ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ລັດຖະບານລາວອານຸມັດວິຊາ 9ເດືອນໃຫ້ແກ່ຄົນລາວຈາກຕ່າງ ປະເທດ


ລັດຖະບານ​ລາວ ​ໄດ້ຮັບຮອງເອົາມາດ​ຕະການ ອານຸຍາດໃຫ້ຄົນ​ລາວຈາກຕ່າງ ປະ​ເທດ​ສາ ມາດ​ທີ່​ຈະອາ​ໃສ​ຢູ່ໃນ​ລາວ ​ໄດ້ນານ​ເຖິງ 9 ​ເດືອນ ຕໍ່ການອອກ​ວິຊາ​ແຕ່ລະຄັ້ງແລະ ປັດຈຸ​ບັນນີ້ຍັງ​ລໍຖ້າ​ແຕ່​ການຮັບ ຮອງຈາກສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນກໍ​ຈະ​ມີ​ຜົນ ​ບັງຄັບ​ໃຊ້​ໄດ້​.

ທ່ານເຄນທອງ ນວນທະສິງ ​ໂຄ​ສົກກະຊວງ ການຕ່າງປະເທດຂອງລາວໄດ້ໃຫ້ການຢືນ ຢັນວ່າ ລັດຖະບານລາວໄດ້ ການຮັບຮອງ​ເອົາ ຮ່າງມາດຕະການ​ເສີມ​ສ້າງການພົວພັນ ຮ່ວມມືລະຫວ່າງລັດຖະບານລາວ ກັບຄົນລາວ ຢູ່ຕ່າງປະເທດເຂົ້າໃນການສ້າງສາພັດ ທະນາປະເທດລາວໃຫ້ຈະ​ເລີ​ນກ້າວໜ້າຫຼາຍຂຶ້ນນັບມື້ ຢ່າງເປັນທາງການແລ້ວເມື່ອບໍ່ນານມານີ້ ແລະ ໃນຂະນະນີ້ຍັງລໍຖ້າ ພຽງແຕ່ການລົງມະ​ຕິຮັບຮອງເອົາໂດຍສະພາແຫ່ງຊາດລາວ ຢ່າງເປັນທາງການເທົ່ານັ້ນ ກໍ່ຈະມີຜົນບັງຄັບໃຊ້ໃນພາກປະຕິບັດຕົວຈິງ​.

ທັງນີ້ຄາດໝາຍວ່າສະພາແຫ່ງຊາດລາວຊຸດທີ່ 6 ຈະຈັດໃຫ້ມີກອງປະຊຸມສະໄໝສາມັນຄັ້ງທີ່ 9 ຢ່າງ ເປັນທາງການພາຍ ໃນ 3 ເດືອນຕໍ່ໜ້າໂດຍມາດຕະການ ສຳຄັນປະການໜຶ່ງທີ່ ທາງການລາວເຊື່ອວ່າ ຈະຊ່ວຍດຶງ​ດູດຄົນ ລາວຈາກຕ່າງປະເທດ ໃຫ້ເດີນທາງເຂົ້າໄປ ໃນລາວຫຼາຍຂຶ້ນນັບມື້ນັ້ນກໍ່ຄື ການຕໍ່ເວລາໃນການອານຸຍາດ ໃຫ້ຄົນ ລາວຈາກຕ່າງປະເທດສາມາດພັກອາໃສຢູ່ ໃນລາວ ໄດ້ຍາວຂຶ້ນຈາກ​ເດີມ 30 ວັນເປັນ 9 ເດືອນ ຕໍ່ການອອກ VISA ໃນແຕ່ລະຄັ້ງ ຊຶ່ງກໍ່ຈະ ເຮັດໃຫ້ຄົນລາວຈາກຕ່າງປະເທດມີເວລາຢ່າງພຽງພໍສຳລັບການທີ່ຈະຕັດສິນໃຈລົງທຶນເພື່ອດຳ ເນີນທຸລະກິດຕ່າງໆຢູ່ໃນລາວ.

ຍິ່ງໄປກວ່ານັ້ນ ພາຍໃຕ້ນະໂຍບາຍໃຫມ່ ຂອງລັດຖະບານລາວກ່ຽວກັບການ​ເສີມ ສ້າງການພົວພັນຮ່ວມມືກັບຄົນລາວຢູ່ໃນ ຕ່າງປະເທດໃຫ້ຫຼາຍຂຶ້ນນັບມື້ດັ່ງກ່າວນີ້ ທາງການລາວຍັງໄດ້ຈັດມາດ​ຕະການອື່ນໆ ໄວ້ເພື່ອຮອງຮັບຄົນລາວຈາກຕ່າງປະເທດ ທີ່ຈະເດີນທາງກັບຄືນໄປລາວອີກຫຼາຍມາດ ຕະການດ້ວຍກັນ. ​ໂດຍມາດ​ຕະການທີ່ສຳ ຄັນກໍ່ຄື ການໃຫ້ສິດທິໃນການຖືຄອງ ແລະ ໃຊ້ ປະໂຫຍດ ຈາກທີ່ດິນ-ອາຄານສະຖານທີ່ ແລະ ອະສັງຫາລິ​ມະ​ຊັບຕ່າງໆຢ່າງຄົບຊຸດ ແລະ ຍາວນານ ຖ້າຫາກວ່າຄົນລາວຈາກຕ່າງປະເທດ ໄດ້ລົງທຶນຢູ່ໃນລາວ ຄິດເປັນ ມູນຄ່າຕັ້ງແຕ່ 5 ແສນໂດລາສະຫະລັດ ຂຶ້ນໄປ.

ສ່ວນ​ຄົນ​ລາວ​ຈາກ​ຕ່າງປະ​ເທດ​ຄົນ​ໃດ​ທີ່​ຕ້ອງການ​ຈະ​ສົມຣົດ ຫລື ​ແຕ່ງດອງ​ກັບ​ຄົນ​ລາວ​ທີ່ຢູ່ ໃນລາວນັ້ນ ກໍ່ຈະໄດ້ຮັບການອຳນວຍຄວາມສະດວກໃນທຸກໆດ້ານ ຊຶ່ງກໍ່ໝາຍຄວາມ ວ່າ ຄົນລາວຈາກຕ່າງປະເທດຈະໄດ້ຮັບ ການເບິ່ງແຍງຈາກທາງການລາວເປັນ ກໍລະນີພິເສດກວ່າຊາວຕ່າງປະເທດໂດຍທົ່ວໄປນັ້ນເອງ.

ກ່ອນໜ້ານີ້ທ່ານບົວສອນ ບຸບຜາວັນ ນາຍຍົກລັດຖະມົນຕີລາວ ໄດ້ໃຫ້ການຕ້ອນຮັບຄະນະ ຕົວແທນຄົນລາວຫຼາຍສິບຄົນຈາກສະຫະລັດ ອາເມຣິກາ, ເບວລຢ້ຽມ, ເຍຍລະມັນ, ຝຣັ່ງ ເສດ, ສວິ​ເຊີແລນ, ຄານາດາ, ອົສ​ເຕຣລີ ແລະ ຍີ່ປຸ່ນ ທີ່ໄດ້ເດີນທາງໄປເຂົ້າຮ່ວມຊົມ ການແຂ່ງຂັນ ກິລາຊີເກມຄັ້ງທີ່ 25 ຊຶ່ງລັດຖະບານລາວເປັນເຈົ້າພາບ ຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ່ 9-18 ທັນວາທີ່ຜ່ານມານີ້ ຢູ່ນະຄອນຫລວງວຽງຈັນ.

ໃນໂອກາດດັ່ງກ່າວ ທ່ານບົວສອນ ໄດ້ໃຫ້ການຢືນຢັນວ່າ ລັດຖະບານລາວບໍ່ໄດ້ຢຶດຖື ຫຼື ໃຫ້ຄວາມສຳຄັນກັບບັນຫາຂັດແຍ້ງ​ຫລື ​ເລື້ອງລາວໃນອາດີດມາເປັນມາດຕະຖານ ຂອງການ ພັດທະນາເພື່ອ ອະນາຄົດທີ່ດີຂຶ້ນຂອງປະເທດຊາດແຕ່ຢ່າງໃດ. ຫາກແຕ່ຕ້ອງການທີ່ຈະເຫັນ ຄົນລາວທັງທີ່ຢູ່ໃນ ແລະ ຕ່າງປະເທດຮວມໃຈກັນ ແລະສຸມ​ສະຕິປັນຍາເຂົ້າໃນການ ພັດທະນາ ຊາດລາວໃຫ້ກ້າວໜ້າຍິ່ງໆຂຶ້ນໄປເປັນສຳຄັນ.

XS
SM
MD
LG