ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນບໍ່ໃຫ້ຄວາມສຳຄັນ ຕໍ່ການປະກາດທ່າທີ ທີ່ເຂັ້ມແຂງກວ່າເກົ່າ ຂອງສະຫະຣັດ ໃນເຣື່ອງການຄ້າ


ສະຫະຣັດ - ຈີນ: ຈີນບໍ່ໄດ້ໃຫ້ຄວາມສຳຄັນ ໃດໆ ຕໍ່ການໃຫ້ຄຳໝັ້ນສັນຍາ ຂອງປະທານາ ທິບໍດີ ສະຫະຣັດ ທ່ານ BARACK OBAMA ທີ່ຈະເອົາທ່າທີຢ່າງເຂັ້ມແຂງຕໍ່ຈີນ ມະຫາອຳນາດ ທາງດ້ານເສຖກິດ ໃນເອເຊັຽ ກ່ຽວກັບເຣື່ອງການຄ້າ ແລະບັນຫາ ເຣື່ອງເງິນ ຕຣາ. ທ່ານ MA ZHAOXU ໂຄສົກ ກະຊວງການ ຕ່າງປະເທດຈີນ ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດມື້ນີ້ວ່າ ການກ່າວຫາ ແລະການກົດດັນ ຈະບໍ່ສາມາດ ແກ້ໄຂບັນຫາຕ່າງໆ ທີ່ພາໃຫ້ຈີນ ໄດ້ປຽບດຸນການຄ້າ ຈຳນວນມະຫາສານ ກັບສະຫະຣັດ ນັ້ນໄດ້. ທ່ານ OBAMA ກ່າວຕໍ່ສະມາຊິກ ຣັຖສະພາສະຫະຣັດ ສັງກັດພັກເດໂມແຄຣັທຈຸນຶ່ງ ຊຶ່ງເປັນ ພັກການເມືອງ ດຽວກັນ ກັບທ່ານ ໃນມື້ວານນີ້ວ່າ ຣັຖບານຂອງທ່ານ ມີແຜນການ ທີ່ຈະທຳການກົດດັນ ຢ່າງບໍ່ຂາດ ໄລຍະຕໍ່ຈີນ ແລະປະເທດອື່ນໆ ເພື່ອໃຫ້ເປີດຕລາດ ຂອງພວກເຂົາ​ເຈົ້າ ເປັນການຕອບແທນ ຊຶ່ງກັນແລະກັນ. ນອກນັ້ນແລ້ວ ບັນດາບໍຣິສັດ ຜູ້ຜລິດ ຂອງສະຫະຣັດ ໄດ້ພາກັນຈົ່ມ ມາຫຼາຍປີແລ້ວ ກ່ຽວກັບການຄວບຄຸມ ຄ່າເງິນຕຣາ ຢ່າງເຄັ່ງຄັດຂອງຈີນ ໂດຍເວົ້າວ່າ ​ມັນເຮັດໃຫ້ ບໍຣິສັດຜູ້ຜລິດຂອງຈີນ ເປັນຝ່າຍໄດ້ປຽບ ຢ່າງ​ບໍ່​ຍຸດຕິ​ທັມ ເວລາພວກເຂົາ ຂາຍສິນຄ້າ ຢູ່ໃນຕ່າງປະເທດ.

ຮົງກົງ - ປະຊາທິປະໄຕ: ພັກການເມືອງ ໃຫຍ່ໆ ທີ່ນິຍົມປັກກິ່ງທັງໝົດ ໃນຮົງກົງ ​ໄດ້​ພາກັນ​ກ່າວວ່າ ພວກຕົນຈະບ໋ອຍຄອດບໍ່ເຂົ້າ ຮ່ວມການເລືອກຕັ້ງພິເສດ ຄັ້ງຈະມາ ທີ່ສືບ​ເນື່ອງມາ​ຈາກ ການລາອອກ ຂອງພວກສະ ມາຊິກ ສະພານິຕິບັນຢັດ ນິຍົມປະຊາທິປະ ໄຕນັ້ນ. ສະຫະພັນ ສະມາຄົມກັມມະບານ ໄດ້ປະກາດ ໃນມື້ວານນີ້ວ່າ ຕົນຈະບໍ່ເຂົ້າຮ່ວມ ການເລືອກຕັ້ງ ທີ່ວ່ານີ້. ສ່ວນພັກການເມືອງສຳຄັນ ທີ່ນິຍົມປັກກິ່ງອີກ 2 ພັກ ກໍໄດ້ກ່າວ ກ່ອນໜ້ານີ້ວ່າ ພວກຕົນຈະບໍ່ເຂົ້າຮ່ວມ ການເລືອກຕັ້ງດັ່ງກ່າວ. ສະມາຊິກ ສະພານິຕິບັນຢັດ ທີ່ນິຍົມປະຊາທິປະໄຕ 5 ທ່ານ ຊຶ່ງແຕ່ລະຄົນ ແມ່ນມາຈາກ ເຂດເລືອກຕັ້ງ ຂອງຮົງກົງນັ້ນ ໄດ້ພາກັນລາອອກ ໃນເດືອນແລ້ວນີ້ ຈຶ່ງພາໃຫ້ ຈະມີການເລືອກຕັ້ງພິເສດຂຶ້ນ ທີ່ອາດເປີດໃຫ້ ພວກສນັບສນຸນ ປະຊາທິປະໄຕ ໃຊ້ເປັນເວທີ ຊຸກຍູ້ຈຸດປະສົງ ຂອງພວກເຂົາເຈົ້າ ທີ່​ຢາກ​ໃຫ້​ມີ​ ປະຊາທິປະ​ໃຕ​ໂດຍ​ເຕັມ ຢູ່​ໃນຮົງ​ກົງ ພາຍ​ໃນ​ປີ 2012. ບັນດາພັກ ທີ່ນິຍົມປັກກິ່ງ ກ່າວວ່າ ການເຄື່ອນໄຫວ ທາງການເມືອງ ຂອງຮົງກົງ ຄວນໃຫ້ສອດຄ່ອງ ກັບໝາຍກຳນົດເວລາ ຂອງຣັຖບານຈີນ ທີ່ຣະບຸວ່າ ຫົວໜ້າບໍຣິຫານງານ ໃນຮົງກົງ ສາມາດ ໄດ້ຮັບເລືອກໂດຍກົງ ໃນປີ 2017 ແລະສະພາ ນິຕິບັນຢັດຄົບຊຸດ ໃນປີ 2020.

ສະຫະຣັດ - ວຽດນາມ: ເອກອັຄຣັຖທູດສະ ຫະຣັດ ປະຈຳວຽດນາມກ່າວວ່າ ຄວາມສັມພັນ ທາງດ້ານເສຖກິດ ແລະການທູດ ລະຫວ່າງສະ ຫະຣັດ ກັບວຽດນາມ ໄດ້ເຕີບໃຫຍ່ຂຍາຍໂຕມີ ຄວາມໃກ້ຊິດກັນຫຼາຍຂຶ້ນ ໃນໄລຍະສອງສາມ ປີ ຜ່ານມານີ້ ແຕ່ວໍຊິງຕັນ ມີຄວາມວິຕົກກັງວົນເພີ້ມຂຶ້ນ ກ່ຽວກັບປະວັດ ການເຄົາຣົບນັບຖື ສິດທິມະນຸດ ຂອງຣັຖບານ ຄອມມູນິສວຽດນາມ. ທ່ານ MICHAEL MICHALAK ໃຫ້ຂໍ້ສັງເກດ ໃນຄຳປາສັຍ ຢູ່ທີ່ນະຄອນຫລວງຮ່າໂນ່ຍ ໃນວັນພຸດວານນີ້ວ່າ ໃນປີກາຍນີ້ ສະຫະຣັດ ໄດ້ກາຍເປັນ ປະເທດທີ່ເຂົ້າໄປລົງທຶນ ຫລາຍທີ່ສຸດ ຢູ່ໃນວຽດນາມ. ແຕ່ພ້ອມ​ດຽວ​ກັນ ທ່ານກ່າວວ່າ ​ເບິ່ງ​ຄື​ວ່າ ຣັຖບານວຽດນາມ ໄດ້ເພີ້ມການ ດຳເນີນຄວາມພະຍາຍາມ ເພື່ອປາບ​ປາມ ການສະແດງອອກ ຊຶ່ງຄວາມຄິດຄວາມເຫັນ ຢ່າງສັນຕິ ໃນດ້ານການເມືອງ. ໃນເດືອນແລ້ວນີ້ ສານຂອງວຽດນາມ ໄດ້ຕັດສິນໂທດ ພວກນັກເຄື່ອນໄຫວ ຫຼາຍໆຄົນ ໃນຂໍ້ຫາ ດຳເນີນການ ຕໍ່ຕ້ານຣັຖບານ ແລະຕັດສິນໂທດ ພວກເຂົາເຈົ້າ ຈຳຄຸກດົນເຖິງ 16 ປີ.

ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຕົນໄດ້ຈັບ ຜູ້ຕ້ອງສົງສັຍ 35 ຄົນທີ່ພົວພັນໃນ ການໂຈມຕີສະລະຊີບ ທີ່ເປັນເຫດໃຫ້ ທະຫານ ອະເມຣິກັນ 3 ຄົນເສັຽຊີວິດ ຢູ່ໃນພາກຕາເວັນ ຕົກ ສຽງເໜືອ ຂອງປາກິສຖານນັ້ນ. ທ່ານ NAEEM KHAN ຊຶ່ງເປັນຕຳຣວດ ກ່າວໃນວັນພະຫັດ ມື້ນີ້ວ່າ ຕຳຣວດປາກິສຖານ ພວມສອບປາກຄຳ ພວກຜູ້ຕ້ອງສົງສັຍ ເພື່ອຢາກຮູ້ຈັກວ່າ ໃຜເປັນຜູ້ຢູ່ເບື້ອງຫລັງ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ໃນຄັ້ງນີ້. ເຈົ້າໜ້າທີ່ກ່າວວ່າ ເຫດຣະເບີດ ທີ່ຍັງ​ເຮັດໃຫ້ ຊາວປາກິສຖານອີກ 4 ຄົນ ເສັຽຊີວິດ ໃນວັນພຸດວານນີ້ ແມ່ນເປັນຣົດຣະເບີດ ບໍ່ແມ່ນຣະເບີດແຄມທາງ ດັ່ງທີ່ໄດ້ລາຍງານໄປ ກ່ອນໜ້ານີ້. ຜູ້ເຄາະຮ້າຍ ຊາວປາກິສຖານ 3 ຄົນ ແມ່ນເປັນພວກເດັກນ້ອຍ ນັກຮຽນແມ່ຍິງ ແລະຜູ້ທີ 4 ເປັນທະຫານ ໃນເຂດທ້ອງຖິ່ນ. ນອກນັ້ນ ຍັງມີອີກ 60 ຄົນ ໄດ້ຮັບບາດເຈັບ ໃນເຫດຣະເບີດ ດັ່ງກ່າວ. ຊາວອະເມຣິກັນ 3 ຄົນ ທີ່ເສັຽຊີວິດ ໃນການໂຈມຕີຄັ້ງນີ້ ແມ່ນພວກທະຫານ ທີ່ເດີນທາງໄປຮ່ວມ ພິທີເປີດ ໂຮງຮຽນເດັກນ້ອຍແມ່ຍິງ ທີ່ໄດ້ຮັບການ ບູຣະນະ ເມື່ອໄວໆມານີ້ ໂດຍໄດ້ຮັບການຊ່ອຍເຫລືອ ຈາກສະຫະຣັດ.

ອີຣ່ານ - ນິວເຄລັຽ: ຈີນກ່າວວ່າ ການສົນທະ ນາຫາຣື ກ່ຽວກັບການລົງໂທດ ທີ່ອາດມີຂຶ້ນຕໍ່ອີ ຣ່ານ ຍ້ອນໂຄງການນິວເຄລັຽ ຂອງອີຣ່ານນັ້ນ ພວມສ້າງຄວາມຍຸ່ງຍາກ ໃຫ້ແກ່ສະຖານະການ ຕື່ມ​ຂຶ້ນ ແລະເປັນບັນຫາຂັດຂວາງ ທາງດ້ານການທູດ. ໃນການຖແລງ ລະຫວ່າງການເດີນທາງ ໄປຢ້ຽມຢາມປະເທດຝຣັ່ງ ໃນວັນພະຫັດມື້ນີ້ ທ່ານ YANG JIECHI ຣັຖມຸນຕຣີ ການຕ່າງປະເທດຈີນ ກ່າວວ່າ ການຂົ່ມຂູ່ອີຣ່ານ ດ້ວຍການລົງໂທດນັ້ນ ເຮັດໃຫ້ການດຳເນີນ ຄວາມພະຍາຍາມ ເພື່ອຊອກຫາ ຊ່ອງທາງແກ້ໄຂ ທາງດ້ານການທູດ ປະສົບກັບບັນຫາ. ບັນດາປະເທດຕາເວັນຕົກ ກຳລັງຊຸກຍູ້ ໃຫ້ມີການລົງໂທດ ຮອບ 4 ຂອງອົງການ ສະຫະປະຊາຊາດ ຕໍ່ອີຣ່ານ ເພື່ອພະຍາຍາມ ບັງຄັບໃຫ້ອິຣ່ານ ເຂົ້າຮ່ວມການເຈຣະຈາ ກ່ຽວກັບຄວາມໄຝ່ຝັນ ທີ່ຢາກມີອາວຸດນິວເຄລັຽ ຢູ່ໃນຄວາມຄອບຄອງນັ້ນ. ບັນດາປະເທດ ມະຫາອຳນາດຂອງໂລກ ໄດ້ສະແດງ ປະຕິກິຣິຍາ ແບບຣະມັດຣະວັງ ຕໍ່ການສເນີ ຂອງປະທານາທິບໍດີອີຣ່ານ ທ່ານ MAHMOUD AHMADINEJAD ທີ່ຈະສົ່ງ ທາດຢູເຣນຽມ ໄປກັ່ນຢູ່ຕ່າງປະເທດ ຕາມທີ່ໄດ້ຣະບຸໄວ້ ໃນແຜນການ ທີ່ໄກ່ເກັ່ຽໂດຍ ອົງການສະຫະປະຊາຊາດນັ້ນ.

ເຮຕີ: ນາຍົກຣັຖມຸນຕຣີເຮຕີ ທ່ານ JEAN-MAX BELLERIVE ກ່າວວ່າ ມີຫລາຍກວ່າ 2 ຮ້ອຍພັນ ຄົນ ໄດ້ເສັຽຊີວິດ ໃນເຫດການ ແຜ່ນດິນໄຫວຮ້າຍ ແຮງ ຢູ່ໃນເຮຕີ ເມື່ອວັນທີ 12 ມັງກອນ ຜ່ານມານີ້. ນາຍົກຣັຖມຸນຕຣີ BELLERIVE ໄດ້ເປີດເຜີຍ ໃຫ້ ຊາບກ່ຽວກັບໂຕເລກດັ່ງກ່າວໃນວັນພຸດວານນີ້ໂດຍ ເວົ້າວ່າ ຍັງມີອີກ 3 ຮ້ອຍພັນຄົນ ໄດ້ຮັບບາດເຈັບ. ແຜ່ນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 7.0 ໄດ້ເຮັດໃຫ້ ນະຄອນຫລວງ PORT-AU-PRINCE ຂອງເຮຕີ ແລະບໍຣິເວນອ້ອມແອ້ມ ໄດ້ຮັບຄວາມເສັຽຫາຍ ຢ່າງໜັກ. ນອກນັ້ນ ເຈົ້າໜ້າທີ່ ຍັງກ່າວວ່າ ປະມານ 1 ລ້ານຄົນ ບໍ່ມີບ່ອນພັກພາອາສັຍ. ກ່ອນໜ້ານີ້ ທ່ານ BAN KI MOON ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ໄດ້ຮ້ອງຂໍ ໃຫ້ອະດີດ ປະທານາທິບໍດີ ສະຫະຣັດ ທ່ານ BILL CLIN TON ເປັນຜູ້ປະສານງານ ການໃຫ້ຄວາມຊ່ອຍເຫລືອ ຂອງນາໆຊາດ ຕໍ່ເຮຕີ. ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ກ່າວວ່າ ທ່ານ CLINTON ຈະເດີນທາງ ໄປຢ້ຽມຢາມເຮຕີ ໃນວັນສຸກມື້ອື່ນນີ້ ແລະເວົ້າຕື່ມວ່າ ທ່ານ CLINTON ຈະລິເລີ້ມ ການຮ້ອງຂໍ ຄວາມຊ່ອຍເຫລືອ ສຸກເສີນຄັ້ງໃໝ່ ໃນວັນທີ 17 ກຸມພານີ້ ເພື່ອເປັນກອງທຶນ ສນັບສນຸນ ການປະຕິບັດງານ ມະນຸສທັມ ສຳລັບຊ່ວງ​ເວລາ​ ທີ່ຍັງເຫລືອ ​ຂອງປີນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG