ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຕອບໂຕ້ຕໍ່ຄຳກ່າວຫາຂອງທະນາຍຄວາມຂອງນາງ Samantha


ໂຄສົກກະຊວງການຕ່າງປະເທດ ຂອງ​ລາວຕອບໂຕ້ທະນາຍຄວາມ ຂອງນາງSamantha ທີ່ລະບຸວ່າ ການດຳເນີນ ຄະດີໃນສານບໍ່ມີ ຄວາມຍຸດຕິທຳວ່າ ເປັນການສ້າງ ເລື້ອງຂຶ້ນມາເພື່ອເຮັດໃຫ້ ນາງ Samantha ພົ້ນຈາກການຕິດຄຸກ ຢູ່​ປະ​ເທດອັງກິດ.

ສືບເນື່ອງຈາກການທີ່ທະນາຍຄວາມຂອງນາງ Samantha Orobator ຈຳເລີຍຊາວອັງ ກິດທີ່ຖືກສານປະຊາຊົນລາວຢູ່ນະຄອນຫຼວງວຽງ ຈັນຕັດສິນຈຳຄຸກຕະຫຼອດ ຊີວິດໃນ ຄວາມຜິດກ່ຽວກັບການພະ ຍາຍາມລັກລອບຂົນສົ່ງຢາເສບຕິດ ໄປຕ່າງປະເທດ ແລະ ກໍ່ໄດ້ຖືກ ສົ່ງຕົວໃຫ້ແກ່ ທາງການອັງກິດຕາມສົນທິສັນຍາວ່າດ້ວຍການສົ່ງ ຜູ້ຮ້າຍຂ້າມແດນ ໄປແລ້ວນັ້ນ ໄດ້ຖະແຫຼງຕໍ່ສານອຸທອນໃນປະເທດ ອັງກິດວ່າ ການດຳເນີນຄະດີຢູ່ໃນ ສານປະຊາຊົນລາວ ບໍ່ມີຄວາມ ຍຸດຕິທຳຕໍ່ນາງ Samantha ເລີຍນັ້ນກໍ່ໄດ້ຖືກຕອບໂຕ້ຈາກທາງການ ລາວແລ້ວໃນຂະນະນີ້.

ທ່ານເຄນທອງ ນວນທະສິງ ໂຄ ສົກກະຊວງການຕ່າງປະເທດ ລາວໃຫ້ການເນັ້ນຢ້ຳວ່າ ການ ຖະແຫຼງດັ່ງກ່າວຂອງທະນາຍ ຄວາມ ຂອງນາງ Samantha ເປັນການ ສ້າງເລື້ອງຂຶ້ນ ມາ ແລະ ເປັນການໃສ່ຮ້າຍປ້າຍສີຕໍ່ຂະບວນ ການຍຸດຕິທຳຂອງລາວດ້ວຍ ຄວາມຫວັງວ່າຈະເຮັດໃຫ້ສານ ອຸທອນຂອງອັງກິດມີຄຳຕັດສິນ ໃຫ້ອິດສະພາບ ແກ່ນາງ Samantha ເປັນສຳຄັນ ຊຶ່ງຖ້າຫາກວ່າສານອຸທອນຂອງອັງກິດມີຄຳຕັດສິນ ຕາມການ ຮ້ອງຂໍຈາກທະນາຍຄວາມຂອງນາງ Samantha ຈິງກໍ່ ຍັງຈະສົ່ງຜົນກະທົບຕໍ່ການປະຕິບັດຕາມຂໍ້ຕົກລົງໃນສົນທິສັນຍາວ່າ ດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງລາວກັບອັງກິດອີກດ້ວຍ.

ພ້ອມກັນນີ້ ທ່າງເຄນທອງ ຍັງໄດ້ໃຫ້ການຢືນຢັນອີກດ້ວຍວ່າໃນປັດ ຈຸບັນນີ້ຍັງມີຜູ້ຕ້ອງ ຫາເພດຊາຍຊາວອັງກິດໃນຄະດີ ແລະ ຄວາມ ຜິດຖານດຽວກັນກັບນາງ Samantha ທີ່ຍັງຄົງຖືກທາງການລາວ ຄວບຄຸມຕົວໄວ້ດຳເນີນຄະດີຕໍ່ໄປ. ເພາະສະນັ້ນ ຖ້າຫາກວ່າສານ ອຸທອນຂອງອັງກິດ ມີຄຳຕັດສິນ ໃຫ້ອິດສະລະພາບ ແກ່ນາງ Samantha ໃນໄລຍະ ຕໍ່ໄປນີ້ ກໍຈະເຮັດ ໃຫ້ທາງການລາວສາມາດ ທີ່ຈະປະຕິເສດການສົ່ງຕົວຜູ້ຮ້າຍ ຂ້າມແດນໃຫ້ແກ່ຝ່າຍອັງກິດ ໃນໄລຍະຕໍ່ໄປເຊັ່ນດຽວກັນ ໂດຍລວມເຖິງຜູ້ຕ້ອງຫາຊາວອັງກິດ ໃນຄະດີຄວາມ ອື່ນໆ ຢູ່ໃນລາວດ້ວຍ ນັ້ນເອງ.

ຍິ່ງໄປກວ່ານັ້ນທະນາຍຄວາມຂອງນາງ Samantha ຍັງໄດ້ເນັ້ນຢ້ຳ ອີກດ້ວຍວ່າ ໃນລະ ຫວ່າງທີ່ນາງ Samantha ຖືກຈັບກຸມຄຸມຂັງ ເພື່ອດຳເນີນຄະດີຢູ່ໃນລາວນັ້ນ ນາງຍັງຖືກກົດດັນ ຕ່າງໆ ນາໆ ເພື່ອໃຫ້ຮັບສາລະພາບຕໍ່ຄວາມຜິດທີ່ໄດ້ກະທຳຂຶ້ນໂດຍບໍ່ມີໂອ ກາດທີ່ຈະໄດ້ຕໍ່ສູ້ຄະດີຢ່າງຍຸດ ຕິທຳອີກດ້ວຍ.

ແຕ່ຢ່າງໃດກໍ່ຕາມນາງ Samantha ກໍ່ຍອມຮັບວ່າ ນາງໄດ້ທຳການຜະ ສົມທຽມດ້ວຍຕົນ ເອງ ຈົນສາມາດຕັ້ງຄັນໄດ້ໂດຍອາໃສນໍ້າເຊື້ອອະສຸ ຈິຈາກນັກໂທດ ຊາຍ ຄົນນຶ່ງພາຍໃຕ້ເປົ້າໝາຍເພື່ອໃຫ້ລອດພົ້ນຈາກ ໂທດປະຫານຊີວິດ ຢູ່ໃນລາວໂດຍທາງການລາວໄດ້ສົ່ງມອບຕົວນາງ ໃຫ້ແກ່ທາງການອັງກິດ ເມື່ອເດືອນສິງຫາ ປີກາຍ ແລະ ດ້ວຍການ ອຸທອນຕໍ່ສານ ໃນອັງກິດດັ່ງກ່າວນີ້ ກໍ່ໄດ້ເປັນຜົນເຮັດໃຫ້ນາງໄດ້ຮັບ ການລົດໂທດຈາກຈຳຄຸກຕະຫຼອດ ຊີວິດລົງມາເປັນຈຳຄຸກພຽງ 18 ເດືອນເທົ່ານັ້ນເມື່ອທ້າຍ ເດືອນມັງກອນທີ່ ຜ່ານມານີ້.

XS
SM
MD
LG