ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີອີຣ່ານ ສັ່ງໃຫ້ກັ່ນທາດຢູເຣນຽມ ໃນລະດັບ ທີ່ສູງຂຶ້ນ


ອີຣ່ານ - ນິວເຄລັຽ: ປະທານາທິບໍດີອີຣ່ານ ໄດ້ສັ່ງໃຫ້ ອົງການປະຣະມະນູຂອງປະເທດດັ່ງ ກ່າວ ເລີ້ມກັ່ນທາດຢູເຣນຽມ ທີ່ມີລະດັບສູງຂຶ້ນ ຊຶ່ງເປັນການເຄື່ອນໄຫວທີ່ພາໃຫ້ເກີດຄວາມສົງ ສັຍ ກ່ຽວກັບໂອກາດ ໃນການທີ່ອີຣ່ານ ຈະບັນ ລຸຂໍ້ຕົກລົງ ແລກປ່ຽນທາງດ້ານນິວເຄລັຽ ກັບປະ ເທດຕາເວັນຕົກ. ໃນການໃຫ້ທັສນະຄວາມເຫັນ ແກ່ໂທຣະພາບ ຂອງທາງການອີຣ່ານ ທີ່ອອກ ອາກາດ ໃນວັນອາທິດ ມື້ນີ້ ປະທານາທິບໍດີ MAHMOUD AHMADINEJAD ກ່າວວ່າ ທ່ານໄດ້ຮ້ອງຂໍ ໃຫ້ຫົວໜ້າອົງການພະລັງງານ ປະຣະມະນູ ຂອງອີຣ່ານຄືທ່ານ ALI AKBAR SALEHI ເລີ້ມກັ່ນ ທາດຢູເຣນຽມໃຫ້ໄດ້ ລະດັບ 20%. ອີຣ່ານກ່າວວ່າ ທາດຢູເຣນຽມດັ່ງກ່າວ ຈະນຳໃຊ້ເປັນເຊື້ອໄຟ ສຳລັບເຕົາ ແຍກນິວເຄລັຽ ເພື່ອການຄົ້ນຄວ້າ ຂອງອີຣ່ານ. ອີຣ່ານແລະກຸ່ມປະເທດ ມະຫາອຳນາດ ຂອງໂລກ ໄດ້ສົນທະນາຫາຣື ກ່ຽວກັບແຜນການ ທີ່ໄດ້ຮັບການສນັບສນຸນ ຈາກອົງການ ສະຫະປະຊາຊາດ ຊຶ່ງພາຍໃຕ້ແຜນການດັ່ງກ່າວ ອີຣ່ານຈະຕ້ອງໄດ້ສົ່ງ ທາດຢູເຣນຽມ ທີ່ ກັ່ນແລ້ວ ໃນລະດັບຕຳຂອງຕົນ ໄປຍັງຕ່າງປະເທດ ເພື່ອເປັນການແລກປ່ຽນ ກັບເຊື້ອໄຟ ນີວເຄລັຽ ທີ່ມີລະດັບສູງກວ່າ.

ຍານອະວະກາດໄປກັບ: ອົງການອະວະກາດ ຂອງສະຫະຣັດ ຫຼື NASA ໄດ້ເລື່ອນເວລາກ່ຽວ ກັບໝາຍກຳນົດການ ໃນການສົ່ງ ຍານອະວະ ກາດໄປກັບ ENDEAVOUR ຂຶ້ນສູ່ວົງໂຄຈອນ ອອກໄປຢ່າງນ້ອຍ 24 ຊົ່ວໂມງ ຍ້ອນບັນຫາ ກ່ຽວກັບດິນຟ້າອາກາດ ຢູ່ໃນບໍຣິເວນ ສູນກາງ ສົ່ງ. ພວກນັກບິນ ອະວະກາດ 6 ຄົນ ຊຶ່ງເປັນ ຜູ້ຊາຍ 5 ແລະແມ່ຍິງຄົນນຶ່ງນັ້ນ ໄດ້ພາກັນຂຶ້ນ ໄປຢູ່ເທິງຍານອະວະກາດໄປກັບ ເພື່ອກຽມອອກ ເດີນທາງ ໃນການຈັດສົ່ງ ໃນຕອນເຊົ້າມືດຂອງ ວັນອາທິດມື້ນີ້ ທີ່ສູນກາງອະວະກາດ ເຄນເນດີ້ ໃນຣັດຟລໍຣິດາ ແຕ່ເນື່ອງຈາກ ມີເມກໝອກໃນ ລະດັບຕຳ ເຄື່ອນເຂົ້າໄປ ໃນບໍຣິເວນ ທີ່ຈະມີການສົ່ງຍານ ຈຶ່ງພາໃຫ້ ມີການຍົກເລີກ. ມີກຳນົດວ່າ ການເດີນທາງ ຂອງຍານອະວະກາດໄປກັບ ໃນເທື່ອນີ້ ແມ່ນເພື່ອນຳເອົາ ຊີ້ນສ່ວນຕ່າງໆ ໄປຍັງສະຖານີ ອະວະກາດນາໆຊາດ ທີ່ໃຊ້ສຳລັບ ການປະຕິບັດງານ ສ້າງສາ ທີ່ສຳຄັນ ຢູ່ເທິງສະຖານີ ອະວະກາດດັ່ງກ່າວ ຊຶ່ງເກືອບຈະ ສຳເຣັດຢູ່ແລ້ວ. ລຸນຫລັງການເດີນທາງ ໄປປະຕິບັດງານ ເປັນເວລາ 13 ມື້ນີ້ແລ້ວ ກໍມີແຜນການທີ່ຈະ ສົ່ງຍານອະວະກາດໄປກັບ ຂຶ້ນໄປປະຕິບັດ ໜ້າທີ່ຕື່ມອີກ 4 ເທື່ອ ກ່ອນທີ່ຈະມີການຢຸດ ເຊົາ ການໃຊ້ຝູງຍານ ອະວະກາດໄປກັບທັງໝົດ ພາຍໃນທ້າຍປີນີ້.

ຢູເຄຣນ - ເລືອກຕັ້ງ: ຊາວຢູເຄຣນ ກຳລັງ ພາກັນໄປໃຊ້ສິດໃຊ້ສຽງ ໃນການເລືອກຕັ້ງປະ ທານາທິບໍດີຮອບ 2 ຊຶ່ງເປັນການແຂ່ງຂັນ ລະ ຫວ່າງຄູ່ປໍຣະປັກ ທີ່ຮ້າຍກາດ ຄືນາຍົກຣັຖມຸນ ຕຣີ YULIA TYMOSHENKO ແລະຜູ້ນຳ ພັກຝ່າຍຄ້ານ ທີ່ນິຍົມຣັດເຊັຽ ທ່ານ VIKTOR YANUKOVYCH. ກ່ອນການປ່ອນບັດເລີ້ມຂຶ້ນ ໃນມື້ນີ້ ຜູ້ສະມັກທັງສອງ ຕ່າງກໍໄດ້ກ່າວຫາຊຶ່ງ ກັນແລະກັນ ແລ້ວວ່າ ສໍ້ໂກງຄະແນນສຽງ. ນາ ຍົກຣັຖມຸນຕຣີ TYMOSHENKO ແລະທ່ານ YANUKOVYCH ເປັນພວກທີ່ ໄດ້ຮັບຄະແນນ ສຽງຫລາຍກວ່າໝູ່ ໃນການເລືອກຕັ້ງ ຮອບທຳອິດ ໃນເດືອນແລ້ວ. ການໂຄສະນາຫາສຽງ ແມ່ນເຕັມໄປດ້ວຍ ການໃສ່ຮ້າຍປ້າຍ ສີແລະໂຈມຕີກັນ ແລະຢ້ານວ່າຈະເກີດການປະທ້ວງ ຢູ່ຕາມຖນົນຫົນທາງ ຖ້າຜູ້ທີ່ປລາຊັຍ ຫາກບໍ່ຍອມຮັບເອົາ ຜົນຂອງການເລືອກຕັ້ງ. ທ່ານ YANUKOVYCH ຊຶ່ງຖືວ່າ ເປັນຜູ້ມີ ຄະແນນສຽງ ນຳໜ້ານັ້ນ ມີຄວາມກະຕືລືລົ້ນໃນການຟື້ນໂຕຄືນ ທາງດ້ານການເມືອງຂອງ ທ່ານ. ທ່ານໄດ້ຖືກປະກາດ ໃນຂັ້ນຕົ້ນ ໃຫ້ເປັນຜູ້ຊະນະ ໃນການເລືອກຕັ້ງປະທານາທິບໍດີ ເທື່ອແລ້ວ ໃນປີ 2004 ແຕ່ໄດ້ມີ ການກ່າວຫາວ່າ ມີການສໍ້ໂກງ ຄະແນນສຽງຢ່າງໃຫຍ່ ແລະໄດ້ມີການປະທ້ວງ ຂອງປະຊາຊົນ ທີ່ເອີ້ນກັນວ່າ ການປະຕິວັດສີໝາກກ້ຽງນັ້ນ ທີ່ພາ ໃຫ້ມີການເລືອກຕັ້ງຄັ້ງໃໝ່ ຊຶ່ງທ່ານໄດ້ເສັຽໄຊໃຫ້ແກ່ຜູ້ສະມັກ ທີ່ນິຍົມປະເທດ ຕາເວັນຕົກ ທ່ານ VIKTOR YUSHCHENKO ຊຶ່ງເປັນປະທານາທິບໍດີ ຄົນປັດຈຸບັນ ຂອງຢູເຄຣນ ນັ້ນ.

ອັຟການິສຖານ: ອົງການນາໂຕ້ກ່າວວ່າ ຕົນ ໄດ້ຈັບ ຜູ້ບັນຊາການຕຳຣວດ ອັຟການິສຖານ ຄົນນຶ່ງ ທີ່ຖືກກ່າວຫາວ່າ ສໍ້ຣາດບັງຫຼວງແລະ ພົວພັນກັບ ຕາໜ່າງ ວາງຣະເບີດແຄມທາງ. ທ່ານ ALEEM AYAR ຊຶ່ງເປັນໂຄສົກ ປະ ຈຳແຂວງ ໃຫ້ການຢືນຢັນວ່າກຳລັງຂອງນາໆ ຊາດແລະອັຟການິສຖານ ໄດ້ຈັບທ່ານ ATA HULLAH WAHAAB ຮອງຜູ້ບັນຊາການຕຳ ຣວດແຂວງ KAPISA ຢູ່ທີ່ເຮືອນຂອງທ່ານ ທີ່ເມືອງ MAHMOOD RAQI ຊຶ່ງເປັນເມືອງ ເອກ ຂອງແຂວງ ໃນມື້ວັນສຸກຜ່ານມາ. ອົງການນາໂຕ້ ບໍ່ໄດ້ເປີດເຜີຍໃຫ້ຊາບ ກ່ຽວກັບ ຜູ້ຕ້ອງສົງສັຍ ແຕ່ກ່າວໃນຖແລງຂ່າວ ສະບັບນຶ່ງວ່າ ຜູ້ບັນຊາການຕຳຣວດຄົນນີ້ ໄດ້ພົວ ພັນ ໃນການເກັບຮັກສາ ແຈກຢາຍ ແລະຫ້າງຣະເບີດແຄມທາງ ໃນແຂວງ KAPISA. ອົງການນາໂຕ້ເວົ້າວ່າ ນອກນັ້ນ ຜູ້ກ່ຽວຍັງໄດ້ພົວພັນກັບການໃຫ້ເງິນສິນບົນ ແລະສໍ້ຣາດ ບັງຫລວງ ກ່ຽວກັບ ການສ້ອມແປງທາງ. ໂຄສົກແຂວງເວົ້າວ່າ ທ່ານ WAHAAB ບໍ່ໄດ້ ກະທຳຫຍັງຜິດ ແລະທ່ານເປັນ ນາຍຕຳຣວດທີ່ດີ.

ສະຫະຣັດ - ການເມືອງ: ອະດີດຜູ້ປົກຄອງຣັດ ອາລາສກາ ທ່ານນາງ SARAH PALIN ໄດ້ຕຳໜິ ຕິຕຽນປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ຊຳແລ້ວຊຳອີກ ໃນຄຳປາສັຍ ຕໍ່ກອງປະ ຊຸມຫລວງ ແຫ່ງຊາດຄັ້ງທຳອິດ ຂອງກຸ່ມຮາກຫຍ້າ ໃນຂະບວນການ ນິຍົມແນວທາງເດີມ ຢູ່ໃນສະຫະ ຣັດ. ທ່ານນາງ PALIN ຊຶ່ງເປັນຜູ້ສະມັກ ຮອງປະ ທານາທິບໍດີຂອງພັກຣີພັບລີກັນ ໃນປີ 2008 ກ່າວ ຕໍ່ພວກ ທີ່ໄປໂຮມຊຸມນຸມ ທີ່ເມືອງ NASHVILLE ໃນຣັດ TENNESSEE ຂອງອັນທີ່ເອີ້ນວ່າ ພວກ ນັກເຄື່ອນໄຫວ ຈາກພັກ TEA PARTY ນັ້ນວ່າ ສະຫະຣັດ ພ້ອມແລ້ວ ສຳລັບການປະຕິວັດຄັ້ງໃໝ່. ຝູງຊົນໄດ້ພາກັນຂໍຮ້ອງ ໃຫ້ທ່ານນາງ ສະມັກເຂົ້າແຂ່ງຂັນ ເປັນປະທານາທິບໍດີ ໃນປີ 2012. ທ່ານນາງໄດ້ປະນາມການໃຊ້ຈ່າຍ ທີ່ຂາດດຸນ ງົບປະມານ ຂອງທ່ານ OBAMA ແລະໄດ້ຫົວຂວັນ ການດຳເນີນການໃນດ້ານ ຄວາມໝັ້ນຄົງແຫ່ງຊາດ ແລະການຕໍ່ສູ້ກັບພວກກໍ່ການຮ້າຍຂອງທ່ານນັ້ນວ່າ ມີຄວາມເໝາະ ສົມ ກັບອາຈານສອນ ວິຊາກົດໝາຍ ຫລາຍກວ່າ ຜູ້ບັນຊາການສູງສຸດ ຂອງສະຫະຣັດ.

ສະຫະຣັດ - ເກົາຫລີເໜືອ: ນັກສອນສາສ ນາຄຣິສຕ໌ ຊາວອະເມຣິກັນທີ່ຖືກເກົາຫລີເໜືອ ປ່ອຍໃນມື້ວັນເສົາວານນີ້ ໄດ້ເດີນທາງມາເຖິງ ນະຄອນ LOS ANGELES ແລ້ວ. ທ່ານ ROBERT PARK ໄດ້ອອກເດີນທາງໃນເຊົ້າ ວານນີ້ ຈາກນະຄອນຫລວງພຽງຢາງ ຂອງເກົາ ຫລີເໜືອ ໄປຍັງກຸງປັກກິ່ງ ບ່ອນທີ່ທ່ານໄດ້ພົບ ປະກັບເຈົ້າໜ້າທີ່ກົງສຸນ ຂອງສະຫະຣັດ. ທ່ານ PARK ບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບໄລ ຍະ 43 ມື້ທີ່ທ່ານຖືກຄຸມຂັງຢູ່ໃນເກົາຫລີເໜືອ. ທ່ານໄດ້ຖືກຈັບລຸນຫຼັງໄດ້ຂ້າມແມ່ນຳ TUMEN ຈາກຈີນ ເຂົ້າໄປໃນເກົາຫລີເໜືອ ໃນວັນທີ 25 ທັນວາຊຶ່ງເປັນວັນບຸນ ຄຣິສຕ໌ມາສນັ້ນ. ກ່ອນ ຂ້າມເຂົ້າໄປ ໃນເກົາຫລີເໜືອນັ້ນ ທ່ານ PARK ກ່າວວ່າ ທ່ານຕ້ອງການ ຢາກປຸກຣະດົມ ໃຫ້ມີການຕື່ນຕົວ ກ່ຽວກັບບັນຫາ ສິດທິມະນຸດ ຢູ່ໃນປະເທດຄອມມູນິສ ເກົາຫລີເໜືອ. ຖແລງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໂດຍ ຣັຖບານພຽງຢາງ ເວົ້າວ່າ ທ່ານ PARK ໄດ້ຖືກປ່ອຍ ຫລັງຈາກຍອມຮັບວ່າ ທ່ານໄດ້ເຂົ້າ ໃຈຜິດກ່ຽວກັບເກົາຫລີເໜືອ.

ຊູເປີ້ໂບລ: ທີມ COLTS ຈາກນະຄອນ INDIANNAPOLIS ແລະທີມ SAINTS ຈາກນະຄອນ NEW ORLEANS ຈະສູ້ກັນ ໃນວັນອາທິດມື້ນີ້ ໃນການຊິງແຊັ້ມສັນນິບາດ ຟຸດບອລແຫ່ງຊາດ ຂອງສະຫະຣັດ ຊຶ່ງເປັນ ທີ່ຮູ້ຈັກກັນ ໃນນາມ SUPER BOWL ນັ້ນ ເປັນການແຂ່ງຂັນ ລະຫວ່າງ 2 ທີມ ທີ່ກອງ ໜ້າ ຕ່າງກໍສາມາດເຮັດຄະແນນໄດ້ສູງ. ທີມ SAINTS ເຂົ້າແຂ່ງຂັນໃນການຊິງແຊັ້ມ SU PER BOWL ເປັນເທື່ອທຳອິດ ແລະຄວາມ ສຳເຣັດ ຂອງພວກເຂົາເຈົ້າ ໄດ້ເຮັດໃຫ້ປະຊາ ຊົນໃນນະຄອນ NEW ORLEANS ຊຶ່ງພວມ ຟື້ນໂຕຄືນ ຈາກຄວາມເສັຽຫາຍຮ້າຍແຮງຂອງ ລົມເຮີຣິເຄນ KATRINA ໃນປີ 2005 ນັ້ນມີ ຄວາມເບີກບານມ່ວນຊື່ນ. ການແຂ່ງຂັນທີ່ວ່າ ນີ້ຈະມີຂຶ້ນ ທີ່ນະຄອນໄມອາມີ ໃນຣັດຟລໍຣິດາ ໃນອັນທີ່ ຊຶ່ງຕາມປົກກະຕິແລ້ວ ຈະເປັນ ລາຍການ ໂທຣະພາບ ທີ່ມີຄົນເບິ່ງຫລາຍທີ່ສຸດໃນສະຫະຣັດ ແຕ່ແນວໃດກໍຕາມ ໃນບັນ ດາຣັດເຂດ ອັດລັນຕິກພາກກາງ ຂອງສະຫະຣັດ ປະຊາຊົນ ຈຳນວນຫລາຍຮ້ອຍພັນຄົນ ອາດຈະໄດ້ເບິ່ງ ແຕ່ຈໍໂທຣະພາບທີ່ບໍ່ມີຮູບ ຍ້ອນພາຍຸຫິມະຂນາດໃຫຍ່ ໄດ້ເຮັດໃຫ້ສາຍ ໄຟຟ້າຂາດ ແລະຣົບກວນໂທຣະພາບ ທີ່ສົ່ງທາງສາຍເຄເບີ້ລ ແລະດາວທຽມ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG