ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສ້າງເຂື່ອນໃສ່ແມ່ນຳຂອງ ອາດຈະເປັນພັຍຂົ່ມຂູ່ ຕໍ່ສັດນຳ ທີ່ໃກ້ຈະສູນພັນ


ແຜນການທີ່ຈະກໍ່ສ້າງເຂື່ອນໄຟຟ້າ ພະລັງນຳ ຫຼາຍໆເຂື່ອນໃສ່ ແມ່ນຳຂອງ ອາດຈະເປັນພັຍ ຂົ່ມຂູ່ຕໍ່ຊີວະນາໆພັນ ທີ່ໃກ້ຈະສູນ ພັນຢູ່ແລ້ວ ໃນແມ່ນຳດັ່ງກ່າວນີ້.

ທີ່ຕລາດກາງແຈ້ງແຫ່ງນຶ່ງ ໃນນະຄອນຫລວງ ວຽງຈັນ ແມ່ຄ້າຂາຍປາ ກຳລັງຕັດປາ ທີ່ໄດ້ມາ ຈາກແມ່ນຳຂອງ ອອກເປັນຕ່ອນໆ ຊຶ່ງບາງໂຕ ນັ້ນ ຍາວກວ່າ 1 ແມັດກໍມີ. ພວກລູກຄ້າຈະ ພາກັນເລືອກເບິ່ງປາທັງ​ທີ່​ເປັນ​ໂຕ​ ແລະ ທີ່ຖືກ ຕັດອອກເປັນຕ່ອນໆ​ແລ້ວນັ້ນ ກ່ອນຈະຊື້ ແລະ ແມ່ຄ້າຂາຍປາກໍຈະຫໍ່ປາເຫລົ່ານີ້ ໃສ່ຖົງປລາ ສຕິກໃຫ້.

ທ່ານ ດວງຄຳ ສິງຫານຸວົງ ແມ່ນຫົວໜ້າຜະ ແນກຈັບປາທີ່ສູນກາງຄົ້ນຄວ້າ ຊັບພະຍາກອນສັດນຳຂອງຣັຖບານລາວ ກ່າວຊີ້ແຈງວ່າ:

"ການດຳຣົງຊີວິດຂອງພວກເຂົາເຈົ້າ ແມ່ນອາໃສປາເປັນຫລັກ ໃນແງ່ການບໍຣິໂພກ ແລະ ການສ້າງລາຍໄດ້ ໃຫ້ແກ່ຄອບຄົວນຳ."

ປະມານ 2 ສ່ວນ 3 ຂອງປະຊາຊົນ 40 ລ້ານກວ່າຄົນທີ່ອາສັຍຢູ່ເລາະລຽບ ຕາມແຄມແມ່ ນຳຂອງ ແມ່ນກາງຕໍ່ອາສັຍບໍ່ໃນຮູບໃດກໍຮູບນຶ່ງຕໍ່ການຫາປາ ຫລື ການປະມົງ ຊຶ່ງມີມູນຄ່າ ປະມານ 2 ພັນ 500 ລ້ານໂດລາຕໍ່ປີ.ແຕ່ກຳປູເຈັຽ ລາວແລະໄທ ມີແຜນການທີ່ຈະກໍ່ສ້າງ ເຂື່ອນ 11 ເຂື່ອນໃສ່ ລຳແມ່ນຳຂອງຊຶ່ງ 9 ເຂື່ອນ​ໃນ​ນັ້ນ ແມ່ນຈະ​ສ້າງ​ຂຶ້ນຢູ່ໃນບໍຣິເວນ ຊາຍແດນຂອງ​ລາວ ຫລືບໍ່​ກໍຢູ່ໃນດິນລາວ.

ພວກນັກຊ່ຽວຊານດ້ານການປະມົງກ່າວວ່າ ເຂື່ອນເຫລົ່ານີ້ ຈະເຮັດໃຫ້ປາໝົດໄປຍ້ອນວ່າ ມັນ​ຈະຕັນ​ເສ້ນທາງຍົກຍ້າຍທີ່ຢູ່ຂອງປາ ແລະ ເປັນພັຍຂົ່ມຂູ່ຕໍ່ພວກປາທີ່ກຳລັງຈະສູນພັນຢູ່ ແລ້ວນັ້ນ.

ນັ້ນຄື​ສຽງປາຂ່າ ຫລືປາໂລມານຳຈືດຈຸນຶ່ງ ທີ່​ກຳລັງລອຍຫລິ້ນນຳຢູ່ ປະມານ 50 ແມັດ ຫ່າງຈາກເຮືອທ່ອງທ່ຽວລຳ​ນຶ່ງ ໃນບໍຣິເວນ ຊາຍແດນກຳປູເຈັຽ.

ມີການກະປະມານກັນວ່າ ມີປາຂ່າບໍ່ຮອດນຶ່ງຮ້ອຍໂຕຍັງເຫລືອຢູ່ໃນເວລານີ້. ພວກນັກປົກ ປ້ອງສະພາບແວດລ້ອມກ່າວວ່າ ຖ້າລາວຫາກດຳເນີນການສ້າງ​ເຂື່ອນຕາມທີ່ໄດ້ວາງແຜນ ໄວ້ໃນບໍຣິເວນດອນສະຫົງນັ້ນແລ້ວ ປາຂ່າກໍຈະມີຄວາມສ່ຽງເພີ້ມຂຶ້ນໃນການທີ່ຈະສູນພັນ.

ທ່ານ JEREMY BIRD ​ເປັນຫົວໜ້າຄະນະກັມມາທິການແມ່ນຳຂອງ ຊຶ່ງເຮັດວຽກກ່ຽວ ກັບການຄຸ້ມຄອງ ຊັພຍາກອນແມ່ນຳລະຫວ່າງ ກຳປູເຈັຽ, ລາວ, ໄທ ແລະ ວຽດນາມ.

ທ່ານ BIRD ກ່າວວ່າ ມັນເປັນເຣື່ອງທີ່ ຫລີກລ້ຽງບໍ່ໄດ້ ທີ່ຕ້ອງໄດ້ມີການສູນເສັຽ ສັດບາງຊະນິດ​ໄປ ຖ້າແຜນການກໍ່ສ້າງ ເຂື່ອນໃສ່ແມ່ນຳຂອງ ຫາກຍັງດຳເນີນຕໍ່ ໄປ. ທ່ານກ່າວວ່າ ການຊັ່ງ​ຊາ​ຕີ​ລາຄາ ເບິ່ງ​ ແລະ ເລືອກ​ເອົາ​ໃນ​ລະຫ​ວ່າງ​ສ່ວນ​ ໄດ້​ແລະ​ສ່ວນ​ເສັຽ ຈາກການສ້າງເຂື່ອນ ໄຟຟ້າພະລັງນຳນັ້ນ ແມ່ນບັນຫາທ້າ ທາຍທີ່ໃຫຍ່ທີ່ສຸດ ທີ່ປະເຊີນໜ້າເຂດ ອ່າງແມ່ນນຳຂອງໃນເວລານີ້.

"ພວກເຮົາພວມເວົ້າເຖິງ ເຣື່ອງຊີວິດການເປັນຢູ່ ຂອງຜູ້ຄົນຈຳນວນລ້ານໆຄົນ ແຕ່ໃນເວ ລາດຽວກັນ ພວກເຮົາກໍເວົ້າເຖິງແຫລ່ງພະລັງໄຟຟ້ານຳຕົກອັນໃຫຍ່ໂຕ ທີ່ອາດມີຂຶ້ນໄດ້ ຊຶ່ງອາດສາມາດນຳເອົາລາຍໄດ້ຈາກຕ່າງປະເທດ ມາສູ່ພວກປະເທດໃນຂົງເຂດດັ່ງກ່າວ ຊຶ່ງຈະສາມາດນຳໄປເປັນທຶນຮອນ ສຳລັບໂຄງການພັທນາຕ່າງໆ ແລະ ໄປຊ່ອຍປະເທດ ດັ່ງກ່າວໃຫ້ບັນລຸເປົ້າໝາຍໃນການຫລຸດຜ່ອນຄວາມທຸກຈົນ ແລະ ເປົ້າໝາຍການພັທນາ ອື່ນໆ."

ການສ້າງເຂື່ອນໃສ່ສາຂາຕ່າງໆຂອງແມ່ນຳຂອງ ໄດ້ພາໃຫ້ເກີດຜົນກະທົບຕໍ່ປະຊາຊົນ ໃນ ເຂດທ້ອງຖິ່ນ ແລະ ລົບກວນການລອຍໄປມາ ​ເພື່ອຍົກຍ້າຍທີ່ຢູ່ຕາມ​ລະດູ​ການຂອງປາ.

ພວກນັກຊ່ຽວຊານກ່ຽວກັບການຫາປາກ່າວວ່າ ການສ້າງເຂື່ອນໃສ່ແມ່ນຳຂອງ ຈະບັງຄັບ ໃຫ້ພວກຊາວປະມົງ ຕ້ອງໄດ້ກາງຕໍ່ຫລາຍຂຶ້ນ ນຳການລ້ຽງປາເພື່ອທົດແທນປາທີ່ຈັບໄດ້ ຕາມທັມມະຊາດນັ້ນ ທີ່ຟາມລ້ຽງປາຂນາດໃຫຍ່ແຫ່ງນຶ່ງຕາມແຄມແມ່ນ້ຳຂອງ, ໃນເຂດນະ ຄອນວຽງຈັນ ປານິນ ໄດ້ພາລອຍຂຶ້ນມາເທິງໜ້ານ້ຳ,ຢູ່ໃນກະຊັງຂະນະທີ່ມີການຫວ່ານອາ ຫານລົງໄປໃນນ້ຳ.

ທ່ານຊູຊາດ ອິງທັມມະຈິດ ເຈົ້າໜ້າທີ່ໂຄງການ ປາ ທີ່ຄະນະກັມມາທິການແມ່ນຳຂອງ ກ່າວວ່າ ເວລານີ້ ການລ້ຽງປາ​ ແມ່ນໄດ້ຊ່ອຍສນອງຕອບ ຄວາມຕ້ອງການ ໃນດ້ານນີ້ຢູ່ແລ້ວ.

"ຣາຄາປາ ທີ່ເກີດຕາມທັມມະຊາດ ຈະສູງກວ່າ ປາລ້ຽງ ແຕ່ບັນຫາຂອງຈຳພວກປາທີ່ເກີດຕາມ ທັມມະຊາດນັ້ນ ແມ່ນມີເປັນຣະດູ ຄືເຮົາສາມາດ ອອກໄປຫາປາທັມມະຊາດນັ້ນ ແມ່ນ ຂຶ້ນຢູ່ກັບ ຊ່ວງເວລາໃດຂອງປີ ແຕ່ປານິນລ້ຽງ ເຮົາຈະຫາຊື້ໄດ້ຕາມຕລາດຕລອດປີ."

ຂະນະທີ່ຕາເວັນກຳລັງຕົກລັບຂອບແມ່ນຳຂອງໄປນັ້ນ ພວກຫາປາກໍຈະພາກັນ ໄປສ່ຽງໂຊກ ດ້ວຍການ ໄຫລມອງ.

ພວກນັກຊ່ຽວຊານ ທາງດ້ານສະພາບແວດລ້ອມ ແລະ ນັກຊ່ຽວຊານກ່ຽວກັບການຫາປາ ກ່າວວ່າ ການສ້າງເຂື່ອນໃສ່ແມ່ນຳຂອງ ຈະປ່ຽນແປງແນວທາງໃນການດຳຣົງຊີວິດຂອງ ພວກເຂົາເຈົ້າ ບາງຢ່າງ.

ເຊີນຟັງລາຍງານ ໂດຍຄລິກບ່ອນສຽງ.

XS
SM
MD
LG