ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະໃຫ້ຄະນະທູດຕານຸທູດຕ່າງປະເທດເດີນທາງໄປຢ້ຽມຢາມ ມົ້ງກັບຈາກໄທ


ທາງການລາວຢືນຢັນພ້ອມທີ່ຈະນຳພາຄະ ນະທູດຕານຸທູດຕ່າງປະເທດ ເດີນທາງໄປ ກວດຢ້ຽມສະພາບຊີວິດຄວາມເປັນຢູ່ຂອງ ຊາວມົ້ງລາວທີ່ຖືກສົ່ງກັບຄືນຈາກໄທ ພາຍ ຫຼັງທີ່ຈັດບ່ອນຢູ່ອາໃສ ແລະ ທີ່ດິນທຳກິນ ໃນລາວໃຫ້ແກ່ພວກເຂົາເຈົ້າຮຽບຮ້ອຍ ແລ້ວ.

ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ ຊ່ວຍວ່າການຕ່າງປະເທດຂອງລາວໄດ້ໃຫ້ ການຢືນຢັນໃນໂອກາດທີ່ໄດ້ໃຫ້ ການຕ້ອນຮັບຄະນະຂອງເອກອັກຄະລັດຖະທູດ ຈາກ ສະພາບຢູໂຣບ ສະຫະຣັດອາເມລິກາ ແລະ ອັອດສະເຕຣເລຍປະຈຳນະຄອນຫຼວງວຽງ ຈັນຊຶ່ງໄດ້ ພາກັນເຂົ້າພົບເພື່ອຂໍຮັບຮູ້ຂໍ້ມູນ ແລະ ສະຖານະການ ທີ່ກ່ຽວກັບການເບິ່ງ ແຍງບັນດາຊາວມົ້ງລາວທີ່ຖືກສົ່ງກັບຄືນຈາກປະເທດໄທເມື່ອບໍ່ນານມານີ້ວ່າ ທາງການ ລາວພ້ອມທີ່ຈະນຳພາຄະນະທູດຕານຸທູດ ແລະ ຄະນະຜູ້ແທນຂອງອົງການສາກົນ ເພື່ອ ເດີນທາງໄປກວດຢ້ຽມສະພາບຊີວິດ ແລະ ການເປັນຢູ່ຂອງຊາວມົ້ງໃນທັນທີ ທີ່ໄດ້ທຳ ການຈັດສັນບ່ອນຢູ່ອາໃສທີ່ດິນທຳກິນ ແລະກໍ່ສ້າງລະບົບໂຄງຂ່າຍພື້ນຖານຕ່າງໆ ໃຫ້ ແກ່ພວກເຂົາເຈົ້າໄດ້ຢ່າງຮຽບຮ້ອຍແລ້ວ.

ທັງນີ້ໂດຍທາງການລາວຍິນດີທີ່ຈະດຳເນີນການຕາມທຸກການຮ້ອງຂໍຂອງຄະນະທູດ ແລະ ຄະນະຜູ້ແທນຂອງອົງການສາກົນໂດຍບໍ່ມີການປົກປິດ ຊຶ່ງກໍ່ຄືຕ້ອງການທີ່ຈະໄປກວດ ຢ້ຽມຊາວມົ້ງຢູ່ໃນເຂດແຂວງໃດນັ້ນທາງການລາວ ກໍ່ຈະນຳພາໄປຕາມທີ່ຕ້ອງການເພື່ອ ເປັນການຢັ້ງຢືນເຖິງການປະຕິບັດນະໂຍບາຍເພື່ອມະນຸດສະທຳ ທີ່ສະເໝີຕົ້ນສະເໝີປາຍ ຂອງລັດຖະບານລາວນັ້ນເອງ.

ການຢືນຢັນຂອງ ທ່ານ ພົງສະຫວັດ ດັ່ງ ກ່າວນີ້ນັບວ່າສອດຄ່ອງກັນກັບການເນັ້ນ ຢ້ຳ,ຂອງ ທ່ານ ສົມສະຫວາດດ ເລັ່ງສະ ຫວັດ ຮອງນາຍລັດຖະມົນຕີຜູ້ປະຈຳການ ຄະນະລັດ ຖະບານລາວຊຶ່ງໄດ້ໃຫ້ການຊີ້ ແຈງດ້ວຍວ່າ ການປະຕິບັດຂອງທາງການ ລາວທີ່ມີຕໍ່ຊາວມົ້ງທີ່ຖືກສົ່ງກັບຄືນຈາກໄທ ນັ້ນ ໄດ້ດຳເນີນໄປຢ່າງເປີດເຜີຍ ແລະ ນັບ ຈາກປີ 2008 ເປັນຕົ້ນມາ ກໍ່ໄດ້ມີການນຳ ພາຄະນະທູດຕານຸທູດ ແລະ ຄະນະຜູ້ ແທນຂອງອົງການສາກົນ ລວມເຖິງຄະ ນະຜູ້ສື່ຂ່າວຈາກຕ່າງປະເທດ ໃນການ ເດີນທາງໄປກວດຢ້ຽມຊາວມົ້ງທີ່ ຖືກສົ່ງກັບຄືນຈາກໄທມາແລ້ວ ຫຼາຍຄັ້ງ.

ທັງນີ້ກໍເນື່ອງຈາກວ່າງລັດຖະບານລາວ ຖືວ່າຊາວມົ້ງເຫລົ່ານີ້ເປັນພົນລະເມືອງລັດຖະບານ ລາວຈະຕ້ອງໃຫ້ການຊ່ວຍເຫຼືອເບິ່ງແຍງເຂົາເຈົ້າເປັນຢ່າງດີ ເຖິງແມ່ນວ່າພວກເຂົາເຈົ້າຈະ ຫລົງຜິດພາກັນເດີນທາງຈາກລາວເຂົ້າໄປໃນໄທໂດຍຜິດກົດໝາຍດ້ວຍຫວັງວ່າ ຈະມີໂອ ກາດໄດ້ເດີນທາງໄປຕັ້ງຖິ່ນຖານໃໝ່ຢູ່ປະເທດທີ 3 ໂດຍສະເພາະແມ່ນສະຫະລັດກໍຕາມ.

ທາງການກະຊວງການຕ່າງປະເທດຂອງລາວ ໄດ້ຖະແຫຼງການຢືນຢັນວ່າ ການສົ່ງ ຊາວ ມົ້ງກັບຄືນໄປພູມລຳເນົາເດີມແລະເຂດຈັດສັນ ໃຫມ່ໄດ້ດຳເນີນໄປດ້ວຍຄວາມຮຽບຮ້ອຍ ໂດຍຈຳນວນຊາວມົ້ງທັ້ງໝົດ 4.711 ຄົນ ທີ່ ຖືກສົ່ງກັບຄືນຈາກສູນຮອງຮັບຊົ່ວຄາວ ບ້ານຫ້ວຍນໍ້າຂາວ ໃນເຂດອຳເພີເຂົາຄໍ້, ຈັງຫວັດເພັດສະບູນ ທາງພາກເໜືອຕອນຫລ່າງ ຂອງປະເທດໄທໃນລະຫວ່າງວັນທີ 28-29 ທັນວາ ປີ 2009 ທີ່ຜ່ານມານັ້ນ. ສ່ວນໃຫຍ່ ໄດ້ພາກັນເລືອກທີ່ຈະຢູ່ໃນ ເຂດແຂວງບໍລິຄໍາ​ໄຊ ແລະ ເຂດຈັດສັນໃໝ່ ຢູ່ເມືອງກາສີ ແຂວງວຽງຈັນ. ສ່ວນນອກນັ້ນ ກໍ່ໄດ້ກັບຄືນໄປພູມີລໍາເນົາເດີມຢູ່ໃນ ແຂວງຊຽງຂວາງ, ບໍ່ ແກ້ວ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງອຸດົມໄຊ.

ສ່ວນຊາວມົ້ງ 158 ຄົນທີ່ຖຶກສົ່ງກັບຄືນຈາກ ສຳນັກງານກວດຄົນເຂົ້າເມືອງຈັງຫວັດໜອງ ຄາຍທີ່ໄດ້ຮັບສະຖານະພາບທີ່ໜ້າເປັນຫ່ວງ ຫຼື People of Concern ຈາກສໍານັກງານ ຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງ ສະຫະປະຊາຊາດແລ້ວນັ້ນ ທ່ານ ເຄນທອງ ນວນທະສິງ ໂຄສົກກະຊວງການຕ່າງປະເທດຂອງລາວ ກໍ່ຢືນຢັນວ່າຊາວມົ້ງທັງ 158 ຄົນ ໄດ້ພາກັນ ປ່ຽນໃຈບໍ່ຂໍໄປຕັ້ງຖິ່ນຖານໃຫມ່ ຢູ່ປະເທດທີ່ສາມ. ຫາກແຕ່ໄດ້ພາກັນຂໍຢູ່ໃນລາວ ເນື່ອງ ຈາກເຫັນວ່າໄດ້ຮັບການຊ່ວຍເຫຼືອ ແລະ ເບິ່ງແຍງຈາກທາງການລາວເປັນ​ຢ່າງດີ.

XS
SM
MD
LG