ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຢານູໂກວິກ ອ້າງເອົາໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີທີ່ຢູເກຣນ ແຕ່ຄູ່ແຂ່ງຂັນບໍ່ຍອມຮັບປາໄຊ


ການ​ເລືອກ​ຕັ້ງ​ທີ່ຢູ​ເກຣນ: ຜູ້ນຳ​ຝ່າຍ​ຄ້ານ​ຢູ​ເກຣນ ທ່ານ Victor Yanukovych ​ໄດ້​ຮັບ​ຄະ​ແນນ​ສຽງນຳ​ໜ້ານ້ອຍ​ນຶ່ງ​ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ຊີ້​ຂາດ​ຂອງ​ຢູ​ເກຣນ​ໃນວັນ​ອາທິດ​ວານ​ນີ້ ​ແລະ​ໄດ້​ອ້າງ​ເອົາ​ໄຊຊະນະ​ ໃນ​ອັນ​ທ່ີ​ຈະ​ເປັນ​ການ​ກັບ​ຄືນ​ມາສູ່​ອຳນາດ​ທີ່​ໜ້າ​ງຶດ ສຳລັບ​ຜູ້​ສມັກ​ຮັບ​ເລືອກ​ຕັ້ງ​ທ່ີ​ນິຍົມຣັດ​ເຊັຍທ່ານ​ນີ້. ຜົນການ​ນັບ​ຄະ​ແນນ​ສຽງ​ໄປ​ແລ້ວ ​ປະມານ 94 ​ເປີເຊັນ​ຂອງ​ທາງ​ການ ສະ​ແດງ​ວ່າ ທ່ານ Yanakovych​ ໄດ້​ຮັບ​ຄະ​ແນນສຽງ​ຫລາຍ​ກວ່າ 48 ​ເປີ​ເຊັນ​ນ້ອຍ​ນຶ່ງ ສົມ​ທຽບ​ໃສ່ກັບປະມານ 46 ​ເປີ​ເຊັນ​ຂອງ​ຄູ່ແຂ່ງຂອງ ທ່ານ ​ຄືນາຍົກຣັຖມຸນຕີ Yulia TymoShenko ນັ້ນ. ທ່ານ Yunokovych ຮຽກຮ້​ອງ​ໃຫ້​ນາຍົກຣັຖມຸນຕີ​ລາ​ອອກ​ຈາກ​ຕຳ​ ແໜ່​ງ ​ແຕ່​ທ່ານ​ນາງ Tymoshenko ຍັງ​ບໍ່​ຍອມ​ຮັບ​ເອົາ​ຄວາມປາ​ໄຊ. ທ່ານ​ນາງ Tymoshenko ກ່າວ​ຫາ​ພວກທ່ີ​ນິຍົມ​ທ່ານ Yanukovych ​ວ່າເອົາ​ບັດ​ໄປ​ຍັດ​ໃສ່​ໃນ​ກັບປ່ອນ​ບັດ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເກຣນ ບ່ອນທ່ີ​ປະ​ຊາ​ຊົນ​ປາກ​ພາສາຣັດ​ເຊັຍ ​ແລະ​ໜ່ວຍ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ​ກ່າວ​ວ່າ ພວກ​ຕົນ​ຈະ​ທຳ​ການ​ໂຕ້​ແຍ່ງ​ຜົນ​ການ​ເລືອກ​ຕັ້ງ​ ໃນ​ໜ່ວຍ​ປ່ອນ​ບັດ​ເລືອກ​ຕັ້ງ​ປະມາ1ພັນແຫ່ງ​. ຄາດ​ວ່າ​ຈະ​ຮູ້ຈັກ​ຜົນ​ການ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ສັບປະດານີ້.
ການ​ເລືອກ​ຕັ້ງ​ທີ່ Costa Rica: ທ່ານ​ນາງ Laura Chinchilla ຜູ້​ສມັກເລືອກ​ຕັ້ງຈາກພັກຂອງຣັຖບານ​ ຊຸດປັດຈຸບັນ ກຳລັງ​ຈະ​ກາຍ​ເປັນ​ປະທານາທິບໍດີ​ແມ່ຍິງ​ຄົນ​ທຳ​ອິດ​ຂອງ ຄອສຕາຣິກາ​ ​ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງນຳ​ໜ້າ​ຄູ່​ແຂ່ງ​ຢ່າງ​ຫລວງຫລາຍ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ໃນ​ວັນ​ອາທິດ​ວານ​ນີ້.ຜົນ​ການ​ເລືອກ​ຕັ້ງ​ທີ່​ໄດ້​ມາ​ເປັນບາງ​ສ່ວນ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Chinchilla ໄດ້​ຮັບ​ສຽງ​ສະ​ນັບ​ສະ​ໜຸນ 49 ​ເປີ​ເຊັນ​ຂອງ​ບັດ​ຄະ​ແນນ​ສຽງ​ທັງ​ໝົດ ຊຶ່ງ​ລື່ນຜູ້​ສມັກ​ແຂ່ງຂັນ​ຄົນ​ອື່ນໆອີກ 6 ຄົນ ຫລາຍ​ກວ່າ 2 ​ເທົ່າ ​ແລະພວກ​ຄູ່​ແຂ່ງຄົນ​ອື່ນໆ​ກໍ​ໄດ້ພາກັນ​ຟ້າວ​ຍອມຮັບ​ການ​ປາ​ໄຊ​ຢ່າງ​ໄວ. ຄະແນນສຽງ​ສະໜັບສະໜຸນ 40 ​ເປີ​ເຊັນ ກໍ​ພຽງພໍ​ແລ້ວ​ ສຳ ລັບ​ຫລີກ​ລ້ຽງ​ການ​ປ່ອນ​ບັດ​ເລືອກຕັ້ງ​ຮອບ​ຊີ້​ຂາດ​. ທ່ານ​ນາງ Chinchilla ​ໄດ້​ເປັນ​ຮອງ​ ປະທານາທິບໍດີ​ໃນ​ຄະນະຣັຖບານ ຂອງ​ປະທານາທິບໍດີ Oscar Arias ທ່ີ​ຈະ​ພົ້ນ​ຈາກ​ຕຳ​ແໜ່​ງ​ໄປ​ນັ້ນ​.
ທ່ານ​ນາງໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສືບ​ຕໍ່​ດຳ​ເນີນນະ​ໂຍບາຍສົ່ງ​ເສີມ​ທຸຣະກິດ​ຂອງ​ປະທານາທິບໍດີ Arias ​ແລະ​ຈະ​ເອົາ​ມາດ​ຕະການ​ຕ່າງໆ​ເພື່ອ​ຄວບ​ຄຸມ​ອາຊຍາ​ກັມ ​ບໍ່​ໃຫ້​ເພີ່ມ​ຂຶ້ນ.
ຍານ​ອະວະ​ກາດ​ໄປ​ກັບ Endeaver ຂອງ​ສະຫະຣັດ: ຍານ​ອະວະ​ກາດ Endeaver ຂອງ​ ສະຫະຣັດກຳລັງໂຄຈອນ​ໄປ​ສູ່​ສະຖານີອະວະກາດ​ນາໆຊາດ. ອົງການ NASA ​ໄດ້ສົ່ງ​ຍານ​ດັ່ງກ່າວ ຈາກ​ສູນ​ກາງ​ອະວະກາດ Kennedy ທ່ີ​ແຄມ​ຝັ່ງ​ມະຫາສມຸດ​ອັດແລ​ນ ຕິກ ຣັດຟລໍຣິດາ ​ໃນ​ຕອນ​ເຊົ້າ​ມືດ​ວັນຈັນ​ມື້​ນີ້ ຫລັງ​ຈາກ​ທີ່​ໄດ້​ລົບລ້າງ​ແຜນການ​ສົ່ງ​ຍານ​ດັ່ງກ່າວ​ຂຶ້ນ​ໄປ ໃນ​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້​ ຍ້ອນ​ດິນ​ຟ້າ​ອາກາດ​ບໍ່​ດີ​ທ່ີບ່ອນ​ສົ່ງ​ນັ້ນ. ພວກ​ນັກ​ອະວະກາດ 6 ຄົນໃນ​ຍານ​ດັ່ງກ່າວ​ ມີ​ກຳນົດນຳ​ເອົາ​ຊິ້ນສ່ວນ​ ຕ່າງໆ​ຂຶ້ນ​ໄປ​ຕິດຕັ້ງ​ໃສ່​ກັບສະຖານີ​ອະວະກາດ​ນາໆຊາດ​ ​ໃນ​ຂັ້ນຕອນ ສຸດ​ທ້າຍ​ຂອງ​ການກໍ່ສ້າງ​ສະຖານີດັ່ງກ່າວ ​ທີ່ໂຄຈອນອ້ອມ​ໂລກຢູ່​ ຊຶ່ງ​ໃກ້ຈະ​ສ້າງສຳ​ເຣັດແລ້ວ​ນັ້ນ.
ຫລັງ​ຈາກ​ສົ່ງ​ຍານ​ອາວະກາດ Endeaver ຂຶ້ນ​ໄປ​ປະຕິບັດ​ງານເປັນ​ ເວລາ 13 ມື້​ຄັ້ງ​ນີ້​ແລ້ວ ທາງອົງການ​ອາ​ວະ​ກາດ​ຂອງ​ສະຫະຣັດ​ມີ​ແຜນ ການ​ທ່ີ​ຈະ​ສົ່ງ​ຍານອາ​ວະ​ກາດອື່ນໆ ຂຶ້ນ​ໄປຍັງສະຖານີ​ອະວະກາດນາໆ ຊາດ​ ຕື່ມ​ອີກ 4 ຄັ້ງ​ ກ່ອນ​ຈະ​ອັດ​ໂຄງການ​ຍານ​ອາ​ວະ​ກາດ​ໄປ​ກັບລົງ ຢ່າງສີ້​ນ​ເຊີງ ໃນ​ທ້າຍ​ປີ​ນີ້.
ທີ່ອັຟກາ​ນີສຖານ:ພວກ​ຕາ​ລິ​ບັນ​ຫົວ​ຮຸນ​ແຮງ​ກຳລັງ​ທຳການ​ກະກຽມ​ ເພື່ອຕໍ່ສູ້​ກັບ​ກຳລັງ​ກຸມເນໂຕ ທ່ີ​ ພວມກະກຽມ​ທຳ​ການ​ບຸກລຸກ​ຄັ້ງ​ໃຫຍ່​ຕໍ່​ທ່ີ​ໝັ້ນສຳຄັນ​ແຫ່ງ​ນຶ່ງ ຂອງ​ພວກ​ກະບົດ ໃນ​ພາກ​ໃຕ້​ຂອງ​ອັຟກາ​ນີສຖານ. ພວກ​ທ່ີ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ນັກ​ຕໍ່ສູ້​ກຸ່ມ​ຕາ​ລີ​ບັນ​ກຳລັງ​ຂົນ​ເອົາ ອາວຸດ​ເຂົ້າ ໄປ ​ແລະ​ຕັ້ງທ່າກຽມ​ຮັບ​ມື​ຢູ່​ໃນ​ຂົງ​ເຂດ​ອ້ອມ​ແອ້ມ​ເມືອງ Marja ​ໃນ​ແຂວງ Helmand ຊຶ່ງ​ເປັນ​ບ່ອນຢູ່​ອາ​ໄສ​ຂອງ​ປະຊາຊົນ​ປະມານ 80 ພັນ​ຄົນ​ແລະ​ເປັນ​ສູນ​ກາງລັກລອບ​ຄ້າຂາຍ​ຝິ່ນ​ນັ້ນ. ບັນ ດາຜູ້​ບັນຊາ​ການ​ກຸມເນໂຕ ກ່າວ​ວ່າ ທະຫານ​ຝ່າຍ​ພັນທະ​ມິດ​ແລະ​ອັຟ ກາ​ນີສຖານ​ຫລາຍ​ພັນ​ຄົນ​ກຳລັງ​ກະກຽມ​ເພື່ອ​ຍຶດ​ເອົາ​ເມືອງ Marjah ຄືນ ​ໃນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ຄັ້ງນື່ງ ​ໃນ​ສົງຄາມ​ອັຟກາ​ນີສຖານ​ທ່ີ​ມີ​ມາ​ໄດ້ 8 ປີ​ແລ້ວ​ນັ້ນ.
ການ​ບຸກ​ໂຈມ​ຕີ​ເພື່ອ​ຍຶດ​ເອົາ​ເມືອງ Marjah ຄືນ​ ຊຶ່ງ​ຄາດ​ວ່າຈະ​ເລີ້ມ​ຂຶ້ນ​ໃນ​ໄວໆ​ນີ້ ຈະ​ເປັນກາຣນປະຕິບັດ​ງານ​ທາງ​ທະຫານ​ຄັ້ງໃຫຍ່ ​ເທື່ອ ທຳ​ອິດ​ໂດຍ​ກຳລັງ​ຝ່າຍ​ພັນທະ​ມິດ ນັບ​ແຕ່​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ໄດ້​ສັ່ງ​ໃຫ້​ສົ່ງທະຫານ​ 30 ພັນ​ໄປ​ສົມທົບ​ຕື່ມ​ອີກ​ໃນ​ອັຟກາ​ນີສຖານ​ ເພື່ອ​ປາບ​ກາ​ນ​ຕໍ່ຕ້ານ​ກຸ່ມ​ຕາ​ລີ​ບັນ​ນັ້ນ.
ທີ່ປະ​ເທດ​ໄທ: ລັດຖະບານ​ກ່າວ​ວ່າ ຕົນ​ໄດ້​ສົ່ງ​ທະຫານສອງ​ໝື່ນ​ຄົນ​ອອກ​ປະຈຳການ​ໃນ​ທົ່ວ​ປະ​ເທດ ​ລ່ວງ​ໜ້​າການ​ຕັດສິນ​ຂອງ​ສານ​ກ່ຽວ ກັບຊັບ​ສົມບັດຂອງ​ອະດີດ​ນາຍົກລັດຖະມຸນຕີ ທັກສິນ ຊິນນະ​ວັດ.
​ໂຄສົກ​ລັດຖະບານ​ໄທ ທ່ານ​ປະ​ນິທ່ານ ວັດຕະ​ນະ​ຍາກ​ອກ ກ່າວ​ໃນ​ວັນ ຈັນ​ມື້​ນີ້​ວ່າ ທາງ​ການຈະ​ອະນຸຍາດ​ໃຫ້​ທຳ​ການ​ປະ​ທ້ວງ​ໄດ້ ​ແຕ່​ກໍ​ເປັນ​ຫ່ວງ ວ່າ​ຈະ​ມີການ​ກໍ່ຄວາມ​ຮຸນ​ແຮງ​ຂຶ້ນ ​ໃນ​ກໍລະນີ​ທີ່​ສານ​ອາດ​ຕັດສິນ ​ໃຫ້​ຍຶດ​ເອົາ​ຊັບ​ສິນ​ທັງ​ໝົດ​ຂອງ​ທ່ານ​ທັກສິນ ທີ່ມີ​ມູນ​ຄ່າ 2200 ລ້ານ$ ນັ້ນ. ພວກ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ທ່ານ​ທັກສິນໄດ້​ພາກັນ​ເພິ່ມທະວີ​ທຳ​ການປະ​ ທ້ວງຫລາຍ​ຂຶ້ນ ລ່ວງ​ໜ້າ​ວັນ​ຕັດສິນ ​ ໃນ​ວັນ​ທີ 26 ທ້າຍ​ເດືອນ​ນີ້.
ຊັບ​ສິນຂອງ​ທ່ານ​ທັກສິນ​ໄດ້​ຖືກ​ສັ່ງ​ກັກ​ໄວ້ ຫລັງ​ຈາກ​ທ່ານ​ຖືກ​ໂຄ່ນ​ລົ້ມ ​ໃນ​ການ​ກ່ໍລັ​ດຖະປະການ​ໃນ​ປີ 2006 ​ແລະ​ມີ​ສິດ​ຖືກ​ລັດຖະບານຍຶດ​ເອົາ​ໄດ້.
​ຜົນ​ການ​ແຂ່ງຂັນແຊ້ມກີລາ ຟຸຕບອລ ຫລື Super Bowl ໃນ​ສະຫະຣັດ: ປະຊາຊົນ​ໃນນະຄອນ New Orleans ລັດ​ລຸຍ​ຊີ​ອານາ ​ໄດ້ພາກັນ​ສະ​ເຫລີ​ມສະຫລອງ​ຢ່າງ​ໃຫຍ່ ຫລັງ​ຈາກທ່ີທີ​ມ the Saints ຂອງ​ຕົນໄດ​້ຊະນະ Superbowl ​ເປັນ​ເທື່ອ​ທຳອິດ​ໃນ​ປະວັດ​ສາດ 43 ປີ​ຂອງ​ຕົນ ຊຶ່ງ​ໄດ້​ນຳ​ຄວາມ​ປາບ​ປຶ້ມ​ມ່ວນ​ຊື່ນ​ມາສູ່​ນະຄອນ​ດັ່ງກ່າວ​ທ່ີ​ກຳ ລັງ​ຟື້ນໂຕ​ຄືນ​ ຈາກ​ຜົນ​ກະທົບຢ່າງຮ້າຍ​ແຮງຂອງລົມພາຍຸ Katrina ໃນ​ປີ2005ນັ້ນ.
ທີ​ມ The Saints ​ໄດ້ຊະນະ​ທີ​ມ Indianapolis Colts ທີ່​ເກ່ັງ​ກ່ວາ ຢ່າງ​ບໍ່​ຄາດ​ຝັນດ້ວຍ​ຄະ​ແນນ 31 ຕໍ່17 ​ໃນ​ແລງ​ວັນ​ອາທິດ​ວານ​ນີ້ ​ຢູ່ ສະໜາມ​ກີລາ​ທ່ີ​ໜາ​ແໜ້ນ​ໄປ​ດ້ວຍ​ຄົນ​ເບິ່ງ​ ໃນນະຄອນ Miami ຣັດ Florida ແລະຄາດ​ວ່າ​ມີ​ຜູ້​ຄົນ​ຊົມການ​ແຂ່ງຂັນ​ທາງ​ໂທຣະພາບ​ປະມານ 100 ລ້ານ​ຄົນ​ໃນ​ສະຫະຣັດ​ ແລະ​ອີກ​ຫລາຍ​ລ້ານ​ຄົນ​ ​ໃນ​ທົ່ວ​ໂລກ. ໃນ​ຕອນ​ຕົ້ນ​ນັ້ນ ທີ​ມ the Saints ມີ​ຄະ​ແນນ​ນຳ​ຫລັງ​ທີ​ມ Indiana-polis Colts 10 ຕໍ່ 0 ແຕ່​ກໍ​ກັບ​ຄືນ​ມາ​ເອົາ​ຊະນະ​ໄດ້​ໃນ​ທີ່​ສຸດ ດ້ວຍ ຄະ​ແນນ 31 ຕໍ່ 17.

XS
SM
MD
LG