ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະບໍ່ຊົດເຊີຍຄ່າໃຊ້ຈ່າຍແກ່ພວກຖືຄອງທີ່ດິນຂອງລັດ ຢູ່ເຂດບຶງທາດຫຼວງ


ຮອງນາຍຍົກລັດຖະມົນຕີລາວຢືນ ຢັນວ່າຈະບໍ່ມີການຈ່າຍຄ່າຊົດເຊີຍ ໃຫ້ກັບປະຊາຊົນລາວທີ່ບຸກລຸກ ຫຼື ຖືຄອງທີ່ດິນຂອງລັດຢູ່ເຂດບຶງທາດ ຫຼວງຢ່າງບໍ່ຖືກຕ້ອງກັບທັງຍັງຈະ ຕ້ອງຮື້ຖອນສິ່ງປູກສ້າງອອກໄປ ຈາກເຂດທີ່ໄດ້ຈັດສັນໃຫ້ກັບບໍລິສັດ ຈາກຈີນອີກດ້ວຍ.

ທ່ານ ສົມຫະຫວາດ ເລັ່ງສະຫວັດ ຮອງ ນາຍຍົກລັດຖະມົນຕີຜູ້ປະຈຳການຄະນະລັດຖະ ບານລາວ ໄດ້ໃຫ້ການຢືນຢັນວ່າ ໂຄງການພັດທະ ນາເມືອງໃຫມ່ ບົນເນື້ອທີ່ 1.000 ເຮັກຕາ ຢູ່ເຂດບຶງທາດຫຼວງໃຫ້ເປັນເຂດທີ່ຢູ່ອາໃສ ແລະ ສູນກາງທາງທຸລະກິດແຫ່ງໃຫມ່ ຂອງນະຄອນຫລວງວຽງຈັນ ທີ່ລັດຖະບານລາວໄດ້ ອະນຸມັດສິດ ທິສຳປະທານໃນການ ເຊົ່າທີ່ດິນເປັນເວລາ 50 ປີ ໃຫ້ກັບບໍລິສັດພັດທະນາອະສັງຫາລິມະຊັບຈາກຈີນໄປແລ້ວນັ້ນ ຈະຍັງຄົງດຳເນີນການປົກກະຕິຈາກຂໍ້ຕົກລົງໃນສັນຍາເດີມທຸກປະການ.

ທັງນີ້ໂດຍເຖິງແມ້ວ່າໃນໄລຍະທີ່ຜ່ານມາຈະເກີດການຊັກຊ້າໃນການດຳເນີນໂຄງການມາໂດຍ ຕະຫຼອດກໍ່ຕາມຫາກແຕ່ ທ່ານ ສົມສະຫວາດ ກໍ່ຢືນຢັນວ່າເປັນຍ້ອນຜົນກະທົບ ຈາກໄພ ນໍ້າຖ້ວມຄັ້ງໃຫຍ່ໃນເຂດນະຄອນຫລວງວຽງຈັນ ເມື່ອປີ 2008 ຊຶ່ງກໍ່ໄດ້ເປັນສາເຫດເຮັດ ໃຫ້ບໍລິສັດຈາກຈີນຕ້ອງ ດຳເນີນການສຶກສາ ເພື່ອປ້ອງກັນບັນຫາໄພນໍ້າຖ້ວມຢ່າງຄັກແນ່ ກ່ອນທີ່ຈະມີການລົງທຶນເພື່ອ ດຳເນີນໂຄງການຕໍ່ໄປ.

ຊຶ່ງໝາຍຄວາມວ່າໃນປັດຈຸບັນນີ້ຍັງຄົງລໍຖ້າໃຫ້ການສຶກສາດັ່ງກ່າວແລ້ວເສັດສົມບູນເທົ່າ ນັ້ນ ກໍຈະສາມາດດຳເນີນໂຄງການຕໍ່ໄປໄດ້ ແລະ ລັດຖະບານລາວກໍ່ມີໜ້າທີ່ ທີ່ຈະຕ້ອງ ສົ່ງມອບພື້ນທີ່ 1.000 ເຮັກຕາ ຢູ່ໃນເຂດບຶງທາດຫຼວງໃຫ້ກັບບໍລິສັດຈາກຈີນຕາມສັນຍາ ທີ່ໄດ້ຕົກລົງກັນໄວ້.

ສຳລັບແນວທາງໃນການດຳເນີນງານຂອງລັດຖະບານລາວນັ້ນກໍ່ຄືການໂຍກຍ້າຍປະຊາຊົນ ແລະສິ່ງປູກ ສ້າງຕ່າງໆອອກໄປຈາກພື້ນທີ່ 1.000 ເຮັກຕາຢູ່ທີ່ເຂດບຶງທາດຫລວງເພື່ອ ສົ່ງມອບໃຫ້ກັບບໍລິສັດຈາກຈີນ ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການດຳເນີນການກໍ່ ສ້າງສະໜາມກິລາແຫ່ງຊາດແຫ່ງໃຫມ່ດ້ວຍ ເງິນທຶນຫຼາຍກວ່າ 100$ ລ້ານ ເພື່ອຮອງ ຮັບການເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມ ຄັ້ງທີ່ 25 ເມື່ອວັນທີ່ 9-18 ທັນວາ 2009 ທີ່ຜ່ານມານັ້ນເອງ.

ທັງນີ້ໂດຍປະຊາຊົນທີ່ໄດ້ສິດທິໃນການຖືຄອງ ແລະຊົມໃຊ້ທີ່ດິນຢ່າງຖືກຕ້ອງຈະໄດ້ຮັບການ ຊົດເຊີຍແລະຄວາມຊ່ວຍເຫຼືອຈາກລັດຖະ ບານລາວຢ່າງຄົບຖ້ວນຕາມກົດໝາຍ. ຫາກ ແຕ່ວ່າ ສຳລັບປະຊາຊົນທີ່ບຸກລຸກ ແລະ ຄອບ ຄອງທີ່ດິນຢ່າງບໍ່ຖືກຕ້ອງນັ້ນ ກໍ່ຈະຕ້ອງຖືກ ໂຍກຍ້າຍ ແລະ ຮື້ຖອນສິ່ງປຸກສ້າງອອກໄປ ໂດຍບໍ່ໄດ້ຮັບການຊົດເຊີຍ ແລະ ການຊ່ວຍ ເຫຼືອຈາກລັດຖະບານລາວ ແຕ່ຢ່າງໃດ.

ແຕ່ຢ່າງໃດກໍ່ຕາມໂດຍອີງຕາມກະແສຂ່າວ ອີກດ້ານນຶ່ງກັບປະກົດວ່າສາເຫດທີເຮັດໃຫ້ ໂຄງການເມືອງໃຫມ່ຢູ່ທີ່ບຶງທາດຫຼວງ ຕ້ອງປະເຊີນກັບການຊັກຊ້າມາໂດຍຕະຫຼອດນັ້ນ ກໍ່ ຍ້ອນວ່າປະຊາຊົນ ບໍ່ຍອມພາກັນໂຍກຍ້າຍອອກໄປຈາກພື້ນທີ່ ເນື່ອງຈາກບໍ່ພໍໃຈທີ່ຈະໄດ້ ຮັບການຊົດເຊີຍຄ່າທີ່ດິນ ແລະ ສິ່ງປູກສ້າງທີ່ຕໍ່າເກີນໄປ.

ຊຶ່ງກໍ່ຄືໃນຄະນະທີ່ປະຊາຊົນເຫັນວ່າຄ່າຊົດເຊີຍທີ່ດິນຈະຕ້ອງບໍ່ໜ້ອຍກວ່າ $100 ຕໍ່ຕາ ແມັດນັ້ນ ກັບປາ ກົດວ່າລັດຖະບານລາວຈະຊົດເຊີຍໃຫ້ພຽງ 20$ ຕໍ່ຕາແມັດເທົ່ານັ້ນ ຈຶ່ງ ເຮັດໃຫ້ປະຊາຊົນລາວຫຼາຍພັນຄອບຄົວ ຫຼື ນັບເປັນແສນຄົນນັ້ນບໍ່ຍອມພາກັນໂຍກ ຍ້າຍ ແລະ ຮື້ຖອນສິ່ງປູກສ້າງອອກໄປຈາກເຂດບຶງ ທາດຫຼວງຈົນທຸກມື້ນີ້ນັ້ນເອງ.

XS
SM
MD
LG