ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮຕີປະກາດວ່າ ການຊອກຄົ້ນຫາແລະກູ້ພັຍ ສິ້ນສຸດລົງແລ້ວ


ເຮຕີ - ແຜ່ນດິນໄຫວ: ເຈົ້າໜ້າທີ່ ອົງການ ສະຫະປະຊາຊາດ ກ່າວວ່າ ຣັຖບານເຮຕີ ໄດ້ ປະກາດ ໃຫ້ການຊອກຄົ້ນຫາ ແລະການກູ້ພັຍ ພວກເຄາະຮ້າຍຈາກແຜ່ນດິນໄຫວ ຂນາດແຮງ ນັ້ນ ສິ້ນສຸດລົງ ຂະນະທີ່ ການດຳເນີນ ຄວາມ ພະຍາຍາມ ທາງດ້ານມະນຸສທັມຍັງຈະດຳເນີນ ຕໍ່ໄປ. ຖແລງການ ສະບັບນຶ່ງ ຈາກຫ້ອງການ ປະສານງານ ກິຈການມະນຸສທັມຂອງອົງການ ສະຫະປະຊາຊາດ ທີ່ນຳອອກເຜີຍແຜ່ ໃນຕອນ ແລງ ຂອງມື້ວານນີ້ ເວົ້າວ່າ ມາຮອດວັນທີ 21 ມັງກອນໄດ້ມີການຊ່ອຍຊີວິດ ຜູ້ປະສົບພັຍອອກ ມາໄດ້ 132 ຄົນ. ຈຳນວນດັ່ງກ່າວນີ້ບໍ່ໄດ້ຮວມ ພວກທີ່ລອດ ຊີວິດມາໄດ້ 2 ຄົນ ທີ່ຖືກຊ່ອຍອອກມາ ຈາກຊາກຫັກພັງ ໃນນະຄອນຫຼວງ PORT-AU-PRINCE ໃນວັນສຸກວານນີ້ 10 ມື້ຫລັງຈາກ ຖືກຊາກຫັກພັງທັບຖົມ ຍ້ອນ ແຜ່ນດິນໄຫວ ຂນາດແຮງ ທີ່ໄດ້ທຳລາຍນະຄອນຫຼວງຂອງເຮຕີ ແລະບໍຣິເວນອ້ອມແອ້ມ. ອົງການສະຫະປະຊາຊາດ ກ່າວວ່າ ຣັຖບານເຮຕີໃຫ້ການຢືນຢັນວ່າ ມາຈົນຮອດ ມື້ວານນີ້ ມີ 111 ພັນ 481 ຄົນ ໄດ້ເສັຽຊີວິດຍ້ອນແຜ່ນດິນໄຫວ ຂະນະທີ່ອີກຈຳນວນຫຼວງຫລາຍ ຍັງຫາຍສາບສູນ ແລະຢ້ານວ່າ ເສັຽຊີວິດແລ້ວ.

ອັງກິດ - ຜູ້ກໍ່ການຮ້າຍ: ຣັຖບານອັງກິດ ໄດ້ຍົກລະດັບ ການເຕືອນ ກ່ຽວກັບພັຍຂົ່ມຂູ່ ຈາກພວກກໍ່ການຮ້າຍ ຂຶ້ນສູ່ຂັ້ນ “ຮ້າຍແຮງ” ຊຶ່ງເປັນຂັ້ນສູງ ອັນດັບ 2 ທີ່ບົ່ງບອກ ເຖິງ ຄວາມວິຕົກກ່ຽວກັບວ່າ ການໂຈມຕີມີຄວາມ ເປັນໄປສູງ. ຣັຖມຸນຕຣີ ກະຊວງພາຍໃນອັງ ກິດ ທ່ານ ALAN JOHNSON ກ່າວໃນມື້ ວານນີ້ວ່າ ການຍົກຣະດັບ ໃນການເຕືອນທີ່ ວ່ານີ້ ແມ່ນໝາຍຄວາມວ່າ ອັງກິດ ກຳລັງ ເພີ້ມການເຝົ້າຣະວັງ ແຕ່ທ່ານກໍກ່າວຢຳວ່າ ຣັຖບານ ບໍ່ໄດ້ຮັບຂໍ້ມູນ ສືບລັບໃດໆ ທີ່ແນະ ໃຫ້ຮູ້ວ່າ ການໂຈມຕີ ແມ່ນໃກ້ຈະເກີດຂຶ້ນ. ພວກເຈົ້າໜ້າທີ່ ຍັງພາກັນສືບຕໍ່ ສະແດງຄວາມ ວິຕົກກັງວົນ ກ່ຽວກັບການໂຈມຕີ ຂອງພວກກໍ່ການຮ້າຍ ຫລັງຈາກ ໄດ້ມີການ ພະຍາຍາມ ວາງຣະເບີດ ແຕ່ບໍ່ສຳເຣັດຜົນ ໃສ່ເຮືອບິນໂດຍສານ ທີ່ເດີນທາງແຕ່ນະຄອນອາມສເຕີດາມ ມາຍັງນະຄອນດີທຣອຍທ໌ ໃນສະຫະຣັດ. ການເຄື່ອນໄຫວ ທີ່ວ່ານີ້ ໄດ້ມີຂຶ້ນຂະນະທີ່ເຈົ້າ ໜ້າທີ່ຂັ້ນສູງ ແລະແຂກຜູ້ມີກຽດ ຈາກ 50 ປະເທດ ຮວມທັງ ປະທານາທິບໍດີ ອັຟການິສ ຖານ ທ່ານ HAMID KARZAI ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ທ່ານ BAN KI MOON ແລະຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ພວມກະກຽມ ຈະໄປພົບປະກັນ ທີ່ກຸງລອນດອນ ໃນອາທິດໜ້າ ເພື່ອເຂົ້າຮ່ວມ 2 ກອງປະຊຸມ ທີ່ສຳຄັນ.

ສະຫະຣັດ - ອີຣັກ: ຮອງປະທານາທິບໍດີສະ ຫະຣັດທ່ານ JOE BIDEN ພົບປະກັບເຈົ້າໜ້າ ທີ່ອະວຸໂສ ຂອງອີຣັກ ເພື່ອສົນທະນາຫາຣືກ່ຽວ ກັບ ການຕັດສິນໃຈ ໂດຍຄະນະກັມມະການນຶ່ງ ຂອງຣັຖບານອີຣັກ ທີ່ຫ້າມບໍ່ໃຫ້ຜູ້ສະມັກຈຳນວນ ຫລາຍຮ້ອຍຄົນ ເຂົ້າແຂ່ງຂັນ ໃນການເລືອກຕັ້ງ ສະພາແຫ່ງຊາດ ຂອງອີຣັກ ໃນຄັ້ງຈະມາ. ທ່ານ BIDEN ໄດ້ພົບປະ ໃນວັນເສົາ ມື້ນີ້ ກັບນາຍົກ ຣັຖມຸນຕຣີ ອີຣັກ ທ່ານ NOURI AL-MALIKI ແລະນອກນັ້ນ ຍັງມີແຜນການ ທີ່ຈະພົບປະ ກັບ ປະທານາທິບໍດີ JALAL TALABANI ແລະເຈົ້າ ໜ້າທີ່ຄົນອື່ນໆອີກ ຂອງອີຣັກ. ໂຄສົກຄົນນຶ່ງ ຂອງທ່ານ BIDEN ກ່າວວ່າ ສະຫະຣັດກຳ ລັງພະຍາຍາມ ເພື່ອໃຫ້ການຄຳປະກັນວ່າ ການເລືອກຕັ້ງ ໃນວັນທີ 7 ມີນາ ຈະມານີ້ ຖືກ ເບິ່ງກັນວ່າ ເປັນການເລືອກຕັ້ງທີ່ເຊື່ອຖືໄດ້ ແລະຖືກຕ້ອງຊອບທັມຕາມກົດໝາຍ. ນອກນັ້ນ ແລ້ວ ໂຄສົກຍັງເວົ້າຕື່ມວ່າ ມັນບໍ່ແມ່ນເຣື່ອງ ທີ່ບຸກຄົນພາຍນອກຈະບອກສັ່ງໃຫ້ເຈົ້າໜ້າທີ່ ອີຣັກ ແກ້ໄຂບັນດັ່ງກ່າວນີ້ ແບບໃດ. ມີຜູ້ສະມັກຫລາຍກວ່າ 500 ຄົນ ໄດ້ຖືກລົງບັນຊີດຳ ຍ້ອນຄວາມສັມພັນ ຂອງພວກເຂົາເຈົ້າ ກັບພັກ BAATH ຊຶ່ງເປັນພັກການເມືອງ ນອກກົດ ໝາຍຂອງມື້ລາງ ຈອມຜະເດັດການອີຣັກ SADDAM HUSSEIN.

ອັຟການິສຖານ: ເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ເຈົ້າແຂວງທ່ານນຶ່ງ ສາມາດຫຼົບຫລີກ ການໂຈມຕີ ດ້ວຍຣະເບີດແຄມທາງທີ່ເປັນເຫດ ໃຫ້ທະຫານອັຟການິສຖານ 4 ຄົນເສັຽຊີວິດນັ້ນ ໂດຍບໍ່ໄດ້ຮັບບາດເຈັບແຕ່ປະການໃດ. ເຈົ້າໜ້າ ທີ່ເວົ້າວ່າ ທ່ານ HALIM FIDAI ເຈົ້າແຂວງໆ WARDAK ພວມເດີນທາງຢູ່ໃນຂະບວນຣົດຄຸ້ມ ກັນ ຂະນະທີ່ຕົກເປັນເປົ້າ ໃນການໂຈມຕີ ໃນມື້ ວານນີ້. ໂຄສົກຄົນນຶ່ງ ຂອງທ່ານເຈົ້າແຂວງ ກ່າວວ່າ ຜູ້ບັນຊາການ ກຸ່ມທາລີບານ ໃນເຂດ ທ້ອງຖິ່ນ ໄດ້ຖືກຈັບ ໃນບ່ອນທີ່ເກີດເຫດ. ໃນອີກດ້ານນຶ່ງ ບໍຣິສັດ ຂອງສະຫະຣັດ ທີ່ຕິດ ຕາມເບິ່ງ ເວັບໄຊທ໌ ຂອງພວກມຸສລິມ ຫົວຮຸນແຮງນັ້ນ ແຈ້ງວ່າ ກຸ່ມຫົວຮຸນແຮງ ໄດ້ລາຍ ງານກ່ຽວກັບການເສັຽຊີວິດ ຂອງສະມາຊິກ ຂອງຕົນ 15 ຄົນ ໃນການໂຈມຕີ ທີ່ສົງສັຍວ່າ ມາຈາກເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ຢູ່ໃນອັຟການິສຖານ. ບໍຣິສັດ ທີ່ມີຊື່ວ່າ ກຸ່ມສືບລັບ SITE ເວົ້າວ່າ ພັກອິສລາມ ເຕີກກິສຖານ ແຈ້ງວ່າ ມີຊາວວີເກີ້ ຫລືຈີນມຸສລິມ 13 ຄົນ ແລະຊາວເຕີກກີ 2 ຄົນ ໄດ້ເສັຽຊີວິດ ໃນການໂຈມຕີ ໃນມື້ວັນອັງຄານ ຜ່ານມາ.

ສະຫະຣັດ - ພາກຕາເວັນອອກກາງ: ທ່ານ GEORGE MITCHELL ທູດພິເສດ ພາກຕາ ເວັນອອກກາງຂອງຣັຖບານ ທ່ານ OBAMA ໄດ້ ພົບປະ ກັບປະທານາທິບໍດີ ປາແລສໄຕນ໌ ທ່ານ MAHMOUD ABBAS ເປັນເວລາ 3 ຊົ່ວໂມງ ມື້ວານນີ້ ທີ່ເມືອງ RAMALLAH ໃນເຂດຝັ່ງຕາ ເວັນຕົກ ຂອງແມ່ນຳຈໍແດັນ ແຕ່ກໍບໍ່ສາມາດ ຊັກ ຊວນໃຫ້ປະທານາທິບໍດີປາແລສໄຕນ໌ ເປີດການ ເຈຣະຈາ ສັນຕິພາບຄືນໃໝ່ ກັບອິສຣາແອລໄດ້. ທ່ານ SAEB EREKAT ຫົວໜ້າຄະນະເຈຣະ ຈາຂອງຝ່າຍປາແລສໄຕນ໌ກ່າວວ່າ ອິສຣາແອລ ຕ້ອງໄດ້ຢຸດເຊົາ ທຸກໆກິຈກັມໃນການຕັ້ງຖິ່ນຖານ ໃໝ່ ກ່ອນທີ່ຝ່າຍປາແລສໄຕນ໌ ຈະກັບຄືນເຂົ້າ ຮ່ວມການເຈຣະຈາ. ນອກນັ້ນແລ້ວທ່ານຍັງເວົ້າ ວ່າ ການເຈຣະຈາຄວນຈະເລີ້ມຈາກບ່ອນທີ່ພວກ ເຂົາເຈົ້າ ໄດ້ຢຸດເຊົາ ກັບຣັຖບານຊຸດກ່ອນ ຂອງ ອິສຣາແອລ. ໃນເດືອນພະຈິກ ປີກາຍນີ້ ຣັຖບານອິສຣາແອລຊຸດປັດຈຸບັນຂອງນາຍົກຣັຖມຸນ ຕຣີ BENJAMIN NETANYAHU ໄດ້ປະກາດຢຸດເຊົາການກໍ່ສ້າງຕັ້ງຖິ່ນຖານໃໝ່ ເປັນ ເວລາ 10 ເດືອນ ໃນເຂດຝັ່ງຕາເວັນຕົກ ຂອງແມ່ນຳຈໍແດັນ ແຕ່ການປະກາດ ດັ່ງກ່າວນີ້ ບໍ່ໄດ້ກວມເອົາ ເຂດກຳຕາເວັນອອກ ຂອງນະຄອນ ເຈຣູຊາແລັມ ຊຶ່ງຝ່າຍປາແລສໄຕນ໌ ຢາກຈະຕັ້ງເປັນ ນະຄອນຫລວງຂອງຕົນ ໃນອະນາຄົດນັ້ນ.

ສະຫະຣັດ - ໃຕ້ຫວັນ: ສະຫະຣັດ ກ່າວວ່າ ຕົນຈະອະນຸຍາດໃຫ້ ເຮືອບິນຂອງ ປະທານາທິ ບໍດີໃຕ້ຫວັນ ບິນຜ່ານຣັດຄາລີຟໍເນັຽ ຂະນະທີ່ ທ່ານເດີນທາງໄປ ແລະກັບຄືນຈາກອະເມຣິກາ ກາງ ອັນເປັນບາດກ້າວ ຊຶ່ງຕາມປົກກະຕິແລ້ວ ຈະໄດ້ຮັບການຕຳໜິຕິຕຽນ ຈາກຈີນ. ທ່ານ PHILIP CROWLEY ໂຄສົກ ກະຊວງການ ຕ່າງປະເທດ ສະຫະຣັດ ກ່າວໃນມື້ວານນີ້ວ່າ ສະຫະຣັດ ໄດ້ໃຫ້ການອະນຸມັດ ຕໍ່ການຮ້ອງຂໍ ຂອງປະທານາທິບໍດີ MA YING JEOU ອີງ ຕາມການປະຕິບັດ ທີ່ເຄີຍມີມາ ເປັນເວລາດົນ ນານແລ້ວນັ້ນ. ທ່ານກ່າວວ່າ ປະທານາທິບໍດີ MA ຈະຢຸດແວ່ ທີ່ນະຄອນ SAN FRANCISCO ແລະ LOS ANGELES ແລະຢູ່ທັງ 2 ບ່ອນນັ້ນ ທ່ານຈະໄດ້ຖືກຕ້ອນຮັບ ໂດຍຫົວໜ້າ ສະຖາບັນ ອະເມຣິກັນ ໃນໃຕ້ຫວັນ ຊຶ່ງເປັນຜູ້ຮັບຜິດຊອບ ກ່ຽວກັບ ຄວາມສັມພັນ ແບບບໍ່ເປັນທາງການ ລະຫວ່າງສະຫະຣັດ ກັບໃຕ້ຫວັນນັ້ນ. ທ່ານບໍ່ໄດ້ແຈ້ງໃຫ້ຊາບວ່າ ປະທານາທິບໍດີ MA ຈະເດີນທາງໄປປະເທດ ໃດ ໃນອະເມຣິກາກາງ ບ່ອນທີ່ໃຕ້ຫວັນ ຍັງມີຄວາມສັມພັນ ກັບຫຼາຍໆປະເທດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG