ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກິນເກືອໜ້ອຍລົງສາມາດຊ່ວຍຫລຸດຄວາມສ່ຽງຕໍ່ການ ເສຍຊີວິດໄດ້


ການສຶກສາຄົ້ນຄວ້າໃໝ່ສະແດງໃຫ້ເຫັນວ່າ ການຕັດປະລິມານການ​ບໍລິໂພ​ກເກືອລົງມື້ ລະພຽງ​ແຕ່ 3 ກຣາມເທົ່າ​ນັ້ນກໍອາດສາມາດ ຊ່ວຍຊີວິດຂອງຄົນອາເມຣິກັນໄວ້ໄດ້​ຫລາຍ ໝື່ນຄົນ ໃນແຕ່ລະປີ.

ຖ້າ​ພວກ​ເຮົາຫລຸດຜ່ອນປະລິມານເກືອທີ່​ເອົາ ໃສ່ໃນອາຫານລົງໄດ້ແມ່ນ​ແຕ່​ໜ້ອຍດຽວກໍ ສາມາດຊ່ວຍພວກເຮົາບໍ່ໃຫ້ເປັນໂຣກຫົວໃຈ ໄດ້. ສິ່ງທີ່ກ່າວມານີ້ໄດ້ຖືກຄົ້ນພົບຢູ່​ໃນການ ສຶກສາຄົ້ນຄວ້າໃໝ່ທີ່ໃຊ້ເຄື່ອງຄອມພິວເຕີ້ ຄິດ​ໄລ່​ ເພື່ອຈະຄາດ​ຄະເນ​ເບິ່ງວ່າການຕັດ ເກືອ​ໃຫ້ໜ້ອຍລົງພຽງ 3 ກຣາມ ຕໍ່ມື້ເທົ່າ​ນັ້ນ ຈະມີຜົນກະທົບ ຕໍ່ໂຣກຫົວໃຈຢ່າງໃດໃນ ສະຫະລັດ.

ຜົນການຄົ້ນຄວ້າກໍຄື: ມີຄົນເປັນຫົວໃຈວາຍໜ້ອຍລົງກວ່າເກົ່າ 13%. ເປັນລົມສາລະບາດ ຫລື stroke ໜ້ອຍລົງ 8%. ມີການເສຍຊີວິດ ໜ້ອຍລົງ 4%. ກໍລະນີຄົນເປັນໂຣກຫົວ ໃຈໃໝ່ຫລຸດ ລົງ 11% ແລະ ຊ່ວຍປະຢັດຄ່າ​ໃຊ້ຈ່າຍໃນການປິ່ນປົວຮັກສາ​ພະຍາບານ ໄດ້ເຖິງ 240 ຕື້ຫລື 240 ພັນລ້ານໂດລ້າ. ​ເວົ້າລວ​ມ​ແລ້ວ ພວກນັກຄົ້ນຄວ້າໄດ້ພົບວ່າ ການກິນເກືອ​ໃຫ້ໜ້ອຍລົງມື້​ລະ 3 ກຣາມນັ້ນ ສາມາດປ້ອງກັນຄົນ​ໄດ້ ຫລາຍ​ເຖິງ​ນຶ່ງ​ແສນ​ຄົນບໍ່ໃຫ້ເປັນໂຣກຫົວໃຈວາຍ ແລະ 92 ພັນຄົນບໍ່​ໃຫ້ເສຍຊີວິດ​ໄດ້ ໃນ​ແຕ່ລະປີ.

ຜົນ​ຂອງການສຶກສາຄົ້ນຄວ້ານີ້​ ໄດ້​ລົງ​ພິມ​ເຜີຍ​ແຜ່​ຢູ່ໃນວາລະສານ ການແພດ New England Journal of Medicine. ທ່ານນາງ Kirsten Bibbins-Domingo ​ແຫ່ງມະຫາວິທະຍາ​ໄລ California ສາຂາ​ນະຄອນ San Francisco ຊຶ່ງເປັນຫົວ ໜ້າຄະນະນັກຂຽນລາຍ​ງານ​ນີ້ເວົ້າວ່າ ພວກ​ເຮົາອາດບໍ່ຮູ້ສຶກ​ ຫລື ສັງເກດເຫັນຄວາມ ແຕກຕ່າງ​ໃນຣົດຊາດ​ຂອງອາຫານໄດ້​ຊ້ຳ ​ພວກ​ເຮົາ​ຫາກຕັດ​ການ​ກິນ​ເກືອ​ລົງ​ 3 ກຣາມ, ຫລືເຄິ່ງບ່ວງ ຕໍ່ມື້. ທີມນັກຄົ້ນຄວ້າ ດັ່ງກ່າວນີ້ ມີລວມທັງພວກນັກຄົ້ນຄວ້າ ຈາກມະຫາວິທະຍາໄລ Stanford ລັດ​ແຄ​ລິ​ຟໍ​ເນຍ ແລະ ມະຫາວິທະຍາໄລ Columbia ທີ່​ລັດ​ນິວຢອກ.

ເກືອແຕ່ລະກຣາມບັນຈຸທາດໂຊດຽມຫລື​ທາດ​ເກືອຢູ່ 400 ມີລີກຣາມ ຊຶ່ງຜູ້​ຜະຫລິດອາ ຫານຢູ່​ໃນ​ສະຫະລັດ ຈະລະບຸສ່ວນປະກອບຂອງເກືອ​ໃນ​ອາຫານຂອງເຂົາເຈົ້າ​ໃສ່ໄວ້ໃນ ປ້າຍທີ່ຕິດຢູ່ນຳ​ອາຫານ ​ເພື່ອ​ໃຫ້​ຜູ້ບໍລິ​ໂພ​ກຮູ້ຈັກ​ວ່າມີ​ເກືອ​ແລະ​ສ່ວນ​ປະກອບ​ອື່ນໆ ​ໜ້ອຍ​ຫລາຍສ່ຳ​ໃດຢູ່​ໃນ​ອາຫານ​ນັ້ນ.

ລັດຖບານເວົ້າວ່າ ຄົນອາເມຣິກັນ​ໃນເກນທຳ​ມະ​ດາ ​ແມ່ນ​ຈະກິນເກືອ​ໃນ​ປະລິມານ 10 ກຣາມຕໍ່ມື້. ສະມາຄົມ​ໂຣກຫົວໃຈ ຫລື American Heart Association ແນະນຳ ວ່າ ​ສຳລັບຄົນທີ່ມີສຸຂພາບດີ ​ແມ່ນບໍ່ໃຫ້ກິນເກືອ​ເກີນ 3 ກຣາມ ຕໍ່ມື້. ສະມາຄົມດັ່ງ ກ່າວເວົ້າວ່າ ປະລິມານເກືອໃນອາຫານອາເມລິກັນ ໄດ້ເພີ້ມຂຶ້ນ 50% ນັບຕັ້ງແຕ່ ຊຸມປີ 1970 ​ເປັນ ຕົ້ນມາ, ໃນຂະນະທີ່ຄວາມດັນເລືອດກໍໄດ້ເພີ້ມສູງຂຶ້ນຄື​ກັນ. ສະນັ້ນ ການ ກິນເກືອໜ້ອຍລົງກວ່າເກົ່າ ກໍໝາຍ​ຄວາມ​ວ່າເຮົາ ລົດຄວາມດັນເລືອດລົງ.

ເຈົ້າຄອງກຳແພງນະຄອນນິວຢ໋ອກ ທ່ານ Michael Bloomberg ກຳລັງນຳພາກະ​ແສຄວາມພະຍາ ຍາມທີ່ເອີ້ນວ່າ “​ການລິ​ເລີ້ມ​ຫລຸດຜ່ອນ​ການ​ກິນ​ເກືອ​ແຫ່ງ​ຊາດ ຫລື National Salt Reduction Initiative ຊຶ່ງ​ແນວຄິດອັນນີ້ ແມ່ນເພື່ອສ້າງ​ຄວາມ​ກົດ​ດັນ​ໃສ່ບໍລິສັດຜະຫລິດອາຫານ ແລະ ຮ້ານອາຫານທັງ ຫລາຍ ​ໃຫ້​ໃຊ້​ເກືອ​ໜ້ອຍ​ລົງ ​ແຕ່​ພວກນັກວິຈານ​ເວົ້າວ່າ ການ​ເຮັດ​ແນວ​ນີ້ ​ແມ່ນ​ເປັນການ​ແຊກ​ແຊງ​ຂອງລັດຖ ບານ ເຂົ້າໃນກິດຈະການ​ຂອງ​ເອກະ​ຊົນ.

ເຈົ້າຄອງກຳແພງນະຄອນ Michael Bloomberg ໄດ້ຮັບຜົນສຳ​ເລັດໃນດ້ານອື່ນໆ ມາ ແລ້ວຫລາຍ​ດ້ານ, ຕົວຢ່າງເຊັ່ນ ການອອກ​ລະບຽບບັງຄັບ​ໃຫ້ພວກຮ້ານຂາຍອາຫານ​ໄວ​ທັນ​ໃຈ ຫລື fast food ໃນນະຄອນນິວຢອກ ໃຫ້ຂຽນບອກຈຳນວນ calorie ທີ່​ພາ​ໃຫ້​ມີ cholesterol ຫລື​ ໄຂມັນ​ໃນ​ເລືອດ​ນັ້ນ​ໃສ່​ໃນ​ປ້າຍ​ສ່ວນ​ປະກອບ​ຂອງອາຫານ ຂອງ​ພວກ​ເຂົາ​ເຈົ້າ. ມາ​ບັດນີ້ ການສຶກສາຄົ້ນຄວ້າ ໂດຍສະຖາບັນຄົ້ນຄວ້າກ່ຽວກັບເດັກ ນ້ອຍ ໃນນະຄອນຊີແອັຕ​ເຕິ​ລ ຫລື Seattle Children's Research Institute ສະ ແດງໃຫ້ເຫັນວ່າ ​ແນວຄວາມຄິດດັ່ງກ່າວ ສາມາດມີອິດທິພົນຕໍ່ການສັ່ງ​ຊື້ອາຫານຂອງຜູ້​ເປັນພໍ່​ແມ່​ ​ເຮັດ​ໃຫ້ເຂົາ​ເຈົ້າມີ​ຄວາມລະມັດລະວັງ​ຫລາຍ​ຂຶ້ນ​ໃນ​ການ​ສັ່ງ​ຊື້​ອາຫານ​ໃຫ້ລູກ​ຂອງເຂົາ​ເຈົ້າກິນ.

XS
SM
MD
LG