ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດຣະເບີດ ເຮັດໃຫ້ມີຜູ້ເສັຽຊີວິດ 7 ຄົນ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ


ປາກິສຖານ: ເຈົ້າໜ້າທີ່ ປາກິສຖານ ກ່າວວ່າ ຣະເບີດແຄມທາງລູກນຶ່ງ ທີ່ແຕກຂຶ້ນ ໃກ້ໆໂຮງ ຮຽນ ເດັກນ້ອຍແມ່ຍິງ ໃນພາກຕາເວັນຕົກສຽງ ເໜືອຂອງປາກິສຖານ ເຮັດໃຫ້ມີຜູ້ເສັຽຊີວິດຢ່າງ ນ້ອຍ 7 ຄົນ ຮວມທັງ ທະຫານອະເມຣິກັນ 3 ຄົນ. ເຈົ້າໜ້າທີ່ສະຫະຣັດຍັງບໍ່ທັນ ໃຫ້ການຢືນ ຢັນເທື່ອ ກ່ຽວກັບ ການເສັຽຊີວິດ ຂອງພວກທະ ຫານອະເມຣິກັນ. ເຈົ້າໜ້າທີ່ປາກິສຖານກ່າວວ່າ ພວກທີ່ເສັຽຊີວິດ ແມ່ນຍັງຮວມທັງເດັກນ້ອຍ 4 ຄົນ ແລະນອກນັ້ນ ຍັງມີຜູ້ໄດ້ຮັບບາດເຈັບ 50 ຄົນ ໃນເຫດຣະເບີດ ໃນວັນພຸດມື້ນີ້. ການ ໂຈມຕີມີຂຶ້ນທີ່ບ້ານໆນຶ່ງ ໃນເຂດເມືອງ LOWER DIR ຊຶ່ງຕັ້ງຢູ່ໃກ້ໆຮ່ອມພູ SWAT ຊຶ່ງ ເປັນເຂດທີ່ ພວກກະບົດສ່ວນໃຫຍ່ໄດ້ຖືກກວດລ້າງ ໃນການບຸກໂຈມຕີ ຂອງພວກທະຫານ ໃນປີກາຍ. ໃນມື້ວານນີ້ ການໂຈມຕີ ທີ່ສົງສັຍວ່າ ມາຈາກເຮືອບິນບໍ່ມີຄົນຂັບຂອງສະຫະຣັດ ໄດ້ຍິງລູກສອນໄຟ ໃສ່ຫລາຍໆບ່ອນ ທີ່ສົງສັຍວ່າ ເປັນບ່ອນຫລົບລີ້ ຂອງພວກຫົວຮຸນແຮງ ເຂດຊົນເຜົ່າ WAZIRISTAN ເໜືອຂອງປາກິສຖານ ເປັນເຫດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 16 ຄົນ.

ອີຣັກ: ຕຳຣວດອີຣັກ ກ່າວວ່າ ຣະເບີດທີ່ຫ້າງ ໃສ່ຣົດຈັກຄັນນຶ່ງ ໄດ້ແຕກຂຶ້ນ ຊຶ່ງເປັນເຫດໃຫ້ ພວກສແວງບຸນ ຊາວມຸສລິມຊີໄອທ໌ ເສັຽຊີວິດ ຢ່າງນ້ອຍ 20 ຄົນ ແລະໄດ້ຮັບບາດເຈັບ ອີກ ຫຼາຍກວ່າ 100 ຄົນ ໃກ້ໆເມືອງສັກສິດ KAR BALA. ເຈົ້າໜ້າທີ່ເວົ້າວ່າ ຣະເບີດໄດ້ແຕກຂຶ້ນ ໃນວັນພຸດມື້ນີ້ ຂະນະທີ່ ພວກສແວງບຸນ ພວມ ເດີນທາງໄປຍັງ ເມືອງ KARBALA ທີ່ຕັ້ງຢູ່ ທາງໃຕ້ ນະຄອນຫຼວງແບັກແດັດ ເພື່ອໄປຮ່ວມ ສລອງບຸນ ຂອງສາສນາອິສລາມ ນິກາຍຊີໄອທ໌. ໃນມື້ວັນຈັນ ຜ່ານມານີ້ ຜູ້ໂຈມຕີ ດ້ວຍຣະເບີດສະລະຊີບ ທີ່ເປັນແມ່ຍິງຄົນນຶ່ງ ໄດ້ບີບຄະນວນຣະເບີດ ໃຫ້ແຕກຂຶ້ນ ທ່າມກາງຝູງຊົນ ພວກສແວງບຸນ ຊາວມຸສລິມຊີໄອທ໌ ທີ່ນະຄອນຫລວງແບັກແດັດ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 41 ຄົນ ແລະບາດເຈັບອີກ ຫລາຍກວ່າ 100 ຄົນ. ມີຊາວມຸສລິມຊີໄອທ໌ ຈຳນວນຫລາຍຮ້ອຍພັນຄົນ ພວມພາກັນໄປແສວງບຸນ ທີ່ເມືອງ KARBALA ເພື່ອເຂົ້າຮ່ວມພິທີ ທີ່ເປັນຂີດໝາຍ ການສິ້ນສຸດລົງ ຂອງການໄວ້ທຸກ ​ເປັນ​ເວລາ 40 ມື້ ຕໍ່ການເສັຽຊີວິດ ຂອງ IMAM HUSSEIN ນັກສອນສາສນາອິສລາມ ນິກາຍຊີໄອທ໌ ຊຶ່ງເປັນທີ່ ເຄົາຣົບນັບຖືຢ່າງຍິ່ງ ໃນສັຕວັດທີ 7 ນັ້ນ.

ອີຣ່ານ - ນິວເຄລັຽ: ປະທານາທິບໍດີອີຣ່ານ ທ່ານ MAHMOUD AHMADINEJAD ກ່າວ ວ່າ ປະເທດຂອງທ່ານພ້ອມແລ້ວທີ່ຈະ ສົ່ງທາດ ຢູເຣນຽມໄປກັ່ນຕື່ມຢູ່ຕ່າງປະເທດ ເພື່ອໃຫ້ສອດ ຄ່ອງ ກັບແຜນການທີ່ໄດ້ຮັບການສນັບສນຸນຈາກ ອົງການ ສະຫະປະຊາຊາດນັ້ນ. ທ່ານ AHMA DINEJAD ກ່າວຕໍ່ໂທຣະພາບ ຂອງທາງການອີຣ່ານ ໃນມື້ວານນີ້ວ່າ ອີຣ່ານບໍ່ມີບັນຫາຫຍັງ ໃນການທີ່ຈະສົ່ງ ທາດຢູເຣນຽມ ທີ່ກັ່ນແລ້ວ ໃນລະດັບຕຳຂອງຕົນ ໄປຕ່າງປະເທດ ແລະຮັບເອົາຄືນ ໃນເວລາຫຼາຍໆເດືອນຕໍ່ມາ ຫລັງ​ຈາກ​ ມີ​ການ​ກັ່ນ​ທາດ​ດັ່ງກ່າວ​ຕື່ມ​ອີກ ຈົນ​ເພີ້ມສະມັຖພາບ​ ຂຶ້ນໄດ້ຮອດ 20% ​ແລ້ວ. ທ່ານບໍ່ໄດ້ໃຫ້ ກຳນົດເວລາ ກ່ຽວກັບເຣື່ອງນີ້. ໃນການຕອບ ຕໍ່ການໃຫ້ທັສນະດັ່ງກ່າວ ຂອງທ່ານ AHMADINEJAD ນັ້ນ ທຳນຽບຂາວ ຮຽກຮ້ອງໃຫ້ອີຣ່ານ ແຈ້ງໄປຍັງ ອົງການພະລັງງານ ປະຣະມະນູສາກົນວ່າ ຕົນພ້ອມແລ້ວ ທີ່ຈະສົ່ງ ທາດຢູເຣນຽມ ທີ່ກັ່ນແລ້ວ ໃນລະດັບຕຳຂອງຕົນ ໄປຍັງຕ່າງປະເທດ. ໂຄສົກ MIKE HAMMER ກ່າວວ່າ ສະຫະຣັດ ໄດ້ຢື່ນຂໍ້ສເນີ ແບບສຸຈະຣິດໃຈ ແລະມີຄວາມກຳເກິ່ງ ຕໍ່ອີຣ່ານ​ແລ້ວ ຊຶ່ງຈະອຳນວຍ​ໃຫ້ ອີຣ່ານມີເຊື້ອ​ໄຟ ​ ສຳລັບແລ່ນເຕົາແຍກນິວເຄລັຽ ເພື່ອການຄົ້ນຄວ້າຂອງຕົນນັ້ນ.ບເຊື້ອໄຟ ສຳລັບ​ ແລ່ນເຕົາແຍກນິວເຄລັຽ ເພື່ອການຄົ້ນຄວ້າ ທີ່ນະຄອນຫລວງ ເຕຫະຣ່ານ.

ສະຫະຣັດ - ຈີນ - ທິເບດ: ຈີນກ່າວວ່າ ຕົນ ແມ່ນເດັດດ່ຽວ ຄັດຄ້ານຕໍ່ ການພົບປະໃດໆກໍຕາມ ລະຫວ່າງປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ແລະອົງດາໄລ ລາມະ. ທ່ານ MA ZHAOXU ໂຄສົກ ກະຊວງການ ຕ່າງປະເທດຈີນ ກ່າວໃນຖແລງຂ່າວ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນພຸດມື້ນີ້ວ່າ ປັກກິ່ງ ແມ່ນເດັດດ່ຽວຄັດຄ້ານຕໍ່ ການພົບປະໃດໆກໍຕາມ ລະຫວ່າງຜູ້ນຳຂອງສະຫະ ຣັດ ແລະຜູ້ນຳທາງດ້ານຈິດໃຈ ທີ່ລີ້ພັຍ ຢູ່ໃນຕ່າງປະ ເທດ ຂອງທິເບດ ບໍ່ວ່າໃນກໍຣະນີໃດ. ຈີນ​ໄດ້​ເຕືອນ​ ມາ​ກ່ອນ​ແລ້ວ​ວ່າ ການ​ພົບ​ປະ ທີ່​ວ່າ​ນັ້ນ ຈະ​ສ້າງ​ຄວາມ​ເສັຽ​ຫາຍ ໃຫ້​ແກ່ສາຍ​ພົວພັນ​ສອງ​ຝ່າຍ​ ຕື່ມຂຶ້ນອີກ. ການຕອບໂຕ້ຂອງຈີນ ມີຂຶ້ນນຶ່ງມື້ ຫລັງຈາກໂຄສົກ ຂອງທຳນຽບຂາວ ໃຫ້ການຢືນຢັນວ່າ ທ່ານ OBAMA ມີແຜນການ ທີ່ຈະປະຕິບັດຕາມ ຄຳໝັ້ນສັນຍາ ທີ່ທ່ານໄດ້ໃຫ້ໄວ້ ທີ່ວ່າ ຈະພົບປະ ກັບອົງດາໄລ ລາມະ. ໂຄສົກ ບໍ່ໄດ້ແຈ້ງໃຫ້ຊາບວ່າ ເວລາໃດ ການພົບປະດັ່ງກ່າວ ຈຶ່ງຈະມີຂຶ້ນ. ອົງດາໄລ ລາມະ ​ໄດ້ສະເດັດ ມາປະພາດ ສະຫະຣັດ ໃນປີກາຍນີ້ ກ່ອນທີ່ທ່ານ OBAMA ອອກເດີນທາງ ໄປຢ້ຽມຢາມປະເທດຈີນ ແຕ່ປະທານາທິບໍດີ ສະຫະຣັດ ໄດ້ຕັດສິນໃຈ ບໍ່ພົບປະ ກັບພຣະອົງ ຈົນກ່ວາ​ທ່ານ ເດີນທາງກັບ​ຈາກ ການ​ຢ້ຽ​ມຢາ​ມ ປະ​ເທດຈີນ.

ຊູດານ: ຄນະຜູ້ພິພາກສາ ພິຈາລະນາ ​ຄຳອຸ ທອນ ທີ່ສານອາຊຍາກັມນາໆຊາດ ຢູ່ນະຄອນ HAGUE ໄດ້ຕັດສິນ ໃນວັນພຸດມື້​ນີ້ໃຫ້ສານພິ ຈາຣະນາ ຄືນໃໝ່ເບິ່ງ ການຟ້ອງຮ້ອງ ຢ່າງເປັນ ທາງການຕໍ່ປະທານາທິບໍດີຊູດານທ່ານ OMAR BASHIR ໃນຂໍ້ຫາ ຂ້າລ້າງເຊື້ອຊາດເຜົ່າພັນ ນັ້ນ. ສານອາຊຍາກັມ ນາໆຊາດ ໄດ້ກ່າວຫາ ທ່ານ BASHIR ໃນເດືອນມີນາ ປີກາຍນີ້ວ່າ ເປັນຜູ້ວາງແຜນ ໃນການປຸກຣະດົມ ໃຫ້ມີການຂົ່ມຂືນຊຳເລົາ ສັງຫານ ທໍຣະມານ ແລະກໍ່ໂທດກັມອື່ນໆ ຕໍ່ພົລເຮືອນ ຢູ່ໃນເຂດດາຟົວ. ຜູ້ນຳຊູດານ ໄດ້ປະຕິເສດ ຕໍ່ຂໍ້ຫາເຫລົ່ານີ້. ແຕ່ແນວໃດກໍຕາມ ພວກຜູ້ພິພາກສາ ກ່າວວ່າ ໃນເວລານັ້ນ ບໍ່ມີຫລັກຖານ ພຽງພໍ ທີ່ຈະຟ້ອງຮ້ອງ ປະທານາທິບໍດີ BASHIR ໃນຄວາມຜິດ 3 ກະທົງ ກ່ຽວກັບຂໍ້ຫາ ຂ້າລ້າງ ເຊື້ອຊາດເຜົ່າພັນ. ຄະນະໄອຍະການ ໄດ້ຂໍອຸທອນ ການຕັດສິນດັ່ງກ່າວ. ການຕັດສິນ ຂອງຄນະ​ພິພາກສາ​ ຝ່າຍອຸທອນໃນມື້ນີ້ ແມ່ນໝາຍຄວາມວ່າ ຜູ້ນຳຂອງຊູດານ ອາດ​ສາມາດ​ ຖືກຟ້ອງຮ້ອງໄດ້ຢູ່. ອົງການ ສະຫະປະຊາຊາດ ກ່າວວ່າ ບັນຫາຂັດແຍ້ງ ໃນເຂດດາຟົວ ເຮັດໃຫ້ມີຜູ້ເສັຽຊີວິດ ຫລາຍກວ່າ 200 ພັນຄົນ ແລະມີຜູ້ອົພຍົບຫລົບພັຍ ອີກ 2 ລ້ານ 5 ແສນຄົນ.

ມາເລເຊັຽ: ທ່ານ ANWAR IBRAHIM ຜູ້ນຳ ພັກຝ່າຍຄ້ານ ຂອງມາເລເຊັຽ​ໄດ້​ໃຫ້ການຕໍ່ສານ ວ່າ ທ່ານບໍ່ມີຄວາມຜິດ ໃນຂໍ້ຫາ ມີເພດສັມພັນ ກັບຜູ້ຊາຍດ້ວຍກັນ ໃນມື້ທີສອງ ຂອງການດຳ ເນີນຄະດີທ່ານ ທີ່ນະຄອນຫຼວງກວາລາລັມເປີ. ທ່ານ ANWAR ເອີ້ນຂໍ້ຫາ ຕໍ່​ທ່ານ​ນັ້ນວ່າ ມີ​ເຈຕະນາປະສົງຮ້າຍ ເວລາມີການອ່ານ ຂໍ້ຫາ ໃຫ້ທ່ານຟັງໃນຕອນເລີ້ມຕົ້ນການດຳເນີນຄະດີ ໃນວັນພຸດມື້ນີ້. ອະດີດ ຮອງນາຍົກ ຣັຖມຸນຕຣີ ມາເລເຊັຽ ຖືກກ່າວຫາ ໃນປີກາຍນີ້ວ່າ ມີເພດ ສັມພັນ ກັບຜູ້ຊາຍຄົນນຶ່ງ ຊຶ່ງເປັນອະດີດ ຜູ້ຊ່ອຍຂອງທ່ານ ອາຍຸ 23 ປີ. ທ່ານປະເຊີນ ກັບໂທດຈຳຄຸກ 20 ປີ ຖ້າຫາກຖືກ ພົບເຫັນວ່າ ມີຄວາມຜິດ. ຝ່າຍໄອຍະການ ກ່າວວ່າ ການກວດ​ເບິ່ງ ທາງດ້ານເຊື້ອພັນ ຫລັກຖານທີ່ໄດ້ຮັບ ມາຈາກຜູ້ຊ່ອຍ ຂອງທ່ານ ລຸນຫລັງທີ່ໄດ້ ມີການກວດຮ່າງກາຍ​ ຂອງ​ຜູ້ກ່ຽວ ຢ່າງຄັກແນ່ແລ້ວນັ້ນ ຈະພິສູດວ່າ ທ່ານ ANWAR ໄດ້ຂົ່ມຂືນ ຜູ້ຊາຍຄົນນັ້ນ. ພວກທະນາຍຄວາມ ຂອງທ່ານ ANWAR ໄດ້ຍື່ນຄຳຮ້ອງຕໍ່ສານ ໃນມື້ວານນີ້ ຂໍ​ເບິ່ງລາຍງານ ການແພດດັ່ງກ່າວ ​ເພື່ອ​ໂຕ້​ແຍ້​ງ​ ໃຫ້ລູກຄວາມຂອງ​ ເຂົາ​ເຈົ້າ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG