ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາກົນຈັດການຖືກງູຕອດວ່າເປັນພະຍາດຄວນໄດ້ຮັບການເອົາໃຈໃສ່


ສາລະ​ຄະດີການ​ແພດ​ຂອງເຮົາມື້ນີ້ ຈະ​ແນະນຳຂັ້ນຕອນ​ທີ່ຄວນປະຕິບັດ ​ເພື່ອ​ປ້ອງ​ກັນ​ການ​ຖືກງູຕອດ​ແລະ​ເພື່ອ ປັບປຸງ​ການ​ປິ່ນປົວໃຫ້ດີ​ຂຶ້ນ. ໃນແຕ່ ລະປີມີ​ປະຊາຊົນ ຈຳນວນ ປະມານຫ້າ​ລ້ານ ຫ້າ​ແສນ​ຄົນ (5.5 ລ້ານ) ​ຖືກງູ​ຕອດຢູ່​ໃນ​ທົ່ວ​ໂລກ​ ເຊິ່ງ ດຽວນີ້ອົງ ການອານະໄມໂລກ​ຮັບຮູ້​ແລ້ວວ່າ ການ​ຖືກງູຕອດ​ເປັນ​ພະຍາດທີ່​ບໍ່ ໄດ້ຮັບ ຄວາມ​ສົນ​ໃຈ ຢູ່​ໃນ​ປະ ​ເທ​ດເຂດ​ຮ້ອນ.

ໃນແຕ່ລະປີ ມີ​ພົນລະ​ເມືອງ​ທົ່ວໂລກ​ຈຳນວນປະມານ ຫ້າ​ລ້ານ ຫ້າ​ແສນ​ຄົນ (5.5 ລ້ານ) ​ຖືກງູ​ຕອດ. ພວກນັກ​ຊ່ຽວຊານເວົ້າ ວ່າ ຄົນ​ນັບ​ເປັນຫລາຍສິບ​ພັນ​ຄົນ ​ເສຍ​ຊີວິດ​ໄປຍ້ອນ ພິດ​ງູ.

ການຖືກງູຕອດ ຕົວຢ່າງເຊັ່ນຕອດຂາ​ຫລືແຂນນັ້ນ ຖ້າຫາກບໍ່ ​ໄດ້​ຮັບ​ການປິ່ນປົວ ຫລື ປິ່ນປົວຢ່າງ​ບໍ່ຖືກຕ້ອງ ກໍອາດຈະ​ພາ​ໃຫ້ຕ້ອງໄດ້ຕັດແຂນ​ ຫລື ​ຂາອອກ​. ໃນແຕ່ລະປີ ມີປະມານສີ່ ຮ້ອຍພັນກໍລະນີທີ່ຖືກ ຕັດແຂນ ຫລືຂາຍ້ອນ​ຖືກ​ງູ​ຕອດ.

​ໃນ​ປີແລ້ວນີ້ ອົງການອານະໄມໂລກໄດ້ຈັດເອົາການ​ຖືກ​ງູ​ຕອດ​ ເຂົ້າ​ໃສ່ໃນ​ບັນຊີ​ລາຍ​ຊື່​ຂອງ​ພວກ “​ພະຍາດໃນ​ເຂດ​ຮ້ອນທີ່ບໍ່ໄດ້ຮັບ ຄວາມ ສົນ​ໃຈ” ເປັນເທື່ອ​ທຳ​ອິດ. ການ​ຮັບ​ຮູ້​ນີ້ ແມ່ນ​ແນໃສ່​ເພື່ອດຶງ ດູດ​ຄວາມສົນໃ​ຈໄປ​ໃສ່​ບັນຫານີ້.

ພວກນັກວິທະຍາ​ສາດ ​ຮູ້​ວ່າມີງູຢູ່ປະມານສາມ​ພັນ​ຊະນິດ. ໃນ ນັ້ນ ມີ​ປະມານ​ຫົກ​ຮ້ອຍ ຊະໜິດທີ່ເປັນງູພິດ ຊຶ່ງງູພວກນີ້ ມັກມີ​ຢູ່​ໃນ​ເຂດ​ຊົນນະບົດ​ ຂອງ​ພວກ​ປະ​ເທດ​ເຂດ​ຮ້ອນ.

ທະວີບເອ​ເຊຍ ​ແລະ ອາ​ຟຣິກາມີ​ຈຳນວນຄົນຖືກ​ງູ​ຕອດ​ ຫລາຍ ກວ່າໝູ່--​ເວົ້າລວມ​ແລ້ວ ​ແມ່ນປະມານສີ່​ລ້ານ​ລາຍ​ຕໍ່ປີ​. ຮອງ ລົງມາແມ່ນຢູ່​ໃນເຂດອາເມຣິກາລາຕິນ ແລະ ບັນ ດາເກາະດອນ ໃນ​ເຂດມະຫາສະມຸດປາຊີຟິກຕອນ​ໃຕ້.

ຈຳນວນ​ຜູ້ໄດ້ຮັບເຄາະ​ຮ້າຍ​ທີ່​ສູງ​ທີ່ສຸດ ​ແມ່ນພວກເຮັດວຽກງານ​ກະສິກຳ. ການ​ຖືກ​ງູ​ຕອດ​ ກໍແມ່ນ​ບັນຫາ​ທຳ​ມະ​ດາ​ເຊ່ນ​ກັນ ໃນ​ກຸ່ມຊາວປະໂມງ, ພວກ​ລ່າ​ເນື້ອ ​ແລະ ​ເດັກນ້ອຍ. ພວກເຄາະ​ຮ້າຍຫລາຍ​ຄົນ ອາ​ໃສ​ຢູ່​ໃນເຂດທີ່ບໍ່ມີ​ລະບົບປິ່ນປົວສຸກຂະພາບ​ທີ່ດີ ຫລື ບໍ່ມີ​ເລີຍ, ​ແລະ ສ່ວນ​ຫລາຍ ບໍ່ມີຢາ​ຕ້ານພິດ​. ​

ຢາ​ຕ້ານພິດງູ​ແມ່ນ​ຢາ​ອັນດຽວ ທີ່​ໃຊ້ປິ່ນປົວອາການ​ງູ​ຕອດ​ໃຫ້ ຫາ​ຍ​ໄດ້ ຫາກ​ແຕ່ ພວກ​ນັກ​ຊ່ຽວຊານ​ເວົ້າວ່າ ​ເທັກ​ໂນ​ໂລຈີ ຜະຫລິດຢາ​ຕ້ານພິດງູ ​ແລະ ການ​ນຳໃຊ້​ນັ້ນ ຕ້ອງ​ມີ​ການ​ປັບປຸງໃຫ້ດີກວ່າ​ເກົ່າ. ບັນຫາກໍ​ແມ່ນ​ວ່າ ມີ​ການຂາດ​ເຂີນ​ຜູ້​ຜະຫລິດ​ຢານີ້ ​ແລະຄ່າ​ປິ່ນ ປົວກໍ​ແພງ ຍ້ອນ​ບໍ່​ມີ​ຢາ​ພຽງພໍ​ນັ້ນ​ເອງ.

ພ້ອມ​ກັນນີ້ ການ​ຂາດເຂີນຄວາມ​ຮູ້ ກ່ຽວກັບ​ວິທີ​ໃຊ້ຢາ​ຕ້ານພິດ ງູຢ່າງ​ຖືກຕ້ອງ ຢູ່ໃນກຸ່ມພະນັກງານແພດ ຢູ່​ທ້ອງ​ຖິ່ນ ຢ່າງແຜ່​ຫລາຍ ກໍ​ເປັນ​ອີກ​ບັນຫາ​ນຶ່ງ ​ເພາະວ່າຖ້າຫາກໃຊ້​ ຢາປິ່ນປົວ​ບໍ່ຖືກຕ້ອງ ມັນກໍ​ສາມາດ​ພາໃຫ້ ມີປະຕິກິລິຍາ​ໂຕ້​ຕອບ​ທີ່​ຮ້າຍ​ແຮງ ​ແລະ​ເປັນ​ອັນຕະລາຍ ເຖິງຂັ້ນຕາຍ​ໄດ້.

ຢາ​ຕ້ານພິດງູ ປະກອບ​ດ້ວຍ​ສານໂປຣຕີນ​ທີ່​ມາຈາກ​ສັດ​ເຊັ່ນ ມ້າ ​ຫລື ​ແກະ ທີ່​ໄດ້​ຖືກ​ສັກ​ຢາ​ພິດ​ປະ​ເພດໜຶ່ງ ຫລືຫລາຍ​ປະເພດ ​ໃສ່ຫລາຍໆ​ເທື່ອ ​ເພື່ອ​ໃຫ້​ມີ​ພູມຕ້ານທານ​ພິດ​ຕ່າງໆ​ໄດ້.

ເມື່ອ​ບໍ່ນານ​ມານີ້ ວາລະສານ​ການ​ແພດ ແລນເຊັດ ໄດ້​ພິມ​ເຜີຍ​ແຜ່ ລາຍ​ງານ ຫລາຍໆ​ສະບັບ​ຕິດ​ຕໍ່​ກັນ​ ​ກ່ຽວກັບ​ວິທີການ​ປ້ອງ​ກັນ​ງູ ​ຕອດ​ແລະວິທີ​ປິ່ນປົວ.

ພວກຂຽນລາຍ​ງານກ່າວ​ວ່າ ໂຄງການ​ສຶກສາ​ປະຊາຊົນ​ກ່ຽວ​ກັບ ​ເຣື່ອງ​ນີ້ ສາມາດ​ຊ່ວຍປ້ອງ​ກັນ​ງູ​ຕອດ​ໄດ້ ​ໂດຍການສອນ​ວິທີ​ໃຫ້ ຄົນຫລີກໜີຈາກ​ມັນ​. ພວກ​ເຂົາເຈົ້າຍັງໄດ້​ແນະນຳ​ວິທີ​ການ ອຶ່ນໆ​ອີກ ເຊັ່ນ​ໃຫ້​ໃສ່​ເກີບ​ບົດ ຫລື boots ໃນ​ຍາມ​ເຮັດ​ວຽກຢູ່ໄຮ່ຢູ່ນາ, ​ແລະ ບໍ່​ໃຫ້ນອນ​ຢູ່​ກັບພື້ນ ດິນພື້ນຫຍ້າ.

ສິ່ງ​ນຶ່ງ​ອີກ​ທີ່ສຳຄັນ ​ກໍ​ແມ່ນໃຫ້​ເຜີຍ​ແຜ່ຂໍ້​ມູນ​ກ່ຽວກັບ​ເຂດທີ່​ງູ​ຮ້າຍ ມັກ​ອາ​ໃສຢູ່ ​ແລະເວລາ​ທີ່ພວກງູເຫລົ່ານັ້ນ​ມັກອອກ​ໄປ​ຊອກ​ຫາ ກິນ ​ໃຫ້​ປະຊາຊົນ​ຮູ້ ​ເພື່ອ​ຈະ​ໄດ້​ຫລີກ​ໜີ​ພວກ​ງູ​ເຫລົ່ານັ້ນ.

XS
SM
MD
LG