ານມາ. ເຮືອນຊານ ຫຼາຍສິບພັນຫຼັງ ໃນຣັດ MARYLAND, VIRGINIA, WEST VIRGINIA, NEW JERSEY ແລະ DELAWARE ຍັງບໍ່ມີໄຟຟ້າໃຊ້ເທື່ອ ແລະຫລັງຄາ ເຮືອນ ຫລາຍໆຫລັງ ໄດ້ພັງລົງມາ ຍ້ອນນຳໜັກ ຂອງຫິມະ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG