ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຕືອນທ່ານໂອບາມາ ກ່ຽວກັບການພົບປະ ກັບອົງດາໄລ ລາມະ


ສະຫະຣັດ - ຈີນ - ທິເບດ: ຈີນໄດ້ເຕືອນ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ບໍ່ໃຫ້ພົບປະ ກັບອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈ ຂອງຊາວທິເບດ ໂດຍ ເວົ້າວ່າ ການພົບປະ ທີ່ວ່ານີ້ ຈະເປັນພັຍອັນ ຕະລາຍ ຕໍ່ຄວາມສັມພັນ ສອງຝ່າຍ. ທ່ານ ZHU WEIQUN ຫົວໜ້າຜແນກຮັບຜິດຊອບ ໃນການເຈຣະຈາ ກັບອົງດາໄລ ລາມະ ກ່າວຕໍ່ ກອງປະຊຸມນັກຂ່າວ ໃນວັນອັງຄານມື້ນີ້ວ່າ ຖ້າ ປະທານາທິບໍດີ OBAMA ພົບປະກັບ ອົງດາ ໄລ ລາມະ ມັນກໍຈະ ເປັນພັຍຂົ່ມຂູ່ ຕໍ່ຄວາມ ໄວ້ເນື້ອເຊື່ອໃຈແລະການຮ່ວມມື ລະຫວ່າງຈີນກັບສະຫະຣັດ. ການເຕືອນທີ່ວ່ານີ້ມີຂຶ້ນຫຼັງ ຈາກ ໄດ້ມີການພົບປະ ລະຫວ່າງຈີນ ແລະ ທູດພິເສດ ຂອງອົງດາໄລ ລາມະ ໃນສັບປະ ດາແລ້ວ. ການພົບປະ ໄດ້ສິ້ນສຸດລົງ ໂດຍບໍ່ມີການ ຜ່ອນສັ້ນຜ່ອນຍາວໃດໆ ຈາກປັກກິ່ງ ກ່ຽວກັບຖານະ ຂອງທິເບດ. ເປັນທີ່ຄາດກັນວ່າທູດພິເສດ ຂອງອົງດາໄລ ລາມະຈະລາຍ ງານໃຫ້ອົງດາໄລ ລາມະຊາບ ກ່ຽວກັບການເຈຣະຈາກັບຈີນ ຊຶ່ງພວກທູດພິເສດໄດ້ກັບຄືນ ​ເມືອ ​ແບບມືເປົ່າ​ນັ້ນ.

ຈີນ - ໃຕ້ຫວັນ: ກະຊວງ ການຕ່າງປະເທດ ສະຫະຣັດ ໄດ້ສະແດງ ຄວາມເສັຽໃຈ ຕໍ່ການທີ່ ຈີນ ໄດ້ຕັດຂາດ ການຕິດຕໍ່ ທາງດ້ານທະຫານ ຍ້ອນການຂາຍອາວຸດ ຂອງສະຫະຣັດ ໃຫ້ແກ່ ໃຕ້ຫວັນ. ທ່ານ P.J. CROWLEY ໂຄສົກ ກະຊວງການຕ່າງປະເທດ ສະຫະຣັດ ກ່າວໃນ ວັນຈັນ ວານນີ້ວ່າ ເຖິງແມ່ນຈີນ ໄດ້ສະແດງ ຄວາມບໍ່ພໍໃຈ ກ່ຽວກັບ ການຂາຍອາວຸດກໍຈິງ ແຕ່ການສົນທະນາຫາຣື ກ່ຽວກັບ ບັນຫາສອງ ຝ່າຍ​ອື່ນໆ ກໍ​ຄວນດຳເນີນສືບຕໍ່​ໄປ. ທ່ານກ່າວວ່າ ການຂາຍອາວຸດ ຂອງສະຫະຣັດ ໃນເທື່ອນີ້ ກໍບໍ່ແຕກຕ່າງຫຍັງ ກັບການຂາຍອາວຸດ ຂອງສະຫະຣັດ ໃນຄັ້ງທີ່ຜ່ານໆມາ ໃຫ້ແກ່ໃຕ້ຫວັນນັ້ນ. ການຂາຍອາວຸດ ມູນຄ່າ 6 ພັນ 400 ລ້ານໂດລາ ທີ່ໄດ້ມີການ ປະກາດໃຫ້ຊາບ ໃນມື້ວັນສຸກແລ້ວນີ້ ພາໃຫ້ປັກກິ່ງຂູ່ວ່າ ຈະທຳການລົງໂທດ ຕໍ່ບັນດາບໍຣິສັດ ຂອງສະຫະຣັດ ທີ່ຂາຍອາວຸດ ໃຫ້ແກ່ໃຕ້ຫວັນ. ທ່ານ ROBERT GIBBS ໂຄສົກຂອງທຳນຽບຂາວ ກ່າວໃນມື້ວານນີ້ວ່າ ການລົງໂທດທີ່ວ່ານີ້ ແມ່ນບໍ່ມີເຫດຜົນພຽງພໍ. ທ່ານເວົ້າວ່າ ສະຫະຣັດ ກຳລັງດຳເນີນງານ ຮ່ວມກັບຈີນ ​ເພື່ອ​ຫາ​ທາງ​ແກ້​ໄຂ ບັນຫາຄວາມວິຕົກກັງວົນ ຮ່ວມກັນ ແລະສະແດງຄວາມ​ເຫັນ ທີ່​ຂັດ​ແຍ້ງກັນ​ອອກ​ມາ ເວລາ​ໃດ​ ທີ່ເກີດມີບັນຫາເຫລົ່ານີ້.

ສະຫະຣັດ - ງົບປະມານ: ໃນມື້ວານນີ້ປະ ທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ເປີດເຜີຍ ກ່ຽວກັບງົບປະມານ ຂອງຣັຖບານກາງ ສະຫະຣັດ ຊຶ່ງຈະມີ ການ ໃຊ້ຈ່າຍ ເງິນທັງໝົດ 3 ພັນ 800 ຕື້ໂດລາ ແລະຈະມີ ການຂາດດຸນ ງົບປະມານຫລາຍ ເປັນປະວັດການເຖິງ 1 ພັນ 600 ຕື້ໂດລາ. ງົບປະມານ ດັ່ງກ່າວນີ້ ແມ່ນຮວມທັງ ໂຄງ ການສ້າງ ວຽກເຮັດງານທຳໃໝ່ 100 ພັນ ລ້ານ ຫລື 100 ຕື້ໂດລາ ທີ່ແນໃສ່ ເພື່ອຫລຸດຜ່ອນ ອັດຕຣາຄົນຫວ່າງງານ ທີ່ມີສູງກວ່າ 10%. ນອກນັ້ນ ຍັງຮວມທັງ ການໃຊ້ຈ່າຍເພີ້ມຂຶ້ນ ທາງທະຫານ ແລະດ້ານການສຶກສາ. ແຕ່ ທ່ານ OBAMA ຍັງໄດ້ປະກາດ ທີ່ຈະດຳເນີນງານ ເພື່ອຕັດ ການຂາດດຸນງົບປະມານລົງ ໃຫ້ເຫລືອແຕ່ພຽງເຄິ່ງນຶ່ງ ຂະນະທີ່ທ່ານ ຍັງຢູ່ໃນຕຳແໜ່ງ ໂດຍເພີ້ມການເກັບພາສີຊາວ ອະເມຣິກັນ ທີ່ຮັ່ງມີ ບວກໃສ່ກັບ ການຫຼຸດການໃຊ້ຈ່າຍ ພາຍໃນປະເທດລົງ. ຮ່າງງົບປະ ມານວ່ານີ້ ຖ້າຫາກຖືກ ຮັບຮອງເອົາ ໂດຍຣັຖສະພາ ສະຫະຣັດ ກໍຈະມີຜົນ ບັງຄັບໃຊ້ ໃນວັນ 1 ຕຸລາປີ 2011.

ສະຫະຣັດ - ປາກິສຖານ: ຜູ້ຕ້ອງສົງສັຍ ວ່າເປັນພວກກໍ່ການຮ້າຍຊາວອະເມຣິກັນ 5 ຄົນ ທີ່ຖືກຄຸມຂັງ ຢູ່ປາກິສຖານ ໄດ້ປະກາດ ວ່າເຂົາເຈົ້າບໍ່ມີຄວາມຜິດແລະກ່າວວ່າ ເຂົາ ເຈົ້າໄດ້ຖືກທໍຣະມານ ໂດຍຄະນະສືບສວນ ຂອງສະຫະຣັດ ແລະຕຳຣວດ ປາກິສຖານ ຂນະທີ່ຢູ່ໃນຄຸກ. ຂະນະທີ່ ຜູ້ຕ້ອງສົງສັຍທັງ 5 ໄດ້ເດີນທາງ ໄປຮອດສານ ໂດຍຣົດຕູ້ ຂອງຕຳຣວດ ໃນວັນອັງຄານມື້ນີ້ ທີ່ເມືອງ SARGODHA ໃນພາກຕາເວັນອອກ ຂອງປາກິສຖານນັ້ນ ຜູ້ຕ້ອງສົງສັຍຄົນນຶ່ງ ໄດ້ໂຍນເສດກະດາດ ໃຫ້ແກ່ພວກນັກຂ່າວ. ຜູ້ຕ້ອງສົງສັຍ ຂຽນໃນກະດາດແຜ່ນນັ້ນວ່າ ເຈົ້າໜ້າທີ່ FBI ຂອງສະຫະຣັດ ແລະຕຳຣວດ ປາກິສຖານ ໄດ້ທໍຣະມານ ແລະໃສ່ຮ້າຍປ້າຍສີເຂົາເຈົ້າ. ນອກນັ້ນ ໃນກະດາດດັ່ງກ່າວ ຍັງມີການຂຽນວ່າ ຕຳຣວດບໍ່ຍອມໃຫ້ ຜູ້ຕ້ອງສົງສັຍ ໄດ້ພົບປະ ກັບຄອບຄົວເຂົາເຈົ້າ ແລະສື່ມວນຊົນ. ທ່ານ RICHARD SNELSIRE ໂຄສົກຂອງ ສະຖານທູດ ສະຫະຣັດ ໄດ້ປະຕິເສດ ຕໍ່ການກ່າວຫາ ທີ່ວ່ານີ້ວ່າ ບໍ່ມີມູນຄວາມຈິງ.

ສຣີລັງກາ: ກຸ່ມປົກປ້ອງສິດທິມະນຸດນາໆຊາດ ກຸ່ມນຶ່ງ ຮຽກຮ້ອງໃຫ້ ຣັຖບານສຣີລັງກາຢຸດ​ເຊົາ ໃນອັນທີ່ ກຸ່ມ​ດັ່ງກ່າວ ເອີ້ນວ່າ ການປາບປາມ ພວກນັກຂ່າວ ນັກການເມືອງຝ່າຍຄ້ານ ແລະ ນັກເຄື່ອນໄຫວ ​ເພື່ອສິດທິມະນຸດ ລຸນຫຼັງການ ເລືອກຕັ້ງ ປະທານາທິບໍດີ ຢູ່ໃນປະ​ເທດ​ດັ່ງກ່າວ. ອົງການນິຣະໂທດກັມສາກົນ ກ່າວວ່າ ພວກສນັບສນຸນ ພັກຝ່າຍຄ້ານ ແລະພວກນັກຂ່າວ ໄດ້ຖືກຈັບ ຢູ່ໃນສຣີລັງກາ ນັບແຕ່ໄດ້ມີ ການເລືອກຕັ້ງ ໃນສັບປະດາແລ້ວ. ກຸ່ມປົກປ້ອງ ສິດທິມະນຸດ ກຸ່ມນີ້ເວົ້າວ່າ ບັນນາທິການ ໜັງສືພິມຫລາຍໆສະບັບກໍໄດ້ຮັບການຂົ່ມຂູ່ວ່າ ຈະຖືກຂ້າ. ທ່ານ MADHU MALHOTRA ຜູ້ອຳນວຍການໃນເຂດເອເຊັຽ-ປາຊີຟິກຂອງ ອົງການ ນິຣະໂທດກັມສາກົນ ເວົ້າວ່າ ການສິ້ນສຸດລົງ ຂອງສົງຄາມກາງເມືອງ ກັບພວກ ກະບົດ ເສືອທະມິລ ໃນສຣີລັງກາ ແລະການເລືອກຕັ້ງ ຄັ້ງປະວັດສາດ ຄວນຈະ​ເຮັດໃຫ້ ການກົດຂີ່ ທາງດ້ານການເມືອງ ໃນສຣີລັງກາ ຍຸຕິລົງ​ໄດ້​ແລ້ວ. ທ່ານ MALHOTRA ເວົ້າວ່າ ​ແຕ່ແທນທີ່ ຈະເປັນຈັ່ງຊັ້ນ ກັບ​ໄດ້ເກີດ ອັນທີ່ທ່ານເອີ້ນວ່າ ການກົດຂີ່ປາບ​ປາມ ຢ່າງແຮງ ຕໍ່ອິສຣະພາບ ໃນການສະແດງອອກ ຊຶ່ງຄວາມຄິດຄວາມເຫັນ.

ສະຫະຣັດ - ອີຣ່ານ: ອີຣ່ານ ໄດ້​ສະ​ແດງ​ຄວາມ​ເຫັນ​ ໃນ​ທາງ​ຖື​ເບົາ ກ່ຽວກັບຂ່າວການ ຂຍາຍ ຣະບົບປ້ອງກັນລູກສອນໄຟ ຂອງສະ ຫະຣັດ ຢູ່ໃນ 4 ປະເທດ ໃນເຂດອ່າວເປີເຊັຽ ເພື່ອຮັບມື ກັບສິ່ງທີ່ ສະຫະຣັດເຫັນວ່າ ເປັນ ພັຍຂົມຂູ່ ທີ່ເພີ້ມທະວີຂຶ້ນ ຈາກເຕຫະຣ່ານນັ້ນ. ທ່ານ RAMIN MEHMANPARAST ໂຄສົກ ກະຊວງການຕ່າງປະເທດອີຣ່ານບໍ່ໄດ້ໃຫ້ຄວາມ ສຳຄັນໃດໆ ກ່ຽວກັບແຜນການ ຂຍາຍ ຣະບົບປ້ອງກັນ ລູກສອນໄຟຂອງສະຫະຣັດ ໃນວັນອັງຄານມື້ນີ້ ໂດຍເວົ້າວ່າ ແຜນການດັ່ງກ່າວ ບໍ່ສາມາດ ທີ່ຈະດຳເນີນງານໄດ້. ເຈົ້າ ໜ້າທີ່ ສະຫະຣັດ ກ່າວໃນມື້ວັນອາທິດ ຜ່ານມານີ້ວ່າ ກອງທັບສະຫະຣັດ ໄດ້ເພີ້ມການ ຕິດຕັ້ງ ຣະບົບຕໍ່ຕ້ານ ລູກສອນໄຟ ທາງພາກພື້ນດິນ PATRIOT ຢູ່ໃນຫລາຍໆປະເທດ ໃນເຂດອ່າວເປີເຊັຽ ມາໄດ້ຫຼາຍເດືອນແລ້ວ. ເຈົ້າໜ້າທີ່ກ່າວວ່າ ບັນດາປະເທດເຫລົ່ານີ້ ແມ່ນຮວມທັງບາຫ໌ເຣນ, ຄູເວດ, ກາຕ້າ ແລະສະຫະຣັດ ອາຣັບເອເມຣີເຣດສ໌. ເປັນທີ່ເຊື່ອ ກັນວ່າ ການເຄື່ອນໄຫວ ທີ່ວ່ານີ້ ແມ່ນແນໃສ່ ເພື່ອສະກັດກັ້ນ ບໍ່ໃຫ້ອີຣ່ານ ທຳການຮຸກ ຮານຕໍ່ກຳລັງສະຫະຣັດ ແລະບັນດາປະເທດ ພັນທະມິດ ໃນເຂດອ່າວເປີເຊັຽ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG