ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ບິນລາເດັນ ອ້າງເອົາຄວາມຮັບຜິດຊອບ ໃນການພະຍາຍາມວາງລະເບີດ ໂຈມຕີສາຍການບິນໃນສະຫະຣັດ ໃນວັນຄຣີສມາສ ແລ້ວນີ້


ຂ່າວ​ສານສະບັບໃໜ່​ຈາກ ໂອສາມາ ບິນລາເດັນ: ຕາໜ່າງ​ໂທລະພາບ al-Jazeera ຂອງ​ອາຫຣັບ​ໄດ້​ອອກ​ອາກາດ​ອັນ​ທ່ີ​ທາງ​ສະຖານີເອີ້ນ​ວ່າ ​ເປັນ​ຂໍ້ຄວາມ​ໃໝ່​ທີ່​ບັນທຶກ​ໄວ້​ໃນ​ເທບ ທີ່​ສົ່ງ​ມາ​ຈາກ​ນາຍ ​ໂອສາມາ ບິນ​ລາ​ເດັນ ຫົວໜ້າ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ຊື່​ງຜູ້ກ່ຽວ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ພະຍາຍາມ​ຈະວາງ​ ລະ​ເບີດ​ໂຈມ​ຕີສາຍ​ການບິນຂອງ​ສະຫະຣັດ ທ່ີ​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ ໃນວັນ​ຄຣີສມາສເດືອນ ​ແລ້ວ​ນີ້​ໃນ​ສະຫະຣັດນັ້ນ. ໃນ​ສານ​ທ່ີ​ອອກ​ອາກາດ​ທາງ​ໂທລະພາບ​ໃນ​ວັນ​ອາທິດ​ມື້​ນີ້ ນາຍ​ບິນ​ລາ​ເດັນ ກ່າວ​ວ່າ ​ເຄືອ​ຂ່າຍ​ອານ​ກາ​ອິດາ​ຈະ​ທຳ​ການ​ໂຈມ​ຕີ​ຕື່ມ​ອີກ​ຕໍ່​ສະຫະ ຣັດ ຕາບ​ໃດ​ທ່ີ​ສະຫະຣັດຍັງ​ຈະ​ໃຫ້ການ​ສນັບ​ສນຸນອີສຣາ​ແອນ​ຢູ່ຕໍ່​ໄປ ແລະ​ກ່າວ​ຕື່ມ​ວ່າ ຈະ​ບໍ່​ມີ​ຄວາມ​ປອດ​ໄພ​ຢູ່ໃນ​ສະຫະຣັດ ຈົນ​ກວ່າວ່າ ປະຊາຊົນ​ປາ​ເລ​ສ​ໄຕ​ນ໌ ​ຈະ​ມີ​ຄວາມ​ໝັ້ນຄົງ. ຍັງ​ບໍ່​ທັນ​ມີ​ການ​ຢືນຢັນ​ໃດໆ​ໃນ​ທັນທີ​ນີ້​ເທື່ອ​ວ່າ​ ສຽງ​ໃນ​ເທບ​ມວນໃໝ່ນີ້​ແມ່ນ​ສຽງ​ຂອງ​ນາຍ​ໂອ​ຊາ​ມາ​ບິນ​ລາ​ເດັນ ​ແທ້​ຫລື​ບໍ? ​ແຕ່ສຽງ​ນັ້ນຄ້າຍຄື​ກັນ​ກັບອັນທີ່​ກ່າວ​ກັນ​ວ່າ ​ເປັນບັນທຶກ​ສຽງ​ຂອງ​ຜູ້ກ່ຽວໃນ​ຄັ້ງກ່ອນ​ໆນັ້ນ. ໃນ​ວັນ​ຄຣຣີສມາສ ຄືວັນທີ 25 ທັນວາ​ຜ່ານ​ມາ​ນີ້ ນາຍ Umar Farook Abdulmutallab ຊຶ່ງ​ເປັນ​ຄົນ​ໄນ​ເຈ​ເຣັຍ ວັຍ 23 ປີ​ ໄດ້​ພະຍາຍາມ​ຈູດ​ວັດຖຸ​ລະ​ເບີດ​ຂຶ້ນ​ໃນ​ເຮືອບິນ​ໄອ​ພົ່ນ​ໂດຍສານ​ລຳ​ນຶ່ງ​ທ່ີ​ມຸ່ງ​ໜ້າ​ໄປ​ຍັງ​ສະຫະຣັດ ພ້ອມ​ກັບ​ຄົນ​ໂດຍສານແລະ​ລູກ​ເຮືອ​ເກືອບ 300 ຄົນ ໃນ​ຂະນະ​ທ່ີ​ເຮືອບິນ​ລຳ​ນີ້​ ​ໃກ້​ຈະ​ບີນ​ໄປຮອດ​ເມືອງ Detroit ຣັດ Michigan ຈາກ​ນະຄອນ Amsterdam ປະ​ເທດ Netherlands.
ທີ່ເຮຕິ : ພວກພະນັກງານຊ່ວຍເຫລືອຂອງນາໆຊາດ ກຳລັງຊອກຫາ ຊ່ອງທາງ ເພື່ອເລັ່ງມືໃນການ​ດຳ​ເນີນຄວາມພະຍາຍາມບັນເທົາທຸກໃນ ວັນອາທິດມື້ນີ້ ຫລັງຈາກມີການຕຳໜິຕິຕຽນວ່າ ສະບຽງອາຫານ ນ້ຳ ແລະຢຸກຢາ ຍັງບໍ່ທັນໄປຮອດ​ໄປເຖິງມືພວກທີ່ລອດຊີວິດມາ​ໄດ້ 12 ມື້ ຫລັງຈາກ​ເກີດແຜ່ນດິນໄຫວຄັ້ງຮ້າຍ​
ແ​ຮງນັ້ນ. ທ່ານ Rajiv Shah ຫົວໜ້າອົງການພັທະນາລະວ່າງປະເທດສະຫະ ລັດ ບອກກັບອົງການຂ່າວ ຣອຍເຕີ້ວ່າ ພັຍພິບັດໃນເຮຕີຄັ້ງນີ້ແມ່ນບໍ່ມີ ເຫດການໃດທຽບເທົ່າ ແລະທາງອົງການຂອງທ່ານ​ແມ່ນຈະບໍ່ ສາມາດ ຕອບສະຫນອງຄວາມຕ້ອງການໃຫ້ໄດ້ ຢ່າງວ່ອງໄວເທົ່າທີ່ຕົນຢາກຈະ ເຮັດ.
ພັຍພິບັດແຜ່ນດິນໄຫວຄັ້ງນີ້ ຍັງຜົນໃຫ້ປະຊາຊົນເຮຕີຈຳນວນເຖິງ ນຶ່ງ ລ້ານຫ້າແສນຄົນ ຕ້ອງສູນເສຍບ້ານ ເຮືອນ​ໄປ.ຄ່າຍຕູບ​ຜ້າ​ໃບ​ທີ່​ໃຊ້​ເປັນທີ່ພັກຊົ່ວຄາວ ແມ່ນໄດ້ສ້າງຂື້ນຢູ່ທົ່ວເມືອງ ຫລວງ Port Au Prince ບ່ອນທີ່ພວກປະຊາຊົນໄດ້ຮັບຄວາມ ເດືອດຮ້ອນແລະບໍ່ມີບ້ານເຮືອນພັກອາໃສ ຕົກຢູ່ໃນສະພາບຂາດແຄນ ນ້ຳດື່ມນ້ຳໃຊ້ ອາຫານ ແລະ ອະນາມັຍ.ອົງການອາຫານແລະການກະເສດຂອງ ອົງການສະຫະປະ ຊາຊາດລາຍ ງານວ່າ ຈຳນວນປະຊາຊົນທີ່ພາກັນໜີອອກຈາກເຂດເມືອງຫລວງ Port Au Prince ໄປອາໄສຢູ່​ໃນ​ເຂດ​ເລິກ​ເຂົ້າ​ໄປໃນປະເທດເຮຕີນັ້ນ ກຳລັງເພີ່ມສູງຂື້ນ.ລັດຖະບານເຮຕີ ໄດ້ ປະກາດ​ຢຸດ​ເຊົາການປະຕິບັດງານຊອກຄົ້ນຫາ ແລະກູ້ພັຍ​ໃນວັນສຸກຜ່ານມາ. ແຕ່​ໃນ​ມື້​ວັນ​ເສົາ ໜ່ວຍກູ້ພັຍຂອງນາໆ​ຊາ​ອໄດ້ດືງເອົາຊາຍຄົນນຶ່ງ ອອກ​ມາຈາກຊາກຫັກພັງຂອງຮ້ານຂາຍ ສະບຽງອາຫານແຫ່ງນຶ່ງໃນນະ​ຄອນ​ຫລວງ Port Au Prince ​ນັ້ນ.
ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທີ່ອັຟກາ​ນີສຖານ: ຄນະ​ກັມມະການ​ກຳກັບ​ນຳການ​ເລືອກ​ຕັ້ງ​ທ່ີ​ເປັນ​ອິດສະຣະ ຂອງ​ອັຟກາ​ນີສຖານ​ໄດ້​ຢືນຢັນ​ວ່າ ຕົນ​ຈະ​ເລື່ອນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ ອອກ​ໄປ​ ຍ້ອນ​ຂາດເຂີນ​ງົບ​ປະມານ​ ແລະຍ້ອນຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ປອດ​ໄພ. ທ່ານ Fazil Ahmed Manawi ຫົວໜ້າ​ຄນະ​ກັມມະການ​ກຳກັບ​ການ ເລືອກ​ຕັ້ງ​ກ່າວ​ໃຫ້​ຊາບ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ທ່ີ​ກຳນົດ​ໃສ່​ວັນ​ທີ 23 ພຶດສະພາ​ນັ້ນ ​ຈະ​ເລື່ອນ​ໄປ​ໃສ່​ວັນ​ທີ18 ກັນຍາ. ກ່ອນ​ໜ້າ​ນັ້ນ ເຈົ້າ​ໜ້າ​ທ່ີ​ກຳກັບ​ການ​ເລືອກ​ຕັ້ງທ່າ​ນນຶ່ງ​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ອາທິດມື້​ນີ້ວ່າ ທາງຄນະ​ກັມມະການ​ໄດ້​ຕັດສິນ​ໃຈ​ເລື່ອນ​ວັນ​ເລືອກ​ຕັ້ງອອກ​ໄປ​ກໍ​ຍ້ອນ​ວ່າ ຕົນ​ບໍ່​ມີ​ເງິນຮອດ 120 ລ້ານ​ດອນ​ລ້າ​ທ່ີ​ຕ້ອງ ການ​ສຳລັບ​ໃຊ້​ຈ່າຍ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ປະຊາ​ຄົມນາໆ​ຊາດ​ໄດ້​ ໃຊ້​ຈ່າຍ​ເງິນໄປ ​ຫລາຍ​ກວ່າ 220 ລ້ານດອນ ​ລ້າ​ສຳລັບ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອັຟກາ​ນີສຖານ​ໃນ​ເດືອນສິງຫາ​ ປີ​ແລ້ວ​ນີ້ ທີ່​ເຕັມ​ໄປ​ດ້ວຍການ​ສໍ້​ໂກງ​ບັດ​ເລືອກ​ຕັ້ງ​ກັນ​ຢ່າງແຜ່​ຫລາຍ​ນັ້ນ.
ປາກີສຖານ: ທາງການປາກີສຖານກ່າວວ່າ ພວກຫົວຮຸນແຮງໃນເຂດວຸ້ນວາຍຂອງ ຊົນ ເຜົ່າທາງພາກຕາເວັ ນຕົກສຽງເໜືອ ໄດ້ຂ້າຜູ້ຊາຍຫົກຄົນຫລັງຈາກ ກ່າວຫາວ່າພວກເຂົາເຈົ້າທຳການສືບລັບໃຫ້ສະຫະລັດ.
ພວກເຈົ້າໜ້າທີ່ກ່າວເມື່ອວັນອາທິດມື້ນີ້ວ່າ ມີ​ການພົບເຫັນສົບຂອງຜູ້ ຊາຍຫ້າຄົນ​ ໃນຈຳນວນຫົກຄົນທີ່ຖືກຂ້າຕາຍນັ້ນ ຢູ່ຊານເມືອງ Miran Shah ຊຶ່ງເປັນເມືອງໃຫຍ່ໃນເຂດ Waziristan ເໜືອ. ທາງການ ປາກີສຖານກ່າວຕື່ມວ່າ ຊາກສົບຂອງຜູ້ຊາຍຄົນທີ່ຫົກ ໄດ້ພົບເຫັນຢູ່ ອີກເມືອງນຶ່ງ ຢູ່ໄກ້ເມືອງ Miran Shah ​ເຊ່ນ​ກັນ. ເຈົ້າໜ້າທີ່ຕຳລວດປາກີສຖານກ່າວວ່າ ໄດ້ພົບຂໍ້ຄວາມສັ້ນໆ ທີ່ຂຽນກ່າວ ຫາພວກຜູ້ຊາຍດັ່ງກ່າວວ່າ ທຳການສືບລັບໃຫ້ສະຫະລັດປະໄວ້ ກັບ ຊາກສົບ ຢູ່​ໃນ​ທັງ​ສອງ​ບ່ອນ​ນັ້ນ.​ໃນວັນເສົາວານນີ້ ເຈົ້າໜ້າທີ່ປາກີສຖານກ່າວວ່າ ການສູ້ລົບລະວ່າງ ກຳລັງຮັກສາຄວາມປອດພັຍ ແລະກຸ່ມຕາລິບານໃນເຂດຕາເວັນຕົກສຽງ ເໜືອ ໄດ້​ເອົາ​ຊີວິດພວກຫົວຮຸນແຮງ 22 ຄົນ ແລະທະຫານອີກ 2 ຄົນ​ໄປ.
ທີ່ Venezuela: ພວກ​ຜູ້​ສະໜອງໂທຣະພາບ cable ຂອງ Venezuela ໄດ້ຢຸດຖ່າຍ​ທອດ​ໂທລະ ພາບ​ເຄ​ເບິ້ລ​ຊ່ອງນຶ່ງ​ ທ່ີ​ຕຳ​ໜິຕິຕຽນ​ປະທານາທິບໍດີ Hugo Chavez. ໂທລະພາບ Radio Caracas Television ​ໄດ້ຫາຍ​ໄປ​ຈາກ​ລະ​ບົບ​ເຄ​ເບິ້ລໃນຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ຫລັງ​ຈາກຣັຖບານ​ໄດ້​ອ້າງ​ວ່າ ​ໂທລະພາບ​ຊ່ອງ​ນີ້ບໍ່​ໄດ້​ປະຕິບັດ​ຕາມກົດ​ລະບຽບ​ໃໝ່ ທ່ີ​ບັງຄັບ​ໃຫ້ໂທຣະພາບ​ທຸກຊ່ອງ​ຖ່າຍ​ທອດ​ຄຳ​ປາ​ໄສ​ຂອງ​ປະທານາທິບໍດີ​ນັ້ນ.
ຫົວໜ້າ​ກົມໂທລະ​ຄົມມະນາຄົມ​ທາງໂທລະພາບ​ ທ່ີຣັດ​ເປັນ​ຜູ້​ຈັດການ ຂອງ Venezuela ໄດ້ເຕືອນ​ພວກ​ສະໜອງໂທລະພາບ​ເຄ​ເບິ້ລໃນ​ວັນ​ເສົາ​ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ຈະລະ​ເມີດ​ກົດໝາຍ ຖ້າ​ພວກເຂົາ​ເຈົ້າ​ ຫາກ​ສືບ​ຕໍ່​ນຳ​ອອກ​ອາກາດ ​ພວກ​ຊ່ອງ​ທ່ີ​ບໍ​ຍອມ​ຖ່າຍ​ທອດ​ຄຳ​ປາ​ໄສ​ຕ່າງໆ​ຂອງ​ທ່ານ Cahvez ນັ້ນ. ພວກ​ທ່ີ​ຕຳ​ໜິຕິຕຽນ​ກ່າວ​ຫາ​ທ່ານ Chavez ​ວ່າ ​ພະຍາຍາມ​ຈະ​ເຮັດ​ໃຫ້ Venezuela ເອົາ​ຕາມແບບຢ່າງຂອງ​ຄີວບາ​ ທີ່​ນຳພາໂດຍ​ຄອມ​ມິ​ວ ນິສ​ນັ້ນ ​ແຕ່​ທ່ານ Chavez ກ່າວ​ວ່າ ທ່ານ​ກຳລັງ​ດຳ​ເນີນ​ງານ​ເພື່ອ​ປັບ ປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພົນລະ​ເມືອງ​ທ່ີ​ທຸກ​ຈົນ​ເປັນ​ສ່ວນ​ໃຫຍ່ ໃນ​ປະ​ເທດ​ໃຫ້​ດີ​ຂຶ້ນ.
ຄວາມເຄັ່ງຕຶງລະ​ຫວ່າງ​ສອງເກົາຫລີ : ເກົາຫລີເໜືອກ່າວເຕືອນວ່າ ຕົນຈະຖືວ່າການຈູ່ໂຈມ ຕົນ ກ່ອນໃດໆກໍ ຕາມ ໂດຍເກົາຫລີ​ໃຕ້ນັ້ນ ເປັນການປະກາດສົງຄາມກັນ.ຂໍ້ຄວາມເຕືອນດັ່ງກ່າວ ຊື່​ງຖືກ​ຖ່າຍ​ ທອດ​ອອກ​ອາກາດໃນວັນທິດມື້ນີ້ ທາງອົງການສູນກາງຂ່າວຂອງເກົາຫລີ​ເໜືອ​ນັ້ນ ​ເວົ້າວ່າກອງທັບຂອງ ເກົາຫລີເໜືອ ຈະດຳ​ເນີນ​ການ​ທາງ​ທະຫານ​ຢ່າງ​ເດັດຂາດຕໍ່ຕ້ານຄວາມ ພະຍາຍາມໃດໆຂອງ ເກົາຫລີ​ໃຕ້ທີ່ຈະຝ່າຝືນອະທິປະໄຕຂອງກຸງພຽງ ຢາງນັ້ນ ຊຶ່ງຈະ​ໂຮມ​ທັງການລະ​ເບີດຈຸດສຳຄັນສຳຄັນຕ່າງໆຂອງເກົາ ຫລີໃຕ້ໃຫ້​ເປັນ​ເຖົ້າຖ່ານ. ຖະແລງການດັ່ງກ່າວແມ່ນເປັນການໂຕ້ຕອບ ຕໍ່ຄຳກ່າວຂອງລັດຖະມົນ ຕີປ້ອງກັນປະເທດຂອງເກົາຫລີ​ໃຕ້ ທີ່ໄດ້ເວົ້າ ວ່າເກົາຫລີ​ໃຕ້ພ້ອມທີ່ຈະທຳການໂຈມຕີກ່ອນ ຖ້າຫາກ​ເປັນ​ທີ່​ແຈ້ງ​ຂາວ ວ່າ ກຸງພຽງຢາງກະກຽມ​ທີ່ໂຈມຕີຕົນ ດ້ວຍອາວຸດນີວເຄລຍ.ອາທິດ​ແລ້ວນີ້ ທັງເກົາ ຫລີເໜືອແລະ ເກົາຫລີ​ໃຕ້ ໄດ້ໂຕ້ຖຽງກັນຢ່າງຮຸນ ແຮງ ​ໂດຍ​ທີ່​ຝ່າຍພຽງຢາງ​ໄດ້ຂົ່ມຂູ່ທີ່ວ່າຈະທຳ “ສົງຄາມສັກສິດ” ຕໍ່ ຕ້ານກຸງໂຊລ ຍ້ອນ​ມີ​ລາຍ​ງານ​ຂ່າວ​ວ່າ ເກົາຫລີ​ໃຕ້​ໄດ້​ວາງແຜນການ​ສຸກ​ເສີນ​ສຳລອງໄວ້ ໃນກໍລະນີທີ່ ຄອມມິວນີສເກົາຫລີເໜືອພັງທະລາຍ ລົງ.

XS
SM
MD
LG