ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວແລະຈີນຈະຮ່ວມລົງທຶນສ້າງແລະດຳເນີນທຸລະກິດດາວທຽມ


ທາງການລາວ ແລະ ກຸ່ມບໍລິສັດຈາກຈີນ ຈະລົງນາມໃນສັນຍາ ຮ່ວມລົງທຶນສ້າງ ແລະ ດຳເນີນທຸລະກິດດາວທຽມໃນລາວ ພາຍໃນໄຕມາດທີ່ 1 ຂອງປີ 2010 ນີ້ ໂດຍມີເປົ້າໝາຍທີ່ລະສົ່ງດາວທຽມຂຶ້ນສູ່ ວົງໂຄຈອນ ພາຍໃນ 40 ເດືອນຂ້າງ ໜ້າ.

ສືບເນື່ອງຈາກການລົງນາມໃນບັນທຶກ ຄວາມເຂົ້າໃຈຮ່ວມວ່າດ້ວຍການຮ່ວມມື ໃນການພັດທະນາດາວທຽມ ເພື່ອການຮັບສົ່ງສັນຍານວິທະຍຸ ແລະ ໂທລະພາບໃນລາວ ລະຫວ່າງອົງການວິດທະຍາສາດ ແລະ ເທັກໂນໂລຢີຂອງລັດຖະບານລາວ ກັບກຸ່ມບໍລິ ສັດເອ ເຊຍ-ປາຊີຟິກດາວທຽມ-ໂທລະຄົມມະນາຄົມແຫ່ງປະເທດຈີນເມື່ອ ທ້າຍປີ 2009 ທີ່ຜ່ານມາຈົນເຖິງຂະນະນີ້ ກໍ່ປະກາດວ່າສັນຍາຝ່າຍລາວ ກັບຝ່າຍຈີນ ໄດ້ກຳໜົດຮ່ວມ ກັນຢ່າງຄັກແນ່ແລ້ວວ່າ ຈະມີການລົງນາມໃນສັນຍາຮ່ວມລົງທຶນລະຫວ່າງກັນ ພາຍໃນ ໄຕມາດທີ່ 1 ຂອງປີ 2010 ນີ້ ຫຼື ໄວທີ່ສຸດເທົ່າທີ່ຈະສາມາດ ປະຕິບັດໄດ້.

ໂດຍຄາດໝາຍວ່າສັນຍາດັ່ງກ່າວຈະມີມູນຄ່າການລົງທຶນເຖິງ $250 ລ້ານ ສໍາລັບເປັນຄ່າ ໃຊ້ຈ່າຍໃນການສ້າງດາວທຽມທີ່ຈະດຳເນີນການໂດຍຄູ່ສັນຍາ ໃນປະເທດຈີນ ຊຶ່ງກໍ່ເຊັ່ນ ດຽວກັນກັບແຫ່ງທີ່ມາຂອງເງິນທຶນນັ້ນ ກໍ່ຈະເປັນການຂໍກູ້ຢືມຈາກລັດຖະບານຈີນພາຍໃຕ້ ເປົ້າໝາຍທີ່ຈະສ້າງດາວທຽມດວງທຳອິດຂອງລາວໃຫ້ແລ້ວເສັດ ແລະສົ່ງຂຶ້ນສູ່ວົງໂຄຈອນ ໃຫ້ໄດ້ພາຍໃນ 40 ເດືອນ ຫຼັງຈາກການລົງນາມໃນສັນຍາຮ່ວມລົງທຶນດັ່ງກ່າວ ຊຶ່ງກໍ່ຄື ພາຍໃນໄຕມາດທີ່ 3 ຂອງປີ 2013 ນັ້ນເອງ.

ສ່ວນສະຖານີຄວບຄຸມຢູ່ໃນພາກພື້ນດິນນັ້ນ ກໍ່ຈະດຳເນີນການກໍ່ສ້າງຢູ່ໃນເຂດນະຄອນ ຫລວງວຽງຈັນຮວມທັງຍັງຈະມີການກໍ່ສ້າງ ສະຖານີຮັບສົ່ງສັນຍານດາວທຽມ ຢູ່ໃນບາງ ເຂດແຂວງທາງພາກເໜືອພາກກາງ ແລະ ພາກໃຕ້ຂອງລາວ ເພື່ອເຮັດໃຫ້ການຮັບສົ່ງ ສັນຍານດາວທຽມຄວບຄຸມຢ່າງທົ່ວເຖິງໃນ ທຸກພື້ນທີ່ທົ່ວປະເທດລາວ ແລະ ເພື່ອເປັນ ການເຊື່ອມຕໍ່ຈາກທຸກພື້ນທີ່ໃນລາວ ໄປຍັງ ທົ່ວໂລກອີກດ້ວຍ.

ໂດຍດາວທຽມດວງທຳອິດຂອງລາວ ທີ່ຈະດຳເນີນການສ້າງ ແລະ ສົ່ງຂຶ້ນສູ່ວົງໂຄຈອນຢູ່ ໃນຈີນທຸກຂັ້ນຕອນດັ່ງກ່າວນີ້ ຈະມີອາຍຸການໃຊ້ງານປະມານ 15 ປີ ຊຶ່ງບໍ່ພຽງແຕ່ຈະເຮັດ ໃຫ້ການສົ່ງສັນຍານວິທະຍຸ ແລະ ໂທລະພາບຂອງລັດຖະບານລາວສາມາດຄວບຄຸມໄປ ໄດ້ໃນທົ່ວປະເທດເທົ່ານັ້ນ ຫາກແຕ່ໃນຂະນະດຽວກັນກໍ່ຍັງຈະເຮັດໃຫ້ລະບົບຂໍ້ມູນຂ່າວ ສານແລະ ໂທລະຄົມຂອງລາວສາມາດເຊື່ອມຕໍ່ກັບ ທົ່ວໂລກໄດ້ຢ່າງສະດວກວ່ອງໄວ. ໂດຍສະເພາະແມ່ນການເຊື່ອມ ຕໍ່ກັບປະເທດສະມາຊິກໃນກຸ່ມເອເຊຍດ້ວຍກັນ ທີ່ໄດ້ວາງ ເປົ້າໝາຍທີ່ຈະພັດທະນາໄປສູ່ການເປັນປະຊາຄົມນາໆຊາດອັນ ນຶ່ງອັນດຽວກັນໃຫ້ໄດ້ ຢ່າງແທ້ຈິງພາຍໃນປີ 2015 ນັ້ນ.

ໃນປັດຈຸບັນລັດຖະບານລາວມີສະຖານີວິທະຍຸ 35 ແຫ່ງ ແລະ ສະຖານີ ໂທລະພາບ 2 ແຫ່ງໃນ ທົ່ວປະເທດໂດຍສັນຍານວິທະຍຸສາມາດຄວບ ຄຸມພື້ນທີ່ໄດ້ 80% ແລະ ໂທລະ ພາບ 60% ຂອງພື້ນທີ່ທັງ ໝົດ ແລະ ສຳລັບໃນແຜນການປະຈຳປີ 2009-2010 ທີ່ ຮັບຜິດຊອບໂດຍ ກະຊວງຖະແຫຼງຂ່າວ ແລະ ວັດທະນາທໍານັ້ນ ກໍ່ໄດ້ມີການວາງເປົ້າ ໝາຍໄວ້ວ່າຈະຂະຫຍາຍການ ສົ່ງສັນຍານວິທະຍຸກະຈາຍສຽງແຫ່ງຊາດໃຫ້ ຄວບຄຸມ 90% ຂອງພື້ນທີ່ ແລະ ສົ່ງສັນຍານ ໂທລະພາບໃຫ້ຄວບຄຸມ 70% ຂອງພື້ນທີ່ທັງໝົດ ໃນທົ່ວປະເທດໃຫ້ໄດ້.

XS
SM
MD
LG