ການສຶກສາຄົ້ນຄວ້າພົບວ່າ ການສ່ຽງຕໍ່ການເປັນໂຣກເບົາຫວານຂອງພວກຄົນທີ່ເຊົາສູບຢານັ້ນ ເພີ້ມຂຶ້ນໃນໄລຍະສັ້ນ. ການສຶກສາຄົ້ນຄວ້າອີກບັ້ນນຶ່ງກໍພົບວ່າ ມີການກ່ຽວພັນກັນໃນ ລະຫວ່າງ ຈຳນວນຊົ່ວໂມງທີ່ຄົນເຮົາໃຊ້ນັ່ງເບິ່ງໂທລະທັດຫລືໂທລະພາບເປັນປະຈຳ ທຸກມື້ນັ້ນ ກັບຄວາມສ່ຽງຕໍ່ການເສຍຊີວິດ.
ສ່ວນຫລາຍພວກທີ່ເຊົາສູບຢາມັກຈະກິນອາຫານ ແທນການສູບຢາທີ່ເຄີຍເຮັດເປັນປະຈຳ. ການສຶກສາ ຄົ້ນຄວ້າໃໝ່ເວົ້າວ່ານ້ຳໜັກທີ່ເພີ້ມ,ຂຶ້ນຂອງພວກເຂົາເຈົ້າອາດສາມາດເຮັດໃຫ້ພວກເຂົາເຈົ້າມີຄວາມສ່ຽງເພີ່ມຂຶ້ນຕໍ່ການເປັນໂຣກເບົາຫວານ ໃນໄລຍະສັ້ນ.
ໂຣກເບົາຫວານ ປະເພດສອງ ເປັນພະຍາດທີ່ມັກເກີດກັບຄົນທີ່ກິນອາຫານຫລາຍເກີນໄປ ແລະ ອອກກຳລັງກາຍໜ້ອຍ ແລະ ພວກທີ່ມີປະຫວັດຄອບຄົວທີ່ມີຄົນເປັນໂຣກເບົາຫວານ. ການສູບຢາກໍແມ່ນອີກປະເດັນນຶ່ງ ທີ່ພາໃຫ້ມີການສ່ຽງຕໍ່ການເປັນໂຣກເບົາ ຫວານ. ແຕ່ວ່າການເຊົາສູບຢາ ກໍອາດພາໃຫ້ມີການສ່ຽງໃນໄລຍະຊົ່ວຄາວເຊ່ນກັນ.
ການສຶກສາຄົ້ນຄວ້າໄດ້ພົບວ່າ ຄົນສູບຢາທີ່ເລີກສູບຢານັ້ນ ສ່ຽງຕໍ່ການເປັນປພະຍາດນີ້ເພີ້ມຂຶ້ນເຖິງ 70% ພາຍໃນຫົກປີທຳອິດ ເມື່ອທຽບໃສ່ກັບພວກທີ່ບໍ່ເຄີຍສູບຢາຈັກເທື່ອ.
ຄວາມສ່ຽງດັ່ງກ່າວນີ້ແມ່ນສູງຫລາຍທີ່ສຸດໃນໄລຍະສາມປີທຳອິດ, ແລະ ຄວາມສ່ຽງຈະ ກັບຄືນມາສູ່ສະພາບປົກກະຕິພາຍຫລັງ 10 ປີ ທີ່ໄດ້ເຊົາສູບຢາ.
ບັນດານັກຄົ້ນຄວ້າເວົ້າວ່າ ຄວາມສ່ຽງທີ່ມີຫລາຍຂຶ້ນນີ້ ອາດແມ່ນເປັນຍ້ອນການເພີ່ມຂຶ້ນ ຂອງນ້ຳໜັກຂອງພວກຄົນທີ່ເຊົາສູບຢາ. ແຕ່ພວກເຂົາເຈົ້າກໍແນະນຳວ່າ ເຖິງຢ່າງໃດກໍ່ ຕາມ ພວກສູບຢາກໍຄວນຈະເຊົາສູບຢາຢູ່ດີ -- ແລະຄຳແນະນຳແທ້ໆນັ້ນ ກໍແມ່ນວ່າ ຢ່າໄດ້ເລີ້ມສູບຢາເລີຍ ຈະເປັນການດີທີ່ສຸດ.
ໂຣກເບົາຫວານ ປະເພດສອງ ຈະເຂົ້າໄປແຊກ ແຊງການໃຊ້ ນໍ້າຕ່ອມອິນຊູລິນ ຫລື ທາດອິນຊູ ລິນ ທີ່ຊ່ວຍຕໍ່ຕ້ານໂຣກເບົາຫວານໃນຮ່າງກາຍ ຄົນເຮົາ. ທາດອິນຊູລິນ ແມ່ນຜະຫລິດອອກມາ ຈາກມ້າມ ແລະ ປົກກະຕິແລ້ວ ທຳໜ້າທີ່ຄວບ ຄຸມ ຫລື ຫລຸດຜ່ອນລະດັບນ້ຳຕານ,ໃນເລືອດລົງ ໃນຊ່ວງໄລຍະທີ່ເຮົາຮັບປະທານອາຫານ ແລະ ຫລັງຈາກກິນເຂົ້າແລ້ວ. ຖ້າທ່ານເປັນໂຣກເບົາຫວານປະເພດສອງ ທາດອິນຊູລິນກໍຈະບໍ່ທຳໜ້າທີ່ຂອງມັນ ແລະ ຖ້າຢູ່ໄປນານໆ ລະດັບ ນ້ຳຕານໃນເລືອດທີ່ເພິ່ມສູງຂຶ້ນ,ຫລາຍ ກໍສາມາດເຮັດໃຫ້ຕາບອດໄດ້, ເຮັດໃຫ້ໝາກໄຂ່ຫລັງບໍ່ທຳງານ ແລະ ນຳໄປສູ່ພະຍາດຫົວໃຈ ແລະ ເສັ້ນປະສາດເຊື່ອມ.
ການສຶກສາຄົ້ນຄວ້ານີ້ ແມ່ນມາຈາກ ສະຖາບັນການແພດຂອງ ມະຫາວິທະຍາໄລ Johns Hopkins ທີ່ລັດ Maryland, ແລະລົງພີມເຜີຍແຜ່ ຢູ່ໃນວາລະສານ Annals of Internal Medicine.
ການສຶກສາຄົ້ນຄວ້າອີກບັ້ນນຶ່ງໂດຍຊາວອາເມລິກັນຄືກັນ ຊີ້ໃຫ້ເຫັນວ່າ ການມີຮ່າງກາຍ ອ້ວນພີເກີນໄປ ໄດ້ກາຍມາເປັນໄພຂົ່ມຂູ່ຕໍ່ຄຸນນະພາບຊີວິດຢ່າງໃຫຍ່ຫລວງ ເທົ່າໆກັນ ກັບການສູບຢາ. ການສຶກສາທີ່ວ່ານີ້ ໄດ້ປຽບທຽບຄວາມເສຍຫາຍ ທີ່ເກີດຂຶ້ນໃນຊ່ວງໄລ ຍະນຶ່ງຂອງຊີວິດ ທີ່ເອີ້ນວ່າ "ຊຸມປີທີ່ມີການປັບຄຸນນະພາບຂອງຊີວິດ" ຫລື "quality-adjusted life years" ນັ້ນ ແລ ະພົບວ່າ ຄວາມເສຍຫາຍທີ່ເກີດຈາກການ ອ້ວນພີເກີນໄປ ຖ້າບໍ່ກໍຫລາຍກວ່າ ກໍແມ່ນເທົ່າໆກັນກັບຄວາມເສຍຫາຍທີ່ເກີດ ຈາກການສູບຢາ.
ໃນປະເທດອາເມລິກາ ທຸກມື້ນີ້ ມີຄົນສູບຢາໜ້ອຍກວ່າເກົ່າ ແຕ່ຜັດມີຄົນອ້ວນພີເກີນໄປ ເພີ້ມຫລາຍຂຶ້ນກ່ວາເກົ່າ. ການພົບຄົ້ນນີ້ ແມ່ນໄດ້ອີງໃສ່ຄຳຕອບຕໍ່ຄຳຖາມກ່ຽວກັບຄຸນນະພາບຊີວິດທີ່ກ່ຽວພັນກັບສຸຂະພາບ ຢູ່ໃນການສຳຫລວດທາງໂທລະສັບທີ່ດຳເນີນໂດຍລັດຖະ ບານ.
ການສຶກສາຄົ້ນຄວ້າດັ່ງກ່າວນີ້ ແມ່ນມາຈາກ ມະຫາວິ ທະຍາໄລໂຄລຳເບຍ ແລະ ມະຫາວິທະຍາໄລເມືອງ ນີວຢ໋ອກ ຫລື City College of New York, ແລະ ໄດ້ລົງພິມຢູ່ໃນວາ ລະສານ American Journal of Preventive Medicine.
ແລະ ຍັງມີການຄົ້ນຄວ້າອີກອັນນຶ່ງ ທີ່ໄດ້ສຶກສາເບິ່ງຄວາມກ່ຽວພັນກັນລະຫວ່າງການໃຊ້ເວລານັ່ງເບິ່ງໂທລະພາບທຸກໆມື້ ກັບການເພີ່ມຂຶ້ນເຖິງ 18% ຂອງຄວາມສ່ຽງຕໍ່ການເສຍຊີວິດ ຍ້ອນພະຍາດຫົວໃຈ. ໃນກາຄົ້ນຄວ້າ ທີ່ດຳເນີນກັບຜູ້ໃຫຍ່ທີ່ອາໃສຢູ່ປະເທດອັອດສເຕຣເລຍ ກໍໄດ້ພົບເຫັນວ່າ ຄວາມສ່ຽງຕໍ່ການເສຍຊີວິດທີ່ເພິ່ມຂຶ້ນນີ້ ຍັງມີສາເຫດ ອື່ນໆອີກ. ການຄົ້ນພົບນີ້ໄດ້ພິມເຜີຍແຜ່ຢູ່ໃນວາລະສານ Journal of the American Heart Association.
ທ່ານ ເດວິດ ດັນສຕັນ?
ຜູ້ເປັນນຳພາການຂຽນລາຍງານຜົນການຄົ້ນຄ້ວານີ້ ຢູ່ສະຖາບັນໂຣກຫົວໃຈແລະເບົາຫວານ
Baker IDI ຫລື the Baker IDI Heart ແລະ Diabetes Institute ທີ່ນະຄອນວິກທໍເຣຍ ປະເທດອອ໊ສເຕຣເລຍ
ກ່າວສະຫລູບວ່າ ຮ່າງກາຍຂອງຄົນເຮົາແມ່ນສ້າງຂຶ້ນມາເພື່ອໃຫ້ເໜັງຕິງ ແລະ ເຄື່ອນໄຫວໄປມາ.
ສະນັ້ນ ແມ່ນແຕ່ບຸກຄົນທີ່ມີນ້ຳໜັກ,ພໍເໝາະພໍດີ ຖ້ານັ່ງເປັນຊ່ວງເວລາອັນຍາວນານຫລາຍ ກໍຈະ
ມີຜົນສະທ້ອນທີ່ບໍ່ດີ ຕໍ່ນ້ຳຕານໃນເລືອດ ແລະ ໄຂມັນໃນເລືອດ.