ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອບິນສາຍການບິນອິທິໂອເປັຍ ຕົກລົງໃນທະເລ ຫລັງຈາກບິນຂຶ້ນ ຈາກເດີນທີ່ກຸງເບຣຸດ


ຂ່າວ​ເຮືອບິນ​ຕົກ​ທີ່ເລ​ບາ​ນອນ: ບັນດາ​ເຈົ້າ​ໜ້າ​ທ່ີ​ການບິນ​ເລ​ບາ​ນອນ ກ່າວ​ວ່າ ​ເຮືອບິ​ນຂອງ​ສາຍ​ການ ບິນ​ອິທີ​ໂອ​ເປັຍ ທ່ີ​ມີຄົນ​ໂດຍສານ​ແລະ​ລູກ​ເຮືອ​ທັງ​ໝົດ 90 ຄົນ​ໄດ້ເກີດ​ ອຸບັ​ດ​ເຫ​ດຕົກລົງ​ໃນ​ທະ​ເລ​ Mediterranean​ໃນ​ເວລາ​ບໍ່​ດົນຫລັງ​ຈາກ​ ບິນ​ຂຶ້ນ​ຈາກ​ສະໜາມ​ບິນ​ກຸງ​ເບຣຸດຂອງ​ເລ​ບາ​ນອນ​ ທ່າມກາງດິນ​ຟ້າ​ອາ ກາດ ທີ່​ມີພາຍຸ​ຝົນຕົກ​ໜັກ.ສາຍ​ການບິນ Ethiopian Airlines ກ່າວ​ວ່າມີຄົນ ​ໂດຍສານ 82 ຄົນ​ ແລະ​ລູກ​ເຮືອ​ອີກ 8 ຄົນໃນຢູ່ໃນເຮືອບິນໄອພົ່ນໂດຍສານຮຸ່ນ 737 ທ່ີ ໄດ້ຫາຍໂຕໄປຈາກເຄື່ອງ radar ໃນເວລາພຽງບໍ່ເທົ່າໃດນາທີ ຫລັງ ຈາກບິນຂຶ້ນຈາກສະໜາມບິນລະຫວ່າງຊາດກຸງເບຣຸດ ໃນຕອນເຊົ້າວັນ ຈັນມື້ນີ້. ພວກທ່ີເຫັນເຫດການຢູ່ແຄມຝັ່ງທະເລ ລາຍງານວ່າໄດ້ເຫັນ ​ເຮືອບິນ​ລະ​ເບີດ​ຂຶ້ນ​ເປັນໜ່ວຍໄຟ ເວລາມັນຕົກລົງສູ່ທະເລນັ້ນ. ເຮືອບິນລຳນີ້ ກຳລັງຈະເດີນທາງໄປຍັງນະຄອນຫລວງ Addis Ababa ຂອງອິທິໂອເປັຍ ຈາກກຸງເບຣຸດ. ປະທານາທິບໍດີ​ເລ​ບາ​ນອນ ທ່ານ Michel Suleiman ກ່າວວ່າ ບໍ່ມີ ຮ່ອງຮອຍໃດໆທ່ີສະແດງໃຫ້ເຫັນວ່າ ອຸບັດເຫດນີ້ເກີດຈາກການກໍ່ການ ຮ້າຍ. ບັນດາເຈົ້າໜ້າທ່ີກ່າວວ່າ ເບິ່ງຄືວ່າດິນຟ້າອາກາດບໍ່ດີ​ເປັນສາ​ເຫດ​ຫລາຍ​ກ່ວາ. ອຸບັດເຫດດັ່ງກ່າວເກີດຂຶ້ນທ່າມກາງທ່ີມີຝົນຕົກໜັກ ແລະພາຍຸໃນເລບານອນ. ບັນດາເຈົ້າໜ້າທ່ີເລບານອນ ໄດ້ເລີ້ມທຳການຊອກຄົ້ນຫາແລະຊ່ອຍກູ້ໄພ ພວກ​ເຄາະ​ຮ້າຍແລ້ວ ແຕ່ເຂົາເຈົ້າກ່າວວ່າ ບໍ່ມີຮ່ອງຮອຍໃດໆຂອງ ຜູ້ລອດຊີວິດມາ​ໄດ້. ຢ່າງນ້ອຍ ໄດ້ພົບເຫັນຊາກສົບ 21 ສົບແລ້ວມາ ຮອດປັດຈຸບັນ.
ທີ່ເຮ​ຕີ: ນາຍົກຣັຖມຸນຕີ Jean Max Belerive ​ແຫ້ງ​ເຮ​ຕີ ກຳລັງ​ຢູ​ໃນ​ປະ​ເທດ​ກາ​ນາ​ດາ ​ເວລາ​ນີ້ ​ເພື່ອ​ເຂົ້າ​ ຮ່ວມ​ກອງ​ປະຊຸມ​ນາໆ​ຊາດ ທີ່​ຈັດ​ຂຶ້ນ​ເພື່ອ​ວາງ​ແຜນການຟື້ນ​ຟູ​ເຮ​ຕິ​ກັບ​ຄືນ​ສູ່​ສະພາບ​ປົກ​ກະຕິ​ ​ໃນ​ຂະນະ​ທ່ີ​ພວກ​ພນັກ​ງານຊ່ອຍ​ບັນ​ເທົາ​ທຸກ​ ສືບ​ຕໍ່​ຂຸ້ນຂ້ຽວ​ເຮັດ​ວຽກ​ເພື່ອ​ຈັດ​ສົ່ງ​ເຂົ້າ ປາ​ອາຫານ ນ້ຳ​ດື່ມ​ທ່ີ​ສະອາດ ​ແລະ​ສະບຽງ​ຢຸກຢາ​ປົວ​ພະຍາດ​ທ່ີ​ຕ້ອງ ການ​ເປັນ​ທ່ີ​ສຸດ ​ໄປ​ໃຫ້​ພວກ​ເຄາະ​ຮ້າຍ ຫລັງ​ຈາກເກີດ​ໄພ​ແຜ່ນດິນ​ ໄຫວ ​ຄັ້ງ​ຮ້າຍ​ແຮງ​ເມື່ອ 2 ສັບປະດາຜ່ານມາ. ນາຍົກຣັຖມຸນຕີ Stephen Harper ​ແຫ່ງ​ການ​າດາ​ເປັນ ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ຂຶ້ນ​ທ່ີ​ນະຄອນ Montreal. ທ່ານ​ນາງ Hillary Clinton ຣັຖມຸນຕີ​ການ​ຕ່າງປະ ​ເທດ​ສະຫະຣັດ ​ແລະ​ພວກຣັຖມຸນຕີ​ການ​ຕ່າງປະ​ເທດ​ ຈາກ​ຫລາຍ​ກວ່າ​ສິບ​ປະ​ເທດ ຕລອດ​ທັງ​ຜູ້ຕາງໜ້າຈາກ​ພວກ​ອັງກາ​ນຕ່າງໆ​ທີ່​ບໍ່​ພົວພັນ​ກັບຣັຖບານຈະ​ເຂົ້າ​ປະກອບສ່ວນ​ໃນ​ກອງ​ປະຊຸມ​ນີ້​ເຊັ່ນ​ກັນ. ຣັຖບານ​ເຮ​ຕີ​ກ່າວ​ໃນ​ວັນ​ ອາທິດ​ວານ​ນີ້​ວ່າ ຈຳນວນ​ຜູ້​ເສັຍ​ຊີວິດ​ຢ່າງເປັນ​ທາງ​ການ​ຈາກ​ໄພ​ແຜ່ນດິນ​ໄຫວ​ທ່ີ​ໄດ້​ທຳລາຍ​ນະ ຄອນຫລວງ Port Au Prince ​ໃນ​ວັນ​ທີ 12 ມັງກອນ​ເດືອນ​ນີ້​ ເພ່ີມ​ຂຶ້ນ​ເຖິງ 150 ພັນຄົນ​ແລ້ວ ຊຶ່ງ​ບັນດາ​ເຈົ້າ​ໜ້າ​ທ່ີ​ ກ່າວ​ວ່າ ຈຳນວນ​ທ່ີ​ວ່າ​ນີ້​ບໍ່​ຮວມທັງ​ພວກທ່ີ​ກະຈັດກະຈາຍ​ກັນ​ຢູ່​ໃນ​ຂັງ​ເຂດ​ຕ່າງໆ.
ບັນດາ​ອົງການ​ຊ່ອຍ​ເຫລືອ​ນາໆ​ຊາດ ກ່າວໃນ​ວັນ​ອາທິດ​ວານ​ນີ້​ວ່າ ຈະ​ມີ​ການ​ປຸກ​ຄ້າຍຕູບ​ຜ້າໃບຊົ່ວຄາວ​ຂຶ້ນ​ ເພື່ອ​ເປັນບ່ອນພັກ​ພາ​ອາ​ໄສ​ຊົ່ວ​ຄາວ​ຂອງ​ພວກ​ທ່ີ​ບໍ່​ມີ​ທ່ີຢູ່​ອາ​ໄສ​ ໃນ​ນະຄອນຫລວງ Port au Prince ​ແລະ​ໃນ​ເມືອງ Leogane ຢູ່​ທາງ​ກ້ຳ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ນະຄອນ ຫລວງ ​ນັ້ນ.
ຂ່າວ​ຄືບ​ໜ້າ​ກ່ຽວ​ກັບກໍລະນີ​ຜິດ​ຖຽງ​ກັນ​ ລະ​ຫວ່າງຈີນ​ກັບ ບໍລິສັດ Google:
ຈີນ​ປະຕິ​ເສດ​ວ່າ ບໍ່​ມີ​ການ​ພົວພັນ​ໃດໆ​ຂອງຣັຖບານ​ໃນ​ການ​ໂຈມ​ຕີທາງ​ Internet ຕໍ່ບໍລິສັດຊອກ​ຂໍ້​ມູນຍັກ​ໃຫຍ່ Google ຂອງ​ສະຫະຣັດ​ໃນ​ປະ​ເທດຈີນ​ນັ້ນ ​ແລະ​ກຸງ​ປັກ​ກິ​ງກ່າວ​ວ່າ ກົດ​ລະບຽບ​ຄວບ​ຄຸມ​ລະບົບ Internet ຂອງ​ຕົນ ​ແມ່ນມີ​ເຫດ​ມີ​ຜົນ. ໃນ​ວັນ​ອາທິດ​ວານ​ນີ້ ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການຈີນ​ ໄດ້​ເປີດ ເຜີຍການ​ສັມພາດ​ກັບເຈົ້າ​ໜ້າ​ທ່ີຣັຖບານ​ຈີນ​ສອງ​ຄົນ ​ກ່ຽວ​ກັບ​ບັນຫານີ້​. ​ຜູ້​ນຶ່ງ​ໃນ​ນັ້ນ ຊຶ່ງ​ໄດ້​ແກ່ໂຄສົກ​ປະຈຳ​ກະຊວງ​ອຸດສາຫະກັມ​ແລະ​ເທັກ​ໂນ​ໂລ​ຈີ​ດ້ານຂໍ້​ມູນຂ່າວ​ສານຂອງ​ຈີນ ກ່າວ​ວ່າການ​ກ່າວ​ຫາ​ຂອງ​ສະຫະຣັດ ທ່ີ​ວ່າຣັຖບານ​ຈີນ​ໄດ້​ປະກອບສ່ວນ​ໃນ​ການ​ໂຈມ​ຕີຕໍ່​ບໍລິສັດ​ Googleນັ້ນ ​ແມ່ນຂາດ​ມູນ​ຄວາມ​ຈິງ ແລະ​ມີ​ວັດຖຸ​ປະສົງ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ຈີນ. ໂຄສົກເວົ້າວ່າ ຈີນຄັດຄ້ານຢ່າງ​ໜັກ​ແໜ້ນ​ຕໍ່​ການ​ໂຈມ​ຕີ​ທາງ Internet ​ແລະ​ກ່າວ​ຕື່ມ​ວ່າ ນະ​ໂຍບາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ທາງ Internet ຂອງ​ຈີນ ​ແມ່ນໂປ່​ງ​ໃສ​ແລະ​ສ​ເມີ​ຕົ້ນສ​ເມີ​ປາຍ​ ຕລອດມາ.
ກຳປູ​ເຈັຍ​ແລະ​ໄທ: ທະຫານ​ກຳປູ​ເຈັຍ​ແລະ​ໄທ​ໄດ້​ປະ​ທະ​ກັນ​ເປັນ​ເວລາ​ສັ້ນໆ​ ໃນ​ວັນ​ອາທິດ ວານ​ນີ້ ບໍ່​ໄກ ​ຈາກວັດເຂົາພຣະວິຫານ​ທ່ີ​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ໃນ​ເຂດ ຊາຍແດນນັ້ນ. ຕ່າງ​ຝ່າຍ​ຕ່າງ​ກ່າວ​ຫາ​ກັນ​ວ່າ ​ເປັນ​ຜູ້ຍິງ​ປືນ​ໃສ່​ກ່ອນໃນການປະ​ທະ​ກັນ​ ຊຶ່ງ​ຢູ່​ຫ່າງ​ຈາກ​ວັດ​ເຂົາ​ພຣະວິຫານໄປ​ທາງ​ທິດຕາ​ເວັນ​ອອກ​ປະມານ 20 ຫລັກ​ກິ​ໂລ​ແມັດ. ໂຄສົກ​ກອງທັບ​ຈາກ​ທັງສອງ​ ຝ່າຍ ​ຕ່າງ​ກໍ​ກ່າວ​ວ່າບໍ່​ໄດ້​ມີ​ຜູ້​ຄົນ​ເສັຍ​ຊີວິດ ​ແລະ​ວ່າພວກເຈົ້າ​ໜ້າ​ທ່ີ ຈາກ​ທັງ​ສອງ​ຝ່າຍ​ໄດ້​ພົບ​ປະກັນ​ເປັນ​ເວລາ​ສັ້ນໆ​ ຫລັງ​ຈາກການ​ປະ​ທະ ກັນ ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ​ເຫດການ​ທ່ີ​ວ່າ​ນີ້. ອົງການ​ຂ່າວ​ໄທ ອ້າງ​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທ່ີ​ທ່ີເຂົ້າ ຮ່ວມ​ໃນ​ການ​ພົບ​ປະກັນ​ນັ້ນ​ວ່າ ການ​ຍິງ​ຕໍ່ສູ້​ກັນເກີດ​ຂຶ້ນ​ຈາກ​ຄວາມ​ເຂົ້າ​ໃຈຜິດ​ກັນ. ໄທ​ແລະ​ກຳປູ​ເຈັຍ​ມີ​ປະວັດ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ ຢູ່ໃນ​ເຂດຊາຍ ແດນ​ ​ໃກ້ໆ​ກັບ​ວັດ​ພຣະວິຫານ​ຂອງ​ສາສະນາຮິນ​ດູ ທ່ີ​ສ້າງ​ຂຶ້ນ​ໃນ​ສັດ​ຕະວັດທີ 11 ນັ້ນ. ສານ​ໂລກ​ໄດ້​ຕັດສິນ​ໃນ​ປີ 1962 ​ໃຫ້ວັດແຫ່ງນີ້​ເປັນ​ຂອງ​ກຳປູ​ເຈັຍ. ແຕ່ສານ​ບໍ່​ໄດ້​ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ວ່າ ​ໃຜເປັນ​ເຈົ້າ​ຂອງ​ທ່ີ​ດິນ​ໃນ​ເຂດ​ອ້ອມ​ແອ້ມ​ວັດ​ ຊຶ່ງ​ທັງ​ສອງ​ຝ່າຍຕ່າງ​ກໍອ້າງ​ເອົາ​ກຳມະສິດນັ້ນ​.
#5 CN-041 ​ໃນ​ອີກ​ຂ່າວນຶ່ງ​ກ່ຽວ​ກັບ​ກຳປູ​ເຈັຍ ກຸ່ມ​ປົກ​ປ້ອງ​ສິດທິ​ມະ ນຸດ​ສາກົນ​ກຸ່ມ​ນຶ່ງ ຮຽກຮ້ອງ​ໃຫ້​ກຳປູ​ເຈັຍ​ອັດ​ພວກ​ສູນ​ຟື້ນ​ຟູພວກຕິດ​ຢາ​ເສບ​ຕິດ​ແຫ່ງ​ຕ່າງໆ​ລົງ ​ໂດຍ​ກ່າວ​ຫາ​ວ່າ ​ໃນສູນ​ເຫລົ່າ​ນັ້ນ ​ມີ​ການລະ​ເມີດ​ສິດ​ທີ​ພົນລະ​ເມືອງ​ຂອງ​ພວກ​ທີ່​ໄປ​ຮັບ​ການ​ປິ່ນປົວ ​ເຊັ່ນການ​ທາຣຸນນະ​ກັມ​ແລະການ​ຂົ່ມຂືນ​ຊຳ​ເລົາ​ ຕລອດ​ທັງ​ມີ​ການ​ກັນ​ຂັງພວກ​ເດັກ ນ້ອຍ​ ແລະພວກ​ທ່ີ​ມີ​ບັນຫາ​ທາງ​ສຸກຂະພາບ​ຈິດ​ນຳ. ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທ່ີ​ມີ​ຫ້ອງການຕັ້ງ​ຢູ່​ນະຄອນ​ນີວຢອກ ​ໄດ້​ເປີດ​ເຜີຍ​ລາຍ​ງານ​ສະບັບ​ນຶ່ງ​ໃນວັນ​ຈັນ​ມື້​ນີ້​ ​ທີ່ ບັນທຶກລາຍ​ລະອຽດ​ຂອງ​ໂຕ​ຢ່າງ​ຕ່າງໆ​ໃຫ້​ຊາບ ກ່ຽວກັບພວກເຈົ້າໜ້າ​ທີ່​ສູນ​ ເອົາ​ສາຍໄຟຟ້າ​ຟາດຕີ​ພວກທີ່​ຖືກ​ກັກ​ໂຕ​ໄວ້ໃນ​ສູນ ​ທຳ​ການ​ຂົ່ມ​ຂືນຊຳ​ເລົາ​ພວກ​ແມ່ຍິງ ​ເອົາ​ໄມ້ຄ້ອນ​ໄຟ​ຟ້າຈີ້ ​ແລະບັງຄັບ​ໃຫ້​ບໍລິຈາກ​ເລືອດ​ນຳ. ລາຍ​ງານເວົ້າ​ວ່າ ບາງ​ຄອບຄົວ​ຊາວ​ກຳປູ​ເຈັຍໄດ້ຈ່າຍເງິນເພື່ອສົ່ງ​ພວກ​ຍາດຕິ​ພີ່ນ້ອງ ​ຂອງ​ເຂົາ​ເຈົ້າ​ໄປປິ່ນ​ປົວ​ຢູ່​ສູນ​ກັກ​ກັນ​ເຫລົ່າ​ນີ ບ່ອນ​ທ່ີ​ພວກ​ຮັບ​ການ​ປິ່ນປົວ ຕ້ອງ​ໄດ້​ທຳ​ການ​ຝຶກ​ແອບ​ແບບ​ທະຫານ​ເພື່ອກຳຈັດ​ເຊື້ອ ຢາ​ເສບ​ຕິດ​ອອກ​ຈາກ​ລະບົບ​ຮ່າງກາຍ​ຂອງເຂົາ​ເຈົ້າ ​ຊື່​ງພວກ​ເຈົ້າໜ້າ​ທີ່​ສູນ​ກ່າວ​ວ່າ ​ສາມາດ​ປ່ິນປົວ​ການ​ຕິດ​ຢາ​ເສບ​ຕິດ​ຂອງ​ເຂົາ​ເຈົ້າໄດ້​ນັ້ນ. ​ເຈົ້າໜ້າ​ທີ່ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທ່ານ Joseph Amone ກ່າວ​ວ່າ ມີ​ເດັກ​ນ້ອຍ​ ​ແລະພວກ​ຄົນ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ ຖືກ​ກັກ​ຂັງຢູ່​ສູນ​ປິ່ນປົວຄົນ​ຢາ​ເສບ​ຕິດ​ເຫລົ່າ​ນີ້ ນຳ.
ກ່ຽວ​ກັບ​ອັຟກາ​ນີສຖານ: ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ກຸ່ມ​ເນ​ໂຕ​ໃນ​ອັຟກາ​ນີສຖານ ນາຍ​ພົນ Stanley McChrystal ຈາກ​ສະຫະຣັດ ກ່າວ​ວ່າ ທ່ານ​ຫວັງ​ວ່າ ຈຳນວນ​ທະຫານ​ອະ​ເມຣິກັນ​ທ່ີ​ເພີ່ມ​ຂຶ້ນ​ໃນ​ອັຟກາ​ນີສຖານ​ ຈະ​ນຳ​ໄປ​ສູ່ ການ​ບັນລຸ​ຂໍ້​ຕົກລົງ​ສັນຕິພາບ​ກັບ​ກຸ່ມ​ຕາ​ລີ​ບັນ ຜ່ານ​ການ​ເຈລະຈາ​ກັນ.
​ໃນ​ການ​ໃຫ້​ສັມພາດ​ທ່ີ​ພິມ​ລົງ​ໃນ​ໜັງສືພິມ The Financial Times ​ຂອງ​ອັງກິດ ໃນວັນ​ຈັນມື້​ນີ້ ນາຍ​ພົນ McChrystal ຍອມຮັບ​ວ່າ​ທ່ານ​ມີຄວາມ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ສົງຄາມໃນ​ອັຟກາ​ນີສຖານ​ນັ້ນ ​ແຕ່​ທ່ານ​ກໍກ່າວ​ວ່າ ກຸຸ່ມ​ເນ​ໂຕ​ແມ່ນ​ຕຽມ​ພ້ອມ​ທີ່​ຈະ​ທຳ​ຄວາມ​ຄືບ​ໜ້າ​ໃນ​ທາງ​ບວກ​ໃນ​ປີ​ນີ້ ສືບ​ເນື່ອງມາ​ຈາກການ​ມີກຳລັງທະຫານ​ສະຫະຣັດ​ເພີ່ມຂຶ້ນ​ອີກ 3 ໝື່ນ ຄົນໃນ​ອັຟກາ​ນີສຖານນັ້ນ. ນາຍ​ພົນ McChrystal ກ່າວ​ຕື່ມ​ວ່າ ທ່ານ ​ມີເປົ້າໝາຍ​ທີ່​ຈະ​ເຮັດ​ໃຫ້ ການ​ກະບົດ​ຂອງ​ກຸ່ມ​ຕາ​ລີ​ບັນອ່ອນ​ແອ​ລົງ ​ເຖິງ​ຈຸດທ່ີ​ຜູ້ນຳ​ຂອງພວກ​ເຂົາ ຈະ​ມີ​ຄວາມ​ເຕັມ​ໃຈ​ຍອມ​ຮັບ​ເອົາ​ການ​ແກ້​ໄຂ​ບັນຫາ​ກັບຣັຖບານອັຟກາ ນີສຖານ​. ນາຍ​ພົນ​ກອງທັບ​ສະຫະຣັດທ່ານ​ນີ້ກ່າວ​ຕື່ມ​ວ່າ ​ໃນ​ທາງສ່ວນ ໂຕ​ແລ້ວ ທ່ານຮູ້ສຶກ​ວ່າ ​ໄດ້ມີ​ການ​ສູ້ຣົບກັນ​ພຽງພໍ​ແລ້ວ.

XS
SM
MD
LG