ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຣວດຊາຍແດນອັຟການິສຖານ ຍິງພົລເຮືອນ 7 ຄົນເສັຽຊີວິດ ເຂົ້າໃຈຜິດ ຄິດວ່າເປັນພວກກະບົດ


ອັຟການິສຖານ: ຕຳຣວດ ອັຟການິສຖານ ຄົນນຶ່ງກ່າວວ່າ ຕຳຣວດຊາຍແດນ ໄດ້ຍິງພົລ ເຮືອນ 7 ຄົນຕາຍ ຍ້ອນມີການເຂົ້າໃຈຜິດຄິດ ວ່າພວກເຂົາເຈົ້າ ເປັນກະບົດ. ທ່ານ ABDUL RAZIQ ຜູ້ບັນຊາການຕຳຣວດຊາຍແດນອັຟ ການິສຖານກ່າວຕໍ່ພວກນັກຂ່າວວ່າ ເຫດຮ້າຍ ທີ່ວ່ານີ້ ເກີດຂຶ້ນໃນເຂດເມືອງ SHUBARAK ແຂວງການດາຮາ ໃນພາກໃຕ້ຂອງອັຟການິສ ຖານໃກ້ໆຊາຍແດນທີ່ຕິດກັບ ປາກິສຖານ. ພົລ ເຮືອນຈຸນີ້ ພວມພາກັນໄປຫາຟືນຢູ່ເວລາໜ່ວຍ ລາຕເວນ 6 ຄົນ ຂອງຕຳຣວດຊາຍແດນ ໄດ້ພົບເຫັນ ພວກເຂົາເຈົ້າ. ທ່ານ RAZIQ ກ່າວວ່າ ພວກຕຳຣວດ ທີ່ພົວພັນກັບ ການຍິງຄົນຫາຟືນຈຸນີ້ ໄດ້ຖືກຄວບຄຸມໂຕໄວ້ແລ້ວ ເພື່ອສອບປາກຄຳ ແລະເຫດຮ້າຍດັ່ງກ່າວ ພວມຢູ່ໃນລະຫວ່າງ ການສືບສວນ.

ປາກິສຖານ: ພວກໄວ້ທຸກຈຳນວນຫລາຍພັນ ຄົນ ໄດ້ໄປເຕົ້າໂຮມກັນທີ່ນະຄອນກາຣາຈີ ໃນ ພາກໃຕ້ ປາກິສຖານ ທ່າມກາງ ການຮັກສາ ຄວາມປອດພັຍ ຢ່າງເຄັ່ງຄັດ ເພື່ອເຂົ້າຮ່ວມພິ ທີສົ່ງສະການ ໃຫ້ແກ່ພວກເຄາະຮ້າຍສ່ວນນຶ່ງ ຂອງຈຳນວນທັງໝົດ 31 ຄົນ ທີ່ໄດ້ເສັຽຊີວິດ ຍ້ອນການໂຈມຕີ ດ້ວຍຣະເບີດ 2 ຄັ້ງເມື່ອນຶ່ງ ມື້ກ່ອນນັ້ນ. ຈຳນວນຜູ້ຕາຍ ໄດ້ເພີ້ມມີຂຶ້ນ ຂະ ນະທີ່ ຫຼາຍໆຄົນ ໄດ້ເສັຽຊີວິດ ໃນຄືນແລ້ວນີ້. ພວກເຄາະຮ້າຍຈຳນວນນຶ່ງ ພວມຈັດພິທີ ລະ ລຶກເຖິງ ການສິ້ນສຸດລົງ ໃນການໄວ້ທຸກເປັນ ເວລາ 40 ມື້ ໃຫ້ແກ່ຫຼານຊາຍ ຂອງພຣະສາສດາ MUHAMMAD. ພິທີດັ່ງກ່າວ ຂອງ ສາສນາ ອິສລາມນິກາຍຊີໄອທ໌ ມີຂຶ້ນໃນທຸກໆປີ. ຜ່ານມາ ໄດ້ເກີດຄວາມຮຸນແຮງ ຢ່າງ ກະຈັດກະຈາຍ ລະຫວ່າງພວກ ທີ່ນັບຖື ສາສນາອິສລາມ ນິກາຍຊຸນນີ່ ແລະພວກທີ່ນັບ ຖືສາສນາອິສລາມ ນີກາຍຊີໄອທ໌ ຢູ່ທີ່ນະຄອນກາຣາຈີ. ໃນວັນເສົາມື້ນີ້ ນະຄອນດັ່ງກ່າວ ກໍມີຄວາມເຄັ່ງຕຶງ ທຸຣະກິດ ຫລາຍໆແຫ່ງ ໄດ້ປິດກິຈການ. ເຈົ້າໜ້າທີ່ກ່າວວ່າ ຜູ້ໂຈມຕີ ດ້ວຍຣະເບີດ ສະລະຊີບໄ ດ້ຂີ່ຣົດຈັກ ແລ່ນເຂົ້າຕຳຣົດເມ ທີ່ບັນທຸກ ພວກສແວງບຸນຊີໄອທ໌ ໃນມື້ວານນີ້.

ສະຫະຣັດ - ເກົາຫລີເໜືອ: ເກົາຫລີເໜືອ ໄດ້ປ່ອຍນັກສອນສາສນາ ຊາວອະເມຣິກັນຄົນ ນຶ່ງແລະໄດ້ສົ່ງ ນັກສອນສາສນາຄົນນີ້ ໄປຍັງ ປະເທດຈີນ ຫຼັງຈາກ ໄດ້ກັກໂຕຜູ້ກ່ຽວໄວ້ເປັນ ເວລານຶ່ງເດືອນກວ່າໆ. ເຈົ້າໜ້າທີ່ສະຖານທູດ ສະຫະຣັດ ໃນນະຄອນຫລວງປັກກິ່ງ ກ່າວວ່າ ທ່ານ ROBERT PARK ໄດ້ເດີນທາງໄປເຖິງ ນະຄອນຫລວງຂອງຈີນ ໃນຕອນເຊົ້າ ວັນເສົາ ມື້ນີ້ ແລະຄາດວ່າ ຈະອອກເດີນທາງຕໍ່ ມາຍັງ ສະຫະຣັດໃນມື້ນີ້. ທ່ານ PARK ໄດ້ຖືກຈັບໃນ ວັນທີ 25 ທັນວາ ຊຶ່ງເປັນວັນບຸນຄຣິສຕ໌ມາສ ຫລັງຈາກຜູ້ກ່ຽວ ໄດ້ຕັ້ງໃຈ ຂ້າມແມ່ນຳ TUMEN ທີ່ແຂງກ້າມ ໃນຣະດູໜາວ ຈາກຈີນ ເຂົ້າໄປ ໃນ ເກົາຫລີເໜືອ ເພື່ອຢາກປຸກໃຫ້ ມີການຕື່ນຕົວ ກ່ຽວກັບເຣື່ອງ ສິດທິມະນຸດ. ພວກນັກເຄື່ອນໄຫວ ທີ່ເປັນໝູ່ເພື່ອນ ຂອງທ່ານກ່າວວ່າ ທ່ານ PARK ໄດ້ຖືພຣະຄຳພີ ໄບເບີ້ລ ແລະໜັງສືສະບັບນຶ່ງ ທີ່ສົ່ງໄປຫາ ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ-ຈົງ-ອິລ ຮຽກ ຮ້ອງທ່ານ ປິດຄ້າຍສັພທຸກ ທີ່ມີຊື່ສຽງບໍ່ດີນັ້ນ ແລະອອກຈາກຕຳແໜ່ງ.

ອີຣ່ານ - ນິວເຄລັຽ: ຣັຖມຸນຕຣີກະຊວງປ້ອງ ກັນປະເທດ ຂອງສະຫະຣັດ ທ່ານ ROBERT GATES ກ່າວວ່າ ທ່ານບໍ່ເຊື່ອວ່າອີຣ່ານໃກ້ຈະ ບັນລຸການຕົກລົງ ກັບປະຊາຄົມນາໆຊາດກ່ຽວ ກັບໂຄງການນິວເຄລັຽ ຂອງອີຣ່ານເທື່ອ. ທ່ານ GATES ໃຫ້ທັສນະດັ່ງກ່າວ ທີ່ປະເທດເຕີກກີ ໃນວັນເສົາມື້ນີ້. ນຶ່ງມື້ກ່ອນໜ້ານີ້ຣັຖມຸນຕຣີການ ຕ່າງປະເທດ ອີຣ່ານ ໄດ້ກ່າວຕໍ່ກອງປະຊຸມ ວ່າ ດ້ວຍຄວາມໝັ້ນຄົງຂອງນາໆຊາດວ່າ ອີຣ່ານ ແມ່ນເປີດກວ້າງ ທີ່ຈະຮັບເອົາຂໍ້ສເນີ ທີ່ໄດ້ຮັບ ການສນັບສນຸນຈາກອົງການ ສະຫະປະຊາຊາດ ທີ່ໃຫ້ອີຣ່ານ ສົ່ງທາດຢູເຣນຽມຂອງຕົນ ໄປກັ່ນເປັນ ເຊື້ອໄຟນິວເຄລັຽ ຢູ່ໃນຕ່າງປະເທດ. ທ່ານ GATES ກ່າວຕໍ່ພວກນັກຂ່າວວ່າ ຂໍ້ມູນທີ່ທ່ານມີຢູ່ ສະແດງໃຫ້ເຫັນວ່າ ອີຣ່ານແມ່ນ ຍັງບໍ່ທັນໃກ້ ທີ່ຈະຮັບເອົາ ຂໍ້ຕົກລົງ ທີ່ໄດ້ມີການສເນີ ໃນປີກາຍນີ້ເທື່ອ. ມາຮອດປັດຈຸບັນນີ້ ອີຣ່ານໄດ້ປະຕິເສດ ບໍ່ຍອມຮັບເອົາ ຂໍ້ຕົກລົງທີ່ແນໃສ່ ເພື່ອຫລຸດຜ່ອນຄວາມຢ້ານກົວ ຂອງນາໆຊາດ ທີ່ວ່າອີຣ່ານ ກັ່ນທາດຢູເຣນຽມ ເພື່ອຜລິດອາວຸດນິວເຄລັຽ. ອີຣ່ານເວົ້າວ່າ ໂຄງການນິວເຄລັຽຂອງຕົນ ມີຈຸດປະສົງ ໃນທາງສັນຕິ.

ຣັດເຊັຽ - ໂກກາຊັສ: ເຈົ້າໜ້າທີ່ຣັດເຊັຽກ່າວ ວ່າ ຫົວໜ້າຕຳຣວດໃນເຂດນະຄອນຫລວງຂອງ ແຄວ້ນ DAGESTAN ໄດ້ຖືກຍິງຕາຍ ຊຶ່ງເປັນ ນຶ່ງໃນຈຳນວນ 16 ຄົນ ທີ່ເສັຽຊີວິດໃນການໂຈມ ຕີຫຼາຍໆຄັ້ງ ຢູ່ໃນເຂດພາກເໜືອ ຂອງພູ CAU CASUS ທີ່ເກີດຄວາມຮຸນແຮງ ຂອງຣັດເຊັຽ. ໂຄສົກຂອງຕຳຣວດ ໃນເຂດ DAGESTAN ກ່າວໃນມື້ວານນີ້ວ່າ ທ່ານ AKHMED MAGO MEDOV ຫົວໜ້າຕຳຣວດ ໃນເມືອງ MAKHACHKALA ໄດ້ຖືກຍິງຕາຍ ພ້ອມໆກັບ ຄົນຂັບຣົດຂອງທ່ານ ແລະອາຣັກຂາອີກ 2 ຄົນ ຫລັງຈາກມືປືນ ລຶກລັບຈຸນຶ່ງໄດ້ຍິງປືນໂຈມຕີຣົດຂອງທ່ານ. ການຍິງທ່ານ MAGO MEDOV ໄດ້ມີຂຶ້ນ ບໍ່ເທົ່າໃດຊົ່ວໂມງ ຫລັງຈາກເຈົ້າໜ້າທີ່ຕໍ່ຕ້ານພວກກໍ່ການຮ້າຍ ອະວຸ ໂສທ່ານນຶ່ງ ຂອງ DAGESTAN ຢູ່ທີ່ເມືອງ IZBERBASH ໄດ້ເສັຽຊີວິດ ຫລັງຈາກຣະ ເບີດ ທີ່ຫ້າງໃສ່ ກ້ອງຣົດຂອງທ່ານ ໄດ້ແຕກຂຶ້ນ. ຂະນະດຽວກັນ ທີ່ແຄວ້ນ CHECHNYA ຊຶ່ງຕັ້ງຢູ່ໃກ້ຄຽງ ເຈົ້າໜ້າທີ່ ຮັກສາຄວາມສະງົບ 5 ຄົນ ແລະພວກຫົວຮຸນແຮງ 6 ຄົນໄດ້ ເສັຽຊີວິດ ໃນການປະທະກັນ ໃນຕອນເດິກ ຂອງຄືນວັນພະຫັດ ໃນເຂດກ້ຳຕາເວັນຕົກສ ຽງໃຕ້ ຂອງນະຄອນຫຼວງ GROZNY.

ສະຫະຣັດ - ໄລບີເຣັຽ: ສານຣັຖບານກາງ ຂອງສະຫະຣັດແຫ່ງນຶ່ງໃນຣັດຟລໍຣິດາ ໄດ້ຕັດ ສິນໃຫ້ ຊາວໄລບີເຣັຽ 5 ຄົນ ໄດ້ຮັບເງິນຊົດ ເຊີຍຄ່າເສັຽຫາຍ 22 ລ້ານ 4 ແສນໂດລາໃນ ການຖືກທໍຣະມານ ທີ່ສັ່ງໂດຍ ລູກຊາຍຂອງ ອະດີດ ປະທານາທິບໍດີ ໄລບີເຣັຽ ທ່ານ CHARLES TAYLOR. ຊາວໄລບີເຣັຽຈຸນີ້ ໄດ້ຟ້ອງນາຍ CHARLES McARTHUR EMMANUEL ຊຶ່ງຮູ້ກັນ ໃນອີກຊື່ນຶ່ງວ່າ CHUCKIE TAYLOR ຍ້ອນຄວາມເຈັບປວດ ທາງດ້ານຈິດໃຈ ແລະຮ່າງກາຍ ທີ່ພວກເຂົາໄດ້ ຮັບ. ກຸ່ມປົກປ້ອງ ສິດທິມະນຸດ HUMAN RIGHTS USA ຊຶ່ງເປັນຜູ້ຕາງໜ້າໃຫ້ຊາວໄລບີເຣັຽຈຸນີ້ ກ່າວວ່າ ເງິນຊົດເຊີຍຄ່າເສັຽຫາຍ ດັ່ງກ່າວ ໄດ້ຮັບຮູ້ ໃນອັນທີ່ ກຸ່ມດັ່ງກ່າວເອີ້ນວ່າ ການກະທຳ ທີ່ຕຳຊ້າ ແລະໂຫດຮ້າຍທາ ຣຸນ ຜິດປົກກະຕິ ທີ່ພວກເຄາະຮ້າຍ ໄດ້ຮັບນັ້ນ. ໃນປີກາຍນີ້ ສານຣັຖບານກາງແຫ່ງນຶ່ງ ຂອງສະຫະຣັດ ກໍໄດ້ຕັດສິນໂທດ ຈຳຄຸກນາຍ TAYLOR ເປັນເວລາ 97 ປີ ຍ້ອນໄດ້ທໍ ຣະມານ ພວກທີ່ຄັດຄ້ານ ຕໍ່ການປົກຄອງ ຂອງບິດາທ່ານ.

ເລບານອນ: ຄະນະຊອກຄົ້ນໄດ້ພົບຕຳແໜ່ງ ທີ່ແນ່ນອນແລ້ວ ກ່ຽວກັບບ່ອນທີ່ ຊາກຂນາດ ໃຫຍ່ຫຼາຍໆຕ່ອນ ຂອງເຮືອບິນ ອາຍພົ່ນໂດຍ ສານເອທິ ໂອເປັຽ ທີ່ໄດ້ປະສົບອຸບັດຕິເຫດຕົກ ຢູ່ນອກແຄມຝັ່ງທະເລຂອງເລບານອນໃນເດືອນ ແລ້ວນີ້ ທີ່ເປັນເຫດໃຫ້ຜູ້ໂດຍສານແລະພະນັກ ງານທັງໝົດ 90 ຄົນ ເສັຽຊີວິດນັ້ນ. ທ່ານ GHAZI ARIDI ຣັຖມຸນຕຣີ ກະຊວງຂົນສົ່ງ ຂອງເລບານອນ ກ່າວວ່າ ກຳປັ່ນ OCEAN ALERT ໄດ້ພົບເຫັນ ຊາກເຮືອບິນເຫລົ່ານີ້ ຢູ່ພື້ນທະເລເມດີແຕເຣນຽນທີ່ເລິກປະມານ 45 ແມັດ. ຄະນະຊອກຄົ້ນຍັງໄດ້ດຳເນີນງານກ່ຽວ ກັບການເກັບກູ້ ເອົາເຄື່ອງບັນທຶກ ຂອງຖ້ຽວບິນ ທີ່ຖືກກວດພໍ້ ໃນສັບປະດາແລ້ວ. ເຄື່ອງ ບັນທຶກຖ້ຽວບິນໄດ້ຕົກຫ່າງຈາກສນາມບິນ 10 ຫລັກກິໂລແມັດ ໄປທາງທິດຕາເວັນຕົກ ແລະຢູ່ເລິກ ຈາກໜ້ານຳະເລເມດີແຕເຣນຽນລົງໄປ ປະມານ 1300 ແມັດ. ເຮືອບິນໂດຍ ສານຂອງສາຍການບິນ ເອທິໂອເປັຽ ທີ່ພວມອອກເດີນທາງ ມຸ່ງໜ້າໄປຍັງ ນະຄອນຫລວງ ອາດິສອາບາບາ ໄດ້ປະສົບ ອຸບັດຕິເຫດຕົກ ບໍ່ດົນ ຫຼັງຈາກໄດ້ບິນຂຶ້ນຈາກເດີ່ນ.

ພາຍຸຫິມະ: ພາຍຸຫິມະຂນາດໃຫຍ່ ກຳລັງພັດ ຖລົ່ມເຂດ ຊຶ່ງເປັນທີ່ຮູ້ຈັກກັນໃນນາມບັນດາຣັດ ອັດລັນຕິກພາກກາງຫຼື MIDDLE ATLANTIC ຂອງສະຫະຣັດຊຶ່ງໃນນັ້ນ ແມ່ນຮວມທັງນະຄອນ ຫລວງວໍຊິງຕັນນຳດ້ວຍ. ມີການທຳນາຍວ່າ ຈະ ມີຫິມະຕົກ ຫລາຍເຖິງ 75 ຊັງຕີແມັດ ແຕ່ມື້ວັນ ສຸກ \ວານນີ້ ມາຫາແລງວັນເສົາມື້ນີ້. ຊີວິດຢູ່ໃນ ນະຄອນຫລວງຂອງສະຫະຣັດ ເກືອບຈະຢຸດຊະ ງັກລົງ ໂດຍທີ່ຣັຖບານກາງ ແລະທຸຣະກິດສ່ວນ ໃຫຍ່ໄດ້ປິດໄວໂຮງການ ແລະຫ້າງຮ້ານກ່ອນ ກຳນົດໃນມື້ວານນີ້ ແລະມີການເຕືອນ ປະຊາຊົນໃຫ້ຢູ່ໃນເຮືອນ. ອົງການພະຍາກອນອາ ກາດ ແຫ່ງຊາດຂອງສະຫະຣັດ ກ່າວວ່າ ຫິມະ ທີ່ໜັກ ປຽກ ແລະລົມແຮງ ຈະກໍ່ໃຫ້ເກີດ ສະພາບທີ່ເປັນອັນຕະລາຍທີ່ສຸດ ໃນຣັດຕ່າງໆ ນັບແຕ່ເວີຈີເນັຽ, ແວັທເວີຈີເນັຽ ຕລອດທັງ ຣັດແມຣີແລນ, ເພັນຊີລເວເນັຽ, ເດລາແວຣ໌ ແລະນິວເຈີຊີ. ພວກນັກພະຍາກອນອາກາດ ເວົ້າວ່າ ພະຍຸຫິມະຫົວນີ້ ອາດຈະເປັນພາຍຸ ທີ່ໃຫຍ່ທີ່ສຸດ ໃນປະວັດສາດ ສຳລັບເຂດ ນະຄອນຫລວງວໍຊິງຕັນ ແຂ່ງກັບພະຍຸທີ່ ໄດ້ພັດຖລົ່ມ ເຂດວໍຊິງຕັນ ເມື່ອ 90 ປີກ່ອນ ຄືໃນປີ 1922 ນັ້ນ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG