ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະຣັດ ຂຍາຍການປະຕິບັດງານ ທາງທະຫານ ຢູ່ເຮຕີ


ເຮຕີ - ແຜ່ນດິນໄຫວ: ເປັນທີ່ຄາດກັນວ່າ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຈະລົງຄະແນນສຽງ ໃນວັນອັງຄານມື້ນີ້ ກ່ຽວກັບ ການສົ່ງທະຫານ ແລະຕຳຣວດຕື່ມອີກ 3 ພັນ 500 ຄົນ ໄປຍັງເຮຕີ ເພື່ອເສີມຂຍາຍ ການປະຕິບັດງານ ຮັກສາສັນຕິພາບ ຢູ່ໃນປະເທດດັ່ງກ່າວ ຂະນະທີ່ ການດຳເນີນ ຄວາມພະຍາຍາມ ບັນເທົາທຸກ ພວມ​ເລີ່ມດຳ​ເນີນ​ໄປ ​ໄວຂຶ້ນນັ້ນ. ການລົງຄະແນນສຽງ ມີຂຶ້ນນຶ່ງອາທິດພໍດີ ຫລັງຈາກໄດ້ເກີດ ແຜ່ນດິນໄຫວ ຂນາດແຮງ ທີ່ເຮັດໃຫ້ ນະຄອນຫຼວງ PORT-AU-PRINCE ຂອງເຮຕີ ແລະບໍຣິເວນອ້ອມແອ້ມ ໄດ້ຮັບຄວາມເສັຽຫາຍ ຮ້າຍແຮງນັ້ນ. ທະຫານມາຣີນ ສະຫະຣັດ ປະມານ 2 ພັນ 200 ຄົນ ໄດ້ເດີນທາງ ໄປເຖິງເຮຕີ ໃນມື້ວານນີ້ ໂດຍກຳປັ່ນຣົບ ຍົກພົນຂຶ້ນບົກ USS BATAAN. ພົນຕຣີ CORNELL WILSON ກ່າວວ່າ ການໄປເຖິງ ຂອງພວກທະຫານມາຣີນ ຈະເຮັດໃຫ້ຈຳນວນ ເຈົ້າໜ້າທີ່ທະຫານ ທັງໝົດຂອງສະຫະຣັດ ໃນປະເທດດັ່ງກ່າວ ເພີ້ມຂຶ້ນເປັນ ຫຼາຍກວ່າ 7 ພັນຄົນ. ນາຍພົນ WILSON ກ່າວວ່າ ພວກທະຫານມາຣີນ ຈະທຳການ ປະຕິບັດງານຊ່ວຍ​ເຫລືອ ໃນຂອບເຂດທີ່ກວ້າງຂວາງ ຢູ່ບ່ອນທີ່ ການເດີນທາງ ໂດຍທາງບົກ ມີ​ຄວາມ​ລຳບາກ ແລະຈະຢູ່ໃນເຮຕີ ດົນເທົ່າທີ່ ຍັງມີຄວາມຈຳເປັນ.

ສະຫະຣັດ - ອິນເດັຽ: ຣັຖມຸນຕຣີ ກະຊວງປ້ອງກັນປະເທດ ສະຫະຣັດ ທ່ານ ROBERT GATES ຮຽກຮ້ອງ ໃຫ້ມີ ການຮ່ວມມື ຢ່າງໃກ້ຊິດ ທາງ ດ້ານທະຫານ ລະຫວ່າງສະຫະຣັດ ກັບອິນເດັຽ ໃນຄວາມພະຍາຍາມ​ເພື່ອນຳເອົາ ສະເຖັຽຣະພາບ ມາສູ່ ເຂດເອເຊັຽໃຕ້. ຣັຖມຸນຕຣີ ກະຊວງປ້ອງກັນປະເທດ ສະຫະຣັດ ໄດ້ເດີນທາງໄປເຖິງ ນະຄອນຫລວງນິວເດລີ ໃນວັນອັງຄານມື້ນີ້ ເພື່ອທຳການ ເຈຣະຈາຫາຣື ໃນຣະດັບສູງ ເປັນເທື່ອທຳອິດ ລະຫວ່າງ ປະເທດທັງສອງ ນັບຕັ້ງແຕ່ ນາຍົກຣັຖມຸນຕຣີອິນເດັຽ ທ່ານ MANMOHAN SINGH ໄດ້ເດີນທາງ ມາຢ້ຽມຢາມ ທຳນຽບຂາວ ໃນເດືອນພະຈິກ ປີກາຍນີ້. ໃນລະຫວ່າງ ການຢ້ຽມຢາມ ເປັນເວລາ 2 ມື້ນັ້ນ ທ່ານ GATES ຈະໄດ້ພົບປະ ກັບນາຍົກຣັຖມຸນຕຣີ SINGH ຕລອດທັງ ຣັຖມຸນຕຣີ ການຕ່າງປະເທດ ແລະຣັຖມຸນຕຣີ ປ້ອງກັນປະເທດ ຂອງອິນເດັຽ. ໃນການຢັ່ງ ຫາງສຽງປະຊາຊົນ ທີ່ພິມເຜີຍແຜ່ ໂດຍໜັງສືພິມ TIMES OF INDIA ໃນວັນອັງຄານມື້ນີ້ ທ່ານ GATES ກ່າວວ່າ ອິນເດັຽ ແລະສະຫະຣັດ ຄວນຈະຊຸກຍູ້ ໃຫ້ມີການຮ່ວມມືກັນ ຫລາຍກວ່ານີ້ ໃນການປະເຊີນໜ້າ ກັບພັຍຂົ່ມຂູ່ ທາງດ້ານຄວາມປອດພັຍນັ້ນ.

ສະຫະຣັດ - ການເລືອກຕັ້ງ: ບັນດາຜູ້ມີ ສິດປ່ອນບັດ ທີ່ຣັດ MASSACHUSETTS ທາງພາກຕາເວັນອອກສຽງເໜືອ ຂອງສະຫະ ຣັດ ຈະພາກັນ ໄປລົງຄະແນນສຽງ ໃນວັນ ອັງຄານມື້ນີ້ ເພື່ອເລືອກເອົາ ສະມາຊິກສະ ພາສູງ ສະຫະຣັດຄົນໃໝ່ ໃນການເລືອກຕັ້ງ ທີ່ມີຄະແນນສຽງ ໃກ້ຄຽງກັນ ທີ່ອາດທຳລາຍ ແຜນການໃນການຮັບຜ່ານ ກົດໝາຍຕ່າງໆ ຂອງປະທານາທິບໍດີ BARACK OBAMA ກໍເປັນໄດ້. ທ່ານນາງ MARTHA COAKLEY ຜູ້ສະມັກ ຂອງພັກເດໂມແຄຣັທ ຊຶ່ງເປັນຫົວໜ້າ ໃນດ້ານຍຸຕິທັມ ຂອງຣັດດັ່ງກ່າວນັ້ນ ພວມປະເຊີນ ກັບການທ້າທາຍ ຢ່າງແຂງຂັນ ຈາກຜູ້ສະມັກ ຂອງພັກຣີພັບຣີກັນ ທ່ານ SCOTT BROWN ຊຶ່ງເປັນສະມາຊິກ ສະພາສູງຂອງຣັດ ໃນການເລືອກຕັ້ງພິເສດ ໃນວັນອັງຄານມື້ນີ້ ​ເພື່ອ​ຍາດ​ເອົາບ່ອນນັ່ງ ທີ່ຫວ່າງລົງ ຂອງມື້ລາງ ສະມາຊິກສະພາສູງ TED KENNEDY ນັ້ນ. ການໄດ້ຮັບໄຊຊະນະ ຂອງທ່ານ BROWN ອາດຈະສ້າງ ຄວາມເສັຽຫາຍຮ້າຍແຮງ ຕໍ່ການມີຄະແນນສຽງ ສ່ວນຫລາຍເປັນພິເສດ 60 ສຽງ ຢູ່ໃນສະພາສູງ ສະຫະຣັດ ແລະອາດຕັດຮອນ ຄວາມສາມາດ ຂອງພັກເດໂມແຄຣັທ ໃນການເອົາຊະນະ ຕໍ່ກົລຍຸດ ການແກ່ຍາວ ຂອງພັກຣີພັບຣີກັນ ກ່ຽວກັບຮ່າງກົດໝາ ຍທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ເຊັ່ນການປະຕິຮູບ ກ່ຽວກັບຣະບົບ ຮັກສາສຸຂພາບ ເປັນຕົ້ນ.

ຍີ່ປຸ່ນ - ສາຍການບິນ: ສາຍການບິນ JAPAN AIRLINES ຂອງຍີ່ປຸ່ນ ໄດ້ຍື່ນ ສຳນວນ ຂໍຄວາມຄຸ້ມຄອງ ໃນການລົ້ມລະ ລາຍ ໃນວັນອັງຄານມື້ນີ້ ຊຶ່ງເປັນນຶ່ງ ໃນ ການລົ້ມລະລາຍ ຂອງບໍຣິສັດ ທີ່ໃຫຍ່ທີ່ ສຸດໃນປະວັດສາດ ຂອງຍີ່ປຸ່ນ. ແຕ່ແນວໃດກໍຕາມ ມີກຳນົດວ່າ JAPAN AIRLINES ຫລື JAL ຊື່​ງ​ເປັນສາຍການບິນ ທີ່ໃຫຍ່ທີ່ສຸດ ໃນເອເຊັຽ ຈະຍັງບິນ ບໍລິການ​ຢູ່​ຕໍ່​ໄປ ດ້ວຍການທຸ້ມເງິນ ເຂົ້າຊ່ອຍເຫລືອ ຈຳນວນຫຼາຍພັນລ້ານໂດລາ ຂອງຣັຖບານ ແລະການຕັດ ຈຳນວນພະນັກງານລົງ ນຶ່ງສ່ວນສາມ. ພາຍໃຕ້ແຜນການ ຊັບຊ້ອນໃໝ່ນີ້ ສາຍການບິນ JAL ຈະໄດ້ຮັບເງິນຊ່ອຍເຫລືອ ຈຳນວນ 3 ພັນ 300 ລ້ານໂດລາ ຈາກຣັຖບານ ແລະຈະຂໍຮ້ອງ ໃຫ້ເຈົ້າໜີ້ ຍົກເລີກໜີ້ສິນ ໃນມູນຄ່າ 3 ພັນ 800 ລ້ານໂດລາໃຫ້. ນອກນັ້ນ ທາງສາຍການບິນ JAPAN AIRLINES ຍັງຈະຕັດວຽກການ ຕຳແໜ່ງຕ່າງໆ ອອກ 15 ພັນ 600 ວຽກ.

ກູເກີລ - ຈີນ: ບໍຣິສັດຊອກ ຄົ້ນຫາຂໍ້ມູນ ຍັກໃຫຍ່ທາງອິນ ເຕີແນັດ GOOGLE ກ່າວວ່າ ຕົນໄດ້ເລື່ອນເວລາ ໃນການເລີ້ມ ໃຊ້ ໂທຣະສັບເຄື່ອນທີ່ຂອງຕົນ ໃນປະເທດຈີນ ຊຶ່ງຄາດກັນວ່າ ຈະມີຂຶ້ນ ໃນມື້ອື່ນນີ້ ທ່າມກາງການເກີດ ບັນຫາຖົກຖຽງໂຕ້ແຍ້ງ ກັບປັກກິ່ງ ກ່ຽວກັບການກວດກາ ທາງອິນເຕີແນັດ ແລະການກ່າວຫາ ກ່ຽວກັບການໂຈມຕີ ບັນຊີອີແມລນັ້ນ. ການປະກາດທີ່ວ່ານີ້ ມີຂຶ້ນຂະນະທີ່ຈີນ ເວົ້າວ່າ ຕົນມີກົດໝາຍ ທີ່​ຈະ​ແຈ້ງ​ດີ ​ທີ່​ຕໍ່ຕ້ານ ການໂຈມຕີ ທາງອິນເຕີແນັດນັ້ນ ໂດຍໄດ້ປະຕິເສດ ຕໍ່ການກ່າວຫາທີ່ວ່າ ທາງການຈີນ ອາດເປັນຜູ້ຢູ່ເບື້ອງຫລັງ ການໂຈມຕີ ຕໍ່ບັນຊີລາຍຊື່ຂອງ GOOGLE ນັ້ນ. ທ່ານ MA ZHAOXU ໂຄສົກກະຊວງ ການຕ່າງປະເທດຈີນ ໄດ້ກ່າວຢ້ຳ ເຖິງທ່າທີຂອງປັກກິ່ງ ໃນວັນອັງຄານ ມື້ນີ້ວ່າ ອິນເຕີແນັດ ຢູ່ຈີນ ແມ່ນເປີດກວ້າງ ແຕ່ຂະນະດຽວກັນ ກໍເວົ້າວ່າ ບໍຣິສັດຕ່າງປະເທດ ທີ່ຢູ່ໃນຈີນ ຈຳເປັນຕ້ອງ ໄດ້ປະຕິບັດຕາມ ກົດໝາຍ ແລະປະເພນີ ວັທນະທັມຕ່າງໆ ຂອງຈີນ. ການໃຫ້ທັສນະ ທີ່ວ່ານີ້ ມີຂຶ້ນຫລັງຈາກ ສະໂມສອນ ນັກຂ່າວຕ່າງປະເທດ ໃນຈີນ ແຈ້ງໃຫ້ສະມາຊິກ ຂອງຕົນຊາບ ໃນມື້ວານນີ້ວ່າ ພວກນັກຂ່າວບາງຄົນ ໄດ້ພົບເຫັນວ່າ ອີແມລຂອງພວກເຂົາເຈົ້າ ໄດ້ຖືກສົ່ງ​ ຕໍ່ໄປ​ໃຫ້​ ບຸກຄົນທີ່ ເຂົາເຈົ້າບໍ່ຮູ້ຈັກ.

ຈີນ - ສໍ້ຣາດບັງຫຼວງ: ສື່ມວນຊົນ ຂອງທາງ ການຈີນລາຍງານ ໃນວັນອັງຄານນີ້ວ່າ ສານແຫ່ງ ນຶ່ງຂອງຈີນ ໄດ້ຕັດສິນໂທດ ອະດີດຜູ້ພິພາກສາ ສານສູງສຸດຄົນນຶ່ງ ໃຫ້ຈຳຄຸກ ຕລອດຊີວິດ ຫລັງ ຈາກມີການພົບເຫັນວ່າ ຜູ້ພິພາກສາຄົນນັ້ນ ໄດ້ກະທຳຜິດ ໃນຂໍ້ຫາສໍ້ ຣາດບັງຫລວງ. ອົງການຂ່າວຊິນຫວາ ລາຍງານວ່າ ທ່ານ HUANG SONGYOU ອາຍຸ 52 ປີ ໄດ້ຖືກພົບເຫັນວ່າ ມີຄວາມຜິດ ໃນການຮັບເງິນສິນບົນ ຫລາຍກວ່າ 574 ພັນໂດລາ ໂດຍໄດ້ໃຊ້ ຕຳແໜ່ງຂອງທ່ານ ໃນຖານະ ຮອງປະທານ ສານປະຊາຊົນສູງສຸດ ຂອງຈີນ ໄປໃນທາງ ທີ່ບໍ່ຖືກຕ້ອງ. ນອກນັ້ນແລ້ວ ຍັງມີການ ພົບເຫັນວ່າ ທ່ານ HUANG ໄດ້ຍັກຍອກ ເອົາເງິນຫລວງອີກ ເກືອບ 176 ພັນໂດລາ ໃນປີ 1977 ເວລາທ່ານເປັນ ປະທານສານ ປະຊາຊົນຊັ້ນກາງ ທີ່ເມືອງ ZHANJIANG ໃນແຂວງກວາງຕຸ້ງ ທາງພາກໃຕ້ຂອງຈີນ. ຜູ້ກ່ຽວໄດ້ຖືກຕັດສິນໂທດ ໂດຍສານປະຊາຊົນຊັ້ນກາງ ທີ່ເມືອງ LANGAN ໃນແຂວງ HEBEI ທາງພາກເໜືອຂອງຈີນ ໃນວັນອັງຄານມື້ນີ້.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG