ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອັງກິດ ໄດ້ຜ່ອນຜັນໂທດ ໃຫ້ແກ່ຜູ້ລັກລອບ ຄ້າຢາເສບຕິດ ທີ່ຖືກສົ່ງໄປແຕ່ລາວ


ເຮຕີ - ແຜ່ນດິນໄຫວ: ເຈົ້າໜ້າທີ່ທະຫານ ຂອງສະຫະຣັດ ກ່າວວ່າ ກຳລັງສະເທີນນຳ ສະເທີນບົກ ແລະທະຫານມາຣີນ ຂອງສະຫະ ຣັດ 4 ພັນຄົນ ຈະໄດ້ຮັບຄຳສັ່ງ ໃຫ້ປ່ຽນແປງ ໝາຍກຳນົດການ ໃນການຖືກສົ່ງໄປ ປະຕິບັດ ງານ ຢູ່ບ່ອນອື່ນ ແລະຖືກສົ່ງໄປເຮຕີແທນ ເພື່ອໃຫ້ການຊ່ອຍເຫລືອ ໃນການປະຕິບັດງານ ບັນເທົາທຸກ. ກອງກຳລັງ​ ແບບ​ດຽວ​ກັນ​ນີ້ ກອງ​ນຶ່ງ ​ໄດ້ຖືກ​ສົ່ງ​ຂຶ້ນ​ບົກ ໄປປະຕິບັດງານ ຢູ່ໃນ ບໍຣິເວນ ແຄມຝັ່ງທະເລ ທາງກຳຕາເວັນຕົກ ຂອງນະຄອນຫຼວງ PORT-AU-PRINCE ທີ່ໄດ້ຮັບ ຄວາມເສັຽຫາຍ ຢ່າງຮ້າຍແຮງນັ້ນ ໃນວັນອັງຄານ ຜ່ານມານີ້. ການສົ່ງກຳລັງ ທະຫານຈຸໃໝ່ ໄປຕື່ມຢູ່ໃນເຮຕີ ທີ່ວ່ານີ້ ຈະ​ເພີ້ມຈຳນວນ ທະຫານອະເມຣິກັນ ທັງໝົດ ທີ່ຖືກໄປຍັງ ປະເທດດັ່ງກ່າວ ຂຶ້ນເປັນປະມານ 14 ພັນຄົນ. ປະທານາທິບໍດີ BARACK OBAMA ກ່າວຕໍ່ໂທຣະພາບ ABC ໃນວັນພຸດ ວານນີ້ວ່າ ສະຫະຣັດ ບໍ່ສາມາດທີ່ຈະເມີນເສີຍ ບໍ່ເອົາຫົວຊາ ຕໍ່ບັນຫາ ໃນເຮຕີໄດ້. ນອກ ນັ້ນແລ້ວ ທ່ານຍັງເວົ້າວ່າ ສະຫະຣັດ ບໍ່ຢາກໃຫ້ ການປະຕິບັດງານ ບັນເທົາທຸກ ຂອງຕົນ ເປັນທີ່ປາກົດ ໃຫ້ເຫັນວ່າ ສະຫະຣັດ ກຳລັງເຂົ້າ ຢຶດເອົາເຮຕີ.

ສະຫະຣັດ - ປາກິສຖານ: ຣັຖມຸນຕຣີ ກະຊວງປ້ອງ ກັນປະເທດ ສະຫະຣັດທ່ານ ROBERT GATES ກຳ ລັງຢູ່ທີ່ ນະຄອນຫຼວງ ອິສລາມາບັດ ເພື່ອເຈຣະຈາຫາ ຣື ກັບພວກຜູ້ນຳປາກິສຖານ ກ່ຽວກັບຍຸທສາດ ໃນ ການເຮັດສົງຄາມ ຂອງສະຫະຣັດ ຢູ່ໃນອັຟການິສຖານ ທີ່ເປັນເພື່ອນບ້ານ ຂອງປາກິສຖານນັ້ນ. ທ່ານ GATES ກ່າວວ່າ ທ່ານຈະໃຫ້ ຄວາມໝັ້ນ​ໃຈ ແກ່ປາກິສຖານ ອີກໃໝ່ວ່າ ສະຫະຣັດ ຈະ​ຢູ່​ໃນ​ສົງຄາມ​ນີ້​ “​ເປັນ​ເວລາ​ຍາວ​ນານ" ​ແລະຈະສືບ​ຕໍ່​ ປະຕິບັດ​ງານ​ໃນ​ຖານະ ເປັນພັນທະມິດ ຂອງປາກິສຖານ. ທ່ານ GATES ​ໄດ້​ພົບ​ປະ​ຫາຣື ໃນວັນພະຫັດມື້ນີ້ ກັບ​ຄູ່​ຕຳແໜ່​ງຂອງ​ທ່ານ ຣັຖມຸນຕຣີ ປ້ອງ​ກັນ​ປະ​ເທດ ​ປາ​ກິ​ສຖານ ທ່ານ AHMED MUKHTAR. ສະຫະຣັດ ຢາກ​ໃຫ້ປາ​ກິ​ສຖານ ​ຂຍາຍ​ການ​ໂຈມ​ຕີ ຕໍ່​ພວກ​ຫົວ​ຮຸນ​ແຮງ ອອກ​ໄປ​ຍັງ​ເຂດ​ຊາຍ​ແດນ ຕິດ​ກັບ​ອັຟກາ​ນິສຖານ ບ່ອນ​ທີ່​ພວກ​ສະມາຊິກ ​ຂອງ ກຸ່ມ​ທາ​ລີ​ບານ ​ໄດ້​ໜີ​ໄປ​ຫລົບພັຍ​ຢູ່.

ຮອນດູຣັສ: ຣັຖບານຂອງສາທາຣະນະຣັດ ໂດ ມິນິກັນ ໄດ້ບັນລຸ ການຕົກລົງ ກັບປະທານາທິບໍດີ ທີ່ຖືກເລືອກໃໝ່ ຂອງຮອນດູຣັສ ທ່ານ PORFI RIO LOBO ກ່ຽວ​ກັບ​ຂໍ້​ສະ​ເນີ ໃຫ້ປະທານາທິບໍ ດີ ທີ່ຖືກໂຄ່ນລົ້ມ ຂອງຮອນດູຣັສ ທ່ານ MANUEL ZELAYA ເດີນທາງຢ່າງປອດພັຍ ໄປຍັງໂດມິນິກັນໄດ້. ພວກເຈົ້າໜ້າທີ່ ກ່າວວ່າ ປະທານາທິບໍດີ ໂດມິນິກັນ ທ່ານ LEONEL FERNANDEZ ແລະທ່ານ LOBO ໄດ້ລົງນາມ ໃນຂໍ້ຕົກລົງດັ່ງກ່າວ ທີ່ນະຄອນຫລວງ SANTO DOMINGO ຂອງ​ໂດ​ມີ​ນິກັນ ໃນວັນພຸດວານນີ້. ຂໍ້ຕົກລົງສະບັບນີ້ ຈະອະນຸຍາດໃຫ້ ທ່ານ ZELAYA ເດີນທາງ ໂດຍເຮືອບິນ ໄປຍັງສາ ທາຣະນະຣັດ ໂດມິນິກັນ ໃນຖານະ ທີ່ເປັນແຂກ ຂອງປະເທດດັ່ງກ່າວ ຫຼັງຈາກທ່ານ LOBO ເຂົ້າຮັບຕຳແໜ່ງ ໃນວັນທີ 27 ເດືອນນີ້. ຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ທ່ານ ZELAYA ຈະຮັບເອົາ ຂໍ້ຕົກລົງນີ້ ຫລືບໍ່. ທ່ານ LOBO ຖືກເລືອກເປັນປະທານາທິບໍດີ ຂອງຮອນດູຣັສ 5 ເດືອນ ຫລັງຈາກ ໄດ້ມີການໂຄ່ນລົ້ມ ທ່ານ ZELAYA ລົງຈາກຕຳ ແໜ່ງ ໃນການກໍ່ຣັຖປະຫານ ທີ່ໜຸນຫລັງໂດຍ ພວກທະຫານ ແລະທ່ານໄດ້ຖືກ ໃຫ້ສົ່ງໄປລີ້ພັຍ ຢູ່ໃນຕ່າງປະເທດ.

ອັງກິດ - ລາວ: ສານແຫ່ງນຶ່ງຂອງອັງກິດໄດ້ ຕັດສິນ ໃຫ້ແມ່ຍິງຄົນນຶ່ງ ທີ່ຖືກພົບເຫັນວ່າ ມີ ຄວາມຜິດ ໃນການຄ້າ ຢາເສບຕິດ ຢູ່ ສປປ ລາວນັ້ນ ຕ້ອງໄດ້ຮັບ​ໃຊ້​ໂທດ ເປັນ​ເວລາຢ່າງ ນ້ອຍ 1 ປີເຄິ່ງ ຂອງໂທດຈຳຄຸກ ຕລອດຊີວິດ ຂອງນາງ ກ່ອນຈະຖືກປ່ອຍ ໃຫ້ເປັນອິສຣະໄດ້. ຜູ້ພິພາກສາ 2 ຄົນ ຂອງສານສູງອັງກິດ ທີ່ກຸງ ລອນດອນ ໄດ້ຕັດສິນ ໃນມື້ວານນີ້ວ່າ ນາງ SAMANTHA OROBATOR ບໍ່ໄດ້ຖືກຄຸມຂັງ ແບບບໍ່ຍຸຕິທັມ ຢູ່ໃນປະເທດອັງກິດ ບ່ອນທີ່ນາງ ໄດ້ຖືກສົ່ງ ກັບຄືນໄປຈາກລາວ ໃນປີກາຍນີ້. ແຕ່ຜູ້ພິພາກສາທັງ 2 ກໍໄດ້ຫລຸດຜ່ອນໂທດ ໃຫ້ແກ່ນາງ ​ໂດຍ​ຫລຸດ​ລົງ​ ໃຫ້​ຍັງ​ເຫລືອ​ແຕ່ ນຶ່ງ​ປີ​ເຄິ່ງນັ້ນ. ນາງ OROBATOR ໄດ້ຖືກຈັບ ທີ່ສນາມບິນວັດໄຕ ໃນນະຄອນຫລວງ ວຽງຈັນ ໃນປີ 2008 ຍ້ອນມີຢາ ເຮໂຣອີນ 680 ກຣາມ ຢູ່ໃນຄວາມຄອບຄອງ ຊຶ່ງເປັນປະຣິມານ ທີ່ສູງກວ່າ ພວກຄ້າຢາເສບຕິດ ສາມາດຖືກຕັດສິນໂທດ ປະຫານຊີວິດ ຢູ່ລາວ. ແຕ່ນາງໄດ້ຖືພາມານ ໃນຂະນະທີ່ຢູ່ໃນຄຸກ ຊຶ່ງພາໃຫ້ນາງ ຖືກຕັດສິນໂທດ ຕລອດຊີວິດ. ຫລັງຈາກນັ້ນ ນາງກໍໄດ້ຖືກສົ່ງ ກັບຄືນໄປອັງກິດ ພາຍໃຕ້ຂໍ້ຕົກລົງ ແລກປ່ຽນນັກໂທດ ແລະນາງໄດ້ຄອດລູກ ເປັນເດັກຍິງ ຂະນະທີ່ຢູ່ໃນຄຸກ ໃນປະເທດອັງກິດ.

ຈີນ - ເສຖກິດ: ຈີນກ່າວວ່າ ເສຖກິດຂອງຕົນ ໄດ້ມີການຂຍາຍໂຕຢ່າງ​ແຂງແຮງ ເຖິງ 10.7% ໃນໄຕຣມາສທີ 4 ຂອງປີ 2009 ຊຶ່ງໄດ້ກາຍ ເປົ້າໝາຍ ການເຕີບໂຕ ທີ່ຕັ້ງໄວ້ 8% ສຳລັບ​ໝົດທັງປີນັ້ນ. ໄດ້ມີການເປີດເຜີຍ ໂຕເລກດັ່ງ ກ່າວໃຫ້ຊາບ ໃນວັນພະຫັດມື້ນີ້ ໂດຍກົມສະຖິຕິ ແຫ່ງຊາດຂອງຈີນ. ການເຕີບໂຕ ຫຼາຍກວ່າ 10% ທີ່ວ່ານີ້ ໄດ້ຊ່ອຍໃຫ້ ເສຖກິດຂອງຈີນ ຂຍາຍໂຕ ໃນອັດຕຣາສະເລັ່ຽ 8.7% ຊຶ່ງແມ່ນລື່ນເປົ້າໝາຍ ທີ່ຣັຖບານເຫັນວ່າ ມີຄວາມຈຳເປັນ ເພື່ອປ້ອງ​ກັນ ບໍ່ໃຫ້ເກີດ ຄວາມວຸ້ນວາຍ ໃນດ້ານສັງຄົມ. ປັກກິ່ງ ໄດ້ທຳການເຄື່ອນໄຫວ ຢ່າງຂຸ້ນຂ້ຽວ ຈຳນວນນຶ່ງ ເພື່ອເຮັດໃຫ້ ເສຖກິດຂຍາຍໂຕ ໃນປີກາຍນີ້ ຂະນະທີ່ໂລກ ສືບ​ຕໍ່ປະສົບກັບ ສະພາບເສຖກິດ ຫລຸດຖອຍ ຮວມທັງແຜນການ ກະຕຸກຊຸກຍູ້ ເສຖກິດມູນຄ່າ 586 ພັນລ້ານໂດລາ ແລະການໃຫ້ເງິນກູ້ຢືມ ຫລາຍເປັນປະວັດການ. ແຕ່ທ່ານ MA JIANTANG ຫົວໜ້າກົມ ສະຖິຕິ ກ່າວວ່າ ຣາຄາສິນຄ້າ ໄດ້ຖີບໂຕຂຶ້ນ ເກືອບ 2% ໃນເດືອນທັນວາ ຜ່ານມາ ຈາກໄລຍະດຽວກັນ ຂອງປີກ່ອນ ຊຶ່ງໄດ້ພາໃຫ້ ມີຄວາມວິຕົກກັງວົນ ຢ້ານວ່າ ຈະພາໃຫ້ເກີດ ພັຍເງິນເຟີ້.

ຈີນ - ອິນເຕີແນັດ: ເຈົ້າໜ້າທີ່ອະວຸໂສຄົນ ນຶ່ງຂອງຈີນກ່າວວ່າ ບັນຫາຜິດຂ້ອງຕ້ອງຖຽງ ໃນປັດຈຸບັນ ຂອງຈີນ ກັບບໍຣິສັດຊອກຄົ້ນຫາ ຂໍ້ມູນ ທາງອິນເຕີແນັດຍັກໃຫຍ່ GOOGLE ທີ່ມີສຳນັກງານ ຢູ່ໃນສະຫະຣັດນັ້ນ ບໍ່ຄວນມີ ການຕີຄວາມໝາຍວ່າ ເປັນຮ່ອງຮອຍ ຂອງ ຄວາມສັມພັນ ລະຫວ່າງປັກກິ່ງ ກັບວໍຊິງຕັນ. ອົງການຂ່າວຊິນຫວາ ຂອງທາງການຈີນ ລາຍງານວ່າ ຮອງຣັຖມຸນຕຣີ ກະຊວງການ ຕ່າງປະເທດຂອງຈີນ ທ່ານ HE YAFEI ໃຫ້ທັສນະດັ່ງກ່າວ ໃນວັນພະຫັດມື້ນີ້ ທີ່ນະຄອນຫຼວງ ປັກກິ່ງ. ບໍຣິສັດ GOOGLE ໄດ້ປະກາດ ໃນສັບປະດາ ແລ້ວນີ້ວ່າ ຕົນອາດຈະຢຸດເຊົາ ການປະຕິບັດງານ ຢູ່ໃນປະເທດຈີນ ຍ້ອນຄວາມ​ເປັນ​ຫ່ວງ ກ່ຽວກັບ ການກວດກາ ແລະການໂຈມຕີ ທາງອິນເຕີແນັດ ທີ່ແນເປົ້າໝາຍໃສ່ ບັນຊີອີແມລ ທາງບໍຣິສັດ GOOGLE ຂອງພວກ ນັກເຄື່ອນໄຫວ ສິດທິມະນຸດຈີນ. ຈີນກ່າວວ່າ ຕົນບໍ່ໄດ້ສົ່ງ​ເສີມ​ ຫລື​ສນັບ​ສນູນ ການໂຈມຕີ ທາງ​ອິນ​ເຕີ​ແນັດ ແຕ່ກ່າວຕື່ມວ່າ ທຸກບໍຣິສັດ ຕ່າງປະເທດໃນຈີນ ຮວມທັງບໍຣິສັດ GOOGLE ຕ້ອງໄດ້ປະຕິບັດຕາມ ທຸກໆກົດໝາຍ ລະບຽບການ ແລະປະເພນີ ວັທນະທັມທ້ອງຖິ່ນ ຮວມທັງການຄວບຄຸມ ທາງອິນເຕີແນັດ ຂອງຣັຖບານຈີນ.

ວຽດນາມ - ພຣະພຸທຮູບ: ບໍຣິສັດຄ້າເພັດ ພອຍບໍຣິສັດນຶ່ງ ຂອງວຽດນາມ ກ່າວວ່າ ຕົນ ຈະສ້າງ ພຣະພຸທຮູບ ທີ່ໃຫຍ່ທີ່ສຸດໃນໂລກ ທີ່ ຈະເຮັດດ້ວຍຢົກກ້ອນ​ໃຫຍ່ໆ​ກ້ອນ​ດຽວ. ບໍຣິສັດ THAN CHAU NGOC VIET ໄດ້ປະກາດ ໃນສັບປະດານີ້ວ່າ ຕົນຈະສະລັກ ພຣະພຸທຮູບ ຈາກຢົກກ້ອນນຶ່ງ ໜັກ 35 ໂຕນທີ່ທາງບໍຣິສັດ ຊື້ມາຈາກມຽນມາ. ຖແລງຂ່າວສະບັບນຶ່ງ ຂອງ ບໍຣິສັດເວົ້າວ່າ ພຣະພຸທຮູບ ທີ່ແກະສະລັກຈາກ ຢົກດັ່ງກ່າວ ຈະສູງ 3 ແມັດ ກວ້າງປະມານ 2 ແມັດ ແລະໜັກ 16 ໂຕນ ເວລາສ້າງສຳເຣັດ ໃນປີ 2011. ທາງ​ບໍຣິສັດ​ ໄດ້ວ່າຈ້າງ ພວກຊ່າງສີມື ປະມານ 50 ຄົນ​ ມາແກະສະລັກ ພຣະພຸທຮູບອົງນີ້. ປະທານ ປະເທດວຽດນາມ ທ່ານ NGUYEN MINH TRIET ໄດ້ ກ່າວຄຳປາສັຍ ໃນພິທີ ທີ່​ຈັດ​ຂຶ້ນ ໃນມື້ວັນຈັນ ຜ່ານມານີ້ ​ເພື່ອເປັນຂີດໝາຍການເລີ້ມ ຕົ້ນວຽກ​ງານແກະສະລັກ ພຣະພຸທຮູບທີ່ວ່ານີ້. ໄດ້ມີພຣະສົງ ເຂົ້າຮ່ວມໃນພິທີດັ່ງກ່າວ ຫລາຍໆຮ້ອຍອົງ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG