ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ວາງລະເບີດສະລະຊີບ ສັງຫານ ປະຊາຊົນ 41 ຄົນໃນອິຣັກ


ທີ່​ອິຣັກ: ຕຳຫລວດ​ອິຣັກກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ສັງຫານພວກ​ໄປສະ​ແຫວ​ງບຸນ​ນິກາຍ Shi’ite 41 ຄົນ​ ແລະ​ເຮັດ​ໃຫ້​ບາດ​ ເຈັບ​ຫລາຍ​ກວ່າ 100 ຄົນໃນ​ພາກ​ເໜືອ​ກຸງ​ແບກແດ໊ດ. ​ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວ​ວ່າ ​ ຄົນວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນີ້ ຊຶ່ງ​ເປັນ ແມ່ຍິງ ໄດ້​ຈູດຂະນວນ​ລະ​ເບີດ​ທີ່​ເປັນສາຍ​ແອວ​ນັ້ນ ໃນ​ວັນ​ຈັນ​ມື້​ນີ້ ​ໃນທ່າມກາງຝູງ​ຊົນ​ທ່ີ​ໄປ​ສະ​ແຫວ​ງບຸນ​ນັ້ນ.
ພວກ​ເຄາະ​ຮ້າຍ​ເຫລົ່າ​ນີ້ ​ແມ່ນ​ຮວມຢູ່​ໃນ​ພວກຊາວ Shi’ite​ ຫລາຍ​ແສນ​ຄົນ ​ທ່ີ​ພາກັນ​ໄປສະ​ແຫວ​ງບຸນ​ໃນ​ເມືອງ Karbala ໃນ​ພາກ​ໃຕ້ ​ຂອງ​ອິຣັກ​ໃນ​ສັບປະດາ​ນີ້. ໃນ​ຫວ່າງ​ບໍ່​ເທ່ົາ​ໃດ​ປີຜ່ານມາ​ນີ້
ພວກກະບົດ​ມັກ​ແນ​ເປົ້າ​ໝາຍ​ໃສ່​ພວກ​ທ່ີ​ໄປສະ​ແຫວ​ງບຸນ​ໃນ​ອິຣັກ ​ເປັນ​ປະຈຳ​.
ທີ່ໂຊ​ມາ​ເລັຍ: ບັນດາ​ເຈົ້າ​ໜ້າ​ທ່ີ​ໂຊ​ມາ​ເລັຍ ກ່າວ​ວ່າ ການ​ສູ້ຣົບກັນ​ຢ່າງ​ໜັກ​ລະຫວ່າງພວກ​ກະບົດ​ແລະ​ ທະຫານຣັຖບານ​ໃນ​ນະຄອນຫລວງ​ໄດ້ເອົາ​ຊີວິດພວກ​ພົນລະ​ເຮືອນ​ໄປ​ຢ່າງ​ນ້ອຍ 8 ຄົນ. ບັນດາ​ເຈົ້າ​ໜ້າ​ທ່ີ​ກ່າວໃນ​ວັນ​ຈັນມື້​ນີ້​ວ່າ ​ເຂດພາກ​ເໜືອ​ຂອງ​ນະຄອນຫລວງ Mogadishu ​ໄດ້​ຮັບ​ຄວາມ​ເສັຍ​ຫາຍ​ຢ່າງ ​ໜັກ ຈາກການ​ສູ້ຣົບກັນ​ໃນ​ຄືນ​ຜ່ານ​ມາ​ນີ້. ​ເຈົ້າ​ໜ້າ​ທ່ີ​ທ່ານ​ນຶ່ງ​ປະຈຳ​ຜະ​ແນ​ກບໍລິການ​ລົດ​ໂຮງໝໍ ​ໃນເມືອງ​ຫລວງ
ກ່າວ​ວ່າ ປະຊາຊົນ 55 ຄົນ​ໄດ້​ຮັບ​ບາດ​ເຈັບ​ ຍ້ອນ​ການ​ຍິງ​ປືນ​ຄົກ​ໃສ່​ກັນ. ໃນ​ສັບປະດາແລ້ວນີ້ ກໍ​ໄດ້​ເກີດການ​ສູ້ຣົບກັນ​ ​ໃນ​ນະຄອນຫລວງ​ລະຫວ່າງ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ແລະ​ພວກ​ທະຫານ​ຮັກສາ​ສັນຕິພາບ
ຈາກ​ສະຫະພາບ​ອະ​ຟຣິກາ ​ເຮັດ​ໃຫ້​ປະຊາຊົນ​ເສັຍ​ຊີວິດ​ໄປ​ຢ່າງ​ນ້ອຍ 15 ຄົນ​ແລະ​ບາດ​ເຈັບ​ຫລາຍ​ກວ່າ 20 ຄົນ. ພວກ​ກຸ່ມ​ຫົວ​ຮຸນ​ແຮງ al-Shabah ​ແລະ Hizbul Islam ຄວບ​ຄຸມຫລາຍເຂດ​ໃນ​ນະຄອນຫລວງ ​ແລະ​ໄດ້​ທຳ​ການ​ຕໍ່​ສູ່​ມາ​ເພື່ອ​ໂຄ່ນລົ້ມ ຣັຖບານ​ທ່ີ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ.
ທີ່ປາ​ກີ​ສຖານ: ໜັງສືພິມ​ໃຫຍ່ 2 ສະບັບໃນ​ສະຫະຣັດກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທ່ີ ສະຫະຣັດ​ແລະ​ປາ​ກີ​ສຖານ​ ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ເລື້ອຍໆ​ວ່າ ຜູ້ ນຳ​ຂອງ​ກຸ່ມ​ຕາ​ລີ​ບັນ​ໃນ​ປາ​ກີ​ສຖານ ​ໄດ້​ເສັຍ​ຊີວິດໄປ​ແລ້ວ ຫລັງ​ຈາກ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ໂຈມ​ຕີດ້ວຍ​ລູກ​ສອນ​ໄຟ​ຂອງ​ເຮືອບິນ​ ທ່ີ​ບໍ່​ມີ​ຄົນຂັບ​ນັ້ນ. ທັງ​ໜັງສືພິມ New York Times ແລະ​ໜັງສື​ພິມ Washington Post ຕ່າງ​ຄົນ​ຕ່າງ​ອ້າງ​ຄຳ​ເວົ້າຂອງ​ເຈົ້າ​ໜ້າ​ທ່ີ​ສະຫະ ຣັດທ່ີ​ບໍ່​ປະສົງ​ຈະອອກ​ຊື່​ ໃນ​ສະບັບ​ທ່ີ​ອອກ​ວັນ​ຈັນ​ມື້​ນີ້ວ່າ ພວກ​ເຈົ້າ​ໜ້າ​ທ່ີ​ເຫລົ່າ​ນີ້​ມີ​ຄວາມ​ເຊື່ອ​ໝັ້ນ​ຫລາຍ​ກວ່າ 90 ​ເປີ​ເຊັນ ວ່າ​ນາຍ Haki-mullah Mehsud ​ໄດ້​ເສັຍ​ຊີວິດ​ໄປ​ແລ້ວ.
​ໃນັວນອາທິດ​ວານ​ນີ້ ກຸ່ມ​ຕາ​ລີ​ບັນ​ໃນ​ປາ​ກີ​ສຖານ​ປະຕິ​ເສດ​ຕໍ່​ລາຍ​ງານ ຂ່າວ ​ກ່ຽວ​ກັບ​ການ​ເສັຍ​ຊີວິດ​ຂອງ​ນາຍ Mehsud ນັ້ນ ຊຶ່ງໂຄສົກກຸ່ມ​ຕາລີ​ບັນຄົນ​ນຶ່ງ ​ປະຕິ​ເສດ​ຕໍ່ຂ່າວການ​ຕາຍຂອງ​ຜູ້ກ່ຽວ ທີ່ມີລາຍ​ງານອອກ​ມາຢ່າງແຜ່​ຫລາຍ​ນັ້ນ​ວ່າ ​ເປັນ​ການ​ໂຄສະນາ​ຊວນ​ເຊື່ອ. ກອງທັບ​ປາ​ກີ​ສຖານກ່າວ​ວ່າ ຕົນ​ກຳລັງ​ທຳ​ການ​ສືບສວນ ແຕ່​ມາຮອດ ປັດຈຸບັນ​ນີ້ ຍັງ​ບໍ່​ທັນ​ມີ​ຂ່າວ​ຢືນຢັນ​ເທ່ື່ອກ່ຽວ​ກັບ​ການ​ຕາຍຂອງນາຍ Mehsud ນີ້ ຊຶ່ງຄຳ​ປະກາດ​ຂອງ​ກອງທັບ​ປາ​ກີ​ສຖານ​ມີ​ຂຶ້ນ​ ຫລັງ​ຈາກ​ ມີ​ລາຍ​ງານ​ຂ່າວ​ທາງໂທຣພາບ​ແຫ່ງ​ຊາດ​ປາ​ກີ​ສຖານ ວ່າ​ນາຍMehsud ​ໄດ້​ເສັຍ​ ຊີວິດ​ໄປ​ແລ້ວ ​ແລະ​ໄດ້​ຖືກນຳ​ໄປຝັງ​ໄວ່​ໃນ​ຂົງ​ເຂດ Orakzai ຂອງ​ຊົນ​ເຜົ່າ​ນັ້ນ.
ຂ່າວ​ຄືບ​ໜ້າ​ກ່ຽວ​ກັບ​ການ​ຊ່ອຍ​ກູ້​ໄພ​ທີ່ເຮ​ຕີ: ​ກອງທັບ​ສະຫະຣັດໄດ້​ຮື້ຟື້ນ​ຄືນ ຖ້ຽວບິນ​ລຳລຽງຈັດ​ ສົ່ງ​ພວກ​ທ່ີ​ໄດ້​ຮັບ​ເຄາະ​ຮ້າຍຈາກ​ໄພ​ແຜ່ນດິນ​ໄຫວ​ທ່ີ​ເຮ​ຕີ ​ເພື່ອ​ມາ​ຮັບ​ການ​ປິ່ນປົວຢູ່ໃນ​ສະຫະຣັດໃນ​ວັນ​ຈັນ​ມື້​ນີ້. ຖ້ຽວ​ບິນ​ຍົກຍ້າຍ​ພວກທີ່​ຕ້ອງການ​ການ​ຮັກສາ​ພະຍາບານ​ ໄດ້​ຖືກ​ງົດ​ໄປ​ຊົ່ວຄາວ​ໃນ​ສັບປະດາ​ແລ້ວ​ນີ້ ​ເນື່ອງ​ຈາກ​ມີ​ບັນຫາ​ຂັດແຍ່ງ​ກັນ​ກ່ຽວ​ກັບ​ວ່າ​ ຈະ​ສົ່ງ​ພວກ​ຄົນ​ເຈັບ​ໄປ​ປິ່ນປົວ​ຢູ່ໃສ ​ແລະ​ຜູ້​ໃດ​ຈະ​ເປັນ​ຜູ້ຈ່າຍ​ຄ່າ​ປິ່ນປົວ​ພວກ​ຄົນ​ເຈັບ​ເຫລົ່າ​ນີ້. ທ່ານ Tommy Vietor ​ໂຄສົກ​ທຳນຽບຂາວ ກ່າວ​ໃນ​ວັນ​ອາທິດວານ​ນີ້​ ວ່າ ທາງ​ທຳນຽບຂາວ​ໄດ້​ຮັບ​ການ​ຄ້ຳປະກັນ​ວ່າ ສະຫະຣັດ​ແລະພວກ​ພາຄີ​ນາໆ​ຊາດ​ ມີສະມັດຖະພາບ​ໃນ​ດ້ານ​ການ​ແພດ​ທີ່​ຈະ​ປິ່ນປົວພວກ​ຊາວ​ເຮ​ຕີ​ ທ່ີ​ໄດ້​ຮັບ​ບາດ​ເຈັບ​ນັ້ນ​ໄດ້.
ກ່ຽວ​ກັບ​ງົບປະມານ​ຂອງ​ສະຫະຣັດ:ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງສະຫະ ລັດຫລາຍ​ທ່ານ​ກ່າວ​ວ່າ ປະທານາທິບໍດີ ​ບາຣັກ ໂອ​ບາ​ມາ ຈະ​ສົ່ງ​ຮ່າງ​ງົບປະມານ​ສະບັບ​ໃໝ່ ທີ່​ມີ​ມູນ​ຄ່າ 3,800 ຕື້​ດອນ​ລ້າ ​ໄປ​ໃຫ້​ລັດຖະສະພາ​ພິຈາລະນາຮັບ​ຜ່ານ​ເອົາ​ໃນ​ວັນ ຈັນ​ມື້​ນີ້ ຊຶ່ງ​ງົບປະມານ​ສ່ວນ​ໃຫຍ່​ນັ້ນ ຈະ​ແມ່ນ​ເພື່ອໃຊ້ຈ່າຍ​ໃນ​ການ​ສ້າງ​ວຽກ​ງານ ​ແລະ​ຖົມ​ຂຸມ​ງົບປະມານ. ຮ່າງ​ງົບປະມານ​ສຳລັບ ປີ 2011 ຂອງ​ທ່ານ​ໂອ​ບາ​ມາ ທຳນາຍ​ວ່າ​ຈະມີ​ການ​ຂາດດຸນໃນ​ຈຳນວນ​ຫລາຍ ເປັນ​ປະວັດ​ການ ຄືປະມານ 1,600 ຕື້ດອນ​ລ້າ​ ສຳລັບ​ປີງົບປະມານ​ສົກ​ປັດຈຸບັນ ຊຶ່ງ​ຈະ​ເສັດ​ສິ້ນລົງ​ໃນ​ວັນ​ທີ 30 ກັນຍາ​ ປີ​ນີ້.ພວກ​ອົງການຂ່າວ​ຕ່າງໆ​ທີ່​ໄດ້​ຮັບ​ສຳ​ເນົາຮ່າງ​ງົປະມານ​ສະບັບ​ນີ້ ທ່ີ​ທາງ​ລັດຖະບານ​ມີກຳນົດ​ຈະ​ເປີດ​ ເຜີຍໃຫ້​ຮູ້​ໃນ​ວັນ​ຈັນມື້​ນີ້ ຍັງ​ລາຍ​ງານຕື່ມ ວ່າ ທາງ​ທຳນຽບຂາວຍັງຄາດ​ຄິດ​ໄວ້ອີກ​ວ່າ ຂຸມ​ງົບປະມານ​ສຳລັບ​ສົກ​ປີໜ້າ​ ຫລືປີ 2011 ນັ້ນ​ ແມ່ນຈະ​ຕົກ​ເປັນປະມານ 1,300 ຕື້​ດອນ​ລ້າ ຊຶ່ງ​ໜ້ອຍ​ກວ່າ​ສົກ​ປີ​ນີ້ ​ແລະ​ການ​ຂາດດຸນງົບປະມານ​ຈະ​ສືບ​ຕໍ່​ຫລຸດ​ລົງ​ໃນ​ປີ​ຕໍ່ໆ​ໄປ. ລາຍ​ງານ​ຂ່າວເວົ້າ​ຕື່ມ​ວ່າ ​ແຜນ​ງົບປະມານ​ຂອງ​ທຳນຽບ ຂາວ​ທຳນາຍ​ວ່າ ການ​ຂາດດຸນ​ງົບປະມານ​ໃນ​ຊຸມ​ປີ​ທີ່​ຍັງ​ເຫລືອ​ຂອງທົດ​ສວັດ​ນີ້ ສະ​ເລັ່ຍແລ້ວ​ ​ແມ່ນຈະຕົກ​ເປັນ​ປະມານ 4 ເປີ​ເຊັນ​ເຄິ່ງ ຂອງ​ມູນ​ຄ່າເສດຖະກິດ​ຂອງສະຫະຣັດ ອັນເປັນ​ລະດັບ​ທ່ີ​ພວກນັກ​ເສດຖະ ສາດ​ຫລາຍ​ຄົນ​ຖື​ວ່າ ບໍ່​ທຸ່ນ​ທ່ຽງ​ສຳລັບປະ​ເທດ. ຣັຖສະພາ​ ຈະຕ້ອງ​ໃຫ້ການ​ອະນຸມັດ​ແກ່ແຜນ ການ​ຂອງ​ທ່ານ​ໂອ​ບາ​ມາ ຈຶ່ງ​ຈະ​ໃຊ້​ເປັນ​ກົດໝາຍ​ໄດ້.
ຜົນ​ການ​ມອບ​ລາງວັນ Grammy ​ໃນ​ສະຫະຣັດ:
ນັກ​ຮ້ອງ​ສາວ Beyonce ​ໄດ້​ຮັບ​ລາງວັນ​ຫລາຍ​ເປັນ​ປວັດການ ​ໃນ​ພິທີ​ມອບ​ລາງວັນ Grammy ປະຈຳ​ປີ​ຂອງ​ວົງ​ການ​ດົນຕີ​ສະຫະຣັດ ທ່ີ​ນະ ຄອນLos Angeles ​ໃນຄືນ​ວັນ​ອາທິດ​ວານ​ນີ້ ​ແລະໄດ້​ກາຍ​ເປັນສິນ ລະປິນຍິງ​ຄົນ​ທຳ​ອິດ ​ທ່ີ​ໄດ້​ຮັບ​ລາງວັນທີ່​ສຳຄັນສຸດນີ້​ເຖິງ 6 ລາງວັນ​ໃນຄືນ​ດຽວ. Beyonce ນັກ​ຮ້ອງ​ທຳ​ນອງ R&B ​ໄດ້​ຮັບ​ລາງວັນເພງ ເດ່​ນປະຈຳ​ປີ ​ລາງວັນ​ນັກ​ຮ້ອງຍິງຍອດ​ນິຍົມ ທຳນອງ R&B ລາງ ວັນເພງ R&B ເດັ່ນ ຈາກ​ເພງ”Single Ladies” ຂອງ​ນາງ. ນອກ​ນັ້ນ​ ​ຍັງ​ໄດ້ຮັບ​ລາງວັນ​ອາ​ລະບັ້ມ​ເດ່​ນປະ​ເພດ R&B ຈາກ​ຜົນງານ​ຊຸດ​ຊື່ວ່າ” I Am…Sasha Fierce,” ​ແລະ​ລາງວັນ​ດີ​ເດັ່ນ​ໃນ​ການ​ຮ້ອງ​ເພງ​ປະ​ເພດ R&B ໃນ​ເພງ “At Last” ​ແລະ​ນອກ​ນັ້ນ​ນາງ​ຍັງ​ໄດ້​ຮັບ​ລາງວັນ ນັກ​ຮ້ອງ​ຍິງ​ຍອດ​ນິຍົມ ທຳນອງ​ pop ​ເຊັ່ນ​ກັນ.
ດາຣານັກ​ຮ້ອງ​ລູກ​ທົ່ງຍິງ Taylor Swift ກໍ​ໄດ້​ຮັບ​ລາງວັນGrammy 4 ລາງວັນ ຮວມທັງ​ອາ​ລະບັ້ມ​ເດ່​ນ​ປະຈຳ​ປີ​ ສຳລັບ​ຜົນງານທ່ີ​ມີ​ຊື່ວ່າ “Fearless”ຂອງ​ນາງ. ນອກ​ນັ້ນ ​ນາງ​ຍັງ​ໄດ້​ຮັບ​ລາງວັນ​ນັກ​ຮ້ອງຍິງ ທ່ີຮ້ອງ​ເພງ​ລູກ​ທົ່ງ​ໄດ້​ຍອດ​ຍ້ຽມ ລາງວັນ​ເພງ​ລູກ​ທົ່ງ​ດີ​ເດ່​ນ ແລະ​ album ​ເພງ​ລູກ​ທົ່ງ​ດີ​ເດັ່ນເຊັ່ນ​ກັນ.
ຄນະວົງ​ດົນຕີ Kings of Leon ປະ​ເພດ Rock ​ໄດ້​ຮັບລາງວັນ ​ແຜ່ນສຽງ​ເດ່​ນປະຈຳ​ປີ ຍ້ອນ​ເພງ​ທີ່ຊື່ວ່າ “Use Somebody”​.

XS
SM
MD
LG