ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ ໃນສຣີລັງກາ ໄດ້ເສັດສິ້ນລົງແລ້ວ


ສຣີລັງກາ - ເລືອກຕັ້ງ: ສຣີລັງກາຈັດການເລືອກ ຕັ້ງ ປະທານາທິບໍດີ ທ່າມກາງຄວາມສະງົບເປັນເທື່ອ ທຳອິດ ໃນຮອບ ຫຼາຍໆທົສວັດຫລັງຈາກທີ່ໄດ້ມີການ ໂຄສະນາຫາສຽງທີ່ເຕັມໄປດ້ວຍ ຄວາມຮຸນແຮງ. ບັນ ດາຜູ້ມີສິດປ່ອນບັດ ຊຶ່ງຮວມທັງຜູ້ປະສົບພັຍສົງຄາມ ຊາວທະມິລພາກັນໄປ ລົງຄະແນນສຽງໃນວັນອັງຄານ ມື້ນີ້ ເພື່ອ​ເລືອກ​ເອົາ​ ລະວ່າງການຕໍ່ອາຍຸ ໃນການບໍຣິ ຫານປະເທດຂອງປະທານາທິບໍດີມາຮິນດາ ຣາຊພັກ ​ກັບການເລືອກເອົາ ຄູ່ແຂ່ງຂອງທ່ານ ອະດີດຜູ້ບັນຊາ ການ ທະຫານສູງສຸດ ຂອງສຣີລັງກາ ທ່ານ SARATH FONSEKA ເຂົ້າຮັບຕຳແໜ່ງແທນ. ມີ ຜູ້ສະມັກທັງໝົດ 22 ຄົນ ມີຊື່ຢູ່ໃນບັນຊີ ການປ່ອນບັດ ແຕ່ການເລືອກຕັ້ງລວມຈຸດ​ ຢູ່​ທີ່ ທ່ານຣາຊພັກ ແລະທ່ານ FONSEKA ຊຶ່ງຕ່າງກໍໄດ້ຖືກ ຍົກຍ້ອງວ່າ ເປັນວີຣະຊົນສົງຄາມ ໃນການໄດ້ຮັບ ໄຊຊະນະ ຕໍ່ພວກກະບົດ ເສືອທະມິລ ປີກາຍນີ້. ນາຍພົນ FONSEKA ໄດ້ຕັດສິນໃຈ ສະມັກເຂົ້າແຂ່ງຂັນ ປະທານາທິບໍດີ ຣາຊພັກ ໃນການເລືອກຕັ້ງ ຄັ້ງນີ້ ຫລັງ ຈາກ​ໄດ້ຈົ່ມວ່າ ທ່ານໄດ້ຖືກປັດເຂັ່ຽບໍ່ໃຫ້ມີຄວາມສຳຄັນ ຫລັງຈາກສົງຄາມ ສິ້ນສຸດລົງແລ້ວ.

ຝຣັ່ງ - ຜ້າຄຸມປົກໜ້າ: ຄະນະກັມມະການ ນຶ່ງ ຂອງສະພາແຫ່ງຊາດຝຣັ່ງ ຮຽກຮ້ອງໃຫ້ ມີການຫ້າມ ເປັນບາງສ່ວນ ບໍ່ໃຫ້ແມ່ຍິງ ໃສ່ ຜ້າຄຸມປົກໜ້າ ຂອງສາສນາອິສລາມ​ໂດຍເຕັມ ນັ້ນ. ໃນວັນອັງຄານມື້ນີ້ ຄະນະກັມມະການດັ່ງ ກ່າວໄດ້ນຳສເນີການຫ້າມບໍ່ໃຫ້ ແມ່ຍິງມຸສລິມ ໃສ່ຜ້າຄຸມປົກໜ້າຢູ່ໃນສະຖານທີ່ ຫຼາຍໆບ່ອນ ຮວມທັງໂຮງພະຍາບານ ໂຮງຮຽນແລະການ ຂົນສົ່ງ ສາທາຣະນະ. ລາຍງານຂ່າວ ບໍ່ໄດ້ ແຈ້ງວ່າ ມີການຫ້າມ ຢ່າງເຕັມທີ່ ບໍ່ໃຫ້ໃສ່ຜ້າຄຸມປົກໜ້າດັ່ງກ່າວ ຢູ່ໃນສະຖານທີ່ ສ່ວນໂຕ. ປະທານາທິບໍດີ NICOLAS SARKOZY ​ໄດ້ກ່າວ ໃນຕົ້ນເດືອນນີ້ວ່າ ແມ່ຍິງຊາວມຸສລິມ ບໍ່ຄວນໄດ້ຮັບ ອະນຸຍາດ ໃຫ້ໃສ່ຜ້າຄຸມ ປົກໜ້າເລີຍ. ທ່ານ SARKOZY ເວົ້າວ່າ ຜ້າປົກ ໜ້າດັ່ງກ່າວ ຂັດກັນ​ກັບຄຸນຄ່າ ຂອງຝຣັ່ງ. ການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ຊາວຝຣັ່ງ ສ່ວນໃຫຍ່ ໃຫ້ການສນັບສນຸນ ຕໍ່ການຫ້າມ ໃສ່ຜ້າຄຸມປົກໜ້າ. ແຕ່ແນວໃດກໍຕາມ ພວກແມ່ຍິງ ມຸສລິມໃນປະ​ເທດຝຣັ່ງ ທີ່ໃສ່ຜ້າຄຸມປົກໜ້າ ມີແຕ່ພຽງ ສ່ວນນ້ອຍໆເທົ່ານັ້ນ.

ອັຟການິສຖານ: ໃນໂທຣະເລກການທູດ ທີ່ມີ ການພິມເຜີຍແຜ່ ໂດຍເຕັມ ເປັນເທື່ອທຳອິດໃນ ວັນອັງຄານມື້ນີ້ ເອກອັຄຣັຖທູດ ສະຫະຣັດ ປະ ຈຳອັຟການິສຖານ ​ໄດ້ເຕືອນ ປະທານາທິບໍດີ BARACK OBAMA ວ່າ ປະທານາທິບໍດີອັຟ ການິສຖານ ທ່ານ HAMID KARZAI ບໍ່ແມ່ນ ພາຄີຍຸທະສາດ ທີ່ດີ​ພໍ ຂອງສະຫະຣັດ. ໂທຣະ ເລກທີ່ພິມເຜີຍແຜ່ໂດຍໜັງສືພິມ NEW YORK TIMES ໃນວັນອັງຄານມື້ນີ້ ສະແດງໃຫ້ເຫັນວ່າ ເອກອັຄຣັຖທູດ KARL EIKENBERRY ມີ​ຄວາມ​ບໍ່​ແນ່​ໃຈ ກ່ຽວກັບການ ສົ່ງກຳລັງທະຫານ ໄປຕື່ມ ຢູ່ອັຟການິສຖານ ​ແລະທ່ານ EIKENBERRY ​ໄດ້ເຕືອນທ່ານ OBAMA ວ່າ ການເພີ້ມກຳລັງ ທະຫານອະເມຣິກັນ ໃນ ອັຟການິສຖານນັ້ນ ຈະເຮັດໃຫ້ ຣັຖບານຂອງ ປະທານາທິບໍດີ KARZAI ກາງຕໍ່ສະຫະຣັດ ຫຼາຍເກີນໄປ. ໂທຣະເລກ ຂອງທ່ານ EIKENBERRY ໄດ້ຄັດຄ້ານ ຕໍ່​ແຜນຍຸທສາດ ຕ້ານ ພວກກະບົດທີ່ສເນີຂຶ້ນ​ມາໂດຍຜູ້ບັນຊາການ ກຳລັງສະຫະຣັດໃນອັຟການິສຖານ ນາຍພົນ STANLEY McCHRYSTAL ທີ່ໄດ້ເຕືອນວ່າ ການ​ປະຕິບັດ​ງານ​ ຂອງສະຫະຣັດ ໃນ​ອັຟ ກາ​ນິສຖານ ຈະ​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ ຖ້າ​ບໍ່​ມີ​ການ​ສົ່ງກຳລັງ ສະຫະຣັດ ໄປເພີ້ມຕື່ມ.

ຮົງກົງ - ການເມືອງ: ສະມາຊິກ ສະພານິຕິ ບັນຢັດ ຮົງກົງ 5 ທ່ານ ໄດ້ພາກັນລາອອກໃນ ວັນອັງຄານ ມື້ນີ້ ເພື່ອປະທ້ວງ ຕໍ່ການປະຕິຮູບ ປະຊາທິປະໄຕ ຂອງປັກກິ່ງ ທີ່ໄດ້ດຳເນີນໄປ ຢ່າງຊັກຊ້ານັ້ນ. ພວກ​ຜູ້​ແທນ​ທັງ​ຫ້າ ທີ່​ມາຈາກ ພັກສັນນິບາດ ສັງຄົມປະຊາທິປະໄຕ ແລະພັກ ກິຈສັງຄົມໄດ້ພາກັນລົງນາມ ໃນໜັງສືລາອອກ ແລ້ວຫຼັງຈາກນັ້ນ ກໍນຳໄປມອບໃຫ້ເລຂານຸການ ຂອງສະພາ ນິຕິບັນຢັດຮົງກົງ. ພັກຝ່າຍຄ້ານທັງ 2 ຂອງຮົງກົງຫວັງວ່າ ການລາອອກຂອງ​ພວກ​ຜູ້​ແທນ ຂອງຕົນ ຈະບັງຄັບໃຫ້ມີການເລືອກ ຕັ້ງຮອບ​ພິ​ເສດ ຊຶ່ງໃນຄວາມເປັນຈິງແລ້ວ ຈະພາໃຫ້ມີ ການລົງປະຊາມະຕິ ກ່ຽວ​ກັບ​ການ​ຮຽກຮ້ອງ ໃຫ້ອະດີດ ອານານິຄົມ ຂອງອັງກິດແຫ່ງນີ້ ໄດ້ຮັບປະຊາທິປະໄຕ ຢ່າງຄົບຖ້ວນ. ຮົງກົງມີສິດເສຣີພາບ ແບບຕາເວັນຕົກ ພາຍໃຕ້ການປົກຄອງ ຂອງຈີນ ແຕ່ມີການເລືອກຕັ້ງ ໂດຍກົງ ແຕ່ພຽງບາງສ່ວນ ເທົ່ານັ້ນ. ພວກຜູ້ນຳ ຂອງຮົງກົງ ແມ່ນຖືກເລືອກ ໂດຍຄະນະ ກັມມະການ 800 ຄົນ ທີ່ຖືກເລືອກ ອີກຕໍ່ນຶ່ງ ໂດຍປັກກິ່ງ ແລະສະມາຊິກ ສະພານິຕິບັນ ຢັດ ທີ່ມີທັງໝົດ 60 ຄົນ ຂອງຮົງກົງນັ້ນ ເຄິ່ງນຶ່ງ ແມ່ນປະຊາຊົນ ເປັນຜູ້ເລືອກ ແລະອີກ ເຄິ່ງນຶ່ງ ແມ່ນເລືອກໂດຍ ກຸ່ມທີ່ມີຜົນປະໂຍດ.

ເກົາຫລີ: ລາຍງານຂ່າວ ຈາກກຸງໂຊລ ໃນວັນ ອັງຄານມື້ນີ້ ແຈ້ງວ່າ ເຈົ້າໜ້າທີ່ ສະຖານທູດ ເກົາຫລີເໜືອຄົນນຶ່ງ ໃນອີທິໂອເປັຽ ໄດ້ໂຕນໜີ ໄປຍັງເກົາຫລີໃຕ້ ໃນປີກາຍນີ້ ຫລັງຈາກໄດ້ຂໍລີ້ ພັຍ ຢູ່ທີ່ສະຖານທູດເກົາຫລີໃຕ້ ໃນປະເທດດັ່ງ ກ່າວ. ໂທຣະພາບ YTN ທີ່ກຸງໂຊລ ແລະອົງ ການຂ່າວຢອນຮັບ ຂອງເກົາຫຼີໃຕ້ ລາຍງານວ່າ ​ຜູ້​ຊາຍ​ຄົນ​ນັ້ນ ຊຶ່ງ​ຂ່າວ​ບອກ​ຊື່​ແຕ່​ພຽງ​ວ່າ ຊື່ນາຍ ກິມ ອາຍຸ 40 ປີ ໄດ້ບຸກເຂົ້າໄປ ໃນສະຖານທູດ ເກົາຫລີໃຕ້ ທີ່ນະຄອນຫລວງ ອາດິສອາບາບາ ໃນເດືອນຕຸລາ ປີກາຍ ແລະໄດ້ພັກຢູ່ທີ່ນັ້ນ ເປັນເວລາ ຫລາຍໆອາທິດ ກ່ອນທີ່ຜູ້ກ່ຽວ ຈະຖືກສົ່ງ ໄປຍັງເກົາຫຼີໃຕ້. ລາຍງານຂ່າວ ແຈ້ງວ່າ ການໂຕນໜີ ຂອງເຈົ້າໜ້າທີ່ ສະຖານທູດຄົນນີ້ ເຮັດໃຫ້ເອກອັຄຣັຖທູດ ເກົາຫລີເໜືອ ປະຈຳອີທິໂອເປັຽ ໄດ້ໂທຣະສັບ ໄປປະທ້ວງ ຕໍ່ເອກອັຄຣັຖທູດ ເກົາຫລີໃຕ້ ປະຈຳປະເທດ ດັ່ງກ່າວ. ນອກນັ້ນແລ້ວ ກໍມີລາຍງານວ່າ ທາງສະຖານທູດ ເກົາຫລີເໜືອ ຍັງໄດ້ໃຊ້ຣົດ ສະຖານທູດ ໄປປິດລ້ອມ ທາງເຂົ້າ ສະຖານທູດ ເກົາຫລີໃຕ້ ນຳ​ອີກ. ກະຊວງ ການຕ່າງປະເທດ ເກົາຫລີໃຕ້ ແລະອົງການ ສືບລັບແຫ່ງຊາດ ບໍ່ຍອມ ໃຫ້ການຢືນຢັນ ກ່ຽວກັບ ລາຍງານຂ່າວ ທີ່ວ່ານີ້.

ອີຣັກ: ເຈົ້າໜ້າທີ່ອີຣັກ ກ່າວວ່າ ການໂຈມຕີ ສະລະຊີບ ດ້ວຍຣົດຣະເບີດ ຕໍ່ຫ້ອງພິສູດຫຼັກ ຖານຫລືຫ້ອງແລັບ ຂອງຕຳຣວດ ໃນເຂດໃຈ ກາງນະຄອນຫລຼງແບັກແດັດເຮັດໃຫ້ມີ ຜູ້ເສັຽ ຊີວິດ ຢ່າງນ້ອຍ 18 ຄົນ ແລະໄດ້ຮັບ ບາດ ເຈັບ ອີກ 80 ຄົນ ຕຳຣວດເວົ້າວ່າ ເຫດຣະ ເບີດດັ່ງກ່າວ ໄດ້ສ້າງຄວາມເສັຽຫາຍ ໃຫ້ແກ່ ຫ້ອງການພິສູດຫລັກຖານ ຂອງຣັຖບານທີ່ຄຸ້ມ KARRADA. ເຈົ້າໜ້າທີ່ກ່າວວ່າ ສ່ວນໃຫຍ່ ຂອງພວກທີ່ເສັຽຊີວິດ ຫລືໄດ້ຮັບບາດເຈັບ ໃນ ການໂຈມຕີຄັ້ງນີ້ ມີທ່າທາງວ່າ ແມ່ນພວກນາຍຕຳຣວດ. ເຫດຣະເບີີດ ທີ່ວ່ານີ້ ມີຂຶ້ນນຶ່ງມື້ ຫລັງຈາກໄດ້ການໂຈມຕີ ດ້ວຍຣະເບີດສະລະຊີບ ໃສ່ໂຮງແຮມ 3 ບ່ອນ ທີ່ຊາວຕ່າງປະເທດ ມັກ​ໄປຢູ່ ໃນນະຄອນຫຼວງແບັກແດັດ ຊຶ່ງເປັນເຫດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 36 ຄົນ ແລະໄດ້ຮັບບາດເຈັບ ອີກ 71 ຄົນ. ເຈົ້າໜ້າທີ່ອີຣັກ ໄດ້ສະແດງ ຄວາມວິຕົກກັງວົນ ຢ້ານວ່າ ພວກກະບົດ ອາດຈະທຳການໂຈມຕີ ທີ່ສຳຄັນໆ ເພື່ອຣົບກວນ ການເລືອກຕັ້ງ ສະພາແຫ່ງຊາດ ຊຶ່ງກຳນົດ ຈະມີຂຶ້ນ ໃນວັນທີ 7 ມີນາ ຈະມາເຖິງນີ້.

ອິນເດັຽ - ວັນເອກກະຣາດ: ອິນເດັຽ ໄດ້ສເລີມ ສລອງ ວັນເອກກະຣາດ ຫລື ວັນສາທາຣະນະຣັດ ຄົບຮອບ 60 ປີ ທ່າມກາງ ການຮັກສາຄວາມປອດ ພັຍຢ່າງເຄັ່ງຄັດຍ້ອນຢ້ານວ່າ ຈະມີການໂຈມຕີຂອງ ພວກຫົວຮຸນແຮງ. ມີການສົ່ງກຳລັງຮັກສາຄວາມສະ ງົບບໍ່ຕຳກວ່າ 15 ພັນຄົນ ໄປປະຕິບັດງານຢູ່​ໃນ​ແລະ​ ອ້ອມ​ແອ້ມ ນະຄອນຫຼວງນິວເດລີ ໃນວັນອັງຄານມື້ນີ້ ເພື່ອຮັກສາຄວາມປອດພັຍ ຢູ່ຕາມເສັ້ນທາງ ເດີນສວນ ສນາມ ປະຈຳປີ ເນື່ອງໃນໂອກາດ ວັນເອກກະຣາດ. ວັນສາທາຣະນະຣັດ ຫລືວັນເອກກະຣາດ ແມ່ນເປັນຂີດໝາຍ ມື້ທີ່ອິນເດັຽ ໄດ້ຮັບຮອງເອົາ ຣັຖທັມມະນູນ ແລະການໂອນ ການປົກຄອງ ຂອງອັງກິດ ໃຫ້ແກ່ອິນເດັຽ ໃນວັນທີ 26 ມັງກອນ ປີ 1950. ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ສະແດງ ຄວາມຊົມເຊີຍ ຕໍ່ປະຊາຊົນອິນເດັຽ ໃນໂອກາດ ດັ່ງກ່າວນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG