ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂທຣະພາບ ຂອງທາງການ ສຣີລັງກາ ແຈ້ງວ່າ ທ່ານຣາຊພັກ ຊະນະ ການເລືອກຕັ້ງ ປະທານາທິບໍດີ ໃນມື້ວານນີ້


ສຣີລັງກາ: ໂທຣະພາບ ຂອງຣັຖບານ ສຣີລັງກາ ລາຍງານວ່າ ປະທານາທິບໍດີ ມາຮິນດາ ຣາຊພັກ ທີ່ສະມັກ ເຂົ້າຮັບຕຳແໜ່ງ ຕື່ມອີກນັ້ນ ໄດ້ຊະນະ ການເລືອກຕັ້ງ ປະທານາທິບໍດີ ສຣີລັງກາ ໃນວັນ ອັງຄານ ວານນີ້. ຜົນການນັບຄະແນນສຽງ ທີ່ເປັນ ທາງການ ຂັ້ນສຸດທ້າຍຍັງບໍ່ທັນມີການປະກາດໃຫ້ ຊາບເທື່ອແຕ່ການນັບ ຄະແນນໃນຂັ້ນຕົ້ນສະແດງ ໃຫ້ເຫັນວ່າ ທ່ານຣາຊພັກ ໄດ້ຮັບຄະແນນສຽງຫຼາຍ ກວ່າ 60% ທຽບໃສ່ຄູ່ແຂ່ງ ຄົນສຳຄັນຂອງ ທ່ານ ຄືອະດີດ ຜູ້ບັນຊາການ ກອງທັບສຣີລັງກາ ທ່ານ SARATH FONSEKA ທີ່ໄດ້ຮັບ ຄະແນນສຽງ ແຕ່ພຽງ 36% ນັ້ນ. ໂຄສົກຄົນນຶ່ງ ຂອງກອງທັບ ສຣີລັງກາ ກ່າວວ່າ ທະຫານຣັຖບານ ໄດ້ພາກັນໄປອ້ອມ ໂຮງແຮມແຫ່ງນຶ່ງ ໃນເຂດໃຈກາງ ນະຄອນຫຼວງ ໂຄລອມໂບ ບ່ອນ ທີ່ນາຍພົນ FONSEKA ພັກເຊົາຢູ່. ໂຄສົກກ່າວວ່າ ມີປະມານ 400 ຄົນ ຮວມທັງພວກ ທະຫານ ທີ່ໂຕນທັບ ໄດ້ໄປໂຮມຊຸມນຸມກັນ ທີ່ໂຮງແຮມແຫ່ງນັ້ນ ລຸນຫຼັງການເລືອກຕັ້ງ ເພື່ອໃຫ້ການສນັບສນຸນ ຕໍ່ນາຍພົນ FONSEKA. ນາຍພົນ FONSEKA ອອກຖແລງການ ສະບັບນຶ່ງ ໃນວັນພຸດມື້ນີ້ ເວົ້າວ່າ ທ່ານເຊື່ອວ່າ ຊີວິດຂອງທ່ານ ກຳລັງຕົກຢູ່ ໃນອັນຕະລາຍ ​ແລະວ່າທ່ານໄດ້ຮ້ອງຂໍ ໃຫ້ຜູ້ກວດກາໃຫຍ່ ຂອງຕຳຣວດສຣີລັງກາ ເຂົ້າແຊກແຊງ ໃນເຣື່ອງນີ້ ​ແລະ​ປ່ອຍໃຫ້ທ່ານ ໄດ້ອອກໄປ ຈາກໂຮງແຮມ ຢ່າງປອດພັຍ.

ເກົາຫລີ: ເກົາຫລີເໜືອໄດ້ຍິງປືນໃຫຍ່ຮອບ 2 ໄປໃສ່ບໍຣິເວນທະເລ ໃກ້ໆຊາຍແດນ ທີ່ຍັງມີ ການຂັດແຍ້ງກັນ ກັບເກົາຫລີໃຕ້ ໃນວັນພຸດມື້ ນີ້ຫລັງຈາກທັງ 2 ຝ່າຍ ໄດ້ຍິງປືນໃຫຍ່ເຕືອນ ຕອບໂຕ້ກັນໃນເຂດດັ່ງກ່າວ. ການຍິງປືນໃຫຍ່ ຮອບ 2 ຂອງເກົາຫລີເໜືອມີຂຶ້ນບໍ່ເທົ່າໃດຊົ່ວ ໂມງ ຫຼັງຈາກອຳນາດການປົກຄອງຄອມມູນິສ ເກົາຫລີເໜືອ ໄດ້ຍິງປືນໃຫຍ່ປະມານ 30 ລູກ ຈາກເຂດ ແຄມຝັ່ງທະເລຂອງຕົນ ຊຶ່ງພາໃຫ້ ກອງທັບ ຂອງເກົາຫລີໃຕ້ ຕອບໂຕ້ດ້ວຍການ ຍິງປືນໃຫຍ່ ຫຼາຍໆລູກ ຈາກຖານທັບ ທາງທະເລຂອງ​ຕົນ ທີ່ຕັ້ງຢູ່ ໃນບໍຣິເວນ ໃກ້ຄຽງກັນ ນັ້ນ. ໃນຖແລງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການ ເກົາຫລີເໜືອ ກອງເສນາທິການ ຂອງກອງທັບ ເກົາຫລີເໜືອ ກ່າວວ່າ ການຍິງປືນໃຫຍ່ ທີ່ວ່ານີ້ ແມ່ນພາກສ່ວນນຶ່ງ ຂອງການຊ້ອມຣົບ ທີ່ຍັງຈະ ດຳເນີນຕໍ່ໄປຕື່ມອີກ ໃນບໍຣິເວນນ່ານນຳ ດຽວກັນນີ້. ທາງ​ຝ່າຍ ​ເກົາຫລີ​ໃຕ້​ນັ້ນ ໂຄສົກຄົນນຶ່ງ ຂອງກະຊວງ ປ້ອງກັນປະເທດ ກ່າວວ່າ ກອງທັບເກົາຫລີໃຕ້ ໄດ້ມີຄຳສັ່ງ ໃຫ້ຢູ່ໃນທ່າກຽມພ້ອມ ໃນລະດັບສູງ ແລະເອີ້ນການກະທຳ ຂອງເກົາຫລີເໜືອ ໃນຄັ້ງນີ້ວ່າ ເປັນການທ້າທາຍ ເກາະຜິດ ຢ່າງຮ້າຍແຮງ. ເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ເກົາຫລີໃຕ້ ກ່າວວ່າ ກອງທັບ ເກົາຫລີໃຕ້ ບໍ່ໄດ້ຕອບໂຕ້ ຕໍ່ການຍິງປືນໃຫຍ່ ໃນຮອບ 2 ຂອງເກົາຫລີເໜືອ.

ເຢເມນ: ໜັງສືພິມສະບັບນຶ່ງ ຂອງສະຫະຣັດ ລາຍງານວ່າ ທາງກອງທັບ ແລະໜ່ວຍສືບລັບ ຂອງສະຫະຣັດ ໄດ້ພົວພັນ ໃນການປະຕິບັດ ງານລັບ ຮ່ວມກັບກຳລັງ ຂອງທະຫານເຢເມນ ທີ່ໄດ້ສັງຫານ ຫົວໜ້າກຸ່ມ ກໍ່ການຮ້າຍ ອາລ- ກາຍ-ດາ 6 ຄົນ ທີ່ມີຖານປະຕິບັດງານ ຢູ່ໃນ ເຢເມນ. ລາຍງານຂ່າວນີ້ ມີຂຶ້ນກ່ອນການໄຂ ກອງປະຊຸມ ລະດັບສູງ ຂອງນາໆຊາດ ທີ່ກຸງ ລອນດອນ ໃນວັນພຸດມື້ນີ້ ເພື່ອປຶກສາຫາຣືກັນ ກ່ຽວກັບການປາບ ກຸ່ມກໍ່ການ ຮ້າຍອາລ-ກາຍ-ດາ ​ໃນເຢເມນ. ໜັງສືພິມ WASHINGTON POST ລາຍງານວ່າ ປະທານາທິ ບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ໃຫ້ການອະນຸມັດກ່ຽວກັບການ ປະຕິບັດ ງານລັບດັ່ງກ່າວ ເມື່ອ 6 ອາທິດກ່ອນ. ໜັງສືພິມ ສະບັບນີ້ ຍັງເວົ້າວ່າ ທີ່ປຶກສາ ຂອງສະ ຫະຣັດ ບໍ່ໄດ້ເຂົ້າຮ່ວມ ໃນການປະຕິບັດງານ ທີ່ເຢເມນ ແຕ່ໄດ້ຊ່ອຍ ໃນການວາງແຜນ ກ່ຽວກັບການ ປະຕິບັດງານ ດັ່ງກ່າວ ແລະໃຫ້ການຊ່ອຍເຫລືອ ທາງດ້ານອາວຸດ. ລາຍ ງານຂ່າວ ເວົ້າວ່າ ປະທານາທິບໍດີ OBAMA ໄດ້ໃຫ້ການອະນຸມັດ ກ່ຽວກັບການ ປະຕິບັດງານ ໃນວັນທີ 24 ທັນວາຜ່ານມາ ເພື່ອບຸກໂຈມຕີ ອາຄານຫລັງນຶ່ງ ບ່ອນທີ່ເຊື່ອກັນວ່າ ຄົນສັນຊາດ ອະເມຣິກັນຜູ້ນຶ່ງ ກຳລັງພົບ ປະກັບພວກຜູ້ນຳ ຂອງກຸ່ມກໍ່ການຮ້າຍ ອາລ-ກາຍ-ດາ.

ໂອບາມາ: ເປັນທີ່ຄາດກັນວ່າ ປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ຈະເພັ່ງ ເລັງໃສ່ເຣື່ອງເສຖກິດ ໃນຄຳປາສັຍ ກ່ຽວ​ກັບ​ສະ ພາບ​ການ ​ຂອງ​ປະ​ເທດ​ຊາດ ຕໍ່ຣັຖສະພາ ແລະ ປະຊາ​ຊົນ ໃນວັນພຸດມື້ນີ້ ຮວມທັງ ການຮ້ອງຂໍ ໃຫ້ຣັຖສະພາ ສະຫະຣັດບໍ່ໃຫ້ເພີ້ມການໃຊ້ຈ່າຍ ເປັນເວລາ 3 ປີ ສຳລັບໂຄງການຕ່າງໆ ພາຍ ໃນປະເທດ ໃນຄວາມພະຍາຍາມ ເພື່ອຈະຕັດ ງົບປະມານ ທີ່ກຳລັງເພີ້ມ ສູງຂຶ້ນນັ້ນລົງ. ທ່ານ OBAMA ຈະກ່າວຄຳປາສັຍ ທີ່ມີການຖ່າຍທອດ ທາງໂທຣະພາບ ທົ່ວປະເທດ ຕໍ່ຣັຖສະພາ ສະຫະຣັດ ໃນເວລາທີ່ ຄະ​ແນນ​ນິຍົມ​ທ່ານ​ ຂອງມະຫາຊົນ ພວມຕົກຕ່ຳລົງ ແລະອັດຕຣາ ຄົນຫວ່າງງານ ມີເຖິງ 10%. ທຳນຽບຂາວ ພວມໄດ້ຮັບ ການກົດດັນ ເພື່ອໃຫ້ຕັດການໃຊ້ຈ່າຍລົງ ຂະນະທີ່ ໃນເວລາດຽວກັນ ກໍຊອກ ຫາຊ່ອງທາງ ເພື່ອສ້າງວຽກເຮັດງານທຳ ແລະປັບປຸງເສຖກິດ ທີ່ຍັງມີການ ຊັກຊ້າຢູ່ນັ້ນ. ທ່ານ ROBERT GIBBS ໂຄສົກ ຂອງທຳນຽບຂາວ ກ່າວວ່າ ປະທານາທິບໍດີ ສ່ວນໃຫຍ່ ແລ້ວ ຈະເພັ່ງເລັງໃສ່ ກ່ຽວກັບວ່າ ສະຫະຣັດ ຈະເຮັດໃຫ້ເສຖກິດ ມີການເຄື່ອນໄຫວ ອີກແບບໃດ ແລະເຕືອນ ຊາວອະເມຣິກັນ ກ່ຽວກັບໂຄງການຕ່າງໆ ທີ່ທ່ານໄດ້ລິເລີ້ມ ໃນປີທຳອິດ ທີ່ທ່ານໄດ້ເຂົ້າຮັບຕຳແໜ່ງນັ້ນ ອາດໄດ້ຂັດຂວາງ ບໍ່ໃຫ້ເສຖກິດ ປະສົບກັບ ຄວາມຫາຍານະ.

ຈີນ - ກູເກີລ: ຈີນກ່າວວ່າ ບໍຣິສັດ ບໍຣິການ ໂທຣະສັບມືຖື ພາຍໃນປະເທດຂອງຕົນສາມາດ ນຳໃຊ້ ຣະບົບປະຕິບັດງານ ທີ່ພັທນາໂດຍ ບໍຣິ ສັດຊອກຄົ້ນຫາຂໍ້ມູນ ທາງອິນເຕີແນັດຍັກໃຫຍ່ GOOGLE ຂອງສະຫະຣັດ. ໂຄສົກຄົນນຶ່ງ ຂອງກະຊວງ ອຸສາຫະກັມ ແລະເທັກໂນໂລຈີ ດ້ານຂໍ້ມູນ ຂອງຈີນ ກ່າວຕໍ່ພວກນັກຂ່າວທີ່ກຸງ ປັກກິ່ງ ໃນວັນພຸດມື້ນີ້ວ່າ ບໍ່ຄວນມີການຈຳກັດ ຮັດແຄບກ່ຽວກັບການນຳໃຊ້ຣະບົບແອັນດຣອຍທ໌ ຂອງ GOOGLE ຕາບໃດທີ່ ການນຳໃຊ້ດັ່ງ ກ່າວບໍ່ຂັດກັບ ກົດໝາຍ ​ແລະຣະບຽບການ ຂອງປະເທດ ແລະການຮ່ວມມື ກັບບໍຣິສັດ ໂທຣະສັບມືຖື. ບໍຣິສັດ GOOGLE ​ໄດ້ຂູ່ ໃນຕົ້ນເດືອນນີ້ວ່າ ຈະຖອນອອກຈາກຈີນ ຍ້ອນມີ ຄວາມວິຕົກກັງວົນ ກ່ຽວກັບການກວດກາ ແລະການໂຈມຕີ ທາງອິນເຕີແນັດ ຕໍ່ບັນຊີອີແມລ ພວກລູກ​ຄ້າ​ຂອງຕົນ. ​ຕໍ່​ມາ ໃນມື້ວັນຈັນຜ່ານມານີ້ ໂຄສົກກະຊວງ ອຸສາຫະກັມ ແລະເທັກໂນໂລຈີ ດ້ານຂໍ້ມູນຂອງຈີນ ໄດ້ປະຕິເສດວ່າ ຣັຖບານຈີນ ບໍ່ມີສ່ວນພົວພັນໃດໆ ກັບການໂຈມຕີ ທາງອິນເຕີແນັດ ຕໍ່ບໍຣິສັດ GOOGLE.

ມຽນມາ: ສານແຫ່ງນຶ່ງຂອງມຽນມາ ໄດ້ເລື່ອນການອອກ ຄຳພິພາກສາ ໃນຄະດີ ຂອງຊາວອະເມຣິກັນ ເຊື້ອສາຍ ມຽນມາ ທີ່ຖືກກ່າວຫາວ່າ ທຳການສໍ້ໂກງແລະປອມແປງ ເອກກະສານ. ທະນາຍຄວາມ ຂອງນາຍ KYAW ZAW LWIN ກ່າວຕໍ່ພວກນັກຂ່າວ ໃນວັນພຸດມື້ນີ້ວ່າ ຜູ້ພິພາກ ສາໄດ້ເລື່ອນການ ອອກຄຳຕັດສິນ ໄປຈົນຮອດວັນທີ 10 ກຸມພາ. ນາຍ KYAW ZAW LWIN ຊຶ່ງຮູ້ກັນດີໃນອີກ ຊື່ນຶ່ງວ່າ NYI NYI AUNG ນັ້ນ ໄດ້ຖືກຈັບໃນເດືອນກັນ ຍາປີກາຍ ຫລັງຈາກ ໄດ້ເດີນທາງໄປເຖິງ ສນາມບິນຢ່າງ ກຸ້ງ ແລະໄດ້ຖືກ ດຳເນີນຄະດີ ໃນເດືອນຕໍ່ມາ. ຂໍ້ຫາຕໍ່​ຜູ້ ກ່ຽວ ແມ່ນພົວພັນກັບ ການມີບັດປະຈຳຕົວ ທີ່ມີການປອມ ແປງ ແລະການບໍ່​ແຈ້ງ ​ກ່ຽວກັບເງິນຕຣາ ຕ່າງປະເທດ ທີ່​ຜູ້ກ່ຽວ​ມີ. ນາຍ KYAW ZAW LWIN ແມ່ນນຶ່ງ ໃນບັນດາຜູ້ຈັດຕັ້ງ ການລຸກຮືຂຶ້ນ ຂອງພວກນິຍົມ ປະຊາທິປະໄຕ ໃນປີ 1988. ລາວໄດ້ຫລົບໜີ ຈາກມຽນມາ ໄປຢູ່ທີ່ປະເທດໄທ ຫລັງຈາກ ຣັຖບານທະຫານ ໄດ້ປາບປາມ ພວກນັກເຄື່ອນໄຫວ. ຫຼັງຈາກນັ້ນ ລາວໄດ້ໄປຕັ້ງຖິ່ນຖານ ຢູ່ສະຫະຣັດ ແລະຖືສັນຊາດ ອະເມຣິກາ. ລາວໄດ້ເດີນທາງ ໄປມຽນມາ ເພື່ອຢ້ຽມຢາມ ມານດາທີ່ກຳລັງປ່ວຍ ​ແລະຮັບ​ໃຊ້ໂທດຈຳຄຸກ ຍ້ອນກິຈກັມ ທາງດ້ານການເມືອງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG