ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາ ໃຊ້ການກ່າວຄຳປາສັຍ ກ່ຽວກັບສະພາບການ ຂອງປະເທດຊາດ ເພັ່ງເລັງໃສ່ເຣື່ອງເສຖກິດ


ໂອບາມາ - ຄຳປາສັຍ: ປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ໄດ້ ກ່າວຄຳປາສັຍເທື່ອທຳອິດ ກ່ຽວກັບສະພາບ ຂອງ ປະເທດຊາດ ຕໍ່ຣັຖສະພາ ສະຫະຣັດ ແລະປະຊາຊົນອະເມຣິກັນ ໂດຍໄດ້ຮຽກຮ້ອງ ໃຫ້ຊາວອະເມຣິກັນ ເອົາຊະນະ ຕໍ່ການຂາດ ຄວາມໄວ້ເນື້ອເຊື່ອໃຈ ໃນຣັຖບານ ແລະດຳ ເນີນງານຮ່ວມກັນເພື່ອແກ້ໄຂເສຖກິດທີ່ໄດ້ຮັບ ຄວາມເສັຽຫາຍຂອງປະເທດ. ໃນການຖແລງ ຕໍ່ທັງ 2 ສະພາ ຂອງສະຫະຣັດ ໃນຄືນວັນ ພຸດຜ່ານມານີ້ທ່ານ OBAMA ກ່າວວ່າ ທ່ານ ຮູ້ດີວ່າ ສະຫະຣັດ ກຳລັງປະເຊີນກັບ ບັນຫາ ທ້າທ້າຍ ທີ່ຮ້າຍແຮງ ແລະການຕັດສິນໃຈ ຂອງທ່ານບາງຢ່າງ ແມ່ນບໍ່ໄດ້ຮັບ ຄວາມນິຍົມຊົມຊອບ ທາງການເມືອງ ແຕ່ທ່ານກ່າວຢຳ ວ່າ ການປ່ຽນແປງແມ່ນບໍ່ງ່າຍເລີຍ ແລະທ່ານຈະສືບຕໍ່ດຳເນີນການຕໍ່ໄປ. ທ່ານ OBAMA ຮຽກຮ້ອງໃຫ້ ຣັຖສະພາ ສະຫະຣັດ ສົ່ງຮ່າງກົດໝາຍ ວ່າດ້ວຍ ວຽກເຮັດງານທຳໄປໃຫ້ ທ່ານ ໂດຍບໍ່ຕ້ອງລ່າຊ້າ ແລະເວົ້າວ່າ ສະມາຊິກ ຣັຖສະພາ ສະຫະຣັດ ຕ້ອງໄດ້ແກ້ໄຂ ບັນຫາເສຖກິດ ທີ່ຊາວອະເມຣິກັນ ໄດ້ປະສົບມາ ເປັນເວລາ ຫລາຍໆປີ ແລ້ວນັ້ນ.

ຣີພັບລີກັນ - ຄຳປາສັຍຕອບ: ຂະນະ ດຽວກັນ ໃນການຖແລງຕອບ ຂອງພັກຣີ ພັບລີກັນ ຕໍ່ຄຳປາສັຍ ກ່ຽວກັບ ສະພາບ ການຂອງປະເທດຊາດ ຕໍ່ຣັຖສະພາ ແລະ ປະຊາຊົນອະເມຣິກັນຂອງປະທານາທິບໍດີ BARACK OBAMA ນັ້ນ ທ່ານ BOB McDONNELL ຜູ້ປົກຄອງ ຣັດເວີຈີເນັຽ ກ່າວວ່າ ຣັຖບານກາງ ກຳລັງພະຍາຍາມ ທີ່ຈະດຳເນີນການ ຫລາຍໄປໂພດແລະກຳ ລັງສ້າງໜີ້ສິນເພີ້ມຂຶ້ນ ໃຫ້ແກ່ສະຫະຣັດ ໃນຂັ້ນຕອນດັ່ງກ່າວ. ຜູ້ປົກຄອງຣັດ ທີ່ຫາກໍ ສາບານໂຕ ເຂົ້າຮັບຕຳແໜ່ງ ເມື່ອບໍ່ດົນມານີ້ ຂອງຣັດເວີຈີເຣັຽ ກ່າວວ່າ ຣັຖບານກາງ ສະຫະຣັດ ບໍ່ຄວນຈະເກັບພາສີ ແລະດຳເນີນການ ເພີ້ມຕື່ມ ທີ່ຈະສ້າງ ຄວາມເສັຽຫາຍ ໃຫ້ແກ່ ພວກຄົນຊັ້ນກາງ. ທ່ານເວົ້າວ່າ ຖ້າຫາກບໍ່ມີ ການປະຕິຮູບແລ້ວ ການເຕີບໃຫຍ່ ຂຍາຍໂຕ ເກີນຂອບເຂດ ຂອງຣັຖບານ ແມ່ນເປັນພັຍ ຂົ່ມຂູ່ ຕໍ່ອິສຣະພາບ ແລະຄວາມອຸດົມຮັ່ງມີ ຂອງສະຫະຣັດ. ໃນການກ່າວເຖິງ ບັນຫາທີ່ ເປັນບໍລິມມະສິດ ອັນດັບ​ສູງສຸດ ຂອງທ່ານ OBAMA ກໍຄືເຣື່ອງ ຮັກສາ ສຸຂພາບນັ້ນ ທ່ານ McDONNELL ເວົ້າວ່າ ຊາວອະເມຣິກັນ ຕ່າງກໍເຫັນພ້ອມ ​ໃນຄວາມຈຳເປັນ ທີ່​ຈະ​ຕ້ອງມີ ຣະບົບຮັກສາສຸຂພາບ ທີ່ສາມາດຊື້​ ແລະຊົມ​ໃຊ້ໄດ້.

ອັຟການິສຖານ: ພວກຣັຖມົນຕຣີ ອະວຸໂສ ຈາກປະມານ 70 ປະເທດ ກຳລັງປະຊຸມກັນ ໃນວັນພະຫັດມື້ນີ້ ທີ່ກຸງລອນດອນ ປະເທດ ອັງກິດເພື່ອສົນທະນາຫາຣື ກ່ຽວກັບການສ້າງ ສະເຖັຽຣະພາບ ໃນອັຟການິສຖານ ແລະພັທ ນາຫລື​ວາງ​ແຜນຍຸທສາດ ທີ່​ຈະນຳໄປສູ່ ການ ຍຸຕິລົງຂອງສົງຄາມ ໃນອັຟການິສຖານ. ເປັນ ທີ່ຄາດກັນວ່າ ປະທານາທິບໍດີ ອັຟການິສຖານ ທ່ານ HAMID KARZAI ຈະກ່າວຄຳປາສັຍ ຕໍ່ກອງປະຊຸມ ພວກຜູ້ຕາງໜ້າ ຂອງປະເທດ ຕ່າງໆຂະນະທີ່ ທ່ານຊອກຫາຊ່ອງທາງ ເພື່ອ ໃຫ້ນາໆຊາດ ສືບຕໍ່ ໃຫ້ການສນັບສນຸນ ຕໍ່ອັຟ ການິສຖານ ລຸນຫລັງທີ່ໄດ້ ມີການສູ້ຣົບກັນມາ ເປັນເວລາ 8 ປີ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ເລຂາທິການໃຫຍ່ ອົງການ ສະຫະປະຊາ ຊາດ ທ່ານ BAN KI MOON ແລະຜູ້ນຳ ຂອງອົງການນາໂຕ້ ທ່ານ ANDERS FOGH RASMUSSEN ກໍຈະເຂົ້າຮ່່ວມ ກອງປະຊຸມ ໃນຄັ້ງນີ້. ເປັນທີ່ຄາດກັນວ່າ ກອງປະຊຸມ ດັ່ງກ່າວ ຈະຕັ້ງເປົ້າໝາຍ ໃນການໂອນກຳລັງ ຮັກສາຄວາມສະງົບ ໃນຫລາຍໆແຂວງ ຂອງອັຟການິສຖານ ໃຫ້ໄປຢູ່ ພາຍໃຕ້ການຄຸ້ມຄອງ ຂອງຕຳຣວດ ໃນເຂດທ້ອງຖິ່ນ ພາຍໃນທ້າຍປີນີ້.

ເກົາຫລີເໜືອ: ເກົາຫລີເໜືອ ກ່າວວ່າ ຕົນໄດ້ ຈັບພົລ​ເມືອງ ອະເມຣິກັນຄົນນຶ່ງ ທີ່ໄດ້ເດີນທາງ ເຂົ້າໄປໃນ ເກົາຫລີເໜືອ ຈາກຈີນ ແບບຜິດກົດ ໝາຍ. ອົງການຂ່າວສູນກາງ ຂອງທາງການເກົາ ຫລີເໜືອ ລາຍງານວ່າ ຜູ້ຊາຍທີ່ ບໍ່ໄດ້ລະບຸຊື່ ຄົນນີ້ ໄດ້ຖືກຈັບ ໃນມື້ວັນຈັນຜ່ານມາ ຫຼັງຈາກ ໄດ້ຂ້າມຊາຍແດນ ເຂົ້າໄປໃນ ເກົາຫລີເໜືອ ​ແລະວ່າເວລານີ້ ຜູ້ກ່ຽວກຳລັງ ຖືກສືບສວນຢູ່. ພວກນັກ​ການ​ທູດ​ ສະຫະຣັດ ກ່າວ​ວ່າ ​ເຂົາ​ເຈົ້າບໍ່​ຮູ້​ເຣື່ອງ ກ່ຽວ​ກັບ​ກໍລະນີ​ ທີ່​ວ່າ​ນີ້. ເກົາຫລີເໜືອ ກຳລັງ​ກັກຂັງ ຊາວອະເມຣິກັນ ອີກຄົນນຶ່ງ​ໄວ້ ທີ່ໄດ້ຂ້າມຊາຍແດນ ແບບຜິດກົດໝາຍ ເຂົ້າໄປໃນເກົາຫລີເໜືອກ່ອນໜ້ານີ້. ເຊື່ອກັນ ວ່າ ຜູ້ຊາຍຄົນນັ້ນ ​ແມ່ນນາຍ ROBERT PARK ນັກສອນສາສນາທີ່ໄດ້ຖືກຈັບໃນວັນທີ 25 ທັນວາ ຊື່​ງຜູ້ກ່ຽວ​ ໄດ້ເດີນທາງ​ໄປ​ເກົາຫລີ ​ເໜືອ ເພື່ອຈະຊັກຊວນ ໃຫ້ຜູ້ນຳ ຂອງເກົາ ຫລີເໜືອ ທ່ານກິມ ຈົງ ອິລ ປິດຄ້າຍສັພທຸກ ແລະ ອະນຸຍາດໃຫ້ ຊາວເກົາຫລີເໜືອ ທີ່​ທຸກ​ຍາກ​ນັ້ນ ໄດ້ຮັບການຊ່ອຍ​ເຫລືອ ຈາກພາຍນອກ.

ກອງປະຊຸມ - ເສືອ: ເຈົ້າໜ້າທີ່ ຈາກ 13 ປະເທດ ໃນເຂດເອເຊັຽ ຕາເວັນອອກສຽງໃຕ້ ແລະທະນາຄານໂລກ ຮຽກຮ້ອງໃຫ້ມີການດຳ ເນີນ ຄວາມພະຍາຍາມຮ່ວມກັນ ເພື່ອ ຊ່ອຍ ປົກປັກຮັກສາ ບໍ່ໃຫ້ເສືອສູນພັນ. ປະເທດໄທ ເປັນເຈົ້າພາບ ຈັດກອງປະຊຸມເປັນເວລາ 3 ມື້ ທີ່ເມືອງຫົວຫີນ ຊຶ່ງເປັນ ເມືອງຕາກອາກາດ ແຄມທະເລ ທີ່ແນໃສ່ ເພື່ອຊັກຊວນ ຣັຖບານ ຂອງປະເທດຕ່າງໆ ໃຫ້ໃຊ້ຈ່າຍ ເງິນຄຳຫລາຍ ຂຶ້ນ ໃນການປົກປັກ ຮັກສາເສືອ ແລະຕັ້ງເປົ້າໝາຍ ເພື່ອເພີ້ມຈຳນວນເສືອ ໃຫ້ຫລາຍຕື່ມ ຂຶ້ນ. ກ່ອນກອງປະຊຸມເລີ້ມຂຶ້ນໃນວັນພຸດວານນີ້ ອົງການກອງທຶນສັດປ່າ WWF ເຕືອນວ່າ ຈຳນວນເສືອ ທີ່ອາສັຍຢູ່ ຕາມທັມມະຊາດ ໃນປ່າດົງພົງພັຍນັ້ນ ໄດ້ຫລຸດລົງ ຢ່າງຫລວງຫຼາຍ ໃນໄລຍະ 100 ປີ ຜ່ານມານີ້ ຄືຫລຸດຈາກ 100 ພັນໂຕ ລົງມາເຫລືອຢູ່ ປະມານ 3 ພັນ 200 ໂຕເທົ່ານັ້ນ. ກອງທຶນດັ່ງກ່າວ ເວົ້າວ່າ ຈຳນວນເສືອ ໃນເຂດສາມຫລ່ຽມ ປາກແມ່ນຳຂອງ ຍັງເຫລືອຢູ່ປະມານ 350 ໂຕ ຈາກຈຳນວນ 1 ພັນ 200 ໂຕ ເມື່ອ 12 ປີກ່ອນນັ້ນ.

ຮອນດູຣັສ: ປະທານາທິບໍດີ ທີ່ຖືກໂຄ່ນລົ້ມ ຂອງຮອນດູຣັສ ທ່ານ MANUEL ZELAYA ໄດ້ອອກເດີນທາງ ໄປລີ້ພັຍ ທີ່ສາທານະຣັດ ໂດມີນີກັນ 7 ເດືອນ ຫລັງຈາກທ່ານ ໄດ້ຖືກ ໂຄ່ນລົ້ມ ໃນການກໍ່ຣັຖປະຫານທີ່ໄດ້ຮັບການ ໜຸນຫລັງ ຈາກພວກທະຫານຊຶ່ງໄດ້ກໍ່ໃຫ້ເກີດ ວິກິຕການ ທາງດ້ານການເມືອງໃນຮອນດູຣັສ ນັ້ນ. ປະທານາທິບໍດີ ທີ່ຖືກໂຄ່ນລົ້ມ ຂອງຮອນ ດູຣັສ ໄດ້ເດີນທາງໄປເຖິງ ນະຄອນຫລວງ SANTO DOMINGO ໃນມື້ວັນພຸດວານນີ້ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ ຝູງຊົນຂນາດໃຫຍ່ ໄປເຕົ້າໂຮມກັນ ທີ່ສນາມບິນ ໃນນະຄອນຫລວງ TEGUCIGALPA ເພື່ອເບິ່ງທ່ານ ເດີນ ທາງໄປລີ້ພັຍ ທ່ານ ZELAYA ໄດ້ອອກເດີນທາງ ໄປລີ້ພັຍ ຢູ່ຕ່າງປະເທດ ບໍ່ດົນຫຼັງ ຈາກ ທ່ານ PORFIRIO LOBO ໄດ້ສາບານ ໂຕເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ຄົນໃໝ່ ຂອງຮອນດູຣັສ ຊຶ່ງທ່ານໄດ້ປະກາດວ່າ ຈະທຳການເຄື່ອນໄຫວ ເພື່ອໃຫ້ຜ່ານພົ້ນ ສະພາບ ການທີ່ວຸ້ນວາຍນັ້ນ. ຣັຖບານຊຸດໃໝ່ ຂອງທ່ານ LOBO ໄດ້ເຂົ້າຮັບໜ້າທີ່ ແທນຣັຖບານຊົ່ວຄາວ ທີ່ຫລາຍໆປະເທດ ໄດ້ປະຕິເສດ ບໍ່ຍອມຮັບຮູ້ ຫລັງຈາກໄດ້ມີການ ກໍ່ຣັຖປະຫານ ໂດຍໄດ້ຮັບການໜຸນຫລັງ ຈາກພວກທະຫານ ທີ່ໂຄ່ນລົ້ມ ທ່ານ ZELAYA.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG