ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກຣີພັບລີກັນ ຊະນະບ່ອນນັ່ງ ທີ່ເປັນຂອງມື້ລາງ ສະມາຊິກ ສະພາສູງ ພັກເດໂມແຄຣັທ ເຄນເນດີ້


ພັກຣີພັບຣີກັນ - ສະພາສູງ: ທ່ານ SCOTT BROWN ຜູ້ສະມັກ ຂອງພັກຣີ ພັບຣີກັນ ໄດ້ຮັບ​ໄຊຊະນະ ຢ່າງ​ບໍ່​ຄາດ​ຄິດ ໃນການເລືອກຕັ້ງພິເສດ ທີ່ຣັດ MASSA-CHUSETTS ເພື່ອຍາດເອົາບ່ອນນັ່ງ ທີ່ ຫວ່າງລົງໃນສະພາສູງ ທີ່ມື້ລາງ ສະມາຊິກ ສະພາສູງ ສັງກັດພັກເດໂມແຄຣັທ ທ່ານ EDWARD “TED” KENNEDY ໄດ້ ຄອບຄອງມາ ເປັນເວລາເກືອບເຄິ່ງສັຕວັດ ນັ້ນ. ທ່ານ BROWN ໄດ້ຊະນະທ່ານນາງ MARTHA COAKLEY ຜູ້ສະມັກຂອງພັກ ເດໂມແຄຣັທ ຊຶ່ງເປັນຫົວໜ້າ ​ຜະ​ແນ​ກຍຸຕິ ທັມຂອງຣັດ ໃນການເລືອກຕັ້ງ ພິເສດ ໃນວັນອັງຄານວານນີ້ ດ້ວຍຄະແນນສຽງ 52% ຕໍ່ 47%. ໃນການຖແລງ ຕໍ່ພວກສນັບສນຸນ ທີ່ປື້ມປິຕິຍິນດີນັ້ນ ທ່ານ BROWN ເວົ້າວ່າ ສຽງຂອງບັນດາ ຜູ້ມີສິດປ່ອນບັດ ທີ່ບໍ່ສັງກັດພັກ ໃນຣັດ MASSACHUSETTS ໄດ້ສະແດງອອກ ໃຫ້ເຫັນແລ້ວ. ທ່ານໄດ້ຮັບຮູ້ ຄຸນງາມຄວາມດີ​ ຂອງມື້ລາງ ສະມາຊິກ ສະພາສູງ KENNEDY ແລະໃຫ້ຄຳໝັ້ນສັນຍາວ່າ ຈະເປັນຜູ້ສືບທອດທີ່ດີ ສົມ​ກັບຕຳແໜ່ງ ອັນ​ສຳຄັນ​ນັ້ນ ແຕ່ໃນຂະນະດຽວກັນ ທ່ານກໍເວົ້າວ່າ ບ່ອນນັ່ງໃນສະພາສູງບ່ອນນີ້ ເປັນບ່ອນ ນັ່ງຂອງປະຊາຊົນ ແລະບໍ່ແມ່ນຂອງ ຜູ້ໃດຜູ້ນຶ່ງ ຫລືພັກໃດພັກນຶ່ງ ໂດຍສະເພາະ.

ເຮຕີ - ແຜ່ນດິນໄຫວ: ໄດ້ເກີດແຜ່ນດິນໄຫວ ຂນາດແຮງອີກຄັ້ງນຶ່ງທີ່ປະເທດເຮຕີໂດຍໄດ້ສ້າງ ຄວາມສັ່ນສະເທືອນໃຫ້ແກ່ຕຶກອາຄານ ແລະເຮັດ ໃຫ້ ຜູ້ຄົນຕື່ນຕົກໃຈ 8 ມື້ຫລັງຈາກໄດ້ເກີດແຜ່ນ ດິນໄຫວ ທີ່ມີຄວາມແຮງ 7.0 ທີ່ເຮັດໃຫ້ ສ່ວນ ໃຫຍ່ ຂອງເຮຕີ ໄດ້ຮັບຄວາມເສັຽຫາຍຮ້າຍແຮງ ນັ້ນ. ອົງການສຳຣວດ ທໍຣະນີວິທຍາຂອງສະຫະ ຣັດກ່າວວ່າ ແຜ່ນດິນໄຫວຄັ້ງລ່າສຸດນີ້ ມີຄວາມ ແຮງແທກໄດ້ 6.1 ແລະມີຈຸດສູນກາງ 59 ຫຼັກ ກິໂລແມັດ ຫ່າງຈາກນະຄອນຫຼວງ PORT-AU PRINCE ຂອງເຮຕີ. ຍັງບໍ່ທັນໄດ້ຮັບ ລາຍງານ ກ່ຽວກັບ ຄວາມເສັຽຫາຍ ຫຼືການບາດເຈັບລົ້ມຕາຍ ຈາກແຜ່ນດິນໄຫວ ຄັ້ງລ່າສຸດ ໃນມື້ວັນພຸດມື້ນີ້ ຊຶ່ງມີຂຶ້ນ ໃນຂະນະທີ່ນາໆຊາດ ກຳລັງ​ສືບ​ຕໍ່ ດຳເນີນຄວາມພະຍາຍາມ ຢ່າງຂຸ້ນຂ້ຽວ ​ເພື່ອໃຫ້ການຊ່ອຍເຫລືອ ​ແກ່ພວກທີ່ໄດ້ຮັບຜົນກະ ທົບ ຈາກແຜ່ນດິນໄຫວ ຂນາດແຮງ ໃນສັບປະດາແລ້ວນີ້. ຣັຖມຸນຕຣີກະຊວງປ້ອງກັນປະ ເທດ ສະຫະຣັດ ທ່ານ ROBERT GATES ໄດ້ປະກາດວ່າ ສະຫະຣັດ ຈະສົ່ງກຳປັ່ນຣົບ ຕື່ມອີກ ໄປຍັງເຮຕີ ເພື່ອຊ່ອຍໃນການ ປະຕິບັດງານຟື້ນຟູ ຈາກແຜ່ນດິນໄຫວ ຮວມທັງກຳ ປັ່ນລຳນຶ່ງ ທີ່ແນໃສ່ເ ພື່ອລຸໂລ່ງ ຊາກຫັກພັງ ທີ່ຖົມທ່າກຳປັ່ນໃຫຍ່ ໃນນະຄອນຫລວງເຮຕີ.

ເກົາຫລີ - ຄວາມເຄັ່ງຕຶງ: ຜູ້ນຳທາງທະຫານ ຂອງເກົາຫລີໃຕ້ ກ່າວວ່າ ປະເທດຂອງທ່ານຄວນ ເປີດສາກໂຈມຕີ ເກົາຫລີເໜືອກ່ອນ ໂດຍທີ່ບໍ່ໃຫ້ ​ເກົາຫລີ​ເໜືອ ຮູ້ໂຕລ່ວງໜ້າ ຖ້າຫາກມີຮ່ອງຮອຍ ສະແດງໃຫ້ເຫັນ ຢ່າງຈະແຈ້ງວ່າ ອຳນາດການປົກ ຄອງເກົາຫລີເໜືອ ພວມກະກຽມທີ່ຈະທຳ​ການໂຈມ ຕີ ດ້ວຍຣະເບີດນິວເຄລັຽ. ຣັຖມຸນຕຣີ ປ້ອງກັນປະ ເທດເກົາຫລີໃຕ້ ທ່ານ KIM TAE YOUNG ໃຫ້ ທັສນະດັ່ງກ່າວ ໃນວັນພຸດມື້ນີ້ທີ່ກອງປະຊຸມສັມມະ ນາ ຢູ່ກຸງໂຊລ ບໍ່ເທົ່າໃດມື້ຫລັງຈາກເກົາຫລີເໜືອ ຂູ່ວ່າ ຈະຕັດຂາດ ທຸກການເຈຣະຈາຫາຣື ກັບເກົາ ຫລີໃຕ້ຄູ່ປໍຣະປັກ ທີ່ເປັນປະຊາທິປະໄຕຂອງຕົນນັ້ນ. ອຳນາດການປົກຄອງ ຂອງເກົາຫລີ ເໜືອ ໄດ້ມີຄວາມໂກດແຄ້ນ ຍ້ອນມີ ລາຍ​ງານ​ຂ່າວວ່າ ເກົາຫລີໃຕ້ ໄດ້ຮ່າງແຜນການສຸກ ເສີນ ສຳລອງໄວ້​ໃຊ້ ໃນກໍຣະນີທີ່ ຣັຖບານຄອມມູນິສ ໃນເກົາຫລີເໜືອ ພັງທະລາຍລົງ. ທ່ານ KIM ໄດ້ໃຫ້ທັສນະ ຄວາມເຫັນ ແບບດຽວກັນນີ້ ໃນປີ 2008 ເວລາທ່ານ ຮັບໜ້າທີ່ ເປັນປະທານ ເສນາທິການຮ່ວມ ຂອງເກົາຫລີໃຕ້.

ມາເລເຊັຽ - ສາສນາ: ເຈົ້າໜ້າທີ່ມາເລເຊັຽ ໄດ້ຈັບ 8 ຄົນ ​ໃນ​ຖານ​ມີສ່ວນພົວພັນໃນການ ໂຈມຕີໂບດ ຄຣິສຕຽນ​ແຫ່ງ​ນຶ່ງ ດ້ວຍຣະເບີດ ໄຟເມື່ອຕົ້ນເດືອນນີ້ ຊຶ່ງເປັນນຶ່ງ​ໃນການໂຈມ ຕີ ຢ່າງ​ຕໍ່​ເນື່ອງ​ກັນຫຼາຍໆຄັ້ງທີ່ເກີດຈາກການ ຕັດສິນຂອງສານ ທີ່ໄດ້ກາຍເປັນ ບັນຫາຖົກ ຖຽງໂຕ້ແຍ້ງກັນກ່ຽວກັບການ ໃຊ້ຄຳວ່າ ພຣະ ອາຫລ່າ. ຜູ້ຕ້ອງສົງສັຍທັງ 8 ໄດ້ຖືກຄຸມຂັງ ຍ້ອນການໂຈມຕີ ທີ່ໄດ້ທຳລາຍຊັ້ນລຸ່ມຂອງ ໂບດ METRO TABERNACLE ໃນເຂດ ຊານເມືອງ ຂອງນະຄອນຫຼວງ ກວາລາລັມ ເປີ. ຕຳຣວດເວົ້າວ່າ ຜູ້ຕ້ອງສົງສັຍ ໝົດທັງ 8 ຄົນ ເປັນຊາວມາເລເຊັຽ ແລະມີອາຍຸ​ ໃນລະຫວ່າງ 20 ກວ່າປີ. ພວກກ່ຽວໄດ້ຖືກຈັບ ເວລາຜູ້ນຶ່ງ ໃນກຸ່ມຂອງພວກເຂົາເຈົ້າ ໄປຮັບການປິ່ນປົວ ຍ້ອນຖືກໄຟໃໝ້. ມີໂບດສາສນາຄຣິສຕ໌ 11 ແຫ່ງ ພ້ອມໆກັບວັດ ຂອງສາສນາຊິກ ແຫ່ງນຶ່ງ ແລະວັດ ສາສນາອິສລາມ ອີກແຫ່ງນຶ່ງ ໄດ້ຖືກໂຈມຕີ ຫລັງຈາກສານສູງ ຂອງມາເລເຊັຽ ໄດ້ຕັດສິນ ໃນເດືອນແລ້ວນີ້ວ່າ ພວກທີ່ບໍ່ນັບຖື ສາສນາອິສລາມ ກໍສາມາດໃຊ້ຄຳວ່າ “ພຣະອາຫລ່າ” ​ໄດ້ ໃນການອ້າງອີງ ເຖິງພຣະເຈົ້າ.

ວຽດນາມ: ພວກເຄື່ອນໄຫວເພື່ອປະຊາທິປະໄຕ ວຽດນາມ 4 ຄົນ ໄດ້ຖືກນຳໂຕຂຶ້ນສານ ໃນວັນ ພຸດມື້ນີ້ຍ້ອນໄດ້ສົ່ງ​ເສີມ​ສນັບ​ສນູນ ໃຫ້ມີຫຼາຍພັກ ການເມືອງ ຊຶ່ງເປັນການກະທຳ ທີ່ທຽບເທົ່າກັບ ເປັນການທໍຣະຍົດຕໍ່ຊາດ ຢູ່ໃນປະ​ເທດວຽດນາມ ທີ່ປົກຄອງໂດຍ ພວກຄອມມູນິສນັ້ນ. ພວກນັກ ເຄື່ອນໄຫວທັງ 4 ຖືກຟ້ອງ ພາຍໃຕ້ ມາດຕຣາ 79 ທີ່ຮ້າຍແຮງຂອງກົດໝາຍວຽດນາມ ໃນຖານ​ ໄດ້ປະກອບສ່ວນ ເຂົ້າ​ໃນ “ກິຈກັມ ທີ່ແນໃສ່ເພື່ອ ໂຄ່ນລົ້ມ ອຳນາດການປົກຄອງ ຂອງປະຊາຊົນ” ​ແລະຖືກກ່າວຫາວ່າ ຮ່ວມມືກັບ ກຸ່ມນິຍົມ ປະຊາທິປະໄຕ ທີ່ລີ້ພັຍ ຢູ່ໃນຕ່າງປະເທດ. 3 ຄົນ ​ໃນຈຳນວນດັ່ງກ່າວ ປະເຊີນກັບໂທດປະຫານຊີວິດ ຖ້າຫາກຖືກພົບເຫັນວ່າ ມີຄວາມ ຜິດ ຊຶ່ງຮວມທັງນາຍ LE CONG DINH ນັກກົດໝາຍ ດ້ານສິດທິມະນຸດ ທີ່ເຄີຍສຶກສາ ຢູ່ມະຫາວິທຍາລັຍ TULANE ໃນຣັດ LOUISIANA ສະຫະຣັດ ອະເມຣິກາ. ສ່ວນຈຳ ເລີຍຜູ້ທີ 4 ຄືນາຍ LE THANG LONG ປະເຊີນກັບ ໂທດຈຳຄຸກ 15 ປີ ໃນຖານເປັນຜູ້ ສົມຮູ້ຮ່ວມຄິດ.

ສະຫະຣັດ - ອິນເດັຽ: ຣັຖມຸນຕຣີກະຊວງ ປ້ອງກັນປະເທດ ສະຫະຣັດທ່ານ ROBERT GATES ກ່າວວ່າ ບັນດາກຸ່ມ ກໍ່ການຮ້າຍ ທີ່ ປະຕິບັດງານຮ່ວມກັນໃນບໍຣິເວນຊາຍແດນອັຟ ການິສຖານ ຕິດກັບ ປາກິສຖານນັ້ນ ຕ່າງກໍໄດ້ ຮັບຜົນປໂຍດ ຈາກຄວາມສຳເຣັດຂອງກັນແລະ ກັນ ແລະເປັນພັຍຂົ່ມຂູ່ ຕໍ່ຄວາມໝັ້ນຄົງ ໃນທົ່ວ ທັງພູມີພາກ. ໃນການຖແລງ ທີ່ປະເທດອິນເດັຽ ໃນວັນພຸດມື້ນີ້ ລຸນຫລັງ ການພົບປະ ກັບທ່ານ A.K. ANTONY ຣັຖມຸນຕຣີ ກະຊວງປ້ອງກັນ ປະເທດ ອິນເດັຽ ທ່ານ GATES ກ່າວວ່າ ເວ ລາກຸ່ມກໍ່ການຮ້າຍ ກຸ່ມໃດກຸ່ມນຶ່ງ ໃນເຂດເອເຊັຽ ໃຕ້ ປະສົບກັບ ຄວາມສຳເຣັດ ໃນການໂຈມຕີ ກຸ່ມກໍ່ການຮ້າຍທັງໝົດ ກໍຈະມີ ຄວາມສາມາດ ແລະມີຊື່ສຽງ ເພີ້ມຂຶ້ນ. ຣັຖມຸນຕຣີ ປ້ອງກັນປະເທດ ຂອງສະຫະຣັດ ເວົ້າວ່າ ກຸ່ມກໍ່ການ ຮ້າຍອາລ-ກາຍ-ດາ ຕັ້ງໃຈທີ່ຈະເຮັດ ໃຫ້ຂົງເຂດດັ່ງກ່າວ ບໍ່ມີສະເຖັຽຣະພາບຫລາຍຂຶ້ນ ແລະອາດສາມາດ​ ກໍ່ກວນ​ໃຫ້ ເກີດສົງຄາມຄັ້ງໃໝ່ ລະຫວ່າງອິນເດັຽ ແລະປາກິສຖານ​ໄດ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG