ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໝາສືບກິ່ນ ຂອງພາສີສະຫະຣັດ ພົບຝິ່ນ ທີ່ສົ່ງໄປແຕ່ລາວ


ເຮຕີ - ແຜ່ນດິນໄຫວ: ເຈົ້າໜ້າທີ່ຣັຖບານ ເຮຕີກ່າວວ່າ ປະຊາຊົນປະມານ 400 ພັນຄົນ ທີ່ບໍ່ມີ ບ່ອນພັກພາອາສັຍ ຍ້ອນແຜ່ນດິນໄຫວ ຂນາດແຮງໃນສັບປະດາແລ້ວ ຈະຖືກຍົກຍ້າຍ ໄປຍັງບ້ານໃໝ່ ທີ່ຈະຕັ້ງຂຶ້ນ ຢູ່ນອກນະຄອນ ຫລວງ PORT-AU-PRINCE ຊຶ່ງໄດ້ຮັບ ຄວາມເສັຽຫາຍຮ້າຍແຮງນັ້ນ. ເຈົ້າໜ້າທີ່ເຮຕີ ກ່າວໃນມື້ວານນນີ້ວ່າ ຕົນຈະເປັນຜູ້ອຳນວຍ ຄວາມສະດວກ ໃນການຂົນສົ່ງ ປະຊາຊົນ ເຫລົ່ານັ້ນ ແລະຫວັງວ່າ ຈະເລີ້ມທຳການຍົກ ຍ້າຍພວກເຂົາເຈົ້າໂດຍໄວ ເທົ່າທີ່ຈະໄວໄດ້. ແຜ່ນດິນໄຫວ ທີ່ມີຄວາມແຮງ ແທກໄດ້ 7.0 ເຮັດໃຫ້ຊາວເຮຕີ ປະມານ 1 ລ້ານ 5 ແສນຄົນ ບໍ່ມີບ່ອນຢູ່ບ່ອນອາສັຍ ແລະພວກທີ່ ລອດຊີວິດມາໄດ້ ພາກັນອາສັຍຢູ່ ຕາມບໍຣິເວນກາງແຈ້ງຕ່າງໆ ທີ່ແອອັດ ແລະບໍ່ມີ ຣະບົບສຸຂພິບານ. ນອກນັ້ນແລ້ວ ໃນມື້ວານນີ້ ກອງທັບສະຫະຣັດ ຍັງໄດ້ປະກາດວ່າ ຕົນໄດ້ເປີດທ່າກຳປັ່ນ ທີ່ໄດ້ຮັບ ຄວາມເສັຽຫາຍ ຢ່າງຮ້າຍແຮງ ໃນນະຄອນຫລວງ ຂອງເຮຕີນັ້ນ ຄືນແລ້ວ ເພື່ອຊ່ອຍເຮັດໃຫ້ ການຫລັ່ງໄຫລ ຂອງການຊ່ອຍເຫລືອ ຕົກໄປເຖິງ ຜູ້ປະສົບພັຍ ຈາກແຜ່ນດິນໄຫວ ສະດວກຂຶ້ນ.

ຮຸ້ນ - ຕົກຣາຄາ: ຣາຄາຮຸ້ນໃນຕລາດເອເຊັຽ ໄດ້ຕົກຮວບລົງ ໃນວັນສຸກມື້ນີ້ຂະນະທີ່ພວກນັກ ລົງທຶນໄດ້ສະແດງ ປະຕິກິຣິຍາຕອບ ຕໍ່ແຜນການ ຂອງປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ທີ່ຈະອອກຣະບຽບ ເຄັ່ງຄັດກວ່າເກົ່າ ເພື່ອຄວບຄຸມ ທະນາຄານ ແລະສະຖາບັນ ໃຫ້ເງິນກູ້ຢືມໃຫຍ່ໆ ຂອງສະຫະຣັດ. ດັຊນີຮຸ້ນ NIKKEI ຂອງຍີ່ປຸ່ນ ໄດ້ຕົກຣາຄາ 2 ເປີເຊັນເຄິ່ງ ໃນຕອນອັດຕລາດ ໃນວັນສຸກມື້ນີ້. ສ່ວນຕລາດຄ້າຮຸ້ນ ທີ່ນະຄອນມະນີລາ, ຊຽງໄຮ້, ຊິດນິຍ, ແລະໃຕ້ຫວັນ, ຕ່າງກໍຕົກຣາຄາ ໄປຕາມໆກັນ ລະຫວ່າງ 1 ຫາ 2% ໃນຕອນອັດຕລາດ ມື້ນີ້. ການຕົກຣາຄາ ຂອງຮຸ້ນໃນເຂດເອເຊັຽ ໄດ້ມີຂຶ້ນຫລັງຈາກ ຮຸ້ນຢູ່ທີ່ຕລາດ ຄ້າຂາຍຮຸ້ນ ຂອງສະຫະຣັດ ໄດ້ຕົກຣາຄາຢ່າງໃຫຍ່ ໃນມື້ວັນພະຫັດ ວານນີ້ ຄືຮຸ້ນ DOWN JONES ໄດ້ມີຣາຄາຫລຸດລົງ 2% ຊຶ່ງເປັນການຫລຸດຣາຄາ ທີ່ໃຫຍ່ທີ່ສຸດ ນັບແຕ່ເດືອນຕຸລາ ປີກາຍນີ້ ເປັນຕົ້ນມາ ຂະນະທີ່ຮຸ້ນ S&P ກໍມີຣາຄາຫຼຸດລົງ ເກືອບ 2%.

ສະຫະຣັດ - ລາວ - ຝິ່ນ: ເຈົ້າໜ້າທີ່ພາສີຂອງ ສະຫະຣັດ ກ່າວວ່າ ນາຍພາສີຄົນນຶ່ງ ແລະໝາສືບ ກິ່ນໄດ້ ຄົ້ນພົບຝິ່ນ 35 ກິໂລ ທີ່ຫ້ອງໄປສະນີຂອງ ສນາມບິນ ນະຄອນ CHICAGO. ເຈົ້າໜ້າທີ່ພາສີ ແລະລາຕເວນຊາຍແດນ ຂອງສະຫະຣັດ ກ່າວວ່າ ນາຍພາສີຄົນນັ້ນແລະໝາສືບກິ່ນຂອງລາວໄດ້ກວດ ເບິ່ງຫໍ່ໄປສະນີ ທີ່ສົ່ງເຂົ້າມາ ຢູ່ຫ້ອງໄປສະນີ ສົ່ງມາແຕ່ ຕ່າງປະເທດ ທີ່ສນາມບິນ O’HARE ໃນນະຄອນ CHICAGO ເວລາໝາ ໄດ້ສະແດງອາການ ໃຫ້ຜູ້ຄວບຄຸມຮູ້ ກ່ຽວກັບ 4 ຫໍ່ ທີ່ສົ່ງມາແຕ່ ປະເທດລາວ. ຫໍ່ເຫລົ່ານີ້ ທີ່ລະບຸວ່າ ເປັນຊາພື້ນເມືອງ ຂອງຊາວມົ້ງ ໄດ້ຖືກເປີດເບິ່ງ ແລະເຈົ້າໜ້າທີ່ ໄດ້ພົບເຫັນ ຫໍ່ປລາສຕິກ 273 ຫໍ່ ທີ່ບັນຈຸກິ່ງໄມ້ ແລະໃບໄມ້ແຫ້ງ ອາບຝິ່ນ ໂດຍມີເປົ້າໝາຍ ຈະສົ່ງໄປຍັງບ່ອນ ຢູ່ທີ່ເມືອງ MINNEAPOLIS ໃນຣັດ MINNESTA. ເຈົ້າໜ້າທີ່ພາສີ ກ່າວວ່າ ນີ້ບໍ່ແມ່ນການສົ່ງຝິ່ນ ເທື່ອທຳອິດ ທີ່ຖືກຈັບ ໂດຍພາສີ ໃນນະຄອນ CHICAGO. ໃນປີກາຍນີ້ ເຈົ້າໜ້າທີ່ ກໍໄດ້ຄົ້ນພົບ ວັດຖຸເຄືອບຝິ່ນ 195 ກິໂລ ທີ່ສະຖານທີ່ ແຫ່ງດຽວກັນນີ້ ເພື່ອສົ່ງໄປຍັງ ຣັດ MINNESOTA ແລະ WISCONSIN.

ຈີນ - ສະຫະຣັດ: ຈີນໄດ້ປະນາມການຕຳໜິ ຕິຕຽນ ຂອງສະຫະຣັດ ເຣື່ອງການຈຳກັດຮັດ ແຄບ ກ່ຽວກັບການໃຊ້ ອິນເຕີແນັດຂອງປັກກິ່ງ ໂດຍທີ່ຈີນເຕືອນວ່າມັນອາດຈະສ້າງ ຄວາມເສັຽ ຫາຍ ໃຫ້ແກ່ຄວາມສັມພັນ ລະຫວ່າງປະເທດ ທັງສອງ. ຖແລງການສະບັບນຶ່ງ ທີ່ພິມເຜີຍແຜ່ ໂດຍເວັບໄຊທ໌ ຂອງກະຊວງການຕ່າງປະເທດ ຈີນ ໃນວັນສຸກມື້ນີ້ ເວົ້າວ່າ ວໍຊິງຕັນ ໄດ້ໃຊ້ໃນອັນທີ່ ເອີ້ນວ່າ ຄວາມຄິດກ່ຽວກັບ ອິສຣະພາບ ທາງອິນເຕີແນັດ ເພື່ອທຳການກ່າວຫາ ແບບບໍ່ມີມູນຄວາມຈິງ ຕໍ່ປັກກິ່ງ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ໄດ້ກ່າວຄຳປາສັຍ ທີ່ສຳຄັນ ກ່ຽວກັບອິນເຕີແນັດ ໃນວັນພະຫັດວານນີ້ ຮຽກຮ້ອງໃຫ້ຈີນ ແລະຣັຖບານ ຜະເດັດການອື່ນໆ ຈົ່ງໄດ້ຍົກເລີກ ການຈຳກັດຮັດແຄບ ໃນການຊົມໃຊ້ ອິນເຕີແນັດ ຂອງປະຊາຊົນຂອງຕົນ. ທ່ານນາງ CLINTON ເວົ້າວ່າ ການຈຳກັດຮັດແຄບ ທີ່ວ່ານີ້ ເປັນການລ່ວງລະເມີດ ຕໍ່ສິດທິພື້ນຖານ ຂອງປະຊາຊົນ ໃນການ ສະແດງອອກ ຊຶ່ງຄວາມຄິດ ຄວາມເຫັນ ຂອງພວກເຂົາເຈົ້າ ໂດຍປາສຈາກ ຄວາມຢ້ານກົວວ່າ ຈະໄດ້ຮັບການແກ້ແຄ້ນ ຈາກຣັຖບານ.

ອີຣ່ານ - ນິວເຄລັຽ: ຣັຖມຸນຕຣີການຕ່າງປະ ເທດຣັດເຊັຽ ທ່ານ SERGEI LAVROV ກ່າວ ວ່າ ປະເທດຂອງທ່ານ ຮູ້ສຶກເສັຽໃຈ ໃນອັນທີ່ປາ ກົດວ່າ ອີຣ່ານ ໄດ້ປະຕິເສດ ຕໍ່ຂໍ້ສເນີ ທີ່ໄດ້ຮັບ ການ ສນັບສນຸນ ຈາກອົງການ ສະຫະປະຊາ ຊາດ ເພື່ອໃຫ້ອີຣ່ານ ສົ່ງທາດຢູເຣນຽມຂອງຕົນ ໄປກັ່ນ ຢູ່ໃນຕ່າງປະເທດນັ້ນ. ການໃຫ້ທັສນະ ດັ່ງກ່າວ ຂອງຣັຖມຸນຕຣີ ການຕ່າງປະເທດຣັດເຊັຽ ໄດ້ມີຂຶ້ນ ທ່າມກາງ ທີ່ມີສັນຍານບາງຢ່າງ ທັງຈາກສະຫະຣັດ ຊຶ່ງພ້ອມແລ້ວ ຈະເອົາທ່າທີ ຢ່າງເດັດຂາດ ເພື່ອກົດດັນອີຣ່ານ ແລະຈີນ ທີ່ຍັງມີຄວາມ ລັງເລໃຈ ໃນການທີ່ຈະ ລົງໂທດຕໍ່ອີຣ່ານ. ໃນການຖແລງ ທີ່ກອງປະຊຸມນັກຂ່າວ ໃນວັນສຸກມື້ນີ້ ທ່ານ LAVROV ເວົ້າວ່າ ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ຈະທຳການ ສົນທະນາຫາຣື ກ່ຽວກັບການລົງໂທດ ແຕ່ທ່ານບໍ່ໄດ້ ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການ ສນັບສນຸນ ຕໍ່ການລົງໂທດ ທີ່ວ່ານີ້. ໃນມື້ວານນີ້ ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ປະຊາຄົມ ນາໆຊາດ ຕັ້ງໃຈທີ່ຈະ ທຳການກົດດັນເພີ້ມຕື່ມ ຕໍ່ປະເທດອີຣ່ານ.

ສະຫະຣັດ - ປາກິສຖານ: ຣັຖມຸນຕຣີ ກະ ຊວງປ້ອງກັນປະເທດ ສະຫະຣັດ ໄດ້ໃຫ້ການຄຳ ປະກັນ ແກ່ພວກນາຍທະຫານ ປາກິສຖານວ່າ ສະຫະຣັດ ບໍ່ຕ້ອງການ ທີ່ຈະຄວບຄຸມ ອາວຸດ ນິວເຄລັຽ ຂອງປາກິສຖານ ຫລືຕ້ອງການ ທີ່ຈະ ຄວບຄຸມ ຜືນແຜ່ນດິນ ຂອງປາກິສ ແມ່ນແຕ່ກະ ບຽດນິ້ວດຽວ ແຕ່ຢ່າງໃດ. ທ່ານ ROBERT GATES ໄດ້ຖແລງ ຕໍ່ພວກນາຍທະຫານ ປາກິສຖານ ໃນວັນສຸກມື້ນີ້ ທີ່ມະຫາວິທຍາລັຍ ປ້ອງກັນຊາດ ໃນນະຄອນຫລວງ ອິສລາມາບັດ. ທ່ານເວົ້າວ່າ ການຈັດຕັ້ງ ໃນການປຸກຣະດົມ ໂຄສະນາຊວນເຊື່ອ ໄດ້ພາໃຫ້ມີ ການເຂົ້າໃຈຜິດ ກ່ຽວກັບຄວາມຕັ້ງໃຈ ຂອງສະຫະຣັດ ຢູ່ໃນພູມີພາກ. ທ່ານ GATES ເວົ້າວ່າ ສະຫະຣັດ ບໍ່ຕ້ອງການ ທີ່ຈະຕັ້ງຖານທັບ ຢູ່ໃນປາກິສຖານ ແລະກໍບໍ່ມີຄວາມປະສົງ ທີ່ຈະຄວບຄຸມ ຄັງອາວຸດນິວເຄລັຽ ຂອງປາກິສຖານ ແຕ່ຢ່າງໃດ. ໃນມື້ວານນີ້ ທ່ານ GATES ໄດ້ເປີດເຜີຍ ໃຫ້ຊາບວ່າ ສະຫະຣັດ ອາດຈະມອບເຮືອບິນ ບໍ່ມີຄົນຂັບ ຈຳນວນນຶ່ງ ໃຫ້ແກ່ປາກິສຖານ ເພື່ອຊ່ອຍຊັກຊວນ ພວກຜູ້ນຳ ປາກິສຖານ ໃຫ້ເພີ້ມການປາບປາມ ພວກຫົວຮຸນແຮງ ຢູ່ຕາມບໍຣິເວນຊາຍແດນ ທີ່ຕິດກັບ ອັຟການິສຖານນັ້ນ.

ອັຟການິສຖານ: ປະທານາທິບໍດີ ອັຟການິສ ຖານທ່ານ HAMID KARZAI ກ່າວວ່າທ່ານ ມີແຜນການ ທີ່ຈະສເນີໃຫ້ ວຽກການເຮັດແລະ ເງິນ ແກ່ພວກນັກຣົບ ທາລີບານ ເພື່ອໃຫ້ເຂົາ ເຈົ້າກັບຄືນສູ່ ການດຳຣົງຊີວິດແບບພົລເຮືອນ. ປະທານາທິບໍດີ KARZAI ກ່າວໃນການ ໃຫ້ສຳພາດແກ່ ບີບີຊີ ວ່າ ແຜນການດັ່ງກ່າວນີ້ ຈະໄດ້ຮັບເງິນ ສນັບສນຸນ ຈາກປະຊາຄົມ ນາໆຊາດ. ທ່ານກ່າວວ່າ ອັງກິດ ແລະສະຫະຣັດ ຈະປະກາດ ກ່ຽວກັບການ ໃຫ້ຄວາມສນັບສນຸນ ຕໍ່ແຜນການນີ້ ທີ່ກອງປະຊຸມ ໃຫ້ຄວາມຊ່ອຍເຫລືອ ແກ່ອັຟການິສຖານ ທີ່ກຸງລອນດອນ ໃນສັບປະດາໜ້າ. ຜູ້ນຳອັຟການິສຖານ ເວົ້າວ່າ ຍີ່ປຸ່ນກໍຈະສເນີ ໃຫ້ການສນັບສນຸນ ທາງດ້ານການເງິນ ຕໍ່ແຜນການດັ່ງກ່າວ ນີ້ຄືກັນ. ທ່ານ KARZAI ກ່າວວ່າ ພວກສນັບສນຸນ ກຸ່ມທາລີບານ ຫົວແຂງກະດ້າງ ຊຶ່ງເປັນສະມາຊິກ ຂອງກຸ່ມກໍ່ການຮ້າຍ ອາລ-ກາຍ-ດາ ແລະກຸ່ມຫົວຮຸນແຮງອື່ນໆນັ້ນ ຈະບໍ່ຖືກຮັບເຂົ້າໄວ້ ຢູ່ໃນໂຄງການ ດັ່ງກ່າວ. ປະທານາທິບໍດີ ອັຟການິສຖານ ເວົ້າວ່າ ໃນປັດຈຸບັນນີ້ ພວກທາລີບານ ຈ່າຍເງິນໃຫ້ພວກ ອາສາສະມັກ ຫລືນັກຣົບຂອງຕົນ ຫລາຍກວ່າ ທີ່ຣັຖບານ ຈະຈ່າຍໃຫ້ ແກ່ກຳລັງຂອງຕົນໄດ້.

ເອເຊັຽ - ເສືອ: ປີນີ້ແມ່ນປີຂານ ຫລືປີເສືອ ອີງຕາມ ຣະບົບນັບປີ 12 ຣາສີຂອງຈີນ ແຕ່ ຈຳນວນເສືອ ຢູ່ໃນຈີນ ແລະບັນດາປະເທດເອ ເຊັຽອື່ນໆ ໄດ້ຫຼຸດນ້ອຍຖອຍລົງ ເຫຼືອຢູ່ປະມານ ສາມພັນ 200 ໂຕຈາກຈຳນວນ 100 ພັນໂຕ ເມື່ອນຶ່ງຮ້ອຍປີກ່ອນນັ້ນ. ກຸ່ມກອງທຶນອະນຸຣັກ ສັດປ່າ WWF ໄດ້ປະກາດໃນວັນພະຫັດວານ ນີ້ວ່າ ຕົນໄດ້ລິເລີ້ມ ການປຸກຣະດົມ ເພື່ອເພີ້ມ ຈຳນວນ ປະຊາກອນເສືອ ໃຫ້ຫລາຍຂຶ້ນ ເປັນສອງເທົ່າ ພາຍໃນປີ 2022 ຄືປີຂານ ທີ່ຈະມາເຖິງ ໃນຮອບໜ້າ. ພວກເຈົ້າໜ້າທີ່ ອະນຸຣັກສັດປ່າ ຈາກ 13 ປະເທດ ບ່ອນທີ່ມີເສືອ ອາສັຍຢູ່ ຕາມທັມມະຊາດນັ້ນ ຈະປະຊຸມກັນ ທີ່ປະເທດໄທ ໃນອາທິດຈະມາ ເພື່ອຕັດສິນໃຈ ກ່ຽວກັບແຜນການ ທີ່ຈະຕ່າວປີ້ນ ແນວໂນ້ມດັ່ງກ່າວ. ພວກອະນຸຣັກສັດປ່າ ຫວັງວ່າ ຈະເພີ້ມຈຳນວນເສືອ ໃຫ້ຫຼາຍຂຶ້ນ ຢູ່ໃນ ບັງກລາແດັສ, ພູຖານ, ມຽນມາ, ກຳປູເຈັຽ, ຈີນ, ອິນເດັຽ, ອິນໂດເນເຊັຽ, ສປປ ລາວ, ມາເລເຊັຽ, ເນປາລ, ຣັດເຊັຽ, ໄທ ແລະວຽດນາມ. ເຂົາເຈົ້າເວົ້າວ່າ ປະມານເຄິ່ງນຶ່ງ ຂອງຈຳນວນເສືອ ທີ່ຍັງອາສັຍຢູ່ ຕາມທັມມະຊາດນັ້ນ ແມ່ນຢູ່ໃນ ປະເທດອິນເດັຽ.

ໂຕໂຢຕ້າ - ເອີ້ນຄືນ: ບໍຣິສັດ ໂຕໂຢຕ້າ ຊຶ່ງມີສຳນັກງານໃຫຍ່ຢູ່ປະເທດຍີ່ປຸ່ນກ່າວວ່າ ຕົນໄດ້ເອີ້ນຄືນຣົດຈຳນວນ 2 ລ້ານ 3 ແສນ ຄັນຢູ່ໃນສະຫະຣັດ ເພື່ອກັບໄປສ້ອມແປງຄັນ ເລັ່ງ ທີ່ສາມາດຄ້າງ ແລະພາໃຫ້ເກີດ ອຸບັດ ຕິເຫດຮ້າຍແຮງໄດ້. ບໍຣິສັດ ຜລິດຣົດໂອໂຕ ທີ່ໃຫຍ່ທີ່ສຸດໃນໂລກ ກ່າວໃນວັນພະຫັດ ວານນີ້ ວ່າ ການເອີ້ນຄືນ ໃນເທື່ອນີ້ ແມ່ນມີຣົດ ໂຕໂຢຕ້າ ຫຼາຍຮຸ້ນດ້ວຍກັນ ທີ່ຜລິດ ໃນລະຫວ່າງ ປີ 2005 ຫາ 2010. ຮຸ້ນທີ່ມີບັນຫານັ້ນ ແມ່ນຮວມທັງ RAV4, CORROLLA, MATRIX, AVALON, CAMRY, HIGHLANDER, TUNDRA ແລະ SEQUOIA. ໃນເດືອນກັນຍາ ປີກາຍນີ້ ບໍຣິສັດ ໂຕໂຢຕ້າ ກໍໄດ້ປະກາດ ເອີ້ນຄືນຣົດ 3 ລ້ານ 8 ແສນຄັນ ໃນສະຫະຣັດ ຍ້ອນບັນຫາ ແບບດຽວກັນນີ້ ຄື ຄັນເລັ່ງຄ້າງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG